ປະຊາຊົນລາວຕ້ອງປະເຊີນກັບໄພພິບັດທໍາມະຊາດເພີ້ມຂຶ້ນນັບມື້ ແຕ່ໄດ້ຮັບການຊ່ວຍເຫຼືອຈາກລັດ ເພື່ອຟື້ນຟູຊີວິດການເປັນຢູ່ພຽງສ່ວນນ້ອຍເທົ່ານັ້ນ ແລະບໍ່ມີລະບົບເຕືອນໄພ ທີ່ທັນສະໄໝອີກດ້ວຍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງໃນກົມສັງຄົມສົງເຄາະ ກະຊວງແຮງງານ ແລະສະວັດດີການສັງ ຄົມເປີດເຜີຍວ່າ ໃນຊ່ວງປີ 2016-2022 ປະຊາຊົນລາວປະເຊີນກັບໄພພິບັດທໍາມະຊາດຫຼາຍກວ່າ 370 ຄັ້ງ ອັນໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວຫຼາຍກວ່າ 2.3 ລ້ານຄົນ, ເສຍຊີວິດ 187 ຄົນ, ສູນຫາຍ 69 ຄົນ ໂດຍສະເພາະແມ່ນໄພນໍ້າຖ້ວມ ຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນປີ 2018 ຕິດຕາມດ້ວຍໄພນໍ້າຖ້ວມໃນພາກກາງ ແລະພາກໃຕ້ໃນປີ 2019, ໄພນໍ້າຖ້ວມແຂວງສະຫວັນເຂດໃນປີ 2020, ໄພນໍ້າຖ້ວມໃນເຂດພາກເໜືອໃນປີ 2021 ແລະໄຟໄໝ້ປ່າໃນປີ 2022 ນັ້ນ ໄດ້ສົ່ງຜົນເຮັດໃຫ້ເກີດການເສຍຫາຍທາງເສດ ຖະກິດຫຼາຍກວ່າ 6,500 ຕື້ກີບ ໃນໄລຍະ 7 ປີດັ່ງກ່າວ.
ຫຼາຍກວ່ານັ້ນ, ລະບົບເຕືອນໄພໃນລາວ ກໍບໍ່ທັນສະໄໝ ແລະມີປະສິດທິພາບຕໍ່າດ້ວຍນັ້ນ ຍິ່ງເຮັດໃຫ້ເກີດການເສຍຫາຍຫຼາຍຂຶ້ນອີກ ໂດຍເຫັນໄດ້ຈາກໄພພິບັດ ໃນຊ່ວງປີ 2019-2022 ທີ່ມີທັງນໍ້າຖ້ວມ, ລົມພາຍຸ, ຟ້າຜ່າ, ດິນເຈື່ອນ, ໄຟປ່າ ແລະສັດຕູພືດນັ້ນ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 890,000 ກວ່າຄົນໃນເຂດ 3,259 ບ້ານ, 132 ເມືອງ ໃນ 13 ແຂວງ ຄື: ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈໍາປາສັກ ແລະເຊກອງ ໂດຍຫົນທາງເສຍຫາຍ 12,687 ກິໂລແມັດ, ຂົວ 34 ແຫ່ງ, ໂຮງຮຽນ 295 ແຫ່ງ, ໂຮງໝໍ, ສຸກສາລາ 50 ກວ່າແຫ່ງ, ໜອງປາ 3,100 ກວ່າແຫ່ງ, ເຂົ້ານາປີເສຍຫາຍເກີນກວ່າ 275,000 ເຮັກຕ້າ, ຄອງົນລະປະທານ 96 ແຫ່ງ ແລະສັດລ້ຽງອີກກວ່າ 1 ໂຕ, ຈຶ່ງເຮັດໃຫ້ຈະຕ້ອງມີການຕິດຕັ້ງລະບົບເຕືອນໄພທີ່ທັນສະໄໝໃນລາວຢ່າງຮີບດ່ວນທີ່ສຸດ ດັ່ງທີ່ເຈົ້າໜ້າທີ່ລັດຖະບານລາວໃຫ້ການຢືນຢັນວ່າ:
“ວຽກງານທີ່ຮີບດ່ວນ ກໍແມ່ນວຽກງານການເຕືອນໄພ ຕ້ອງເຮັດຈັງໃດ? ໃຫ້ມັນທັນກັບເວລາ, ຖືກກັບຄວາມເປັນຈິງ, ຄັນພໍ່-ແມ່ປະຊາຊົນ ຫຼືວ່າພະນັກງານ, ທະຫານ, ຕໍາຫຼວດ ເຮົາກໍທໍາມະດາ ກໍຄືເລື້ອງທໍາມະດາ ບໍ່ມີຫຍັງເກີດຂຶ້ນ, ບາດມັນເກີດມາແລ້ວ ຈຶ່ງຮູ້ວ່າມັນເປັນແນວນັ້ນແທ້, ສະນັ້ນ ວິທີການເຕືອນໄພຕ້ອງມີເຄື່ອງທີ່ທັນສະໄໝຢູ່ໂຄງການຕ່າງໆ, ໂຄງການເຂື່ອນບໍ ຫຼືວ່າຢູ່ຈຸດໃດທີ່ສໍາຄັນ ຕ້ອງມີເຄື່ອງເຕືອນໄພທີ່ທັນສະໄໝ.”
ແຕ່ແນວໃດກໍຕາມ, ການທີ່ລັດຖະບານລາວມີງົບປະມານສໍາລັບກູ້ໄພຢ່າງຈໍາກັດ ເມື່ອສົມທົບດ້ວຍການລະບາດໄວຣັສ ໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງລະດົມທຶນກູ້ໄພຕ່າງໆຈາກພາກສັງຄົມ ທັງພາຍໃນ ແລະຕ່າງປະເທດເປັນດ້ານຫຼັກ, ດັ່ງເຈົ້າໜ້າທີ່ໃນອົງການກາແດງແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:
“ໃນ 1 ຜ່ານມາ ພວກເຮົາໄດ້ຍາດແຍ່ງຂົນຂວາຍແຫຼ່ງທຶນຈາກສັງຄົມ ທັງຢູ່ພາຍໃນປະເທດ ແລະຢູ່ຕ່າງປະເທດ ທັງການຈັດຕັ້ງກາແດງສາກົນ ເພື່ອໃຫ້ການ ເຄື່ອນໄຫວວຽກງານມະນຸດສະທໍາຂອງພວກເຮົາກໍຄື ການບັນເທົາທຸກເບື້ອງຕົ້ນຕໍ່ຜູ້ປະສົບໄພທໍາມະຊາດ, ຜົນກະທົບຈາກພະຍາດໂຄວິດ-19 ເຊິ່ງວ່າ ປີຜ່ານມານີ້ເຮົາຂົນຂວາຍວັດຖຸ ແລ້ວກໍງົບປະມານເປັນເງິນນີ້ໄດ້ທັງໝົດ 15,579 ລ້ານກວ່າກີບ ເພື່ອມາເຄື່ອນໄຫວວຽກງານມະນຸດສະທໍາ, ບັນເທົາທຸກແກ່ຜູ້ທີ່ປະສົບໄພ.”
ສ່ວນທະນາຄານພັດທະນາເອເຊຍ (ABD) ປະເມີນວ່າ ໄພນໍ້າຖ້ວມຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັ້ນ ກໍໄດ້ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 4,400 ຕື້ກີບ, ແຕ່ຖ້າຫາກຄິດໄລ່ຄວາມເສຍຫາຍທີ່ເກີດຈາກໄພນໍ້າຖ້ວມໃນຊ່ວງ ປີ 2016-2022 ນັ້ນກໍຄິດເປັນມູນຄ່າເກີນກວ່າ 16,000 ຕື້ກີບ.
ສ່ວນອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍລາຍງານວ່າ ການທີ່ລາວຕ້ອງປະເຊີນ ກັບໄພທໍາມະຊາດຢ່າງຕໍ່ເນື່ອງ ຍັງໄດ້ເຮັດໃຫ້ການຫຼຸດຜ່ອນຄວາມຍາກຈົນປະຕິບັດໄດ້ຕໍ່າກວ່າເປົ້າໝາຍດ້ວຍ ເຊິ່ງເຫັນໄດ້ຈາກປະຊາຊົນລາວເກືອບ 7 ແສນຄົນທີ່ມີສະຖານະຍາກຈົນທີ່ສຸດ ເມື່ອສົມທົບກັບການລະບາດໂຄວິດ-19 ຍັງໄດ້ເຮັດໃຫ້ຄວາມຍາກຈົນເພີ້ມຂຶ້ນເຖິງ 23 ເປີເຊັນຂອງປະຊາກອນລາວທັງໝົດດ້ວຍ.