ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວໃນຫຼາຍຂົງເຂດ ພາກັນສະເຫຼີມສະຫຼອງມື້ກ່ອນວັນປີໃໝ່ສາກົນ 2024


ແຟ້ມຮູບ: ມື້ກ່ອນວັນປີໃໝ່ ຢູ່ທີ່ Times Square, ວັນທີ 1 ມັງກອນ 2017.
ແຟ້ມຮູບ: ມື້ກ່ອນວັນປີໃໝ່ ຢູ່ທີ່ Times Square, ວັນທີ 1 ມັງກອນ 2017.

ມື້ຂຶ້ນປີໃໝ່ ຄືວັນທີ່ຫຼາຍໆຄົນພາກັນມ່ວນຊື່ນ ເນື່ອງຈາກຜ່ານປີເກົ່າໄປແລ້ວ, ແຕ່ມື້ວັນກ່ອນປີໃໝ່ ຫຼື New Year Eve ຄືມື້ທີ່ສໍາຄັນຫຼາຍກວ່າ ເພາະທຸກໆຄົນຈະພາກັນຫ້າງຫາກະກຽມ ເພື່ອເຂົ້າສົ່ງທ້າຍປີເກົ່າ ແລະກ້າວສູ່ວັນໃໝ່ຂອງປີ ເຊິ່ງແຕ່ລະຄົນຢູ່ໃນແຕ່ລະຂົງເຂດ ກໍມີຄວາມເຊື່ອ ແລະການຫ້າງຫາກະກຽມທີ່ແຕກຕ່າງກັນ, ທິບສຸດາ ມີລາຍລະອຽດກ່ຽວກັບວັນດັ່ງກ່າວນີ້ ມາສະເໜີທ່ານ.

ມື້ກ່ອນວັນປີໃໝ່ ຫຼື New year Eve ເປັນວັນທີ່ຫຼາຍຄົນມີຄວາມເຊື່ອວ່າ ມື້ສິ້ນສຸດຂອງປີເກົ່າແລະກໍາລັງກ້າວເຂົ້າສູ່ວັນໃໝ່ ກ້າວເຂົ້າສູ່ປີໃໝ່ແລະສິ່ງໃໝ່ໆທີ່ດີໆກໍາລັງຈະເຂົ້າມາສູ່ຕົນ ແລະຄອບຄົວ, ດັ່ງນັ້ນ ແຕ່ລະຄອບຄົວ ໃນແຕ່ ລະທ້ອງຖິ່ນ ກໍຈະພາກັນຫ້າງຫາກະກຽມເພື່ອສະເຫຼີມສະຫຼອງຮ່ວມກັນກັບຄອບຄົວ, ຍາດພີ່ນ້ອງ ແລະໝູ່ເພື່ອນ ເພື່ອກຽມນັບຖອຍຫຼັງຕາມນາທີຂອງໂມງແລ້ວພາກັນເປີດຊໍາເປນ ສໍາລັບວັນປີໃໝ່, ແຕ່ບາງຂົງເຂດ ກໍຈະພາກັນສວດມົນ ພາວັນນາຂ້າມຄືນ ຫຼື ທີ່ຫຼາຍຄົນຮ້ອງວ່າ ສວດມົນຂ້າມປີ ເພື່ອຮັບເອົາໂຊກເອົາໄຊ, ເຊິ່ງ ວຽງໄຊ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຈະຍັງຄົງປະຕິບັດຕາມແຜນການເດີມ ດັ່ງທີ່ນາງໄດ້ປະຕິບັດມາແລ້ວຫຼາຍປີ ດ້ວຍການກະກຽມຊຸດຂາວ ດອກໄມ້ທູບທຽນ ແລະຂັນເພື່ອເອົາໄປແຕ່ງຂັນບູຊາ ເພື່ອໄປສວດມົນຂ້າມປີຢູ່ວັດວັດທາດຫຼວງ. ໂດຍນາງກ່າວໃຫ້ຟັງວ່າ:

“ຄືນວັນທີ 31 ຊິໄປສວດມົນ, ຊິມີກຽມຊຸດຂາວ ແລະກະມີຂັນ ຫຼືໂອເນາະໃສ່ໄວ້ແຕ່ງຂັນ 5 ຈັງຊີ້ນ່າ ມີຝ້າຍແດ່, ກະຊິເປັນຄຸນຄ່າທາງຈິດໃຈ ເວົ້າລວມແລ້ວກະໄດ ແປວ່າເຮັດອັນໃດເນາະສິ່ງໃດ ຢາກມີທີ່ມັກ. ພິທີເນາະ ເພິ່ນຈະເລີ້ມປະມານ 6 ໂມງ 9 ໂມງກາງຄືນນີ້ນະ ຂ້າມມາຮອດເປັນ 4-5 ໂມງເຊົ້າ.”

ແຕ່ສໍາລັບຊາງລາວບາງຄົນທີ່ບໍ່ໄດ້ໄປສວດມົນຂ້າມປີ ກໍຢູ່ເຮືອນກິນເຂົ້າ ປຸງແຕ່ງອາຫານແບບງ່າຍໆກິນກັນພາຍໃນຄອບຄົວ, ດັ່ງທີ່ ພອນ ປະຕິບັດກັບຄອບຄົວຂອງນາງ:

“ບາບີຄິວ ປີ້ງຜັກ ປີ້ງເຫັດໃສ່ຜົງໝ່າລ້າ, ເຮັດໄສ້ໝູມາປີ້ງ ຈໍ້າແຈ່ວຊີຟູດໜ້ອຍນຶ່ງເຈົ້າ, ເຮົາກະເວົ້າເອົາແຕ່ສິ່ງດີໆເນາະ ສິ່ງບໍ່ດີກະໃຫ້ມັນຕົກໄປນໍາປີເກົ່າ ເພື່ອມານັບນຶ່ງໃໝ່ ເລີ້ມຕົ້ນປີໃໝ່ ໃຫ້ມັນພໍ້ແຕ່ສິ່ງດີໆ ສ່ວນຄົນເຂົາກະມັກເວົ້າແນວນີ້ເຈົ້າ.”

ສໍາລັບ ອິນທະສອນ ຊາວອາເມຣິກັນເຊື້ອສາຍລາວທີ່ອາໄສຢູ່ໃນລັດຄາລິຟໍເນຍ ໄດ້ພາກັນຈັດກຽມໃນວັນສົ່ງທ້າຍປີເກົ່າ ດ້ວຍການຮັບປະທານອາຫານກັບຄອບຄົວ ໂດຍປະກອບມີອາຫານພື້ນເມືອງ ແຕ່ທີ່ຂາດບໍ່ໄດ້ເລີຍກໍແມ່ນການກະກຽມສິ່ງຮັບໂຊກໃນມື້ວັນສົ່ງທ້າຍປີເກົ່າ ເພື່ອຕ້ອນຮັບປີໃໝ່ ເພາະເປັນສິ່ງສໍາຄັນໃນການສະເຫຼີມສະຫຼອງວັນສົ່ງທ້າຍປີ, ເຊິ່ງ ນາງໄດ້ກ່າວໃຫ້ຟັງວ່າ:

“ຢູ່ກັບຄອບຄົວຫັ້ນແຫຼໃນແຕ່ລະປີ ທຸກປີກະເບິ່ງເຄົ້າດາວຢູ່ເຮືອນ ສ່ວນຫຼາຍເຮົາມີແຕ່ຄອບຄົວເຮົາເອງ ເຮັດກິນລະກະກຽມມ້ຽນເຮືອນມ້ຽນຊານຫັ້ນແຫຼ Welcome New Year ເຮົາກະຊື້ໝາກໄມ້ອິຫຍັງມາຄົບ ໝາກໄມ້ 9 ຊະນິດຫັ້ນລະ ພະຍາຍາມ.

ຖາມ: ເປັນຫຍັງເຮົາຈະຕ້ອງເລືອກເອົາໝາກໄມ້ 9 ຊະນິດມາຖືກ່ອນມື້ຮັບປີໃໝ່ ລອງອະທິບາຍເຫດຜົນໂຕນີ້ໃຫ້ຟັງໄດ້ບໍ?

ຕອບ: ເຂົາເຈົ້າວ່າເປັນໂຊກດີ ເຄີຍຢູ່ກັບຄົນຟີລິບປິນຫັ້ນໜາ ເຂົາເຈົ້າມັກເຮັດແນວນັ້ນ ກະເລີຍເຊື່ອຖືມາ.

ຖາມ: ຕ້ອງມີໝາກສະເພາະເຈາະຈົງບໍ ຫຼືເອົາແບບໃດກໍໄດ້ໃຫ້ມັນຄົບ 9 ຊະນິດ?

ຕອບ: ເອີເອົາແບບໃດກະໄດ້ ຕຽມເຂົ້າຕຽມນໍ້າ ຕຽມອິຫຍັງຫັ້ນແຫຼະ.

ຖາມ: ແບບປີໃໝ່ ແບບຂຶ້ນເຮືອນໃໝ່ພວກເຮົາຫັ້ນແຫຼະເນາະ.

ຕອບ: ເອົາໂຊກເອົາລາບປີໃໝ່.

ຖາມ: ນອກຈາກເຮົາຈັດຕຽມໝາກໄມ້ແລ້ວ ຕຽມຖ້າຮັບປີໃໝ່ເດ ພວກເຮົາມີເຄົ້າດາວ ກິນເຫຼົ້າກິນວາຍ ກິນອິິຫຍັງພິເສດພິເສດບໍ?

ຕອບ: ສະຫຼອງໃນຄອບຄົວຫັ້ນແຫຼະ, ສ່ວນຫຼາຍເຮົາຊື້ສະປຣາກລິ້ງແອັບໂປລໄຊເດີ້ມາກິນ ເຄົ້າດາວ ເພາະວ່າລູກເຮົາຍັງນ້ອຍເດ.”

ແຕ່ສໍາລັບ ນາວ ເຊິ່ງເປັນຊາວສະວິດເຊີແລນເຊື້ອສາຍລາວ ກໍຈະພາກັນມ່ວນ ຊື່ນໃນວັນ New Year Eve ແຕກຕ່າງອອກໄປ, ເນື່ອງຈາກນາງໄດ້ໄປເຮັດວຽກໃນວັນດັ່ງກ່າວນັ້ນ, ເຊິ່ງນາງໄດ້ກ່າວໃຫ້ຟັງວ່າ:

“ກະມີແຕ່ວ່າ ເຮັດວຽກແລ້ວກະກິນເລີຍຈັງຊີ້ຊະ ກະຈັດງານເລີຍໃນບ່ອນເຮັດວຽກຫັ້ນລະ ກະສະຫຼອງຢູ່ບ່ອນເຮັດວຽກຫັ້ນເລີຍ ວ່າຈັງຊີ້ຊະ, ອັນບາງຄົນເຂົາກະພັກງານກ່ອນຫັ້ນໜາ ກະແມ່ນວ່າ ເຮັດວຽກແລ້ວກະພາກັນອອກໄປເຄົ້າດາວເນາະ ວ່າຈັງຊີ້ຊະ ພາກັນໄປດື່ມອີກຮ້ານນຶ່ງ ໄປດື່ມອີກຢູ່ຮ້ານນຶ່ງວ່າຊີ້ຊະ ໄປກິນເຂົ້າ ເລີກງານລະກະພາກັນໄປ.

ຖາມ: ພາຍໃນຄອບຄົວເຮົາເດ ເຮົາມີຄວາມເຊື່ອແນວໃດບໍ ໃນການກະກຽມສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງພວກເຮົານິ?

ຕອບ: ຄັນສໍາລັບຄອບຄົວກະແມ່ນວ່າ ປີໃດທີ່ແບບວ່າຕ່າງຄົນຕ່າງບໍ່ໄດ້ເຮັດງານເນາະ ກະເຮັດກິນເຂົ້າກິນນໍ້າກັນ ກິນປີໃໝ່ຫັ້ນແຫຼະ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ວ່າຊີ້ຊະ ມີແຕ່ວ່າພາກັນເຮັດກິນເຄື່ອງດື່ມອິຫຍັງລະກະເຮັດສະຫຼອງຕອນປີໃໝ່ເທົ່ານັ້ນແຫຼະ.

ຖາມ: ລັກສະນະການສະຫຼອງຂອງພວກເຮົານິເປັນລັກສະນະແບບໃດ?

ຕອບ: ກະກິນແບບຄອບຄົວ ກະແລ້ວແຕ່ອາຫານທີ່ເຮົາມັກວ່າຊັ້ນຊະ ເຮົາມັກກິນແບບໃດເຮົາກະເຮັດໄປ ກະມີແຕ່ຈັດໂຕະຈັດຕັ່ງ ແລະຊໍາເປນເປີດສະຫຼອງກັນ.”

ນອກຈາກການສະເຫຼີມສະຫຼອງຂອງຊາວລາວແຕ່ລະຂົງເຂດຢູ່ໃນທົ່ວໂລກແລ້ວ, ຍັງມີ ບາງຂົງເຂດທີ່ພວກເພິ່ນພາກັນສະເຫຼີມສະຫຼອງແບບປະເພນີດັ້ງເດີມ ເຊັ່ນຢູ່ Time Square ໃນນະຄອນນິວຢອກ, ກໍພາກັນໄປນັບເວລາຖອຍຫຼັງຢູ່ທີ່ນັ້ນ ເຊິ່ງມີມາຕັ້ງແຕ່ປີ 1907, ສ່ວນປະເພນີດັ້ງເດີມຂອງຊາວສະກັອດແລນ ພວກເຂົາເຈົ້າຈະພາກັນແລກປ່ຽນຂະໜົມປັງ, ບ່ວງສ້ອມ ແລະຖ່ານຫິນ, ໃນຂະນະທີ່ປະເພນີຂອງຊາວອີຈິບ ມອບຂອງຂັວນໃຫ້ກັນ ກ່ອນວັນປີໃໝ່ດ້ວຍເຢືອກນໍ້າທີ່ເປັນເຄື່ອງປັ້ນດິນເຜົາ.

ແນວໃດກໍຕາມ, ເຖິງແມ່ນຈະມີການສະເຫຼີມສະຫຼອງ ໃນວັນກ່ອນປີໃໝ່ ຫຼື New Year Eve ທີ່ແຕກຕ່າງກັນໃນແຕ່ລະຂົງເຂດ ໃນແຕ່ລະຄອບຄົວ, ແຕ່ເປົ້າໝາຍຂອງທຸກໆຄົນທີ່ຄືກັນແມ່ນການກະກຽມສົ່ງທ້າຍປີເກົ່າ ເພື່ອເຂົ້າສູ່ປີໃໝ່ທີ່ເຕັມໄປດ້ວຍຄວາມສຸກ ແລະຄວາມຫວັງຂອງອະນາຄົດຂ້າງໜ້າສໍາລັບທຸກຄົນ ແລະ ທຸກໆຄອບຄົວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG