ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນລາວ ແລະວັດທະນະທຳລາວ ມີສ່ວນຮ່ວມ ໃນຮູບເງົາກາຕູນ Raya and The Last Dragon


ທີມງານຂອງກາຕູນ ຣາຢາ ແລະ ມັງກອນໂຕສຸດທ້າຍ ຫຼື Raya the Last Dragon ເຂົ້າຮ່ວມງານແຫ່ຂອງ ວອລທ໌ ດິສນີ.
ທີມງານຂອງກາຕູນ ຣາຢາ ແລະ ມັງກອນໂຕສຸດທ້າຍ ຫຼື Raya the Last Dragon ເຂົ້າຮ່ວມງານແຫ່ຂອງ ວອລທ໌ ດິສນີ.

ຮູບເງົາກາຕູນທີ່ກຳລັງເປັນກະແສນິຍົມໄປທົ່ວ ສະຫະລັດ ແລະ ໂລກໃນປັດຈຸບັນນີ້ຄົງຈະໜີບໍ່ພົ້ນຮູບເງົາກາຕູນ ຣາຢາ ແລະ ມັງກອນໂຕສຸດທ້າຍ ຫຼື Raya the Last Dragon ເຊິ່ງຖືກຜະລິດຂຶ້ນ ໂດຍບໍລິສັດ ວອລທ໌ ດິສນີ ຂອງ ສະຫະລັດ. ກາຕູນດັ່ງກ່າວເປັນຮູບເງົາປະເພດ ແອັກຊັ້ນພະຈົນ ໄພ.

ເລື່ອງຂອງກາຕູນດັ່ງກ່າວເກີດຂຶ້ນໃນອານາຈັກໃນຈິນຕະນາການຊື່ວ່າ ຄູມານດຣາ, ບ່ອນທີ່ມະ ນຸດ ແລະ ມັງກອນ ເຄີຍອາໄສຢູ່ນຳກັນດ້ວຍຄວາມສາມັກຄີ. ໂຕລະຄອນເອກຂອງກາຕູນເລື່ອງນີ້ຊື່ວ່າ ຣາຢາ, ເຊິ່ງລາວ ແລະ ມັງກອນຊື່ວ່າ ຊີຊູ ໄດ້ຕໍ່ສູ້ກັບຜີສາດຮ້າຍ ແລະ ທ້ອນໂຮມເອົາຄວາມສາມັກຄີກັບຄືນສູ່ອານາຈັກ ຄູມາດຣາ.

ກາຕູນດັ່ງກ່າວມີແຮງບັນດາໃຈມາຈາກວັດທະນາທຳເອເຊຍຕາເວັນອອກສຽງໃຕ້. ກາຕູນນີ້ຖືກກຳກັບໂດຍຜູ້ກຳກັບທີ່ມີປະສົບການສູງ ທ່ານ ດອນ ຮອລ ແລະ ທ່ານ ຄາລອສ ໂລເປສ ເອສຕຣາດາ.

ມີປະຊາຊົນຫຼາຍຄົນສົງໄສວ່າ ກາຕູນເລື່ອງນີ້ແມ່ນ ກ່ຽວກັບ ປະເທດໃດໃນເອເຊຍຕາເວັນອອກສຽງໃຕ້ກັນແທ້. ເຊິ່ງບາງຄົນເວົ້າວ່າແມ່ນ ໄທ, ບາງຄົນກໍວ່າ ລາວ ແລະ ບາງຄົນກໍວ່າ ກຳປູເຈຍ. ພວກເຮົາໄດ້ສຳພາດກັບທ່ານ ທະຣາທິບ ສຸລິສັກ ຄົນອາເມຣິກັນເຊື້ອສາຍ ລາວ ທີ່ລຶ້ງເຄີຍກັບການຜະລິດກາຕຸນເລື່ອງນີ້, ລາວ ເວົ້າວ່າ “ທີມຂອງ ດິສນີ ທີ່ໄດ້ໄປເອເຊຍຕາເວັນອອກສຽງໃຕ້, ເຂົາ ເຈົ້າ ໄດ້ດຶງຫຼາຍແນວຈາກ ລາວ ຫຼາຍກວ່າປະເທດອື່ນ. ຈະມີວັດທະນະທຳ ທັງປະ ເພນີ ຫຼືວ່າອາ ຫານ ຈະຄ້າຍໆຄືວ່າເຂົາເຈົ້າໄດ້ສຶກສາທາງ ລາວ ຫຼາຍກວ່າ. ຕາມ ທິບ ຮູ້ນີ້ເຂົາເຈົ້າຈະໄດ້ຢູ່ໃນ ລາວ ຫຼາຍກວ່າປະເທດອື່ນ. ແຕ່ວ່າ ດິສນີ ນີ້ເຂົາເຈົ້າມີປະຫວັດຢູ່ແລ້ວວ່າຖ້າເຂົາຈະເຮັດຮູບເງົາທີ່ຈະມີປະເພນີຈາກຕ່າງຊາດເຂົາເຈົ້າຈະບໍ່ເນັ້ນວ່າຊາດໃດ, ປະເທດໃດ. ເຂົາເຈົ້າຈະລວມຄ້າຍໆໄປ ໝົດ.”

ທ່ານ ທິບ ເວົ້າວ່າຜູ້ມີສ່ວນຮ່ວມຫຼັກໃນການໃຫ້ຄຳປຶກສາດ້ານວັດທະນະທຳສຳລັບຮູບເງົາກາຕູນ ຣາຢາ ນີ້ແມ່ນ ດຣ. ສຕີຟ ອາຣຸນສັກ, ເຊິ່ງທ່ານເປັນຜູ້ ຊ່ຽວຊານດ້ານມະນຸດວິທະຍາ ຄົນອາເມຣິກັນ ເຊື້ອສາຍ ລາວ ຢູ່ມະຫາວິທະຍາໄລ ລັດຄາລິຟໍເນຍ ເມືອງ ສແຕນນິສລອສ. ນອກຈາກນັ້ນ, ຜູ້ພາກຕົວລະຄອນຊື່ວ່າ ບຸນ, ກໍແມ່ນທ່ານ ໄອແຊັກ ຫວັງ, ເຊິ່ງທ່ານເປັນລູກຊອດ ແມ່ເປັນຄົນ ລາວ ແລະ ພໍ່ເປັນຄົນຈີນ.

ກ່ອນປິດໂຄງການກາຕູນ ຣາຢາ ນີ້, ດິສນີ ໄດ້ຂໍໃຫ້ທ່ານ ທິບ ທີ່ຢູ່ໃນສະມາຄົມ ລາວ ໃນ ລອສແອນເຈີລິສ, ຈັດພິທີບາສີສູ່ຂວັນໃຫ້. ລາວເວົ້າວ່າເວລາທີ່ທີມງານຜະລິດກາຕູນໄດ້ໄປຢູ່ ລາວ ນັ້ນ, ທາງຜູ້ໃຫຍ່ຢູ່ລາວໄດ້ຈັດພິທີສູ່ຂວັນໃຫ້ເຂົາເຈົ້າ, ແຕ່ວ່າທຸກຄົນໃນທີມງານແມ່ນບໍ່ໄດ້ໄປລາວໃນເວລານັ້ນ, ສະນັ້ນເຂົາເຈົ້າຈຶ່ງໄດ້ຂໍໃຫ້ທ່ານ ທະຣາທິບ ຈັດພິທີສູ່ຂັວນໃຫ້ໝົດທຸກຄົນອີກຄັ້ງນຶ່ງ ແລະ ພິທີດັ່ງກ່າວກໍດຳເນີນໄປດ້ວຍຄວາມອົບອຸ່ນຕາມປະເພນີຂອງຄົນລາວ.

XS
SM
MD
LG