ອີກບໍ່ພໍເທົ່າໃດອາທິດ ກໍຈະຮອດວັນຊາດລາວ, ວັນທີ 2 ທັນວາ ຊຶ່ງຈະມີການເປີດໃຊ້ທາງລົດໄຟລາວ-ຈີນທີ່ສ້າງມາໄດ້ເກືອບ 5 ປີນັ້ນແລ້ວ. ເນື່ອງຈາກທາງລົດໄຟຄວາມໄວສູງ ທີ່ຍາວ 414 ກິໂລແມັດນີ້ ເປັນພາກສ່ວນນຶ່ງຂອງທາງລົດ ໄຟຄຸນໝິງ-ສິງກະໂປ, ຊຶ່ງແມ່ນພາກສ່ວນພື້ນຖານ ຂອງວິໄສທັດຂອງຈີນ ສຳ ລັບເຄືອຂ່າຍທາງລົດໄຟຜ່ານຂົງເຂດເອເຊຍຫລື Pan-Asia ຊຶ່ງເປັນໂຄງການ ລິເລີ່ມນຶ່ງແລວທາງນຶ່ງເສັ້ນທາງ ຫລື BRI ໃນເອເຊຍຕາເວັນອອກສຽງໃຕ້ ບັນດາການນຳຂອງລາວກໍຄາດຫວັງວ່າ ມັນຈະເຮັດໃຫ້ລາວປ່ຽນສະຖານະພາບໄປເປັນຈຸດສູນກາງເຊື່ອມຕໍ່ການຂົນສົ່ງທາງລົດໄຟຂອງຂົງເຂດໄດ້. ສິ່ງນັ້ນກໍໄດ້ນຳເອົາຄວາມດີໃຈ ແລະກະຕືລືລົ້ນມາໃຫ້ຄົນລາວຫລາຍຄົນ ທີ່ຈະໄດ້ເຫັນລົດໄຟແລ່ນໃນປະເທດ ເປັນຄັ້ງທຳອິດໃນປະຫວັດສາດ. ແຕ່ຢ່າງໃດກໍຕາມການທີ່ວ່າລາວຈະໄດ້ຮັບຜົນປະໂຫຍດຫຼາຍປານໃດຈາກການມີລົດໄຟຄວາມໄວສູງນີ້ ຍັງເປັນບັນຫາຖົກຖຽງກັນຢູ່ແລະມີການວິພາກວິຈານຢ່າງກວ້າຂວາງກ່ຽວກັບ ຜົນກະທົບທາງລົບມີມັນມີຕໍ່ຊຸມຊົນທ້ອງຖິ່ນ. ທ່ານສົມຊາຍ (ນາມແຝງ) ຢູ່ເຂດເມືອງນາຊາຍທອງກໍເປັນຜູ້ນຶ່ງທີ່ລໍຖ້າການຊົດເຊີຍທີ່ດິນທີ່ຖືກເວນຄືນໄປສ້າງທາງລົດໄຟນີ້ມາໄດ້ 3 ປີກວ່າແລ້ວນັ້ນໄດ້ຂໍໃຫ້ວີໂອເອຊ່ວຍກະຈາຍຂ່າວນີ້ອອກໄປເວົ້າວ່າ:
ທ່ານເອງກັບປະຊາຊົນຫລາຍຄົນທີ່ມີດິນຢູ່ໃນເຂດໃກ້ຄຽງກັນນັ້ນບໍ່ຮູ້ວ່າຈະໄປຮ້ອງຮຽນຕໍ່ໃຜເພາະທ່ານບອກວ່າ:
ເຊີນຊົມແຜນທີ່ທາງລົດໄຟລາວ-ຈີນແຕ່ເຂດບໍ່ເຕັນຫານະຄອນຫລວງວຽງຈັນ
ທາງລົດໄຟດັ່ງກ່າວໄດ້ຮັບການພັດທະນາໂດຍການຮ່ວມທຶນ 30 ເປີເຊັນ ກັບ 70 ເປີເຊັນລະຫວ່າງບັນດາບໍລິສັດກັບລັດຖະບານລາວແລະຈີນ. ຍ້ອນວ່າມີພູດອຍຫລາຍໃນພາກເໜືອຂອງລາວມີການໃຊ້ຈ່າຍດ້ານວິສະວະກຳອັນໃຫຍ່ຫຼວງກໍຄື 5 ຕື້ 9 ແສນໂດລາເພື່ອສ້າງທາງລົດໄຟນີ້. ໃນຖານະເປັນຜູ້ຖືຮຸ້ນ, ລັດ ຖະບານລາວແມ່ນຮັບເອົາສ່ວນນຶ່ງຂອງການສະຫນອງທຶນທີ່ຕົນໃຫ້ຄຳຫມັ້ນສັນຍາວ່າ ຈະຈ່າຍນັ້ນ ໂດຍໄດ້ຮັບເງິນກູ້ຈາກທະນາຄານສົ່ງອອກ-ນໍາເຂົ້າຂອງຈີນ ຫລື Eximbank, ຊຶ່ງຄວາມສາມາດໃນການຈ່າຍເງິນກູ້ນີ້ຄືນ ກໍຍັງເປັນເລື້ອງທີ່ນັກຊ່ຽວຊານ ຫລືເສດຖະສາດ ຍັງຕັ້ງຂໍ້ສົງໄສຢູ່.
ເບິ່ງແຜນທີ່ຂອງເສັ້ນທາງລົດໄຟຄວາມໄວສູງທີ່ໃນອະນາຄົນຈະເຊື່ອມຕໍ່ຄຸນໝິງຜ່ານລາວໄປຫາສິງກະໂປ