ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ສະຫຼອງ ການຈົບຫຼັກສູດອົບຮົມ ລະບາດວິທະຍາພາກສະໜາມລຸ້ນທີ 13 ຂອງ ທ່ານໝໍ ແພດ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະນັກວິທະຍາດ


ລັດຖະບານ ສຫລ ໄດ້ເຮັດວຽກຮ່ວມກັບອົງການ UNICEF ແລະ WHO ເພື່ອຝຶກອົບຮົມແກ່ທ່ານໝໍ ແພດ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະນັກວິທະຍາສາດຮັບມືກັບໂຄວິດ-19.
ລັດຖະບານ ສຫລ ໄດ້ເຮັດວຽກຮ່ວມກັບອົງການ UNICEF ແລະ WHO ເພື່ອຝຶກອົບຮົມແກ່ທ່ານໝໍ ແພດ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະນັກວິທະຍາສາດຮັບມືກັບໂຄວິດ-19.

ທ່ານອຸປະທູດ ສະຖານທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ຈອຍ ຊາກຸໄລ ໄດ້ເຂົ້າຮ່ວມເປັນປະທານຮ່ວມ ກັບ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບໃບຢັ້ງຢືນ ຈົບຫຼັກ ສູດອົບຮົມລະບາດວິທະຍາພາກສະໜາມ ລຸ້ນທີ 13. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ. ຢິງ ລູ ໂຣ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າຫຼັກສູດລະບາດວິທະຍາພາກສະໜາມ ລາວ/ຫົວໜ້າກົມຄວບຄຸມພະຍາດຕິດຕໍ່.

ແຜນງານຫຼັກສູດຝຶກອົບຮົມ ນັກລະບາດວິທະຍາພາກສະໜາມ ສະໜັບສະໜຸນໂດຍອົງການປ້ອງກັນ ຫຼຸດຜ່ອນໄພຂົ່ມຂູ່ ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມຣິກາ ແລະອົງການອະນາໄມໂລກ ເລີ່ມແຕ່ປີ 2009 ພາຍໃຕ້ການບໍລິຫານຂອງ ກະຊວງສາທາລະນະສຸກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ສູນວິເຄາະ ແລະ ລະບາດວິທະຍາ.

“ພວກເຮົາຮູ້ສຶກພູມໃຈທີ່ເຫັນນັກສຶກສາສໍາເລັດການຝຶກອົບຮົມໃນຄັ້ງນີ້ ແລະ ພວກເຂົາກຽມພ້ອມທີ່ຈະຊ່ວຍ ສປປ ລາວ ໃນການລະບຸພະຍາດຕິດຕໍ່ ແລະ ປ້ອງກັນການລະບາດຂອງພະຍາດໃນອະນາຄົດ” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານອຸປະທູດສະຫະລັດອາເມ​ຣິກາ ຊາກຸໄລ.

ແຜນງານຫຼັກສູດ ຝຶກອົບຮົມນັກລະບາດວິທະຍາພາກສະໜາມ ມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງຄວາມອາດສາມາດໃນການເຝົ້້າລະວັງ ແລະຮັບ​ມືກັບພະຍາດຊຶມເຊື້ອຕ່າງໆຢູ່ໃນ ສປປ ລາວ. ມາຮອດປັດຈຸບັນ ໄດ້ສຳເລັດການຝຶກອົບຮົມຫຼັກສູດ 1ປີ ໃຫ້ແກ່ ນັກລະບາດວິທະຍາຈຳນວນ 102 ທ່ານ ເຊິ່ງໃນນັ້ນຈາກຂັ້ນສູນກາງ 34 ທ່ານ ຂັ້ນແຂວງ 51 ທ່ານ ແລະ ຂັ້ນເມືອງ 17 ທ່ານ. ແຜນງານດັ່ງກ່າວໄດ້ເຮັດໃຫ້ເຈົ້າໜ້າທີ່ສາທາລະນະສຸກລາວ ສາມາດຄົ້ນຫາ ແລະ ຮັບ​ມືກັບພະຍາດລະບາດ ໂດຍສະເພາະແມ່ນ ພະຍາດໂຄວິດ-19 ແລະ ພະຍາດຊຶມເຊື້ອຕ່າງໆ. ນັກສຶກສາລະບາດວິທະຍາພາກສະໜາມ ມີບົດ ບາດສຳຄັນຫຼາຍໃນການປະກອບສ່ວນຕໍ່ວຽກງານສາທາລະນະສຸກ ໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່. ພວກເຂົາໄດ້ສຶກສາຄົ້ນຄວ້າບັນຫາດ້ານສາ ທາລະນະສຸກໃນປັດຈຸບັນ ແລະ ສະເໜີຂັ້ນນຳໃນການແກ້ໄຂ ແລະປັບປຸງມາດຕະການກັນ ແລະ ຄວບຄຸມພະຍາດ. ນັກສຶກສາລະບາດວິທະຍາພາກສະໜາມ ແມ່ນພະນັກງານດ່ານໜ້າ ຫຼື ສະມາຊິກຂອງທີມງານຕອບໂຕ້ໄວ ທີ່ໄດ້ເຮັດວຽກການເຝົ້າລະວັງ ການສອບສວນກໍລະນີ ການຄົ້ນຫາກໍລະນີສຳຜັດໃກ້ຊິດ ແລະ ເກັບຕົວຢ່າງຂອງພະຍາດ.

“ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມມີບົດບາດສຳຄັນໃນການພັດທະນາຄວາມອາດສາມາດໃນການເຝົ້້າລະວັງ ແລະ ໂຕ້ຕອບກັບພະຍາດຊຶມເຊື້ອຢູ່ໃນ ສປປ ລາວ. ການຝຶກອົບຮົມນີ້ໄດ້ເຮັດໃຫ້ຜູ້ທີ່ສຳເລັດການສຶກສາໄດ້ຮັບຄວາມຮູ້ ທີ່ເຕັມໄປດ້ວຍທັກສະການປະຕິບັດຕົວຈິງ ໃນການຮັບ​ມື ເຝົ້າລະວັງ ແລະ ສອບສວນການລະ ບາດຂອງພະຍາດ” ກ່າວໂດຍທ່ານ ດຣ. ສະໜອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

“ພິທີສຳເລັດການຝຶກອົບຮົມທີ່ໜ້າຈົດຈຳໃນມື້ນີ້ເປັນປີແຫ່ງການລົງທຶນໂດຍກະຊວງສາທາລະນະສຸກ ແລະ ຄູ່ຮ່ວມງານອື່ນໆ ໃນການປັບປຸງຄວາມປອດໄພດ້ານສາທາລະນະສຸກ ແລະ ພັດທະນາຄວາມອາດສາມາດທີ່ສຳຄັນຂອງລະບຽບການດ້ານສາທາລະນະສຸກພາຍໃນ. ຄວາມພະຍາມດັ່ງກ່າວເປັນຫຼັກຖານທີ່ດີ ຈາກຜົນສຳເລັດທີ່ປະເທດລາວໄດ້ຮັບມືກັບພະຍາດໂຄວິດ-19 ແລະ ເຫດການສຸກເສີນດ້ານສາທາລະນະສຸກຕ່າງໆ” ກ່າວໂດຍທ່ານ ດຣ. ຢິງ ລູ ໂຣ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ.

ໃນປີ 2019 ເຊິ່ງເປັນສ່ວນໜຶ່ງໃນການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສ.ອາເມລິກາ ແລະ ສປປ ລາວ, ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສ້າງເປົ້າໝາຍຮ່ວມກັນໃນການປ້ອງກັນດ້ານສາທາລະນະສຸກ ແລະເພີ່ມທະວີການຮ່ວມມືທາງການ ແພດທະຫານ. ລັດຖະບານສະ​ຫະ​ລັດ​ອ​າ​ເມ​ຣິ​ກາ ໄດ້ເຮັດວຽກຮ່ວມກັບອົງການ ຢູນີເຊັບ (UNICEF) ແລະ ອົງການອະນາໄມໂລກ

(WHO) ໃນການຝຶກອົບຮົມແພດໝໍ ພະຍາບານ ພະນັກງານດ່ານ ແລະ ນັກວິ ທະຍາສາດຂອງ ລາວ ເພື່ອຮັບມືກັບຄວາມທ້າທາຍຂອງພະຍາດໂຄວິດ-19.

ນັກສຶກສາທີ່ສຳເລັດການຝຶກອົບຮົມຄັ້ງນີ້ແມ່ນຕົວຢ່າງລ່າສຸດຂອງຜົນໄດ້ຮັບທີ່ຊັດເຈນຂອງການຮ່ວມມື ເພື່ອສ້າງຄວາມອາດສາມາດດ້ານສາທາລະນະສຸກ ແລະ ສ້າງຄວາມເຂັ້ມແຂງໃນການໂຕ້ຕອບກັບເຫດການສຸກເສີນດ້ານສາທາ ລະນະສຸກໃນ ສປປ ລາວ.

XS
SM
MD
LG