ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ ລາວ ເປັນ​ໜີ້​ ຈີນ ຫຼາ​ຍ​ກວ່າ 12 ຕື້ຢວນ ແລະ ຄາດ​ວ່າ ​ຈະ​ເພີ່ມ​ຂຶ້ນ​ອີກ


ປະທານປະເທດ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ພົບປະກັບນາຍົກ ຈີນ ທ່ານ ສີ ຈິ່ນຜິງ
ປະທານປະເທດ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ພົບປະກັບນາຍົກ ຈີນ ທ່ານ ສີ ຈິ່ນຜິງ

ລັດ​ຖະ​ບານ ລາວ ເປັນ​ໜີ້​ລັດ​ຖະ​ບານ ຈີນ ຫຼາ​ຍ​ກວ່າ 12 ຕື້ຢວນໃນ​ປັດ​ຈຸ​ບັນ ແລະ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນຫຼາຍກວ່າ 20 ຕື້ຢວນ​ໃນ​ປີ 2021 ເພາະ​ວ່າ ລາວ ຍັງ​ຕ້ອງການ​ກູ້ຢ​ືມ​ຈາກ ຈ​ີນ ເພີ່ມ​ຂຶ້ນ​ນັບ​ມື້.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ການ​ເງິນ ເປີດ​ເຜີຍ​ວ່າ ນັບ​ແຕ່​ປີ 1990 ເຖິງ​ປັດ​ຈຸ​ບັນ​ນີ້ ລັດ​ຖະ​ບານ ຈີນ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລັດ​ຖະ​ບານ ລາວ ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນກວ່າ 18,540 ລ້ານຢວນ ຊຶ່ງ​ໃນ​ນີ້​ແບ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ລ້າ 5,900​ ລ້ານຢວນ​ ກັບ​ເງິນ​ກູ້​ປອດ​ດອກ​ເບ້ຍ 1,300 ລ້ານຢວນ ແລະ ເງິນ​ກູ້​ພິ​ເສດດອກ​ເບ້ຍ​ຕ່ຳ 11,000 ພັນ​ກວ່າລ້ານ​ຢວນ ຫຼື​ເກືອບ 1,630 ລ້ານ​ໂດ​ລາ ໂດຍ​ຍັງ​ບໍ່​ລວມ​ເງິນ 4,000 ລ້ານຢວນ​ທີ່​ທ່ານ ສີ ຈິ່ນ​ຜິງ ປະ​ທານ​ປະ​ເທດ ຈີນ ໄດ້​ຕົກ​ລົງ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ ລາວ ໃນ​ໂອ​ກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມ ສປ​ປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ປີ 2018 ແຕ່​ຢ່າງ​ໃດ.

ນອກ​ຈາກນີ້ ການ​ທີ່​ ຈີນ ເປັນ​ຜູ້​ລົງ​ທຶນ​ອັນ​ດັບ​ທີ 1 ໃນ ລາວ ທີ່​ມີ​ມູນ​ຄ່າ​ລົງ​ທຶນ​ລວມກວ່າ 11,500 ລ້ານ​ໂດ​ລາ​ໃນ 779 ໂຄງ​ການ ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໃນ ລາວ ເຊັ່ນ​ທາງ​ລົດ​ໄຟ, ທາງ​ດ່ວນ ແລະ ໂຄງ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ທີ່​ເປັນ​ການ​ຮ່ວ​ມ​ທຶນ​ກັບ​ລັດ​ວິ​ສາ​ຫາ​ກິດ​ຂອງ ລາວ ໂດຍ​ລັດ​ຖະ​ບານ ລາວ ຈະ​ຕ້ອງ​ກູ້​ຢືມ​ທຶນ​ຈາກ ຈີນ​ ເປັນ​ດ້ານຫຼັກ​ນັ້ນ ເຮັດ​ໃຫ້​ສາ​ມາດ​ຄາດ​ໝາຍ​ໄດ້​ວ່າ​ລັດ​ຖະ​ບານ ລາວ ຈະ​ເປັນ​ໜີ​້​ເງິນ​ກູ້​ຈາກ​ລັດ​ຖະ​ບານ ຈີນ ເພີ່ມ​ຂຶ້ນ​ເປັນ​ເກີນກວ່າ 20,000 ລ້ານຢວນ​ໃນ​ປີ 2021 ທັງ​ຈະ​ຕ້ອງ​ເພິ່ງ​ພາ ຈີນ ດ້ານ​ວິ​ທະ​ຍາ​ສາດ ແລະ ເທັກ​ໂນ​ໂລ​ຈີຫຼາຍ​ຂຶ້ນ​ດ້ວຍ ດັ່ງ​ທີ່​ທ່ານ ບໍ່​ວຽງ​ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເທັກ​ໂນ​ໂລ​ຈີ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

"ລາວ ແລະ ຈີນ ໄດ້​ມີ​ການ​ຮ່ວມ​ມື​ທາງ​ດ້ານ​ວຽກ​ງານ​ວິ​ທະ​ຍາ​ສາດ ແລະ ເທັກ​ໂນ​ໂລ​ຈີພົ້ນ​ເດັ່ນ​ຂຶ້ນຫຼາຍ​ດ້ານ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ທົດ​ແທນ, ເທັກ​ໂນ​ໂລ​ຈີ​ຊີ​ວະ​ພາບ, ຂໍ້​ມູນ​ຂ່າວ​ສານ​ເທັກ​ໂນ​ໂລ​ຈີ ແລະ ການ​ກໍ່​ສ້າງ, ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ໃນ​ນັ້ນ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ລະ​ດັບ​ສູງ ລາວ-ຈີນ ເປັນ​ໂຄງ​ການ​ລະ​ດັບ​ໃຫຍ່ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງຕໍ່​ການ​ຮ່ວມ​ມື​ແລກ​ປ່ຽນ ແລະ ເລືອກ​ເຟັ້ນ​ເອົາ​ເທັກ​ໂນ​ໂລ​ຈີ​ທີ່​ທັນ​ສະ​ໄໝ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ."

ສ່ວນ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຖະ​ແຫຼງ​ຢືນ​ຢັນ​ວ່າ​ລັດ​ຖະ​ບານ ລາວ ຈະ​ທຸ້ມ​ເທ​ຢ່າງ​ສຸດ​ຂີດ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ແຜນ​ຍຸດ​ທະ​ສາດ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ທີ່​ລິ​ເລີ່ມ​ໂດຍ​ທ່ານ ສີ ຈິ່ນ​ຜິງ ປະ​ທານ​ປະ​ເທດ ຈີນ. ທັງ​ນີ້​ດ້ວຍ​ການ​ພັດ​ທະ​ນາ ລາວ ໃຫ້​ເປັນ​ເຂດ​ເຊື່ອມ​ຕໍ່​ຂອງ​ແຜນ​ຍຸດ​ທະ​ສາດ​ດັ່ງ​ກ່າວ​ຢູ່​ໃນເຂດລຸ່ມ​ແມ່​ນ້ຳ​ຂອງ ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ຕິ​ທຳ ​ໂດຍ​ສິ່ງ​ທີ່​ກຳ​ລັງ​ຈະ​ປາ​ກົດ​ເປັນ​ຈິງ​ໃນ​ທ້າຍ​ປີ 2021 ກໍ​ຄື​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ ລາວ ກັບ ຈີນ ທີ່​ເປັນ​ການ​ຮ່ວມ​ທຶນ​ລະ​ຫວ່າງ ລັດ​ຖະ​ບານ ລາວ-ຈີນ ນັ້ນ.

ກ່ອນ​ໜ້ານີ້ ທ່ານ ທອງ​ລຸ​ນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສັ່ງ​ການ​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ໃນ​ແຜນ​ການ​ນຶ່ງ​ແລວ ​ທາງ​ນຶ່ງ​ເສັ້ນ​ທາງ​ໃນ ລາວ ຈະ​ຕ້ອງ​ຮ່ວມ​ມື​ກັນ​ຢ່າງ​ແຂງ​ແຮງ​ໃນ​ຕະຫຼອດ​ປີ 2019 ພາຍ​ໃຕ້​ເປົ້າ​ໝາຍ​ເພື່ອ​ການ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫຼືອ​ຈາ​ກກອງ​ທຶນ​ນຶ່ງ​ແລວ ​ນຶ່ງ​ເສັ້ນ​ທາງ​ໃຫ້​ໄດ້ຫຼາຍ​ຂຶ້ນ ທີ່​ແນ​ໃສ່​ການ​ພັດ​ທະ​ນາ​ເພື່ອ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ຊີ​ວິດ ແລະ ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ລາວ ໃຫ້​ດີ​ຂຶ້ນ​ດ້ວຍ​ການ​ພັດ​ທະ​ນາ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ເທັກ​ໂນ​ໂລ​ຈີ​ທັນ​ສະ​ໄໝ ເພື່ອ​ນຳ​ໃຊ້​ໃນ​ພາກ​ກະ​ສິ​ກຳ ແລະ ການ​ສ້າງ​ໂຄງ​ຂ່າຍ ອິນ​ເຕີ​ແນັດ ເພື່ອ​ການ​ຜະ​ລິດ ແລະ ການ​ສົ່ງ​ສິນ​ຄ້າອອກ​ໄປ​ຕະຫຼາດ​ຕ່າງ​ປະ​ເທດ.

ທາງ​ດ້ານ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ລາວ ຢືນ​ຢັນ​ວ່າ ລັດ​ຖະ​ບານ ລາວ ຕ້ອງ​ປະ​ເຊີນ​ກັບ​ສະ​ພາ​ວະ​ການ​ເປັນ​ໜີ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ເຫັນ​ໄດ້​ໃນ​ປີ 2016 ທີ່​ຖື​ເປັນ​ປີ​ທຳ​ອິດ​ທີ່​ໜີ້​ສິນ​ຂອງ​ລັດ​ຖະ​ບານ ລາວ ມີ​ສັດ​ສ່ວນ​ເກີນກວ່າ 60 ເປີ​ເຊັນ​ຂອງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ (GDP) ແລະ​ເພີ່ມ​ຂຶ້ນ​ເປັນ 65.3 ເປີ​ເຊັນ​ໃນ​ປີ 2018 ທັງ​ຍັງ​ຈະ​ເພີ່ມ​ຂຶ້ນ​ເປັນ​ເກີນກວ່າ 68 ເປີ​ເຊັນ ແລະ ເກີນກວ່າ 70 ເປີ​ເຊັນ​ໃນ​ປີ 2019 ແລະ 2020 ຊຶ່ງ​ເປັນ​ປີ​ສິ້ນ​ສຸດ​ຂອງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໄລ​ຍະ 5 ປີ​ຄັ້ງ​ທີ 8 ຂອງ​ລັດ​ຖະ​ບານ ລາວ ໂດຍ​ເຈົ້າ​ໜີ້​ລາຍ​ໃຫຍ່​ຂອງ​ລັດ​ຖະ​ບານ ລາວ ຄື ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ, ທະ​ນາ​ຄານ​ໂລ ແລະ ລັດ​ຖະ​ບານ ຈີນ ຕາມ​ລຳ​ດັບ. ຫາກ​ແຕ່​ກໍ​ຄາດ​ວ່າ ຈີນ ຈະ​ກ້າວ​ຂຶ້ນ​ເປັນ​ເຈົ້າ​ໜີ້​ອັນ​ດັບ​ 1 ຂອງ​ລາວ ໃນ 3 ປີ​ຕໍ່​ໜ້າ.

XS
SM
MD
LG