ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວບໍ່ເຫັນພ້ອມດ້ວຍ ທີ່ຈະໃຫ້ມີການສຶກສາ ເພື່ອປ້ອງກັນຜົນກະທົບ ຂ້າມພົມແດນຈາກໂຄງການກໍ່ສ້າງເຂື່ອນ ໃນແມ່ນໍ້າຂອງ


​ພາບ​ເຂື່ອນ​ໄ​ຟ​ຟ້າ​ຊະ​ນະ​ຄາມ ທີ່​ຈະ​ສ້າງ​ຂ​ຶ້ນ​ໃນ​ແມ່​ນ້ຳ​ຂອງ
​ພາບ​ເຂື່ອນ​ໄ​ຟ​ຟ້າ​ຊະ​ນະ​ຄາມ ທີ່​ຈະ​ສ້າງ​ຂ​ຶ້ນ​ໃນ​ແມ່​ນ້ຳ​ຂອງ

ທາງການລາວບໍ່ເຫັນພ້ອມດ້ວຍ ທີ່ຈະໃຫ້ມີການສຶກສາ ເພື່ອປ້ອງກັນຜົນກະທົບຂ້າມພົມແດນ ຈາກໂຄງການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງ ໃນຂະນະທີ່ກຳປູເຈຍ ກັບຫວຽດນາມ ເຫັນດີກັບຂໍ້ສະເໜີນີ້ຂອງໄທ. ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ສຳນັກງານ ຊັບພະຍາກອນນໍ້າແຫ່ງຊາດໄທ ຊຶ່ງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 4 ຂອງຄະນະກຳມາທິການແມ່ນໍ້າຂອງ (MRC) ທີ່ນະຄອນຫລວງວຽງຈັນ ໃນວັນທີ 2-5 ເມສາ ປີ 2023 ທີ່ຜ່ານມາ ເປີດເຜີຍວ່າ ທາງການໄທ ໄດ້ສະເໜີໃຫ້ມີການສຶກສາສຳຫລວດເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະສັງຄົມແບບຂ້າມພົມແດນ ຈາກທຸກໂຄງການກໍ່ສ້າງເຂື່ອນເທິງແລວແມ່ນໍ້າຂອງ ທີ່ຈະນໍາສະເໜີເຂົ້າສູ່ຂະບວນ ການປຶກສາຫາລືຮ່ວມກັນ ລະຫວ່າງປະເທດສະມາຊິກ ກ່ອນທີ່ຈະເລີ້ມລົງມືກໍ່ສ້າງໂຕຈິງ ຊຶ່ງກໍປາກົດວ່າ ທາງການກຳປູເຈຍ ແລະຫວຽດນາມ ໄດ້ໃຫ້ການສະໜັບສະໜູນ ຕໍ່ການສະເໜີດັ່ງກ່າວ ຫາກແຕ່ວ່າກໍຍັງມີບາງປະເທດສະມາຊິກໃນ MRC ທີ່ສະແດງທ່າທີບໍ່ເຫັນດ້ວຍ ແລະຂໍໃຫ້ມີການເຈລະຈາໃນລາຍລະອຽດ ຢ່າງຮອບດ້ານເສຍກ່ອນ ດັ່ງທີ່ຜູ້ຕາງໜ້າຂອງໄທ ໃຫ້ການຢືນຢັນວ່າ:

“ປະເດັນສຳຄັນກໍຄືຂະບວນການ MRC ມັນມີຫລາຍຈຸດ ທີ່ເຫັນວ່າໜ້າຈະມີການສະເໜີພັກດັນ ເພື່ອປັບປຸງລະບຽບກົດເກນ ຫລືແນວປະຕິບັດໃຫ້ມັນຊັດເຈນຂຶ້ນ ເຊັ່ນການສຶກສາຜົນກະທົບ ໃນລະບົບນິເວດ ຫລື EIA ນີ້ ເຊັ່ນຖ້າຫາກວ່າ ປະເທດນຶ່ງຈະສ້າງເຂື່ອນນີ້ ເຂົາກໍຈະສຶກສາ EIA ສະເພາະໃນປະເທດຂອງເຂົາ ແຕ່ບໍ່ໄດ້ສຶກສາຜົນກະທົບຂ້າມພົມແດນ ໄປສູ່ປະເທດແມ່ນໍ້າຂອງອື່ນ ຊຶ່ງໜ່ວຍງານທີ່ກ່ຽວຂ້ອງຂອງໄທ ໄດ້ພັກດັນເລື້ອງນີ້ມາໄລຍະນຶ່ງແລ້ວ ກໍປະເທດກຳປູເຈຍ ຫວຽດນາມ ເຫັນດ້ວຍໃນຫລັກການ ແຕ່ກໍຍັງມີ ບາງປະເທດບໍ່ເຫັນດ້ວຍ ວ່າໃຫ້ມີການສຶກສາ EIA ຂ້າມພົນແດນ.”

ເຈົ້າໜ້າທີ່ໄທເປີດເຜີຍດ້ວຍວ່າ ຄະນະຜູ້ຕາງໜ້າຂອງລັດຖະບານຈີນ ທີ່ເຂົ້າຮ່ວມສັງເກດການໃນກອງປະຊຸມສຸດຍອດ MRC ຄັ້ງນີ້ດ້ວຍຍັງບໍ່ໄດ້ສະແດງທ່າທີ ທີ່ຈະເຂົ້າຮ່ວມເປັນສະມາຊິກໃນ MRC ແຕ່ຢ່າງໃດໂດຍມີພຽງແຕ່ການນຳສະເໜີຂໍ້ມູນທີ່ສະແດງເຖິງຄວາມສຳຄັນຂອງການຮວມມືລະຫວ່າງທາງການຈີນ ກັບ MRC ແລະການຮ່ວມມືລະຫວ່າງຈີນກັບປະເທດໃນເຂດລຸ່ມແມ່ນໍ້າຂອງ ຫລື (Lanexang-Mekong Cooperation) ທີ່ຈີນຕັ້ງຂຶ້ນ ເພື່ອຂະ ຫຍາຍການຮ່ວມມືກັບມຽນມາ ລາວ ໄທ ກຳປູເຈຍ ຫວຽດນາມ ແຕ່ປີ 2016 ເປັນຕົ້ນມາ.

ແຕ່ຢ່າງໃດກໍຕາມ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນຖານະປະ ທານກອງປະຊຸມສຸດຍອດຄັ້ງນີ້ ຖະແຫລງວ່າ ຖືເປັນບາດກ້າວສຳຄັນຂອງການພົວພັນ ແລະຮ່ວມມືລະຫວ່າງ MRC ກັບຈີນ ແລະມຽນມາ ເພາະວ່າຄະນະຜູ້ຕາງໜ້າຂອງຈີນ ແລະມຽນມາ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີີລົງນາມໃນຖະແຫລງການວຽງຈັນ ຊຶ່ງເປັນໝາກຜົນທີ່ເກີດຂຶ້ນໃນກອງປະຊຸມສຸດຍອດຄັ້ງນີ້ດ້ວຍ ດັ່ງທີ່ ທ່ານສອນໄຊ ຢືນຢັນວ່າ:

“ຖະແຫລງການວຽງຈັນ ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດ ແລະຄວາມຄືບ ໜ້າຂອງການດຳເນີນງານ ການຈັດຕັ້ງປະຕິບັດ ຖະແຫລງການ Siem Reap ກໍຄືນັບແຕ່ກອງປະຊຸມສຸດຍອດຄັ້ງທີ 3 ຈົນເຖິງບັດຈຸບັນ ຮວມທັງການຢືນຢັນເຖິງການສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດພັດທະນາ ຮ່າງທີ່ອີງໃສ່ລັກການຄຸ້ມຄອງຊັບພະຍາກອນນໍ້າ ການຮັບຮອງເອົາຖະແຫລງການວຽງຈັນຄັ້ງນີ້ ກໍໄດ້ມີການປະກອບສ່ວນ ແລະເປັນສັກຂີພິຍານ ຂອງຄະນະຜູ້ຕາງໜ້າລະດັບສູງຈາກ ສປ. ຈີນ ແລະມຽນມາ ຊຶ່ງເປັນຄູ່ຮວມເຈລະຈາຂອງຄະນະກຳມາທິການແມ່ນໍ້າຂອງສາກົນ.”

ທັງນີ້ໂດຍຂໍ້ຕົກລົງ MRC ປີ 1995 ວ່າດ້ວຍການໃຊ້ປະໂຫຍດຈາກນໍ້າຂອງ ໄດ້ກຳໜົດໄວ້ວ່າ ການພັດທະນາໂຄງການຕ່າງໆເທິງແລວແມ່ນໍ້າຂອງເຊັ່ນ ໂຄງການກໍ່ສ້າງເຂື່ອນນັ້ນ ປະເທດທີ່ເປັນເຈົ້າຂອງໂຄງການຈະຕ້ອງມີການສະ ເໜີຂໍ້ມູນໂຄງການເຂົ້າສູ່ຂະບວນການປຶກສາຫາລືຮ່ວມກັນລະຫວ່າງປະເທດສະມາຊິກ ກ່ອນທີ່ຈະລົງມືກໍ່ສ້າງໂຕຈິງ ໂດຍມີເປົ້າໝາຍເພື່ອສ້າງຄວາມໝັ້ນໃຈໃຫ້ກັບປະເທດສະມາຊິກ MRC ວ່າປະເທດເຈົ້າຂອງໂຄງການໄດ້ທຳການສຶກສາເພື່ອປ້ອງກັນຜົນກະທົບທີ່ຈະມີຕໍ່ສິ່ງແວດລ້ອມທຳມະຊາດ ແລະສັງຄົມທີ່ໄດ້ມາດຕະຖານສາກົນແລ້ວ ຫາກແຕ່ວ່າດ້ວຍການທີ່ຈີນບໍ່ໄດ້ເປັນສະມາຊິກຂອງ MRC ຈຶ່ງບໍ່ມີພັນທະທີ່ຈະຕ້ອງສະເໜີຂໍ້ມູນໂຄງການເຂົ້າສູ່ຂະບວນການປຶກສາຫາລືແຕ່ຢ່າງໃດ ໂດຍໃນປັດຈຸບັນຈີນໄດ້ກໍ່ສ້າງເຂື່ອນເທິງແມ່ນໍ້າຂອງເສັດແລ້ວ 11 ໂຄງການ ມີກຳລັງຕິດຕັ້ງຮວມກັນເກືອບເຖິງ 30,000 ເມກາວັດ.

XS
SM
MD
LG