ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຈະເລີ້ມເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງຊາດ ໃນວັນທີ 1 ມັງກອນ 2022


ພິທີຖະແຫຼງຂ່າວ ການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ປະຈໍາວັນທີ 21 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ.
ພິທີຖະແຫຼງຂ່າວ ການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ປະຈໍາວັນທີ 21 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ.

ທາງການລາວຈະເລີ້ມເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງຊາດໃນວັນທີ 1 ມັງກອນ 2022, ໂດຍຄາດວ່າ ຈະມີນັກທ່ອງທ່ຽວຈີນ ເກີນກວ່າ 1 ລ້ານຄົນເດີນທາງມາລາວ ດ້ວຍລົດໄຟທີ່ເຊື່ອມຕໍ່ ລາວ-ຈີນ ນັ້ນ, ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານລາວໄດ້ກໍານົດທີ່ຈະເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນວັນທີ 1 ມັງກອນ 2022, ພາຍໃຕ້ໂຄງການສົ່ງເສີມການທ່ອງທ່ຽວສີຂຽວທີ່ແບ່ງເປັນສອງປະເພດຄື ເຂດທ່ອງທ່ຽວສີຂຽວ ກັບເສັ້ນທາງການທ່ອງທ່ຽວສີຂຽວ ແລະແບ່ງການດໍາເນີນງານອອກເປັນສາມໄລຍະດ້ວຍກັນຄື ໄລຍະທີ 1 ໃນຊ່ວງວັນທີ 1 ມັງກອນ ຫາ 30 ມີນາ ຈະເປີດການທ່ອງທ່ຽວສີຂຽວຢູ່ເຂດນະຄອນຫຼວງວຽງຈັນ-ແຂວງຫຼວງພະບາງ-ເມືອງວັງວຽງ ແລະເສັ້ນທາງທ່ອງທ່ຽວສີຂຽວໃນແຂວງອຸດົມໄຊ-ໄຊຍະບູລີ-ຊຽງຂວາງ-ຄໍາມ່ວນ-ຈໍາປາສັກ, ສ່ວນໄລຍະທີ 2 ໃນຊ່ວງວັນທີ 1 ເມສາ ຫາ 30 ມິຖຸນາ ເຊິ່ງຈະເພີ້ມເຂດການທ່ອງທ່ຽວສີຂຽວອີກ 6 ແຂວງຄື ແຂວງອຸດົມໄຊ-ຄໍາມ່ວນ-ໄຊຍະບູລີ-ຊຽງຂວາງ-ສະຫວັນນະເຂດ-ຈໍາປາສັກ ແລະເພີ້ມອີກ 4 ເສັ້ນທາງກໍຄື ແຂວງບໍ່ແກ້ວ-ເຊກອງ-ຫຼວງນໍ້າທາ-ສາລະວັນ ແລະໄລຍະທີ 3 ນັບຈາກວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ ໂດຍທຸກພາກສ່ວນທີ່ກ່ຽວຂ້ອງ ກໍກໍາລັງຈັດຕັ້ງປະຕິບັດເພື່ອຕຽມພ້ອມໃນທຸກດ້ານໃນເວລານີ້ ດັ່ງທີ່ທ່ານ ກິແກ້ວ ຢືນຢັນວ່າ:

“ທຸກຂະແໜງການ ທັງພາກລັດ ແລະທຸລະກິດ ຕ້ອງມີຄວາມເປັນເອກະພາບກັນ ມີຄວາມຮັບຜິດຊອບສູງຮ່ວມກັນຈຶ່ງສາມາດບັນລຸວຽກງານສໍາຄັນນີ້, ພາກລັດເປັນຜູ້ອໍານວຍຄວາມສະດວກ ພາກທຸລະກິດເປັນຜູ້ເຮັດໂຕຈິງ ມັນຕ້ອງມີແຜນເຄື່ອນໄຫວ ອັນທີ່ລະອຽດແມ່ນກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວ ສືບຕໍ່ປະສານສົມທົບກັບບັນດາແຂວງ ເພື່ອກໍານົດຈຸດບໍລິການໃນເຂດທ່ອງທ່ຽວສີຂຽວ ໂດຍຄໍານຶງເຖິງຄວາມສາມາດໃນການຄຸ້ມຄອງ ແລະຄວາມພ້ອມຂອງພາກສ່ວນຕ່າງໆ, ກະຊວງສາທາລະນະສຸກ ກໍແມ່ນສືບຕໍ່ເລັ່ງສັກວັກຊີນກັນພະຍາດໂຄວິດ-19 ໃຫ້ປະຊາຊົນ, ໃຫ້ຜູ້ປະກອບການ-ຜູ້ບໍລິການທ່ອງທ່ຽວນີ້ ໃຫ້ຄົບຕາມກໍານົດ.”


ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວຢືນຢັນວ່າ ລັດຖະບານລາວ ຈະເລັ່ງດໍາເນີນການພັດທະນາທຸລະກິດພາກບໍລິການ ແລະທ່ອງທ່ຽວ ໃຫ້ໄດ້ລະດັບມາດຕະຖານສາກົນໃຫ້ໄວທີ່ສຸດ ເພາະຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດຈະເດີນທາງມາລາວຫຼາຍຂຶ້ນ ໂດຍສະເພາະພາຍຫຼັງທີ່ສາມາດຄວບຄຸມການລະບາດຂອງໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ເມື່ອສົມທົບກັບການເດີນລົດໄຟ ລາວ-ຈີນ ຈາກເມືອງຄຸນໝິງແຂວງຢຸນນານ ມານະຄອນຫຼວງວຽງຈັນຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ຈຶ່ງຄາດໝາຍວ່າ ຈະມີນັກທ່ອງທ່ຽວຈີນ ເດີນທາງມາລາວເກີນກວ່າ 1 ລ້ານຄົນ ໃນປີທໍາອິດຂອງການເດີນລົດໄຟ ລາວ-ຈີນ ທັງຍັງຄາດໝາຍດ້ວຍວ່າ ນັກທ່ອງທ່ຽວຈີນຈະເດີນທາງມາລາວໂດຍລົດໄຟລາວ-ຈີນເພີ້ມຂຶ້ນ ໃນອັດຕາສະເລ່ຍທີ່ເກີນກວ່າ 25 ເປີເຊັນຕໍ່ປີ ອີກດ້ວຍ.

ທັງນີ້ ທາງການລາວ ຍັງໄດ້ວາງແຜນການພັດທະນາພາກທຸລະກິດການທ່ອງທ່ຽວ ແລະບໍລິການ ໃນຕະຫຼອດເສັ້ນທາງລົດໄຟ ລາວ-ຈີນ ໃນລາວທີ່ມີໄລຍະທາງຍາວ 422 ກິໂລແມັດ ຈາກດ່ານບໍ່ເຕັນ ໃນແຂວງຫຼວງນໍ້າທາ ຜ່ານແຂວງອຸດົມໄຊ-ຫຼວງພະບາງ-ແຂວງວຽງຈັນ ມານະຄອນວຽງຈັນນັ້ນ ກໍ່ຄືພື້ນທີ່ເປົ້າໝາຍທີ່ທາງການລາວຈະສົ່ງເສີມການລົງທຶນໃຫ້ຫຼາຍຂຶ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ຢືນຢັນວ່າ:

“ພາຍຫຼັງທີ່ສໍາເລັດເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້ ແນ່ນອນແຫລະ ຂະແໜງການທ່ອງທ່ຽວຂອງພວກເຮົາຈະໄດ້ຮັບການພັດທະນາຂຶ້ນອີກກ້າວນຶ່ງ ອັນນີ້ມັນເປັນພຽງທາງເລືອກນຶ່ງ ແລະຮູບແບບນຶ່ງໃນການເດີນທາງ ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວໄດ້ໃຊ້ເວລາທີ່ສັ້ນລົງ ແລະໃຊ້ເວລາທີ່ມັນຖືກເວລາຂອງນັກທ່ອງທ່ຽວ ແລະຈະບໍ່ໄດ້ເສຍເວລາໃນການເດີນທາງ ນັກທ່ອງທ່ຽວຈະຜ່ານຕາມບັນດາເສັ້ນທາງທີ່ທາງລົດໄຟຜ່ານຫັ້ນ ກໍຈະໄດ້ສໍາພັດ ແລ້ວກໍໄດ້ທ່ຽວຊົມຕາມສະຖານທີ່ທ່ອງທ່ຽວຕ່າງໆໃນຂອບເຂດ ຫຼືວ່າຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້, ສະນັ້ນ ພວກເຮົາກໍກໍາລັງສ້າງແຜນຍຸດທະສາດພັດທະນາການທ່ອງທ່ຽວຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້.”


ທັງນີ້ ໂດຍອົງການທ່ອງທ່ຽວໂລກປະເມີນວ່າ ນັກທ່ອງທ່ຽວສາກົນເດີນທາງໃນຊ່ວງປີ 2020-2021 ຫຼຸດລົງເກີນກວ່າ 80 ເປີເຊັນ ອັນກະທົບຕໍ່ການຈ້າງງານໃນຂະແໜງການທ່ອງທ່ຽວຫຼາຍກວ່າ 1,200 ຕື້ໂດລາ, ໃນນີ້ ລວມເຖິງການສູນເສຍລາຍຮັບຂອງພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວ ຄິດເປັນມູນຄ່າເກີນກວ່າ 700 ລ້ານໂດລາຕໍ່ປີ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິດພາກບໍລິການ ແລະທ່ອງທ່ຽວຈໍານວນຫຼາຍໄດ້ພາກັນຂໍເລື່ອນການຊໍາລະໜີ້ໃຫ້ທະນາຄານ ໃນນີ້ລວມເຖິງ ໂຮງແຮມ-ບ້ານພັກ 2,920 ແຫ່ງ, ບໍລິສັດທ່ອງທ່ຽວ 575 ແຫ່ງ ແລະສະຖານທີ່ທ່ອງທ່ຽວເອກະຊົນ 809 ແຫ່ງ ໂດຍສະເພາະແມ່ນເຂດນະຄອນຫຼວງວຽງຈັນນັ້ນ ມີຫົວໜ່ວຍທຸລະກິດທີ່ຖືກກະທົບຈາກການລະບາດໂຄວິດ-19 ຄິດເປັນ 90 ເປີເຊັນຂອງຫົວໜ່ວຍທຸລະກິດໃນພາກບໍລິການທັງໝົດ.

XS
SM
MD
LG