ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພະນັກງານ ພັກ ແລະ ລັດ ໄດ້ໃຊ້ອຳນາດ ເກີນຂອບເຂດ ແລະ ບໍ່ປະຕິບັດຕາມກົດໝາຍ


ອົງການໄອຍະການ ປະຊາຊົນສູງສຸດ ຖະແຫລງຢືນຢັນ
ວ່າ ໄດ້ກວດພົບ ການໃຊ້ອຳນາດ ເກີນຂອບເຂດ ແລະ ບໍ່ໄດ້ປະຕິບັດຕາມກົດໝາຍ ຫຼາຍຂຶ້ນນັບມື້.
ອົງການໄອຍະການ ປະຊາຊົນສູງສຸດ ຖະແຫລງຢືນຢັນ ວ່າ ໄດ້ກວດພົບ ການໃຊ້ອຳນາດ ເກີນຂອບເຂດ ແລະ ບໍ່ໄດ້ປະຕິບັດຕາມກົດໝາຍ ຫຼາຍຂຶ້ນນັບມື້.

ພະນັກງານພັກ ແລະ ລັດຖະບານລາວ ໄດ້ໃຊ້ອຳນາດຢ່າງເກີນຂອບເຂດ ແລະ ບໍ່
ປະຕິບັດຕາມກົດໝາຍ ເພື່ອຫາຜົນປະໂຫຍດສ່ວນໂຕຫຼາຍຂຶ້ນ ໂດຍສະເພາະ ກໍແມ່ນ
ພະນັກງານປ້ອງກັນຄວາມສະຫງົບນັ້ນ.

ທ່ານຄຳສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສຸດ ຖະແຫລງຢືນຢັນ
ວ່າ ໄດ້ກວດພົບການໃຊ້ອຳນາດ ຢ່າງເກີນຂອບເຂດ ແລະ ບໍ່ໄດ້ປະຕິບັດຕາມ
ກົດໝາຍ ໂດຍບັນດາພະນັກງານພັກ ແລະ ລັດຖະບານລາວ ເພີ່ມຂຶ້ນນັບມື້ ໂດຍ
ສະເພາະແມ່ນການປະຕິບັດໜ້າທີ່ ຂອງບັນດາພະນັກງານປ້ອງກັນຄວາມສະຫງົບ
ຫຼື ເຈົ້າໜ້າທີ່ຕຳຫຼວດ ທີ່ໃຊ້ອຳນາດເກີນຂອບເຂດ ທີ່ກົດໝາຍກຳນົດໄວ້ ເຊັ່ນການ
ຄວບຄຸມໂຕຜູ້ຕ້ອງສົງໄສ ການກວດຄົ້ນອາຄານທີ່ພັກອາໄສ ແລະ ການລະເມີດສິດທິ
ສ່ວນບຸກຄົນ ໂດຍບໍ່ມີຄຳສັ່ງສານ ຫຼື ຄຳສັ່ງຂອງໄອຍະການ ເປັນຕົ້ນ.

ທັງນີ້ ໂດຍການກວດກາຢ່າງປິດລັບ ໃນໄລຍະ 6 ເດືອນຕົ້ນປີ 2017 ນີ້ ກໍພົບວ່າ
ມີພະນັກງານປ້ອງກັນຄວາມສະຫງົບ ໄດ້ໃຊ້ອຳນາດເກີນຂອບເຂດ ແລະ ບໍ່ປະຕິບັດ
ຕາມກົດໝາຍເກີດຂຶ້ນກວ່າ 360 ກໍລະນີ ດັ່ງທີ່ທ່ານຄຳສານ ໄດ້ຢືນຢັນວ່າ:

“ກໍລະນີລະເມີດໃນການດຳເນີນຄະດີ ເປັນຕົ້ນ ການຈັບໂຕບໍ່ມີຄຳສັ່ງ ຊຶ່ງບໍ່ແມ່ນ
ກໍລະນີ ເຊິ່ງໜ້າ ແລະ ຮີບດ່ວນ ການກວດຄົ້ນບໍ່ມີຄຳສັ່ງ ເຊິ່ງບໍ່ແມ່ນກໍລະນີເຊິ່ງໜ້າ
ແລະ ຮີບດ່ວນ ຕາມທີ່ພວກຂ້າພະເຈົ້າ ໄດ້ສັງລວມຂໍ້ມູນ ຈາກແຕ່ລະແຂວງທົ່ວ
ປະເທດ ປະມານ 369 ກໍລະນີ ໃນນີ້ຫຼາຍກວ່າໝູ່ ກໍບັນດາແຂວງໃຫຍ່ໆ ກໍແນ່ນອນ
ແຫລະ ຄະດີມັນກໍເກີດຂຶ້ນຫຼາຍ ນັບທັງອາຊະຍາກຳ ຫຼືວ່າ ຂໍ້ຂັດແຍ້ງຕ່າງໆ.”

ທາງດ້ານຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ກໍໄດ້ຮັບຈົດໝາຍຮ້ອງ
ຮຽນ ຈາກປະຊາຊົນລາວ ຈຳນວນ 3,640 ສະບັບ ທີ່ເປັນການຮຽກຮ້ອງຂໍໃຫ້ດຳເນີນ
ມາດຕະການກວດກາບັນດາສະມາຊິກພັກ ທີ່ຖືກສົງໄສວ່າ ໄດ້ປະຕິບັດໜ້າທີ່ ແລະ
ໃຊ້ອຳນາດເພື່ອຫາຜົນປະໂຫຍດສ່ວນໂຕ ໂດຍທຸຈະລິດ ແລະ ໄດ້ກໍ່ໃຫ້ເກີດຜົນເສຍ
ຫາຍຕໍ່ປະເທດຊາດ ຢ່າງຫລວງຫລາຍ ໃນຊ່ວງ 5 ປີ ທີ່ຜ່ານມາ.

ໃນຮອບ 5 ປີ ທີ່ຜ່ານມາ ສູນກາງພັກໄດ້ລົງໂທດທາງວິໄນຕໍ່ສະມາຊິກພັກ 2,723 ຄົນ ປົດອອກຈາກພັກ 1,440 ຄົນ ແລະ ພະນັກງານລັດ ຈຳນວນນຶ່ງ ກໍໄດ້ຖືກສານຕັດສິນ ໃຫ້ຈຳຄຸກ.
ໃນຮອບ 5 ປີ ທີ່ຜ່ານມາ ສູນກາງພັກໄດ້ລົງໂທດທາງວິໄນຕໍ່ສະມາຊິກພັກ 2,723 ຄົນ ປົດອອກຈາກພັກ 1,440 ຄົນ ແລະ ພະນັກງານລັດ ຈຳນວນນຶ່ງ ກໍໄດ້ຖືກສານຕັດສິນ ໃຫ້ຈຳຄຸກ.

ທັງນີ້ ໂດຍຈາກການກວດກາໃນຈຳນວນ 734 ກໍລະນີເປົ້າໝາຍ ຕາມການຮຽກຮ້ອງ
ດັ່ງກ່າວ ກໍພົບວ່າ ການທຸຈະລິດໄດ້ສ້າງຄວາມເສຍຫາຍຄິດເປັນມູນຄ່າເຖິງ 4,145.86
ຕື້ກີບ ພ້ອມດ້ວຍການເສຍຫາຍໃນສ່ວນຂອງເງິນຕາຕ່າງປະເທດ 70.77 ລ້ານໂດລາ
ກັບ 381.68 ລ້ານບາດ ແລະ 539,518 ຢວນ ທັງຍັງມີການລັກລອບຂາຍໄມ້ຂອງ
ລັດຖະບານ ໂດຍຜິດກົດໝາຍຫລາກວ່າ 4 ລ້ານແມັດກ້ອນອີກດ້ວຍ.

ທາງດ້ານທ່ານວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ການ
ຍອມຮັບວ່າ ພັກກຳລັງປະເຊີນກັບບັນຫາການຈັດຕັ້ງ ທີ່ບໍ່ມີປະສິດທິພາບຫລາຍຂຶ້ນ
ນັບມື້ ໂດຍມີສາເຫດມາຈາກການປະຕິບັດໂຕ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ
ຂອງສະມາຊິກພັກ ເປັນສຳຄັນ ເຊັ່ນການຫລິ້ນພັກ-ຫລິ້ນພວກ ການບໍ່ຍອມຮັບການ
ວິຈານກັນ ຢ່າງກົງໄປກົງມາ ການອາຄາດມາດຮ້າຍຕໍ່ກັນ ການບໍ່ຍອມຮັບໃນຄວາມຮູ້-
ຄວາມສາມາດ ລະຫວ່າງຜູ້ບັງຄັບບັນຊາ ແລະ ຜູ້ໃຕ້ບັງຄັບບັນຊາ ການບໍ່ເຄົາລົບ
ລະບຽບຂອງພັກ ແລະ ການທຸຈະລິດ.

ໂດຍໃນຮອບ 5 ປີ ທີ່ຜ່ານມາ ສູນກາງພັກໄດ້ລົງໂທດທາງວິໄນຕໍ່ສະມາຊິກພັກ 2,723
ຄົນ ປົດອອກຈາກພັກ 1,440 ຄົນ ທີ່ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ພັກ-ລັດ ຫຼາຍກວ່າ
5,113 ຕື້ກີບ ໃນນີ້ເປັນສະມາຊິກເພດຍິງ 171 ຄົນ ສ່ວນອີກ 1,007 ຄົນ ໄດ້ຊື້ຈ້າງ
ເພື່ອເຂົ້າມາເປັນສະມາຊິກພັກ ແລະ ໄດ້ໃຊ້ອຳນາດເພື່ອສະແຫວງຫາຜົນປະໂຫຍດ
ສ່ວນໂຕ ເປັນສຳຄັນ.

ການສຳຫຼວດຄວາມຄິດເຫັນ ຂອງນັກທຸລະກິດ ກ່ຽວກັບສະພາບການສໍ້ລາດ ບັງຫລວງໃນ 176 ປະເທດ ໄດ້ຈັດໃຫ້ລາວຢູ່ອັນດັບທີ 123 ໃນປີ 2016 ໂດຍ ອົງການເພື່ອຄວາມໂປ່ງໃສ ຫຼື Transparency International
ການສຳຫຼວດຄວາມຄິດເຫັນ ຂອງນັກທຸລະກິດ ກ່ຽວກັບສະພາບການສໍ້ລາດ ບັງຫລວງໃນ 176 ປະເທດ ໄດ້ຈັດໃຫ້ລາວຢູ່ອັນດັບທີ 123 ໃນປີ 2016 ໂດຍ ອົງການເພື່ອຄວາມໂປ່ງໃສ ຫຼື Transparency International

ທາງດ້ານອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ທີ່ໄດ້
ດຳເນີນການສຳຫຼວດຄວາມຄິດເຫັນ ຂອງນັກທຸລະກິດ ກ່ຽວກັບສະພາບການສໍ້ລາດ
ບັງຫລວງໃນ 176 ປະເທດ ໄດ້ຈັດໃຫ້ລາວຢູ່ອັນດັບທີ 123 ໃນປີ 2016 ໂດຍເປັນ
ການເລື່ອນອັນດັບທີ່ດີຂຶ້ນເຖິງ 16 ອັນດັບ ທຽບກັບປີ 2015 ທີ່ລາວຢູ່ອັນດັບທີ 139
ອັນເປັນຜົນຈາກການທີ່ນັກທຸລະກິດຊາວຕ່າງຊາດ ທີ່ລົງທຶນໃນລາວ ໄດ້ໃຫ້ຄວາມໄວ້
ວາງໃຈ ຕໍ່ລັດຖະບານລາວເພີ່ມຂຶ້ນ ຈາກ 25 ເປີເຊັນ ໃນປີ 2015 ເປັນ 30 ເປີເຊັນ
ໃນປີ 2016 ນັ້ນເອງ.

XS
SM
MD
LG