ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໒ ກຸມພາ ໒໐໒໔

ພະນັກງານລັດ ໄດ້ລັກເອົາເງິນຊົດເຊີຍຂອງປະຊາຊົນທີ່ຖືກກະທົບຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ


ທ່ານ ຄຳມະນີ ອິນທິລາດ ອະທິບາຍກ່ຽວກັບ ເຂື່ອນເຊປຽນ-ເຊນໍ້ານ້ອຍ.
ທ່ານ ຄຳມະນີ ອິນທິລາດ ອະທິບາຍກ່ຽວກັບ ເຂື່ອນເຊປຽນ-ເຊນໍ້ານ້ອຍ.

ພະນັກງານລັດ ໄດ້ລັກເອົາເງິນຊົດເຊີຍຂອງປະຊາຊົນທີ່ຖືກກະທົບຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ສ່ວນປະຊາຊົນທີ່ຖືກຍົກຍ້າຍໄປຢູ່ເຂດຈັດສັນໃໝ່ ຍັງມີຊີວິດການເປັນຢູ່ບໍ່ດີຂຶ້ນ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ໃນຄະນະກວດກາພັກ-ລັດເປີດເຜີຍວ່າ ການດໍາເນີນງານເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກກະທົບຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັບຕັ້ງແຕ່ປີ 2018 ເປັນຕົ້ນມານັ້ນໄດ້ດໍາເນີນໄປຢ່າງຊັກຊ້າຫຼາຍ ເຊິ່ງເຫັນໄດ້ຈາກການກໍ່ສ້າງເຮືອນຢູ່ເຂດຈັດສັນໃໝ່ທີ່ໃຊ້ເວລານານກວ່າ 4 ປີ ແລະສົ່ງມອບໃຫ້ແກ່ປະຊາຊົນຜູ້ທີ່ຖືກກະທົບໄດ້ຢ່າງຄົບຖ້ວນໃນຕົ້ນປີ 2023 ນີ້ ໃນຂະນະທີ່ບໍລິສັດຜູ້ລົງທຶນໄດ້ສ້ອມແປງເຂື່ອນສໍາເລັດແລ້ວ ແລະໄດ້ຜະລິດໄຟຟ້າເພື່ອສົ່ງອອກໄປຕ່າງປະເທດນັບແຕ່ທ້າຍປີ 2019 ເປັນຕົ້ນມາແລ້ວ ແລະຜ່ານການກວດກາເມື່ອບໍ່ດົນມານີ້ຍັງພົບອີກວ່າ ໄດ້ມີການທຸຈະລິດເພື່ອລັກເອົາເງິນຊົດເຊີຍຂອງປະຊາຊົນໄປຈໍານວນນຶ່ງອີກດ້ວຍ, ດັ່ງເຈົ້າໜ້າທີ່ໃນຄະນະກວດກາພັກ-ລັດ ໄດ້ໃຫ້ການຢືນຢັນວ່າ:

“ການຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ບ່ວງເງິນທີ່ຈ່າຍແລ້ວຈໍານວນ 1,022.08 ຕື້ກີບ ກວດກາເຫັນລາຍຈ່າຍທີ່ບໍ່ຕິດພັນກັບການຊົດເຊີຍບໍ່ຖືກກັບລະບຽບການຈໍານວນ 81.22 ຕື້ກີບ ແລະບໍ່ມີລາຍລະອຽດການຈ່າຍ 1.81 ຕື້ກີບ.”

ໂດຍໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນແຕກໃນວັນທີ 23 ກໍລະ ກົດ 2018 ໄດ້ເຮັດໃຫ້ນາເຂົ້າເສຍຫາຍຫຼາຍກວ່າ 8,050 ເຮັກຕ້າ ໂດຍກະທົບໜັກໜ່ວງທີ່ສຸດຄືບ້ານຫິນລາດ, ບ້ານສະໜອງໃຕ້, ບ້ານທ່າຫິນ, ບ້ານໃໝ່, ບ້ານທ່າແສງຈັນ ແລະບ້ານໃຫຍ່ແທ ໂດຍມີປະຊາຊົນລາວທີ່ຖືກກະທົບລວມກັນ 7,095 ຄົນ ໃນ 1,1611 ຄອບຄົວ ໃນນີ້ໄດ້ຮັບມອບເຮືອນຢູ່ອາໄສທັງໝົດ 700 ຫຼັງ ແລະໄດ້ຮັບການຈັດສັນທີ່ດິນທໍາກິນລວມກັນ 2,140 ເຮັກຕ້າ.

ສ່ວນຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງກໍໃຫ້ທັດສະ ນະວ່າ ການພັດທະນາລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າຂະໜາດໃຫຍ່ ຫຼືເປັນໝໍ້ໄຟຂອງເອເຊຍ (Battery of ASEAN) ນັ້ນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດກັບສັງຄົມລາວຢ່າງກວ້າງຂວາງໃນໄລຍະ 10 ກວ່າປີທີ່ຜ່ານມາ ດັ່ງຈະເຫັນໄດ້ຈາກການທີ່ປະຊາຊົນລາວຍັງມີຊີວິດການເປັນຢູ່ໃນຂັ້ນທຸກຍາກ ຄິດເປັນ 27 ເປີເຊັນຂອງຈໍານວນປະຊາກອນລາວທັງໝົດ ເຖິງແມ່ນວ່າລາວຈະມີລາຍຮັບຈາກການສົ່ງອອກໄຟຟ້າໄປຕ່າງປະເທດເພີ້ມຂຶ້ນທຸກປີກໍຕາມ ແຕ່ວ່າລາຍໄດ້ສ່ວນໃຫຍ່ກໍບໍ່ໄດ້ຖືກນໍາໃຊ້ເພື່ອພັດທະນາໂຄງການຕ່າງໆ ເພື່ອແກ້ບັນຫາທຸກຍາກຂອງປະຊາຊົນລາວແຕ່ປະການໃດ ເພາະບັນດາຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າຕ່າງໆໃນລາວ ຈະຕ້ອງໄດ້ນໍາໃຊ້ລາຍໄດ້ສ່ວນໃຫຍ່ເພື່ຶອຊໍາລະໜີ້ເງິນກູ້ຈາກຕ່າງປະ ເທດເປັນດ້ານຫຼັກ ສ່ວນປະຊາຊົນລາວທີ່ຖືກຍົກຍ້າຍໄປຢູ່ເຂດຈັດສັນໃໝ່ນັ້ນ ເຖິງແມ່ນວ່າຈະໄດ້ຢູ່ເຮືອນໃໝ່ ມີຖະໜົນ ໄຟຟ້າ ນໍ້າປະປາ ສຸກສາລາ ແລະໂຮງຮຽນໃໝ່ກໍຕາມ ຫາກແຕ່ວິຖີຊີວິດທາງສັງຄົມ-ວັດທະນະທໍາຂອງຊຸມຊົນນັ້ນ ກໍໄດ້ຖືກທໍາລາຍໄປແບບສົມບູນແລ້ວ ແລະຍັງເກີດບັນຫາຂັດແຍ້ງຢ່າງກວ້າງຂວາງອີກດ້ວຍ ເພາະວ່າການເວນຄືນ ແລະໃຫ້ສໍາປະທານທີ່ດິນ ບໍ່ໄດ້ປະຕິບັດຕາມກົດໝາຍ, ດັ່ງທີ່ຜູ້ຊ່ຽວຊານໃຫ້ການຢືນຢັນວ່າ:

“ກົດໝາຍລາວເຮົາມາດຕາ 49 ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນນີ້ ດິນສະຫງວນນີ້ນະ ປ່າສະຫງວນດິນທີ່ມັນຖືກໂຄງການ ກໍຕ້ອງໄດ້ຮັບອະນຸ ຍາດຈາກສະພາແຫ່ງຊາດ, ມາດຕາ 50 ນີ້ຖືເປັນດິນປອກຫຼ້ອນ 100 ເຮັກຕ້ານີ້ ກະຕ້ອງໄດ້ຜ່ານສະພາປະຊາຊົນແຂວງ ອັນນີ້ຫຼະຜ່ານມານີ້ພະແນກແຜນການກະວ່າ ບໍ່ມີບົດແນະນໍາຂອງກະຊວງແຜນການ ກະເລີຍບໍ່ໄດ້ຜ່ານກັນ ອັນນີ້ກະຢາກໃຫ້ເຮັດຕາມກົດໝາຍ ພຽງແຕ່ຂໍ້ຕົກລົງຂອງເຈົ້າແຂວງ ແລ້ວກະເອົາລົດຈົກໄປບຸກໂລດນີ້ ມັນກໍສົ່ງຜົນກະທົບເດ ປະຊາຊົນນີ້ເອົາຫຼັກຮົ້ວອອກນໍາກະບໍ່ທັນ ມ້າງຖຽງນາກໍບໍ່ທັນ ທັ້ງໆທີ່ບໍ່ທັນຊົດເຊີຍ.”

ທັງນີ້ ລັດຖະບານລາວໄດ້ອະນຸຍາດ ໃຫ້ສໍາປະທານທີ່ດິນໄປແລ້ວ 2,223 ໂຄງການ ມີເນື້ອທີ່ລວມກວ່າ 11 ລ້ານເຮັກຕ້າ ແຕ່ວ່າມີການນໍາໃຊ້ທີ່ດິນໂຕຈິງພຽງ 6 ແສນກວ່າເຮັກຕ້າເທົ່ານັ້ນ ແລະຍັງເປັນສາເຫດສໍາຄັນທີ່ເຮັດໃຫ້ເກີດການຂັດແຍ້ງຢ່າງກວ້າງຂວາງໃນສັງຄົມລາວອີກດ້ວຍ ເພາະປາກົດວ່າ ພະນັກງານລັດໄດ້ໃຊ້ອໍານາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນ ເພື່ອສົ່ງມອບໃຫ້ກັບນັກລົງທຶນ ໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນໂຕ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG