ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານ ລາວ ຍອມຮັບວ່າ ຍັງມີ ການລັກລອບ ຕັດໄມ້ ໂດຍຜິດກົດໝາຍຢູ່ໃນ ລາວ


ເຈົ້າໜ້າທີ່ ລາວ ກັກລົດບັນທຸກທີ່ພະຍາຍາມຂົນໄມ້ທີ່ຜິດກົດໝາຍ
ອອກຈາກປະເທດ.
ເຈົ້າໜ້າທີ່ ລາວ ກັກລົດບັນທຸກທີ່ພະຍາຍາມຂົນໄມ້ທີ່ຜິດກົດໝາຍ ອອກຈາກປະເທດ.

ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ຍອມຮັບວ່າ ການລັກລອບຕັດໄມ້ໂດຍຜິດກົດໝາຍໃນ
ລາວ ຍັງເກີດຂຶ້ນຢູ່ເລື້ອຍມາ ໂດຍສະເພາະແມ່ນການລັກລອບຢູ່ໃນເຂດຊາຍແດນ
ລາວ ທີ່ຕິດຕໍ່ກັບ ຫວຽດນາມ ນັ້ນ.

ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າຜະແນກກະສິກຳ ແລະ ປາໄມ້ ແຂວງສະຫວັນນະເຂດ
ຍອມຮັບວ່າຍັງຄົງມີການລັກລອບຕັດໄມ້ຢູ່ໃນເຂດຊາຍແດນ ລາວ ແລ້ວກະລັກລອບ
ຂົນສົ່ງອອກໄປຍັງ ຫວຽດນາມ ເກີດຂຶ້ນຢູ່ເລື້ອຍມາ ເຖິງແມ່ນວ່າຈະໄດ້ຈັດຕັ້ງປະຕິບັດ
ຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງອອກໄມ້ທ່ອນໄປ
ຕ່າງປະເທດຢ່າງເດັດຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາກໍຕາມ ແຕ່ກໍ
ຍັງບໍ່ສາມາດສະກັດກັ້ນໄດ້ຢ່າງສິ້ນເຊີງ ເພາະຂາດປະສິດທິພາບໃນການຈັດຕັ້ງປະຕິ
ບັດຂອງພາກສ່ວນກ່ຽວຂ້ອງ ດັ່ງທີ່ທ່ານ ຄຳລຸຍ ໄດ້ໃຫ້ານຢືນຢັນວ່າ.

"ການລັກລອບຕັດໄມ້ນີ້ ຖືວ່າຫຼຸດຜ່ອນ ແຕ່ວ່າກະຍັງມີບັນດາຢູ່ລຽບໆຊາຍແດນ ຊຶ່ງວ່າ
ໃນການຈັດຕັ້ງປະຕິບັດນີ້ ທາງແຂວງເພິ່ນກະໄດ້ມອບໝາຍໃຫ້ທຸກໆພາກສ່ວນຫັ່ນລະ
ຄັນເວົ້າລວມຫັ່ນໜາໂດຍສະເພາະລະແມ່ນ ທາງກຳລັງປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ."

ຊຶ່ງກໍເຊັ່ນດຽວກັບແຂວງຄຳມ່ວນ ທີ່ອຳນາດການປົກຄອງແຂວງກໍໄດ້ສັ່ງປິດໂຮງງານ
ປຸງແຕ່ງໄມ້ເຖິງ 281 ແຫ່ງທີ່ດຳເນີນທຸລະກິດໂດຍຜິດກົດໝາຍ ທັງຍັງຕ້ອງກວດກາ
ໂຮງງານທີ່ເຫຼືອອີກ 89 ແຫ່ງ ຊຶ່ງຖ້າຫາກກວດພົບວ່າມີການດຳເນີນທຸລະກິດຜິດກົດ
ໝາຍ ກໍຈະສັ່ງປິດໂຮງງານທັນທີ.

ທາງດ້ານ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ແລະ ເລຂາພັກແຂວງຄຳມ່ວນ ຢືນຢັນ
ວ່າ ການກວດກາເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນແຂວງຄຳມ່ວນໃນ
ຊ່ວງ 5 ປີທີ່ຜ່ານມາ ຊຶ່ງໄດ້ທຳການກວດກາ 15 ເປົ້າໝາຍທີ່ຖືກຮ້ອງຮຽນຫຼາຍທີ່ສຸດ
ພົບວ່າ ການສໍ້ລາດບັງຫຼວງ ເຮັດໃຫ້ເກີດການເສຍຫາຍດ້ານລາຍຮັບຂອງພາກລັດໄປ
ຫຼາຍກວ່າ 1,580 ຕື້ກີບ ຫຼື 197 ລ້ານໂດລາ ທັງຍັງກວດພົບວ່າ ການລັກລອບຄ້າໄມ້
ຜິດກົດໝາຍນັ້ນມີປະລິມານລວມເກີນກວ່າ 4,760,000 ແມັດກ້ອນອີກດ້ວຍ.

ທັງນີ້ໄມ້ສ່ວນໃຫຍ່ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍບັນ
ດານາຍທຶນ ແລະ ພະນັກງານລັດຈຳນວນນຶ່ງໄດ້ຮ່ວມກັນວ່າຈ້າງປະຊາຊົນ ລາວ ໃນ
ທ້ອງຖິ່ນໃຫ້ພາກັນເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ ແລະ
ລັກລອບຂົນສົ່ງໃນເວລາກາງຄືນເພື່ອນຳໄປຊຸກເຊື່ອງໄວ້ກ່ອນທີ່ຈະລັກລອບຂົນສົ່ງ
ອອກໄປຊາຍແດນດ້ານ ຫວຽດນາມ ຊຶ່ງຈາກການກວດກາໃນໄລຍະທີ່ຜ່ານມາຍັງພົບ
ວ່າ ມີໂຮງງານແປຮູບໄມ້ຂອງເອກະຊົນເຂົ້າໄປກ່ຽວຂ້ອງກັບການລັກລອບດັ່ງກ່າວນີ້
ດ້ວຍ.

ຫຼ້າສຸດ ໜ່ວຍສະເພາະກິດຂອງລັດຖະບານ ລາວ ກໍໄດ້ທຳການຈັບກຸມລົດບັນທຸກ 27
ຄັນທີ່ລັກລອບຂົນໄມ້ຜິດກົດໝາຍຈາກແຂວງອັດຕະປື ໄປ ຫວຽດນາມ ຊຶ່ງຈາກການ
ສອບສວນກໍພົບວ່າເປັນລົດບັນທຸກສິນຄ້າຂອງ 5 ບໍລິສັດເອກະຊົນ ລາວ ທີ່ໄດ້ຮັບອະ
ນຸຍາດໃຫ້ດຳເນີນທຸລະກິດການຄ້າຂາອອກ-ຂາເຂົ້າມານານແລ້ວ ຈຶ່ງເຊື່ອວ່າມີເຈົ້າໜ້າ
ທີ່ຂອງລັດຖະບານເຂົ້າໄປກ່ຽວຂ້ອງດ້ວຍ ດັ່ງທີ່ທ່ານ ນາມ ວິຍະເກດ ເຈົ້າແຂວງ ແລະ
ເລຂາພັກແຂວງອັດຕະປື ໄດ້ໃຫ້ການຢືນຢັນວ່າ.

"ຕ້ອງຍອມຮັບວ່າ ແຂວງອັດຕະປືພວກເຮົານີ້ ບັນຫາໂຕນີ້ມັນເປັນບັນຫາຊຳເຮື້ອມາ
ໄດ້ຫຼາຍປີແລ້ວ ຫຼາຍຂະບວນການແລ້ວທີ່ເຄີຍເກີດມາມີລັກສະນະແນວນີ້ ດ້ານນຶ່ງ
ແມ່ນສຳລັບພາກທຸລະກິດ, ການສວຍໂອກາດຂອງເຂົາຍາມໃດກະມີຢູ່ ແລະ ເຂົາກໍ
ສວຍໂອກາດຕະຫຼອດມາ ດັ່ງນັ້ນ ທຸກເທື່ອຈະສົ່ງອອກ ເຂົາກໍພະຍາຍາມຊອກຫາທາງ
ເພື່ອໃຫ້ເຂົາໄດ້ກຳໄລຫຼາຍ ສ່ວນພາກລັດພວກເຮົານີ້ ຍ້ອມວ່າພວກເຮົາລົ້ມແຫຼວໃນ
ການຄຸ້ມຄອງໃນຜ່ານມາມັນກາຍເປັນພະຍາດຊໍາເຮື້ອພາຍໃນອົງການຂອງລັດພວກ
ເຮົາ ພາກສ່ວນຕ່າງໆທີ່ກ່ຽວຂ້ອງນີ້ແຫຼະທີ່ຕິດພັນກັບການສົ່ງອອກໄມ້."

ທາງດ້ານ Global Witness ອົງການອະນຸລັກສິ່ງແວດລ້ອມທຳມະຊາດສາກົນລາຍ
ງານວ່າ ບັນດາບໍລິສັດຄ້າໄມ້ຂອງ ຫວຽດນາມ ເປັນພາກທຸລະກິດທີ່ຮັບຊຶ້ໄມ້ທີ່ລັກລອບ
ຂົນສົ່ງຈາກ ລາວ ໄປ ຫວຽດນາມ ຫຼາຍທີ່ສຸດ ຊຶ່ງເຮັດໃຫ້ບັນດາບໍລິສັດສິນຄ້ມໄມ້ຂອງ
ຫວຽດນາມ ກາຍເປັນຜູ້ສົ່ງອອກສິນຄ້າປະເພດໄມ້ແປຮູບ (ເຟີນິເຈີ) ໄປຂາຍໃນຕະ
ຫຼາດຕ່າງປະເທດເປັນອັນດັບທີ 1 ຂອງໂລກໃນປັດຈຸບັນນີ້.

XS
SM
MD
LG