ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທາງການ ລາວ ຕ້ອງການ ຄວາມຊ່ວຍເຫຼືອ ດ້ານງົບປະມານ ແລະ ເທັກນິກ ເພື່ອຕ້ານ ການຟອກເງິນ


ທ່ານ ສົມພາວ ໄຟສິດ ໃຫ້ຄຳເຫັນໃນລະຫວ່າງກອງປະຊຸມ
ທ່ານ ສົມພາວ ໄຟສິດ ໃຫ້ຄຳເຫັນໃນລະຫວ່າງກອງປະຊຸມ

ທາງການລາວ ຕ້ອງການຄວາມຊ່ວຍເຫຼືອຈາກຕ່າງປະເທດທັງດ້ານງົບປະມານ ແລະ ເທັກນິກ ເພື່ອຕ້ານການຟອກເງິນໃນການເປີດເສລີດ້ານການທະນາຄານທັງໃນ ອາຊຽນ ແລະ ໃນລະບົບທະນາຄານສາກົນ.

ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງຊາດ ລາວ ຖະແຫຼງຢືນຢັນວ່າການທີ່ ກອງປະຊຸມລະດັບລັດຖະມົນຕີການເງິນ ອາຊຽນ ຄັ້ງທີ 20 ແລະ ກອງປະຊຸມຜູ້ວ່າການ ທະນາຄານກາງ ອາຊຽນ ຄັ້ງທີ 12 ຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່ນານມານີ້ ໄດ້ຮັບຮອງ ເອົາແຜນການຮ່ວມມືດ້ານການເງິນຂອງ ອາຊຽນ ທີ່ກວມເອົາການເປີດເສລີທາງດ້ານ ການເງິນ, ບັນຊີທຶນ, ການພັດທະນາຕະຫຼາດທຶນ, ການຊຳລະສະສາງ,​ການເຂົ້າເຖິງການ ບໍລິຫານດ້ານການເງິນ ແລະ ການເຊື່ອມໂຍງລະບົບທະນາຄານເຂົ້າດ້ວຍກັນນັ້ນ ໄດ້ເປັນ ຜົນເຮັດໃຫ້ທະນາຄານໃນ ລາວ ຕ້ອງພັດທະນາລະບົບຕ້ານການຟອກເງິນໃຫ້ມີປະສິດທິ ພາບສູງຂຶ້ນ ໂດຍສະເພາະແມ່ນການຕ້ານການສະໜຶງທຶນໃຫ້ແກ່ການກໍ່ການຮ້າຍສາກົນ ນັ້ນ.

ແຕ່ຢ່າງໃດກໍຕາມ ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍສາກົນຂອງລັດຖະບານ ລາວ ກໍຕ້ອງການຄວາມຊ່ວຍ ເຫຼືອຈາກຕ່າງປະເທດທັງໃນດ້ານເງິນທຶນ ແລະ ເທັກນິກເພື່ອຍົກລະດັບຄວາມສາມາດ ຂອງການຕໍ່ຕ້ານການຟອກເງິນ ແລະ ການສະໜຶງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ມີປະ ສິດທິພາບໃນລະດັບດຽວກັນກັບມາດ ຕະຖານສາກົນ.

ທັງນີ້ກໍເນື່ອງຈາກວ່າ ການທີ່ ອາຊຽນ ໄດ້ເປັນປະຊາຄົມເສດຖະກິດດຽວກັບ ນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນມາ ໄດ້ເຮັດໃຫ້ຕະຫຼາດທຶນຂອງ ອາຊຽນ ມີຂະໜາດໃຫຍ່ຂຶ້ນ ຈຶ່ງຈຳເປັນທີ່ຈະຕ້ອງມີລະບົບການກວດສອບທີ່ທັນສະໄໝ ທັງຍັງຕ້ອງພັດທະນາລະບົບ ກົດໝາຍທີ່ເສີມສ້າງຄວາມໂປ່ງໄສໃນທາງການເງິນໃຫຍ່ໄດ້ ຢ່າງແທ້ຈິງດ້ວຍ ຫາກແຕ່ ລັດຖະບານ ລາວ ກໍຍັງຂາດແຄນໃນທັງ 2 ດ້ານດັ່ງກ່າວ.

ກ່ອນໜ້ານີ້ ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍສາກົນ ໄດ້ພົບກັບຄະນະທູຕານຸທູດທັງຈາກ ສະຫະລັດ ອາເມຣິ ກາ, ອອສເຕຣເລຍ, ຝຣັ່ງ, ຍີ່ປຸ່ນ, ເກົາຫຼີໃຕ້, ຟີລິບປິນ, ອິນເດຍ, ອັງກິດ, ຜູ້ຕາມໜ້າອົງ ການຄວບຄຸມຢາເສບຕິດ ແລະ ອາຊະຍາກອນແຫ່ງ ສະຫະປະຊາຊາດ, ທະນາຄານໂລກ ແລະ ທະນາຄານພັດທະນາ ເອເຊຍ (ADB) ຢູ່ນະຄອນຫຼວງວຽງຈັນ.

ໂດຍຈຸດປະສົງສຳຄັນຂອງການພົບປະກໍຄື ເພື່ອເຜີຍແຜ່ ກ່ຽວກັບ ການຈັດຕັ້ງປະຕິບັດ ວຽກງານດ້ານການຟອກເງິນ ແລະ ສະໜຶງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ລັດຖະບານ ລາວ ໄດ້ເຂົ້າຮ່ວມເປັນສະມາຊິກໃນກຸ່ມ ເອເຊຍ-ປາຊີຟິກ ເພື່ອຕ້ານການຟອກເງິນ (APG) ເປັນອັນດັບທີ 36 ນັບແຕ່ປີ 2007 ເປັນຕົ້ນມາ ແລະ ລັດຖະບານ ລາວ ໄດ້ມອບ ໝາຍໃຫ້ທະນາຄານແຫ່ງຊາດ ລາວ ຮັບຜິດຊອບວຽກງານດັ່ງກ່າວ ດ້ວຍການສ້າງຕັ້ງ ໜ່ວຍງານຂໍ້ມູນດ້ານການຟອກເງິນຂຶ້ນໃນປີ 2007 ຊຶ່ງກໍໄດ້ມີການກວດພົບການຟອກ ເງິນຜ່ານລະບົບທະນາຄານໃນ ລາວ ເພີ່ມຂຶ້ນນັບມື້ ດັ່ງທີ່ທ່ານ ສົມພາວ ໄດ້ໃຫ້ການຢືນ ຢັນວ່າ

"ໜ່ວຍງານຂໍ້ມູນດ້ານການຟອກເງິນ ທີ່ຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງທະນາຄານ ແຫ່ງ ສປປ ລາວ ສາມາດເກັບກຳຂໍ້ມູນ ກ່ຽວກັບ ການເຄື່ອນໄຫວທະລະກຳທີ່ສົງໄສວ່າ ເປັນການຟອກເງິນໄດ້ 104 ກໍລະນີ."

ຍິ່ງໄປກວ່ານັ້ນ ລັດຖະບານ ລາວ ກໍຍັງໄດ້ດຳເນີນການພັດທະນານິຕິກຳ ກ່ຽວກັບ ການ ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍນັບແຕ່ປີ 2005 ເປັນຕົ້ນ ມາ ໂດຍຈະເຫັນໄດ້ຈາກການບັນຍັດໄວ້ໃນມາດຕາ 64 ຂອງກົດໝາຍອາຍາເພື່ອຕ້ານ ການຟອກເງິນ ຕາມດ້ວຍດຳລັດວ່າດ້ວຍການຕ້ານການຟອກເງິນເລກທີ 55/ນຍ ເມື່ອປີ 2006 ແລະ ໃນປີ 2010 ກໍເປັນຄັ້ງທຳອິດທີ່ກຸ່ມເອເຊຍ-ປາຊີຟິກ ເພື່ອຕ້ານການຟອກ ເງິນ ໄດ້ມີການປະເມີນຜົນການຈັດຕັ້ງປະຕິບັດວຽກງານດຕ້ານການຟອກເງິນໃນ ລາວ ຕາມຫຼັກມາດຕະຖານສາກົນ ໂດຍສະພາແຫ່ງຊາດ ລາວ ກໍໄດ້ຮັບຮອງເອົາກົດໝາຍວ່າ ດ້ວຍການຕ້ານ ແລະ ການສະກັດກັ້ນການຟອກເງິນໃນປີ 2014 ສ່ວນທາງການ ສະຫະ ລັດ ກໍຊ່ວຍເຫຼືອໃນການພັດທະນາການບັງຄັບໃຊ້ກົດໝາຍຕໍ່ຜູ້ທຳຄວາມຜິດ ກ່ຽວກັບ ຢາ ເສບຕິດໃນ ລາວ ນັບແຕ່ປີ 2014 ເປັນຕົ້ນມາ.

XS
SM
MD
LG