ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະເທດລາວ ຕ້ອງການໆບໍລິຈາກເລືອດ ຢ່າງໜ້ອຍ 67,500 ຖົງ ແຕ່ໄດ້ຮັບພຽງ 50 ເປີເຊັນ


ຊາວລາວກຳລັງ ບໍລິຈາກເລືອດ.
ຊາວລາວກຳລັງ ບໍລິຈາກເລືອດ.

ໃນ​ທົ່ວ​ປະ​ເທດ​ລາວ​ຕ້ອງການໆບໍລິຈາກ​ເລືອດ ບໍ່​ຕໍ່າ​ກວ່າ 67,500 ຖົງ​ໃນແຕ່ລະ​ປີ
​ແຕ່​ກໍ​ໄດ້​ຮັບ​ການ​ບໍລິຈາກ​ໃນ​ພາກ​ໂຕ​ຈິງ ພຽງ​ແຕ່ 50 ​ເປີ​ເຊັນເທົ່າ​ນັ້ນ ຊຶ່ງ​ຖື​ວ່າ​ຕໍ່າ​ກວ່າ​ລະດັບມາດຕະຖານ​ສາກົນ.

ທ່ານ​ແພງ​ທອງ ບານ​ຈັນທະ​ວົງ ຮອງ​ຜູ້​ອຳນວຍ​ການ​ສູນ​ເລືອດ​ແຫ່ງ​ຊາດ ​ໃຫ້ການ​ຢືນ
ຢັນ​ວ່າ ສູນ​ເລືອດ​ແຫ່ງ​ຊາດ​ໃນ​ທົ່ວ​ປະ​ເທດ​ລາວ ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ບໍລິຈາກ​
ເລືອດ​ບໍ່​ຕໍ່າ​ກວ່າ 67,500 ຖົງ ​ຈຶ່ງ​ຈະ​ພຽງພໍ​ ສຳລັບ​ການ​ຊ່ວຍ​ເຫຼືອ​ຄົນ​ປ່ວຍ ​ແລະ​ຜູ້​ປະ
ສົບ​ອຸບັດ​ເຫດ​ຕ່າງໆ ທີ່​ເພີ້​ມຂຶ້ນ​ນັບ​ມື້​ ໂດຍ​ສະ​ເພາະ​ແມ່ນ​ຢູ່​ຂັ້ນ​ສູນ​ກາງ​ນັ້ນ​ຕ້ອງການ​ທີ່
​ຈະ​ໄດ້​ຮັບ​ການ​ບໍລິຈາກ​ເລືອດ​ບໍ່​ຕໍ່​ກວ່າ 150 ຖົງ ​ໃນ​ແຕ່​ລະ​ວັນ​ ຫຼື 54,750 ຖົງ​ຕໍ່​ປີ​ ຊຶ່ງ​
ໃນ​ນີ້​ຍັງບໍ່​ຮວມ​ເຖິງ​ເລືອດທີ່​ຈະ​ຕ້ອງ​ສົ່ງ​ໄປ​ໃຫ້​ທ້ອງ​ຖິ່ນແຕ່​ຢ່າງ​ໃດ ​ດັ່ງ​ທີ່ທ່ານ​ແພງທອງ
​ໄດ້​ໃຫ້ການ​ຢືນຢັນ​ວ່າ.

“​ໃນ​ປັດ​ຈຸ​ບັນ​ນີ້​ເຮົາ​ຕ້ອງການ​ເລືອດ​ມື້​ລະ 150 ຖົງ ສຳລັບ​ຂັ້ນ​ສູນ​ກາງ ຍັງ​ບໍ່​ນັບ​ຢູ່​
ຂັ້ນ​ແຂວງ ສ່ວນ​ນຶ່ງ​ເລືອດ​ທີ່​ເຮົາ​ໄດ້​ຮັບ​ຈາກ​ສູນ​ກາງ​ນີ້ ພວກ​ເຮົາ​ຍັງ​ໄດ້​ສົ່ງ​ໃຫ້​ແຂວງ
​ເພື່ອ​ໄປ​ຊ່ວຍກອບ​ກູ້​ເອົາ​ຊີວິດ​ຂອງ​ຜູ້​ເຈັບ​ເປັນ​ຢູ່​ຕາມ​ໂຮງໝໍ​ແຫ່ງ​ຕ່າງໆ​ ໃນ​ຂອບ
​ເຂດ​ທົ່ວປະ​ເທດ ສະ​ນັ້ນ​ກໍ​ຢາກ​ຮຽກຮ້ອງ​ມາ​ຍັງ​ທຸກ​ການຈັດ​ຕັ້ງ ​ແລະ​ທຸກ​ຄົນ ​ເພາະ
ວ່າ​ການ​ບໍລິຈາກ​ເລືອດ​ນີ້​ ມັນ​ມີ​ແຕ່​ແນວ​ໄດ້ ບໍ່​ມີ​ແນວເສຍ​ເນາະ ກະ​ໄດ້ຮູ້​ໝວດ​ເລືອດ
​ໄດ້​ກວດ​ສຸຂະພາບ ອີກ​ຢ່າງ​ນຶ່ງກະ​ເປັນ​ການເສີມສ້າງ​ຮ່າງກາຍ​ຂອງ​ເຮົາໃຫ້​ແຂງແຮງ
​ຂຶ້ນ.”

ສ່ວນ​ອົງການ​ອະນາ​ໄມ​ໂລກ (WHO) ສຳນັກງານ​ປະຈຳ ສປປ ລາວ ລາຍງານ​ວ່າ
ການ​ບໍລິຈາກ​ເລືອດ​ໃນ​ລາວ​ມີ​ທ່າ​ອຽງ​ເພີ້​ມຂຶ້ນ​ທຸກ​ປີ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ການ​ທີ່​ປະຊາ
ຊົນ​ລາວ​ໄດ້​ບໍລິຈາກ​ເລືອດ​ເພີ້​ມຂຶ້ນ​ຈາກ 28,800 ຄົນໃນ​ປີ 2016 ​ເປັນ 30,000 ກວ່າ
​ຄົນ​ໃນ​ປີ 2017 ​ແຕ່​ກໍ​ຄິດ​ເປັນ​ພຽງ 50 ​ເປີ​ເຊັນ​ຂອງ​ເປົ້າ ​ໝາຍ​ທີ່​ວາງ​ໄວ້​ທີ່​ລະດັບ 60,
000 ຄົນ​ໃນ​ແຕ່ລະ​ປີ ທັງຍັງ​ຕໍ່າ​ກວ່າ​ລະດັບ​ມາດ​ຕະຖານ​ສາກົນ ທີ່​ຈະ​ຕ້ອງ​ມີ​ຜູ້​ບໍລິຈາກ
​ເລືອດ​ບໍ່​ນ້ອຍ​ກວ່າ 1 ​ເປີ​ເຊັນ ຂອງຈຳນວນ​ປະຊາກອນ​ທັງ​ໝົດ ​ແຕ່​ສໍາ​ລັບລາວ​ກໍ​ປາ
ກົດ​ວ່າ​ມີ​ຜູ້​ບໍລິຈາກ​ເລືອດ​ຄຶດ​ເປັນ 0.6 ​ເປີ​ເຊັນ ຂອງ​ຈຳນວນ​ປະຊາກອນ​ລາວ​ທັງ​ໝົດ
​ເທົ່າ​ນັ້ນ ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ລາວ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ
​ຂາດ​ແຄນ​ເລືອດ​ຢູ່​ຕໍ່​ໄປ.

ຍິ່ງໄປ​ກວ່າ​ນັ້ນ ລະບົບ​ການ​ໃຫ້​ບໍລິການ​ດ້ານ​ສາທາລະນະ​ສຸກ​ຂອງ​ລັດຖະບານ​ລາວ
​ໃນ​ປັດ​ຈຸ​ບັນ​ນີ້​ກໍ​ຍັງ​ບໍ່ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂັ້ນ​ພື້ນຖານ​ຂອງ​ປະຊາ
ຊົນ​ໄດ້​ອີກ​ດ້ວຍ ​ໂດຍ​ສະ​ເພາະ​ກໍ​ແມ່ນ​ລະບົບ​ໃຫ້​ບໍລິການ​ເພື່ອ​ສຸຂະພາບ​ອະນາ​ໄມ​ທີ່
​ດີ ສຳ​ລັບ​ເດັກນ້ອຍ​ແລະແມ່ຍິງ​ທີ່​ກຳລັງ​ຖືພາ​ນັ້ນ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ຂໍ້​ຈຳກັດ​ທັງໃນ​
ດ້ານບຸ​ຄະລາການ ​ແລະ​ດ້ານ​ເຄື່ອງມື​ທາງ​ການ​ແພດ ສຳລັບ​ໃຫ້ການ​ຊ່ວຍ​ເຫຼື​ອ​ໃນ​
ການ​ເກີດ​ລູກ​ຂອງ​ແມ່ຍິງ ​ແລະເດັກນ້ອຍ​ລາວ ທີ່​ເກີດ​ໃໝ່​ນັ້ນ​ຍັງ​ເປັນ​ບັນຫາ​ທີ່​ຫຍຸ້ງ
ຍາກ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ຍັງ​ເຮັດ​ໃຫ້​ລາວ​ເປັນ​ປະ​ເທດ​ທີ່​ມີ​ອັດ​ຕາການ​ເສຍ​
ຊີວິດ​ຂອງ​ແມ່ຍິງ​ໃນ​ຂະນະ​ເກີດ​ລູກ ​ແລະ​ການ​ເສຍ​ຊີວິດ​ຂອງ​ເດັກ​ເກີດ​ໃ​ໝ່ ຍັງ​ມີ​ອັດ
ຕາ​ສະ​ເລ່ຍສູງ​ທີ່​ສຸດ​ໃນ​ອາ​ຊຽນ ສ່ວນ​ການ​ຫລຸດຜ່ອນ​ບັນຫາ​ນີ້ ກໍ​ດ້ວຍ​ການ​ພັດທະ
ນາ​ເພື່ອ​ຍົກ​ລະດັບຄຸນ​ນະພາ​ບການ​ໃຫ້​ບໍລິຈາກ​ໂຮງໝໍ ​ແລະ​ສຸກສາລາ​ຫຼາຍກວ່າ
1,000 ​ແຫ່ງ​ໃຫ້​ໄດ້​ມາດ​ຕະຖານສາກົນຢ່າງ​ແທ້ຈິງ​ເທົ່າ​ນັ້ນ.

ທາງ​ດ້ານ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ (UNDP) ປະ​ເມີນ​ວ່າການ​
ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ທີ່​ຜ່ານ​ມາ ລັດຖະ
ບານ​ລາວ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ໃນ 6 ດ້ານ ກໍ​ຄື​ເດັກ​ອາຍຸ​ຕໍ່າ​ກວ່າ
5 ປີ​ ຍັງ​ມີ​ສ່ວນສູງ​ຕໍ່າ​ກວ່າ​ເກນ​ເຖິງ 38 ​ເປີ​ເຊັນ​ ສ່ວນ​ເດັກ​ທີ່​ມີ​ນໍ້າໜັກ​ຕໍ່າ​ກວ່າ​ເກນ
ກໍ​ຍັງ​ມີ​ອັດຕາ​ສະ​ເລ່ຍ​ເຖິງ 27 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ອັດຕາການ​ເຂົ້າ​ຮຽນ ​ແລະ​ຮຽນ​
ຈົບ​ຊັ້ນ​ປະຖົມ​ປີ​ທີ 5 ກໍ​ເພີ້​ມຂຶ້ນ​ຢ່າງ​ຊັກ​ຊ້າ ສ່ວນ​ອັດຕາ​ການ​ຕາຍ​ຂອງ​ເດັກ​ອາຍຸ​ຕໍ່າ
​ກວ່າ 1 ປີ​ກໍຍັງສູງ​ເຖິງ 45 ຕໍ່ 1,000 ຄົນ ຂະນະ​ທີ່​ອັດຕາ​ການ​ຕາຍຂອງ​ແມ່ຍິງ​ທີ່​ຖື
ພາ​ກໍ​ສູງ​ເຖິງ 197 ຕໍ່ 1 ​ແສນ​ຄົນ ສ່ວນ​ແມ່​ທີ່​ເກີດ​ລູກ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ
​ແພດ-ພະຍາບານ ​ກໍ​ມີ​ພຽງ 60 ​ເປີ​ເຊັນ​ເທົ່າ​ນັ້ນ.

ສ່ວນ​ສະຖານທູດ​ສະຫະລັດອາ​ເມຣິກາ ທີ່​ນະຄອນຫຼວງ​ວຽງ​ຈັນ ລາຍ​ງານ​ວ່າ​ໂຄງ
ການ​ພັດທະນາໂພ​ສະນາ​ການ​ສຳ​ລັບເດັກ​ອາຍຸ​ຕໍ່າ​ກວ່າ 5 ປີ​ທີ່​ສະຫະລັດຊ່ວຍ​ເຫຼືອ
27 ລ້ານ​ໂດ​ລາ ​ໃນ​ຊ່ວງ​ປີ 2015-2018 ກໍ​ສາມາດ​ຕອບ​ສະໜອງ​ດ້ານ​ໂພ​ສະນາ​
ການ​ທີ່​ດີໃຫ້​ກັບ​ເດັກນ້ອຍ​ລາວ ​ໄດ້​ຫຼາຍ​ກວ່າ 140,000 ຄົນ​ໃນ​ແຕ່ລະ​ວັນ ​ໃນ​ນີ້​ກໍ​ມີ​
ເຖິງ 1,450 ​ໂຮງຮຽນ​ທີ່​ຕັ້ງ​ຢູ່ໃນ​ເຂດ​ຊົນນະບົດ 7 ​ແຂວງ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ລາວ​
ອີກ​ດ້ວຍ.

XS
SM
MD
LG