ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຂົ້າສານ ທີ່ໄດ້ຮັບມາ ເພື່ອຊ່ອຍເຫຼືອ ຜູ້ປະສົບ ໄພນ້ຳຖ້ວມ ຍັງເຫຼືອຢູ່ ບໍ່ເກີນ 6 ເດືອນ


ສະຖານທີ່ພັກອາໄສຊົ່ວຄາວ ແຫ່ງນຶ່ງ ສຳລັບ ປະຊາຊົນ ໃນ 6 ບ້ານ ທີ່ໄດ້ຮັບຜົນກະທົບ ໜັກທີ່ສຸດ ຈາກໄພນ້ຳຖ້ວມ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
ສະຖານທີ່ພັກອາໄສຊົ່ວຄາວ ແຫ່ງນຶ່ງ ສຳລັບ ປະຊາຊົນ ໃນ 6 ບ້ານ ທີ່ໄດ້ຮັບຜົນກະທົບ ໜັກທີ່ສຸດ ຈາກໄພນ້ຳຖ້ວມ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.

ຄະນະສະເພາະກິດເພື່ອການກູ້ໄພສຸກເສີນລະດັບຊາດ ຍັງມີເຂົ້າສານທີ່ໄດ້ຮັບຈາກ
ການບໍລິຈາກຂອງໜ່ວຍງານຕ່າງໆ ສຳລັບໃຫ້ການຊ່ອຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ທີ່ເມືອງສະໜາມໄຊ ໄດ້ອີກບໍ່ເກີນ 6 ເດືອນ.

ທ່ານຄຳຫວັນ ຈັນທະໂຄດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງອັດຕະປື
ຖະແຫລງຢືນຢັນວ່າ ການຊ່ອຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຈາກກໍລະນີເຂື່ອນໄຟຟ້າ
ເຊປຽນ-ເຊນ້ຳນ້ອຍແຕກ ຢູ່ທີ່ເຂດເມືອງສະໜາມໄຊໃນແຕລະວັນນັ້ນ ຈະຕ້ອງໄດ້ຕອບ
ສະໜອງເຂົ້າສານໃຫ້ກັບຜູ້ປະສົບໄພໃນປະລິມານ ສະເລ່ຍເຖິງ 10 ໂຕນ ທີ່ໄດ້ຮັບ
ຈາກການບໍລິຈາກຂອງພາກສ່ວນຕ່າງໆ ທັງໃນແລະຕ່າງປະເທດ ນັບຕັ້ງແຕ່ວັນທີ 24
ກໍລະກົດ 2018 ເປັນຕົ້ນມາ ຫາກແຕ່ມາເຖິງປັດຈຸບັນ ກໍປາກົດວ່າ ປະລິມານເຂົ້າສານ
ທີ່ໄດ້ຈາກການບໍລິຈາກດັ່ງກ່າວ ຍັງຄົງເຫຼືອ ສຳລັບໃຫ້ການຊ່ອຍເຫຼືອແກ່ຜູ້ປະສົບໄພ
ນ້ຳຖ້ວມ ທີ່ເມືອງສະໜາມໄຊ ໄດ້ຕໍ່ໄປອີກບໍ່ເກີນ 6 ເດືອນເທົ່ານັ້ນ ຈຶ່ງເຮັດໃຫ້ຄະນະ
ສະເພາະກິດເພື່ອການກູ້ໄພສຸກເສີນລະດັບຊາດ ຈະຕ້ອງໄດ້ຈັດຫາເຂົ້າສານມາເພີ້ມ
ເຕີມໃຫ້ພຽງພໍ ກັບຄວາມຕ້ອງການຂອງຜູ້ປະສົບໄພ ໂດຍສະເພາະແມ່ນຜູ້ປະສົບໄພ
ນ້ຳຖ້ວມ ຢ່າງໜັກໜ່ວງທີ່ສຸດ ໃນ 6 ບ້ານນັ້ນ ດັ່ງທີ່ ທ່ານຄຳຫວັນ ໄດ້ໃຫ້ການຢືນຢັນວ່າ:

“ຄັນວ່າຖ້າເບິ່ງຄວາມເປັນຈິງ ໃນການຕອບສະໜອງໃຫ້ແກ່ຜູ້ປະສົບໄພ ໃນ 6 ບ້ານ
ຈະເຫັນວ່າ ມັນບໍ່ທັນພຽງພໍ ໂດຍສະເພາະແມ່ນເລື້ອງເຂົ້າຫັ້ນໜາ ທີ່ໄດ້ຮັບການຊ່ອຍ
ເຫຼືອ ມາເຖິງປັດຈຸບັນນີ້ ຖ້າຄິດໄລ່ເບິ່ງຈະໄດ້ໄປຕົກຢູ່ໃນເດືອນ 12 ແລ້ວ ພວກເຮົາ
ຈະໄດ້ພ້ອມກັນສົມທົບກັບພາກສ່ວນເມືອງສະໜາມໄຊ ເພື່ອພ້ອມກັນຂຶ້ນແຜນໃນ
ການຈັດຊື້ ຕອນນີ້ເບິ່ງກະສິກຸ້ມໄປປະມານອີກ 5-6 ເດືອນນີ້ຫລະ.”

ແມ່ລູກອ່ອນຄົນ ກຳລັງອຸ້ມລູກນ້ອຍ ພ້ອມກັບນົມ ແລະນ້ຳກະປ໋ອງ ແລະຢູ່ດ້ານຫລັງ ປະຊາຊົນເມືອງສະໜາມໄຊ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຍ້ອນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ກຳລັງໄດ້ຮັບການຊ່ອຍເຫຼືອ.
ແມ່ລູກອ່ອນຄົນ ກຳລັງອຸ້ມລູກນ້ອຍ ພ້ອມກັບນົມ ແລະນ້ຳກະປ໋ອງ ແລະຢູ່ດ້ານຫລັງ ປະຊາຊົນເມືອງສະໜາມໄຊ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຍ້ອນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ກຳລັງໄດ້ຮັບການຊ່ອຍເຫຼືອ.

ທັງນີ້ ໂດຍເມືອງສະໜາມໄຊທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເກີດຈາກກໍລະນີ
ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນຄັ້ງນີ້ ນັບເປັນເມືອງນຶ່ງ ທີ່ທຸກຍາກທີ່ສຸດ ໃນແຂວງ
ອັດຕະປື ໂດຍມີ 40 ບ້ານ 6,771 ຄອບຄົວມີພົນລະເມືອງທັງໝົດ 36,000 ກວ່າຄົນ
ໃນນີ້ກໍມີບ້ານທີ່ຖືກກະທົບຈາກໄພນ້ຳຖ້ວມ 13 ບ້ານ ມີ 2,717 ຄອບຄົວ ຫຼື 13,067 ຄົນ
ໂດຍທີ່ໄດ້ຮັບຜົນກະທົບທັງ 100 ເປີເຊັນ ນັ້ນມີ 6 ບ້ານ ຄືບ້ານຫີນລາດ ບ້ານສະໜອງ
ໃຕ້ ບ້ານທ່າຫີນ ບ້ານໃໝ່ ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ຊຶ່ງມີປະຊາກອນ ລວມ
ກັນ 1,611 ຄອບຄົວ 7,095 ຄົນ ທີ່ຍ້າຍມາຢູ່ເຂດປອດໄພ 6 ຈຸດ ຄື ເທດສະບານເມືອງ
ສະໜາມໄຊ ບບ້ານຕອມຍອດ ບ້ານດອນບົກ ບ້ານປີນດົງ ບ້ານດອນທົດ ແລະ ໂຮງຮຽນ
ມັດທະຍົມສົມບູນຈັນທາ ໂດຍອຳນາດການປົກຄອງເມືອງສະໜາມໄຊ ໄດ້ມອບເງິນຊ່ອຍ
ເຫຼືອ ເບື້ອງຕົ້ນ ໃຫ້ກັບຜູ້ປະສົບໄພດັ່ງກ່າວແລ້ວ ຄອບຄົວລະ 5 ແສນກີບ ຫາກແຕ່ວ່າ
ກໍຍັງບໍ່ພຽງພໍກັບຄວາມຕ້ອງການໃນຊີວິດ ທີ່ເປັນຈິງ ດັ່ງທີ່ປະຊາຊົນຜູ້ປະສົບໄພຄົນນຶ່ງ
ທີ່ພັກອາໄສ ຢູ່ສະຖານຮອງຮັບຊົ່ວຄາວ ເທດສະບານເມືອງສະໜາມໄຊ ໄດ້ໃຫ້ການຢືນ
ຢັນວ່າ:

“ທາງຂັ້ນເທິງ ກະເບິ່ງແຍງດີພໍສົມຄວນຢູ່ ໂດຍສະເພາະເປັນອາຫານການກິນ ເຄື່ອງ
ນຸ່ງຖື ແລະບ່ອນນອນ ບ່ອນຢູ່ນີ້ແຫລະ ເປັນເຄື່ອງໃຊ້ໄມ້ສອຍ ເປັນໝໍ້ແຫກ ແຕກກະ
ໂປະ ເຄືອງຄົວກິນ ຕອນນີ້ພຽງພໍແນ່ສ່ວນນຶ່ງ ສະຫລຸບແລ້ວ ກະພໍສົມຄວນຫັ້ນແຫລະ.”

ສ່ວນທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໃນຖານະຫົວໜ້າຄະນະກຳ
ມະການ ສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ຖະແຫລງຢືນຢັນວ່າ ການເກັບກຳ
ຂໍ້ມູນຢ່າງລະອຽດ ກ່ຽວກັບການເສຍຫາຍຂອງປະຊາຊົນ ທີ່ປະສົບໄພນ້ຳຖ້ວມ ຈາກ
ກໍລະນີເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ນັບຈາກວັນທີ 23 ກໍລະກົດ 2018 ຍັງສືບ
ຕໍ່ຢູ່ເລື້ອຍມາ ຈົນເຖິງປັດຈຸບັນດ້ວຍເປົ້າໝາຍທີ່ຈະນຳເອົາ ຂໍ້ມູນທີ່ໄດ້ຈາກການລົງໄປ
ເກັບກຳໃນພື້ນທີ່ປະສົບໄພຕົວຈິງນັ້ນ ເພື່ອມານຳໃຊ້ປະກອບໃນການຮຽກຮ້ອງເອົາຄ່າ
ເສຍຫາຍ ຈາກກຸ່ມລົງທຶນກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໃຫ້ກັບຜູ້ປະສົບໄພ
ຈາກເຂື່ອນແຕກໃຫ້ໄດ້ ຢ່າງເໝາະສົມ ກັບສະພາບການເສຍຫາຍຕົວຈິງ ຍຶ່ງໄປກວ່ານັ້ນ
ກໍຍັງຈະຕ້ອງມີການສຶກສາ-ສຳຫລວດ ເພື່ອວາງຜັງເມືອງໃໝ່ທັງໝົດດ້ວຍ ໂດຍສະ
ເພາະແມ່ນ ຢູ່ທີ່ເຂດເມືອງສະໜາມໄຊ ທີ່ຕ້ອງປະສົບໄພນ້ຳຖ້ວມທັງເມືອງນັ້ນເອງ.

ໂດຍໃນປັດຈຸບັນ ທາງການລາວ ກຳລັງເລັ່ງການກໍ່ສ້າງທີ່ພັກອາໄສຊົ່ວຄາວ ແລະຈັດສັນ
ທີ່ຢູ່ອາໄສຢ່າງຖາວອນ ໃຫ້ຜູ້ປະສົບໄພ ໂດຍທາງການແຂວງອັດຕະປື ກໍໄດ້ເລືອກເອົາ
ບ້ານໜອງບົກ ບ້ານຕອມຍອດ ແລະບ້ານດົງບາກ ເປັນເຂດປຸກສ້າງທີ່ພັກອາໄສຊົ່ວຄາວ
ໃນເນື້ອທີ່ກວ້າງ 20.6 ເຮັກຕາ ຊຶ່ງການດຳເນີນງານໄດ້ຄືບໜ້າແລ້ວ ເກີນກວ່າ 60 ເປີ
ເຊັນ ສ່ວນການປຸກສ້າງທີ່ຢູ່ອາໄສຖາວອນໃນເນື້ອທີ່ 135 ເຮັກຕານັ້ນ ກໍຈະໄດ້ຈັດສັນ
ແລະ ກໍ່ສ້າງເຮືອນທີ່ມີຂະໜາດກວ້າງ 20 ແມັດ ຍາວ 40 ແມັດ ໃຫ້ແຕ່ລະຄອບຄົວ ທີ່
ປະສົບໄພ ດັ່ງກ່າວ ຊຶ່ງຖືເປັນຄວາມຮັບຜິດຊອບ ຂອງກຸ່ມຜູ້ລົງທຶນໃນໂຄງການເປັນ
ສຳຄັນ.

XS
SM
MD
LG