ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່​ງ​ຊາດ ລາວ ຈະ​​ປະ​ຕິ​ບັດ 4 ວຽກ​ງານ​ ເພື່ອ​ສົ່ງ​ເສີມ​ການ​ຄ້າ-ການ​ລົງ​ທຶນ​ ກັບຕ່າງ​ປະ​ເທດ​


ນັກ​ທຸ​ລະ​ກິດ ລາວ ຂຶ້ນ​ຮັບ​ລາງວັນທຸ​ລະ​ກິດ ອາ​ຊຽນ​ດີ​ເດັ່ນ.
ນັກ​ທຸ​ລະ​ກິດ ລາວ ຂຶ້ນ​ຮັບ​ລາງວັນທຸ​ລະ​ກິດ ອາ​ຊຽນ​ດີ​ເດັ່ນ.

ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່​ງ​ຊາດ ລາວ ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ 4 ວຽກ​ງານ​
ເພື່ອສົ່ງເສີມການຄ້າ-ການລົງທຶນລະຫວ່າງ ລາວ ກັບຕ່າງປະເທດໃຫ້ເພີ່ມຂຶ້ນ ໂດຍ
ສະເພາະການຮ່ວມມືກັບ ຈີນ ນັ້ນ.

ທ່ານ ອຸ​ເດດ ສຸ​ວັນ​ນະ​ວົງ ປະ​ທານ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ ລາວ
ຢືນຢັນວ່າ ໃນປັດຈຸບັນຄະນະກຳມະການບໍລິຫານສະພາການຄ້າ ແລະ ອຸດສາຫະກຳ
ແຫ່ງຊາດ ກຳລັງຈັດຕັ້ງປະຕິບັດໃນ 4 ວຽກງານ ເພື່ອຈະໄດ້ອຳນວຍຄວາມສະດວກ
ໃຫ້ແກ່ການສົ່ງເສີມການຄ້າ ແລະ ການລົງທຶນໃນ ລາວ ໃຫ້ດີຂຶ້ນຢ່າງຕັ້ງໜ້າອັນປະ
ກອບດ້ວຍການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs)
ໃຫ້ຜະລິດສິນຄ້າທີ່ມີຄຸນນະພາບສູງ ແລະ ສາມາດແຂ່ງຂັນໃນຕະຫຼາດສາກົນໄດ້ຢ່າງ
ແທ້ຈິງ ການແກ້ໄຂບັນດາບັນຫາທີ່ເປັນອຸບປະສັກຕໍ່ການດຳເນີນທຸລະກິດໃນ ລາວ
ການເພີ່ມມູນຄ່າການສົ່ງສິນຄ້າອອກໄປຕ່າງປະເທດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ການພັດ
ທະນາລະບົບຂໍ້ມູນທາງທຸລະກິດ ແລະ ເສດຖະກິດທີ່ທັນສະໄໝ ດັ່ງທີ່ທ່ານ ອຸເດດ
ໄດ້ໃຫ້ການຢືນຢັນວ່າ

"ສີ່​ເປົ້າ​ໝາຍ​ດັ່ງ​ກ່າວນີ້​ເປັນ​ເປົ້າ​ໝາຍ​ທີ່​ຕ້ອງ​ໄດ້​ເຮັດ​ກົມ​ກຽວ​ກັນ ແລ້ວ​ກະ​ເຮັດ​ໃຫ້​ການ​
ລົງທຶນ ແລະ ການຄ້າ ໂດຍສະເພາະແລ້ວໃນພາກພື້ນຂອງອາຊຽນ ແລະ ຂອງອາຊີ-
ປາຊີຟິກ ຈະດີຂຶ້ນພ້ອມທັງການລົງທຶນ ແລະ ການຄ້າລະຫວ່າງ ສປປ ລາວ ກັບໂລກ
ອີກທັງພວກເຮົາເອງ ສະພາການຄ້າລາວ ນີ້ກໍໄດ້ກຳນົດຍຸດທະສາດໃນການພັນທະ
ນາທຸລະກິດໃນ ສປປ ລາວ ຢ່າງລະອຽດ."

ທາງ​ດ້ານທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ ວຽກ​ງານ​ທີ່​ລັດ​
ຖະບານ ລາວ ຈະຕ້ອງເລັ່ງປັບປຸງການບໍລິຫານງານໃຫ້ມີປະສິດທິພາບໃນການປະຕິ
ບັດຕົວຈິງໃຫ້ໄດ້ໄວທີ່ສຸດ ກໍຄືການສ້າງຕັ້ງລະບົບທີ່ເອື້ອອຳນວຍຕໍ່ການເຂົ້າເຖິງແຫຼ່ງ
ເງິນທຶນກູ້ຢືມເພື່ອນຳມາໃຊ້ໃນການພັດທະນາສິນຄ້າ ແລະ ບໍລິການຂອງບັນດາ
SMEs ເພາະການຈັດຕັ້ງປະຕິບັດໃນພາກຕົວຈິງໄດ້ດຳເນີນໄປຢ່າງຊັກຊ້ານັບຕັ້ງແຕ່
ທີ່ໄດ້ປະກາດໃຊ້ກົດໝາຍສົ່ງເສີມ SMEs ເມື່ອເດືອນທັນວາ 2011 ເປັນຕົ້ນມາແລ້ວ
ເພາະວ່າພາກສ່ວນກ່ຽວກັບຂອງລັດຖະບານ ລາວ ໄດ້ຈັດຕັ້ງປະຕິບັດບັນດານິຕິກຳໃຕ້
ກົດໝາຍຢ່າງມີປະສິດທິພາບທັງຍັງບໍ່ຊັດເຈນໃນການກຳນົດນະໂຍບາຍທີ່ກຽວກັບ
ການເຂົ້າເຖິງແຫຼ່ງທຶນ ຂາດການແນະນຳທາງດ້ານວິຊາການ, ການສ້າງແຜນທຸລະກິດ
ການເຂົ້າເຖິງຕະຫຼາດ ແລະ ການຂາດຄວາມຊັດເຈນໃນນະໂຍບາຍ ກ່ຽວກັບ ອາກອນ
ທຸລະກິດ SMEs ການກຳນົດອັດຕາດອກເບ້ຍ ແລະ ອື່ນໆທີ່ລັດຖະບານ ລາວ ຈະ
ຕ້ອງປັບປຸງຢ່າງຮີບດ່ວນທີ່ສຸດ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ ລາວ ຢືນ​ຢັນ​ວ່າ​ທະ​ນາ​ຄານ​ໂລກ ໄດ້​ໃຫ້​
ການຊ່ວຍເຫຼືອເພື່ອການພັດທະນາ SMEs ໃນ ລາວ ຄິດເປັນມູນຄ່າລວມ 20 ລ້ານ
ໂດລາໃນຊ່ວງປີ 2014-2019 ໃນນີ້ເປັນການຊ່ວຍເຫຼືອດ້ານເທັກນິກ 10 ລ້ານໂດລາ
ແລະ ເງິນສຳລັບໃຫ້ SMEs ກູ້ຢືມມູນຄ່າ 10 ລ້ານໂດລາ ຊຶ່ງກໍປາກົດວ່າຈົນເຖິງປັດຈຸ
ບັນໄດ້ມີການປ່ອຍເງິນກູ້ໃຫ້ SMEs ພຽງ 42 ລາຍທີ່ຄິດເປັນມູນຄ່າລວມພຽງ 4.4
ລ້ານໂດລາເທົ່ານັ້ນ ທັງນີ້ກໍເນື່ອງຈາກການຈັດຕັ້ງປະຕິບັດທີ່ຊັກຊ້າໃນພາກລັດຖະ
ບານລາວເອງ.

ອີງ​ຕາມ​ລາຍ​ງານ​ຂອງ​ສູນ​ສະຖິ​ຕິ​ແຫ່ງ​ຊາດ​ລາວ ລະ​ບຸ​ວ່າ​ການ​ສຳຫຼວດ​ທີ່​ກ່ຽວ​ກັບ​ການ​
ຜະລິດສິນຄ້າ ແລະ ບໍລິການຂອງບັນດາຫົວໜ່ວຍທຸລະກິດ 124,830 ລາຍທົ່ວປະ
ເທດ ລາວ ພົບວ່າ 94 ເປີເຊັນເປັນຫົວໜ່ວຍທຸລະກິດທີ່ຜະລິດສິນຄ້າ ແລະ ບໍລິການ
ເພື່ອຕອບສະໜອງການບໍລິໂພກໃນປະເທດເປັນດ້ານຫຼັກ ແລະ ມີພຽງ 630 ລາຍຫຼື
0.5 ເປີເຊັນເທົ່ານັ້ນທີ່ເນັ້ນໜັກການຜະລິດສິນຄ້າເພື່ອສົ່ງອອກ ສ່ວນ 1,700 ກວ່າລາຍ
ຫຼື 1.4 ເປີເຊັນກໍເນັ້ນໜັກທັງການຜະລິດ ເພື່ອສົ່ງອອກ ແລະ ຕອບສະໜອງພາຍໃນຄູ່
ກັນໄປ.

ທັງ​ນີ້​ໂດຍ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ໄດ້​ສ້າງ​ຕັ້ງ​ສູນ​ພັດ​ທ​ະ​ນາ​ກົດ​
ໝາຍການຄ້າເມື່ອບໍ່ນານມານີ້ ດ້ວຍການຊ່ວຍເຫຼືອຈາກອົງການສະຫະປະຊາຊາດ
ໂດຍມີເປົ້າໝາຍທີ່ຈະພັດທະນາເພື່ອຍົກລະດັບຄຸນນະພາບສິນຄ້າ ລາວ ໃຫ້ມີຄຸນນະ
ພາບມາດຕະຖານ ແລະ ສາມາດທີ່ຈະແຂ່ງຂັນທາງດ້ານລາຄາໃນຕະຫຼາດສາກົນໄດ້
ຢ່າງແທ້ຈິງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ​ປັດ​ຈຸ​ບັນ​ນີ້ ກໍ​ມີ​ຫົວ​ໜ່ວຍ​ທຸ​ລະ​ກິດ SMEs ຂອງ​ພາກ​ເອ​ກະ​ຊົນ
ລາວ ຈຳນວນພຽງແຕ່ 119 ລາຍເທົ່ານັ້ນໃນທົ່ວປະເທດທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້
ກາໝາຍນຶ່ງເມືອງ-ນຶ່ງຜະລິດຕະພັນ (ODOP) ທີ່ຕ່າງຊາດຍອມຮັບວ່າ ເປັນສິນຄ້າ
ລາວ ທີ່ມີຄຸນນະພາບ ແລະ ມາດຕະຖານສາກົນ.

XS
SM
MD
LG