ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ຮຽກຮ້ອງໃຫ້ລັດ ດຳເນີນ ການສຳຫຼວດ ສະພາບປ່າໄມ້ ແລະທີ່ດິນ ຄືນໃໝ່


ສະມາຊິກສະພາແຫ່ງຊາດລາວ ທ່ານນຶ່ງ ກຳລັງ ສະແດງຄວາມຄິດ ຄວາມເຫັນ ໃນລະຫວ່າງກອງປະຊຸມ ສະໄໝສາມັນ
ສະມາຊິກສະພາແຫ່ງຊາດລາວ ທ່ານນຶ່ງ ກຳລັງ ສະແດງຄວາມຄິດ ຄວາມເຫັນ ໃນລະຫວ່າງກອງປະຊຸມ ສະໄໝສາມັນ

ສະມາຊິກສະພາແຫ່ງຊາດ ຮຽກຮ້ອງໃຫ້ລັດຖະບານດຳເນີນການສຳຫຼວດຄັ້ງໃໝ່
ກ່ຽວກັບສະພາບປ່າໄມ້ ແລະທີ່ດິນທີ່ເປັນຈິງໃນປັດຈຸບັນ ເພື່ອປະກອບໃນການວາງ
ແຜນນຳໃຊ້ປະໂຫຍດ ໃນໄລຍະຍາວ.

ທ່ານນາງສີໄຄ ສີປະເສີດ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງບໍລິຄຳໄຊ
ຖະແຫລງຢືນຢັນວ່າ ການນຳໃຊ້ປະໂຫຍດຈາກທີ່ດິນ ແລະການຂຸດຄົ້ນປ່າໄມ້
ໃນທົ່ວປະເທດລາວ ໃນປັດຈຸບັນ ຍັງຂາດເອກກະພາບທັງໃນດ້ານການບໍລິຫານ
ແລະການຄຸ້ມຄອງ ໂດຍສະເພາະ ແມ່ນການອະນຸຍາດໃຫ້ສຳປະທານປ່າໄມ້ ແລະ
ການຂຸດຄົ້ນແຮ່ທາດ ລວມເຖິງໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະສຳປະທານທີ່ດິນ
ສຳລັບໂຄງການພັດທະນາຕ່າງໆດ້ວຍນັ້ນ ໄດ້ສົ່ງຜົນກະທົບເຮັດໃຫ້ສະພາບປ່າໄມ້
ແລະທີ່ດິນໃນລາວ ມີການປ່ຽນແປງໄປ ຢ່າງຫລີກລ່ຽງບໍ່ໄດ້ ຈຶ່ງເຮັດໃຫ້ມີຄວາມຈຳ
ເປັນຢ່າງຍິ່ງທີ່ລັດຖະບານ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງດຳເນີນການສຳຫຼວດ
ຄືນໃໝ່ທັງໝົດ ດັ່ງທີ່ ທ່ານນາງສີໄຄ ໄດ້ໃຫ້ການອະທິບາຍວ່າ:

“ໂດຍສະເພາະ ເນື້ອທີ່ປ່າສະຫງວນ ເນື້ອທີ່ປ່າຍອດນ້ຳ ປ່າຜະລິດ ຫຼືເນື້ອ
ທີ່ດິນກະສິກຳ ຊຶ່ງຂ້າພະເຈົ້າເຫັນວ່າ ຕົວເລກນີ້ຕ້ອງມີການຄາດເຄື້ອນຫຼາຍ
ສະນັ້ນ ມັນມີຄວາມຈຳເປັນຈະຕ້ອງໄດ້ສຳຫຼວດຄືນໃໝ່ ເຊັ່ນ ເນື້ອທີ່ປ່າສະ
ຫງວນແຫ່ງຊາດ ພູເຂົາຄວາຍນີ້ ເນື້ອທີ່ປ່າສະຫງວນແຫ່ງຊາດນ້ຳກະດິງນີ້
ຈຳນວນບໍ່ນ້ອຍ ໄດ້ຖືກຫັນປ່ຽນໄປຮັບໃຊ້ໂຄງການຕ່າງໆ ໂດຍສະເພາະ
ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳມັງ ນ້ຳງຽບ ນ້ຳເທີນ-1 ການເຮັດແລວ
ສາຍສົ່ງໄຟຟ້າ ຫຼືວ່າອ່າງໜ້າເຂື່ອນ ອັນນີ້ກໍເຫັນວ່າ ມີຄວາມຈຳເປັນ ທີ່ລັດ
ຖະບານຈະຕ້ອງໄດ້ມີວິທີການແນວໃດ ເພື່ອເຮັດໃຫ້ຕົວເລກດັ່ງກ່າວຫັ້ນ
ມັນຊັດເຈນຂຶ້ນຕື່ມເນາະ.”

ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ປະຊາຊົນຍັງພາກັນຖາງປ່າເຮັດໄຮ່
ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ປະຊາຊົນຍັງພາກັນຖາງປ່າເຮັດໄຮ່

ກ່ອນໜ້ານີ້ ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບພະຍາກອນ
ທຳມະຊາດ ແລະສິ່ງແວດລ້ອມ ກໍໄດ້ໃຫ້ການຢືນຢັນວ່າ ສາເຫດສຳຄັນ ທີ່ເຮັດໃຫ້
ການຄຸ້ມຄອງທີ່ດິນ ບໍ່ມີປະສິດທິພາບອີກ ທັງຍັງເປັນຊ່ອງວ່າງ ເຮັດໃຫ້ມີການຍັກ
ຍອກເອົາທີ່ດິນຂອງລັດ ໄປຂາຍໃຫ້ກັບບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດ ທີ່ລົງທຶນຢູ່ໃນລາວ ຢ່າງກວ້າງຂວາງດ້ວຍນັ້ນ ເພາະວ່າ ລາວຍັງບໍ່ທັນມີແຜນແມ່ບົດ
ວ່າດ້ວຍ ການຈັດສັນທີ່ດິນແຫ່ງຊາດ ຈຶ່ງບໍ່ມີຫລັກການຈັດຕັ້ງປະຕິບັດຮ່ວມ ທີ່ໄດ້ມາດ
ຕະຖານດຽວກັນ.

ທາງດ້ານທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່
ຢືນຢັນວ່າ ໄດ້ສຳຫຼວດພົບແຮ່ທາດຫຼາຍກວ່າ 570 ແຫ່ງ ທີ່ກວມເອົາເນື້ອທີ່ກວ້າງກວ່າ
162,104 ກິໂລແມັດມົນທົນ ຫຼືເກີນກວ່າ 68 ເປີເຍັນຂອງພື້ນທີ່ທັງໝົດໃນລາວ ໂດຍທີ່
ທາງການລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ໃຫ້ສຳປະທານ ແກ່ເອກກະຊົນລາວ
ແລະຕ່າງຊາດໄປແລ້ວ ເຖິງ 649 ບໍລິສັດ ໃນ 942 ກິດຈະການ.

ສາເຫດສຳຄັນ ທີ່ເຮັດໃຫ້ ການຄຸ້ມຄອງທີ່ດິນ ບໍ່ມີປະສິດທິພາບອີກ ທັງຍັງເປັນຊ່ອງວ່າງ ເຮັດໃຫ້ມີການຍັກ ຍອກເອົາທີ່ດິນຂອງລັດ ໄປຂາຍໃຫ້ກັບບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດ ທີ່ລົງທຶນຢູ່ໃນລາວ
ສາເຫດສຳຄັນ ທີ່ເຮັດໃຫ້ ການຄຸ້ມຄອງທີ່ດິນ ບໍ່ມີປະສິດທິພາບອີກ ທັງຍັງເປັນຊ່ອງວ່າງ ເຮັດໃຫ້ມີການຍັກ ຍອກເອົາທີ່ດິນຂອງລັດ ໄປຂາຍໃຫ້ກັບບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດ ທີ່ລົງທຶນຢູ່ໃນລາວ

ພາຍໃຕ້ສະພາບການດັ່ງກ່າວນີ້ ກໍເຮັດໃຫ້ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ
ໄດ້ມີຄຳສັ່ງແຕ່ງຕັ້ງຄະນະສະເພາະກິດ ເພື່ອສຶກສາວິໄຈ ແລະວິເຄາະບັນຫາການນຳ
ໃຊ້ທີ່ດິນ ໃນທົ່ວປະເທດລາວ ໃນປີ 2017 ແລະຈາກການຈັດຕັ້ງປະຕິບັດທີ່ຜ່ານມາ
ກໍປາກົດວ່າ ສາມາດຍຶດເອົາທີ່ດິນຂອງລັດ ທີ່ຖືກຍັກຍອກໄປ ກັບຄືນມາໄດ້ຄິດເປັນ
ເນື້ອທີ່ກວ້າງກວ່າ 1 ໝື່ນເຮັກຕາ.

ທາງດ້ານເຄືອຂ່າຍການພັັດທະນາແບບເປີດ (Oen Development Network) ກໍ
ໄດ້ສະເໜີລາຍງານວ່າ ລັດຖະບານລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ກັບ
ບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວ ຄິດເປັນເນື້ອທີ່ກວ້າງກວ່າ 1ລ້ານ
1 ແສນເຮັກຕາ ຊຶ່ງທຽບໄດ້ກັບເນື້ອທີ່ນາປີຂອງລາວ ທັງປະເທດ ໂດຍນັກທຸລະກິດ
ຈີນ ຖືຄອງພື້ນທີ່ສຳປະທານກວ້າງກວ່າ 4 ແສນເຮັກຕາ ຕິດຕາມດ້ວຍນັກທຸລະກິດ
ຫວຽດນາມ ແລະໄທ ທີ່ຖືຄອງພື້ນທີ່ສຳປະທານກວ້າງກວ່າ 3 ແສນແລະ 2 ແສນ
ເຮັກຕາ ຕາມລຳດັບ.

ເຄືອຂ່າຍການພັດທະນາແບບເປີດ ໄດ້ລາຍງານດ້ວຍວ່າ ປະຊາຊົນລາວ ກຳລັງ
ປະເຊີນກັບການສູນເສຍທີ່ດິນໄປໃຫ້ກັບບັນດານັກທຸລະກິດຈີນ ແລະຫວຽດນາມ
ເພີ້ມຂຶ້ນນັບມື້ ໂດຍທີ່ມີສາເຫດມາຈາກການເຂົ້າຮ່ວມ ໃນໂຄງການກະເສດພັນທະ
ທີ່ລັດຖະບານລາວ ໃຫ້ການສະໜັບສະໜຸນນັກທຸລະກິດຈີນ ແລະຫວຽດນາມ ຕົວຢ່າງ
ຄືໂຄງການປູກຢາງພາລາ ທີ່ປະຊາຊົນລາວ ຕ້ອງກູ້ຢືມເງິນຈາກນັກທຸລະກິດຈີນ ແລະ
ຫວຽດນາມ ຄັນເມື່ອລາຄາຢາງຕົກຕ່ຳ ກໍເຮັດໃຫ້ປະຊາຊົນລາວ ບໍ່ມີເງິນໃຊ້ໜ້າ ຈຶ່ງ
ຖືກນາຍທຶນຈີນ ແລະຫວຽດນາມ ຍຶດທີ່ດິນໄປແລ້ວ 2,640 ກວ່າກໍລະນີ ໃນເນື້ອທີ່
ກວ້າງກວ່າ 5 ໝື່ນເຮັກຕາ ນັບແຕ່ປີ 2011 ເປັນຕົ້ນມາ.

XS
SM
MD
LG