ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດ ລາວ ຮັບຮອງເອົາ ກົດໝາຍສະບັບໃໝ່ ທີ່ວ່າດ້ວຍຊາວໜຸ່ມ ລາວ


ກອງປະຊຸມສະຫະພັນຊາວໜຸ່ມ ລາວ.
ກອງປະຊຸມສະຫະພັນຊາວໜຸ່ມ ລາວ.

ສະພາແຫ່ງຊາດ ລາວ ຮັບຮອງເອົາກົດໝາຍສະບັບໃໝ່ ທີ່ວ່າດ້ວຍຊາວໜຸ່ມ ລາວ ເພື່ອຮອງຮັບບົດບາດຂອງສະຫະພັນຊາວໜຸ່ມໃນການສຶກສາອົບຮົມ ແລະ ສ້າງຄວາມຈົງຮັກພັກດີຂອງເຍົາວະ ຊົນຕໍ່ພັກ.


ກອງປະຊຸມສະໄໝສາມັນຄັ້ງທີ 10 ຂອງສະພາແຫ່ງຊາດ ລາວ ໄດ້ລົງມະຕິຮັບຮອງເອົາກົດໝາຍໃໝ່ທີ່ວ່າດ້ວຍຊາວໜຸ່ມ ລາວ ເມື່ອວັນທີ 10 ພະຈິກ 2020 ທີ່ຜ່ານມາ ດ້ວຍສຽງສະໜັບສະໜູນ 102 ສຽງ, ຄັດຄ້ານ​ 14 ສຽງ ແລະ ບໍ່ອອກຄວາມເຫັນ 4 ສຽງຈາກຈຳນວນສະມາຊິກ 120 ຄົນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໂດຍກົດໝາຍວ່າດ້ວຍຊາວໜຸ່ມ ລາວ ປະກອບດ້ວຍບົດບັນຍັດ 9 ພາກ 7 ໝວດ 63​ ມາດຕາທີ່ມີເປົ້າໝາຍບັງຄັບໃຊ້ເພື່ອຮອງຮັບສະຖານະພາບ ແລະ ບົດບາດໜ້າທີ່ຂອງສະຫະພັນຊາວໜຸ່ມ ລາວ ທີ່ສູນກາງຊາວໜຸ່ມປະຕິວັດ ລາວ ໄດ້ສ້າງຕັ້ງຊຶ້ນມາ ເພື່ອຮັບຜິດຊອບໃນການກໍ່ສ້າງຮາກຖານແນວຄິດການເມືອງ ເພື່ອເຮັດໃຫ້ຊາວໜຸ່ມ ລາວ ຫ່າງໄກຈາກປາກົດການຫຍໍ້ທໍ້ທາງສັງຄົມ ແລະ ຫັນມາເສີມສ້າງແນວຄິດ ຄວາມຈົງຮັກພັກດີ ແລະ ສຳນຶກໃນຄຸນງາມຄວາມດີຂອງການນຳພັກປະຊາຊົນປະຕິວັດ ລາວ ດັ່ງທີ່ທ່ານ ອະລຸນໄຊ ສຸນນະລາດ ເລຂາທິການສູນກາງຊາວໜຸ່ມລາວຢືນຢັນວ່າ

“ໃນສະພາບປັດຈຸບັນ ແລະ ອະນາຄົດ ຊາວໜຸ່ມ ລາວ ແມ່ນນັບມື້ນັບເພີ່ມຂຶ້ນ ໃນນີ້ຊາວໜຸ່ມຈຳ ນວນຫຼາຍສົມຄວນທີ່ຍັງບໍ່ໄດ້ການຄຸ້ມຄອງ ແລະ ປົກປ້ອງສົ່ງເສີມ ແລະ ພັດທະນາຢ່າງເປັນລະບົບ ຈຶ່ງພາໃຫ້ຊາວໜຸ່ມຈຳນວນນຶ່ງມີແນວຄິດ ແລະ ເຄື່ອນໄຫວບໍ່ສອດຄ່ອງກັບກົດໝາຍ, ວັດທະນະ ທຳ, ຮີດຄອງປະເພນີອັນດີງາມຂອງຊາດ ຊຶ່ງເປັນສາເຫດໃຫ້ເກີດປາກົດການຫຍໍ້ທໍ້ເປັນຕົ້ນແມ່ນບັນຫາຢາເສບຕິດ, ອຸບັດຕິເຫດທ້ອງຖະໜົນ ແລະ ບັນຫາປາກົດການຫຍໍ້ທໍ້ອື່ນໆ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງຊາວໜຸ່ມຂອງພວກເຮົາ.”

ທ່ານ ອະລຸນໄຊ ຢືນຢັນວ່າການກໍ່ສ້າງຮາກຖານແນວຄິດທາງການເມືອງໃຫ້ກັບຊາວໜຸ່ມ ລາວ ຈະຕ້ອງໄດ້ສືບຕໍ່ການຈັດຕັ້ງປະຕິບັດໄປຢ່າງຕໍ່ເນື່ອງ ແນໃສ່ການຫຼໍ່ຫຼອມໃຫ້ຊາວໜຸ່ມເປັນຜູ້ສືບທອດພາລະກິດໃນການກໍ່ສ້າງພັກ-ລັດໃຫ້ໝັ້ນຄົງ, ແຂງແຮງ, ມີສະຖຽນລະພາບ ແລະ ເສີມສ້າງຄວາມສາມັກຄີກັບຄົນ ລາວ ທີ່ຢູ່ຕ່າງປະເທດດ້ວຍນັ້ນ ກໍຄືເປົ້າໝາຍສຳຄັນປະການນຶ່ງຂອງການສ້າງກົດໝາຍຊາວໜຸ່ມ ແລະ ການສ້າງຕັ້ງສະຫະພັນຊາວໜຸ່ມ ລາວ ຂຶ້ນມາຢ່າງເປັນທາງການໃນຄັ້ງນີ້.

ທາງດ້ານເຈົ້າໜ້າທີ່ອົງການ Human Right Watch ໃນອາຊຽນບອກວ່າ ກົດໝາຍວ່າດ້ວຍຊາວ ໜຸ່ມລາວ ກໍຄືສ່ວນປະກອບຂອງກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຕິວັດ ລາວ ສະບັບປັບປຸງ ທີ່ປະກາດບັງຄັບໃຊ້ຢ່າງເປັນທາງການໃນວັນທີ 14​ ມິຖຸນາ 2017 ເປັນຕົ້ນມາ ເພາະເຫັນວ່າການທີ່ຊາວໜຸ່ມ ລາວ ໄດ້ຕິດຕໍ່-ພົວພັນ-ແລກປ່ຽນຂໍ້ມູນຂ່າວສານກັບພາຍນອກດ້ວຍສື່ສັງຄົມອອນໄລນ໌ຫຼາຍຂຶ້ນນັບມື້ ຍ່ອມຈະສົ່ງຜົນກະທົບຕໍ່ແນວຄວາມຄິດການເມືອງ ແລະ ຄວາມເຊື່ອຂອງຊາວໜຸ່ມ ລາວ ທີ່ມີຕໍ່ການນຳພັກ-ລັດໃນ ລາວ ຢ່າງຫຼີກລ່ຽງບໍ່ໄດ້ໂດຍສະເພາະການວິພາກວິຈານການຈັດ ຕັ້ງປະຕິບັດແຜນການພັດທະນາຕ່າງໆທີ່ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ ກໍຖືເປັນບັນຫາທີ່ພັກ-ລັດໃນ ລາວ ໄດ້ດຳເນີນມາດຕະການຄວບຄຸມ ແລະ ດຳເນີນຄະດີເພື່ອລົງໂທດຜູ້ທີ່ວິພາກວິຈານພັກ-ລັດໃນ ລາວ ຢ່າງເດັດຂາດ ດັ່ງທີ່ເຈົ້າໜ້າທີ່ Human Right Watch ໄດ້ກ່າວເຖິງກໍລະນີທ້າວ ອັອດ ໄຊຍະວົງ ນັກເຄື່ອນໄຫວເພື່ອສິດທິມະນຸດໃນ ລາວ ຊຶ່ງຫາຍຕົວໄປໂດຍບໍ່ມີຮ່ອງຮອຍໃນ ໄທ ເມື່ອປີ 2019 ວ່າ

“Human Right Watch ຖະແຫຼງການຮຽກຮ້ອງໃຫ້ທາງການ ໄທ ສອບສວນວ່າ ເກີດຫຍັງຂຶ້ນ ເພາະວ່າທຸກຄົນທີ່ຢູ່ໃນປະເທດ ໄທ ຄວນຈະໄດ້ຮັບການຄຸ້ມຄອງຄວາມປອດໄພໃນຊີວິດທີ່ສຳຄັນກໍຄືວ່າ ທ່ານ ອັອດ ໄຊຍະວົງ ມີສະຖານະທີ່ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພສະຫະປະຊາຊາດ ຂຶ້ນທະບຽນເປັນຜູ້ລີ້ໄພ ກໍຄືເຂົາມີເຫດວ່າເຂົາຢູ່ໃນປະເທດ ລາວ ບໍ່ໄດ້ ພໍເຂົາມີສະຖານະເປັນຜູ້ລີ້ໄພ ໄທ ກໍມີພັນທະວ່າດ້ວຍການຫ້າມສົ່ງກັບບຸກຄົນທີ່ໜີຮ້ອນມາເພິ່ງເຢັນ.”

ນອກຈາກນັ້ນສານປະຊາຊົນແຂວງຈຳປາສັກ ກໍໄດ້ຕັດສິນລົງໂທດຈຳຄຸກ 5 ປີ ແລະ ປັບໄໝ 20 ລ້ານກີບຕໍ່ນາງ ຮວຍເຮືອງ ໄຊຍະບູລີ ແມ່ຄ້າທີ່ເມືອງໂພນທອງ ທີ່ກະທຳຜິດ ດ້ວຍການໂຄສະນາຕ້ານພັກ-ລັດ ຕາມມາດຕາ 117 ຂອງກົດໝາຍອາຍາ ເມື່ອເດືອນກັນຍາ 2019 ທີ່ຜ່ານມາເຊັ່ນດຽວກັນ.

XS
SM
MD
LG