ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດລາວ ຊຸດທີ 8 ຈະມີສະມາຊິກ ລວມທັງໝົດ ຈຳນວນ 150 ຄົນ


ກອງປະຊຸມ ຄະນະກຳມະການເລືອກຕັ້ງລະດັບຊາດ ທີ່ປະກອບ ດ້ວຍສະມາຊິກ 17 ທ່ານ ພາຍໃຕ້ການເປັນປະທານຂອງ ທ່ານບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ
ແລະຮອງປະທານປະເທດ.
ກອງປະຊຸມ ຄະນະກຳມະການເລືອກຕັ້ງລະດັບຊາດ ທີ່ປະກອບ ດ້ວຍສະມາຊິກ 17 ທ່ານ ພາຍໃຕ້ການເປັນປະທານຂອງ ທ່ານບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ ແລະຮອງປະທານປະເທດ.

ສະພາແຫ່ງຊາດລາວ ຊຸດທີ 8 ຈະມີສະມາຊິກຈຳນວນ 150 ຄົນ
ໂດຍຄາດວ່າ ພັກປະຊາຊົນປະຕິວັດລາວ ຈະໃຫ້ການຮັບຮອງ
ສະມາຊິກພັກ ເພື່ອໃຫ້ເປັນຜູ້ສະມັກແຂ່ງຂັນ ຈຳນວນ 700
ກວ່າຄົນ ໃນທົ່ວປະເທດ.

ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າ ສະພາແຫ່ງ
ຊາດລາວ ຊຸດທີ 8 ຈະມີສະມາຊິກ ຈຳນວນ 150 ຄົນ ທີ່ຈະມາຈາການເລືອກຕັ້ງ ຂອງ
ປະຊາຊົນລາວ ໃນທົ່ວປະເທດ ທີ່ມີອາຍຸຕັ້ງແຕ່ 18 ປີ ຂຶ້ນໄປ ໂດຍຄາດວ່າ ພັກປະຊາ
ຊົນປະຕິວັດລາວ ຈະໃຫ້ການຮັບຮອງສະມາຊິກພັກ ຈຳນວນ 700 ກວ່າຄົນ ໃຫ້ເປັນ
ຜູ້ສະໝັກແຂ່ງຂັນ ໃນການເລືອກຕັ້ງ ທີ່ຈະມີຂຶ້ນ ໃນວັນທີ 20 ມີນາ 2016 ຊຶ່ງເປັນມື້
ດຽວກັນກັບການເລືອກຕັ້ງ ສະມາຊິກສະພາປະຊາຊົນຂັ້ນແຂວງ.

ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າ ສະພາແຫ່ງ ຊາດລາວ ຊຸດທີ 8 ຈະມີສະມາຊິກ ຈຳນວນ 150 ຄົນ ທີ່ຈະມາຈາການເລືອກຕັ້ງ ຂອງ ປະຊາຊົນລາວ ໃນທົ່ວປະເທດ ທີ່ມີອາຍຸຕັ້ງແຕ່ 18 ປີ ຂຶ້ນໄປ.
ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າ ສະພາແຫ່ງ ຊາດລາວ ຊຸດທີ 8 ຈະມີສະມາຊິກ ຈຳນວນ 150 ຄົນ ທີ່ຈະມາຈາການເລືອກຕັ້ງ ຂອງ ປະຊາຊົນລາວ ໃນທົ່ວປະເທດ ທີ່ມີອາຍຸຕັ້ງແຕ່ 18 ປີ ຂຶ້ນໄປ.

ທັງນີ້ ໂດຍອີງຕາມກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກ
ສະພາແຫ່ງຊາດ ໄດ້ກຳນົດໄວ້ວ່າ ໃນຈຳນວນປະຊາກອນລາວ
ທຸກໆ 50,000 ຄົນ ໃຫ້ມີສະມາຊິກສະພາແຫ່ງຊາດໄດ້ 1 ຄົນ
ຫາກແຕ່ວ່າ ໃນແຕ່ລະແຂວງຈະຕ້ອງມີສະມາຊິກສະພາແຫ່ງ
ຊາດບໍ່ໜ້ອຍກວ່າ 5 ຄົນ ແລະ ຫຼາຍສຸດ ບໍ່ໃຫ້ເກີນ 19 ຄົນ
ສ່ວນຈຳນວນສະມາຊິກສະພາປະຊາຊົນຂັ້ນແຂວງນັ້ນ ກໍໃຊ້
ສັດສ່ວນດຽວກັນນີ້ ຫາກແຕ່ວ່າ ສະພາປະຊາຊົນຂັ້ນແຂວງ
ຈະຕ້ອງມີຈຳນວນສະມາຊິກບໍ່ໜ້ອຍກວ່າ 15 ຄົນ ໃນແຕ່ລະ
ແຂວງ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ອອກ
ລັດຖະດຳລັດເລກທີ 224/ປປທ ເມື່ອວັນທີ່ 30 ທັນວາ 2015 ເພື່ອກຳນົດໃຫ້ວັນທີ 20
ມີນາ 2016 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 8 ແລະສະມາ
ຊິກສະພາປະຊາຊົນຂັ້ນແຂວງໃນທົ່ວປະເທດ ໂດຍພ້ອມກັນນີ້ ປະທານປະເທດລາວ
ກໍຍັງໄດ້ອອກລັດຖະດຳລັດ ເລກທີ 225/ປປທ ເມື່ອວັນທີ 30 ທັນວາ 2015 ເພື່ອປະ
ກາດແຕ່ງຕັ້ງ ຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອຮັບຜິດຊອບຈັດການເລືອກ
ຕັ້ງດັ່ງກ່າວດ້ວຍ.

ຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍ ສະມາຊິກ 17 ທ່ານ ພາຍໃຕ້
ການເປັນປະທານຂອງ ທ່ານບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ
ແລະຮອງປະທານປະເທດ ພ້ອມກັນນີ້ ກໍມີຄະນະກຳມະການ ທີ່ຮັບຜິດຊອບ ໃນແຕ່
ລະດ້ານອີກດ້ວຍ ດັ່ງທີ່ທ່ານສົມພັນ ໄດ້ຖະແຫລງຢືນຢັນວ່າ:

“ໂຄງປະກອບກົງຈັກ ການຈັດຕັ້ງ ແລະບຸກຄະລາກອນຂອງຄະນະກຳມະການ
ເລືອກຕັ້ງລະດັບຊາດ ມີ 17 ທ່ານ ໃນນັ້ນ ປະທານຄະນະກຳມະການເລືອກຕັ້ງ
ລະດັບຊາດ 1 ທ່ານ, ຮອງປະທານຄະນະກຳມະການເລືອກຕັ້ງລະດັບຊາດ 1
ທ່ານ ທັງເປັນຜູ້ປະຈຳການ, ກຳມະການຂອງຄະກຳມະການເລືອກຕັ້ງ ລະດັບ
ຊາດ 15 ທ່ານ, ຄະນະປະຈຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ມີ
7 ທ່ານ ໃນນັ້ນ ປະທານຄະນະປະຈຳຂອງຄະນະກຳມະການເລືອກຕັ້ງລະດັບ
ຊາດ 1 ທ່ານ ຮອງປະທານຄະນະປະຈຳຂອງຄະນະກຳມະການເລືອກຕັ້ງລະ
ດັບຊາດ 1 ທ່ານ ກຳມະການຄະນະປະຈຳຂອງຄະນະກຳມະການເລືອກຕັ້ງ
ລະດັບຊາດ 5 ທ່ານ.”

ກ່ອນໜ້ານີ້ ທ່ານຈູມມະລີ ໄດ້ອອກລັດຖະດຳລັດ ເພື່ອປະກາດບັງຄັບໃຊ້ ລັດຖະທຳ
ມະນູນແຫ່ງ ສປປ. ລາວ ສະບັບປັບປຸງ ປີ 2015 ເລກທີ 214/ປປທ ໃນວັນທີ 15
ທັນວາ 2015 ໂດຍອີງຕາມລັດຖະທຳມະນູນ ສະບັບປັບປຸງປີ 2003 ໝວດທີ 6
ມາດຕາ 67 ແລະມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 012/ສພຊ ລົງວັນ
ທີ 8 ທັນວາ 2015 ວ່າດ້ວຍການຮັບຮອງເອົາລັດຖະທຳມະນູນແຫ່ງ ສປປ. ລາວ ສະ
ບັບປັບປຸງປີ 2015 ຊຶ່ງເປັນຜົນໃຫ້ລັດຖະທຳມະນູນ ສະບັບນີ້ ມີຜົນບັງຄັບໃຊ້ ນັບຕັ້ງ
ແຕ່ວັນທີ 15 ທັນວ່າ 2015 ເປັນຕົ້ນໄປ.

ໂດຍລັດຖະທຳມະນູນ ສະບັບປັບປຸງໃໝ່ນີ້ ປະກອບມີ 14 ໝວດ 119 ມາດຕາ ແລະ
ໃນນີ້ມີ 3 ໝວດ 21 ມາດຕາໃໝ່ ທີ່ເພີ້ມຂຶ້ນຈາກເດີມ ກໍຄືໝວດທີ່ວ່າດ້ວຍສະພາປະ
ຊາຊົນທ້ອງຖິ່ນ ອົງການກວດສອບແຫ່ງລັດ ແລະຄະນະກຳມະການເລືອກຕັ້ງລະດັບ
ຊາດ ພ້ອມທັງຍັງໄດ້ປັບປຸງຄຳນຳ ກັບບົດບັນຍັດ ໃນໝວດທີ່ວ່າດ້ວຍສະພາແຫ່ງຊາດ
ປະທານປະເທດ ກັບລັດຖະບານ ການປົກຄອງທ້ອງຖິ່ນ ສານປະຊາຊົນ ແລະອົງການ
ໄອຍະການປະຊາຊົນ.

ນອກຈາກນັ້ນ ກອງປະຊຸມ ຍັງໄດ້ມີການພິຈາລະນາຮ່າງກົດໝາຍໃໝ່ 3 ສະບັບ ຄື
ກົດໝາຍວ່າດ້ວຍສະພາແຫ່ງຊາດ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ
ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະ
ຊາຊົນຂັ້ນແຂວງ ຕາມລຳດັບ.

ໂດຍລັດຖະທຳມະນູນ ສະບັບປັບປຸງ ແລະກົດໝາຍໃໝ່ ທັງ 3 ສະບັບດັ່ງກ່າວ ຖືເປັນ
ສ່ວນປະກອບສຳຄັນ ໃນການປະຕິຮູບ ທາງດ້ານການຄຸ້ມຄອງລັດ ເພື່ອການກະຈາຍ
ອຳນາດການບໍລິຫານ ໄປສູ່ລະດັບທ້ອງຖິ່ນ ໃຫ້ຫຼາຍຂຶ້ນ ທັງຍັງເປັນຫຼັກການສຳຄັນ
ທີ່ທາງການລາວ ໄດ້ສັນຍາໄວ້ກັບນານາຊາດ ເພື່ອເປັນການແລກກັບການຊ່ວຍເຫຼືອ
ທີ່ຈະໄດ້ຮັບຈາກຕ່າງປະເທດ ຢ່າງຕໍ່ເນື່ອງນັ້ນເອງ.

XS
SM
MD
LG