ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະປະຈຳ ສະພາແຫ່ງຊາດລາວ ຊຸດທີ 8 ສາມາດຈັດຕັ້ງປະຕິບັດແຜນການ ໄດ້ຕໍ່າກວ່າເປົ້າໝາຍ ທີ່ວາງໄວ້ ໃນຊ່ວງປີ 2016 ຫາ 2020


ຄະນະປະຈຳສະພາແຫ່ງຊາດລາວສຸດທີ 8 ແຫ່ງ ສປປ ລາວ.
ຄະນະປະຈຳສະພາແຫ່ງຊາດລາວສຸດທີ 8 ແຫ່ງ ສປປ ລາວ.

ຄະນະປະຈຳສະພາແຫ່ງຊາດລາວຊຸດທີ 8 ສາມາດຈັດຕັ້ງປະຕິບັດແຜນການໄດ້ຕໍ່າ
ກວ່າເປົ້າໝາຍທີ່ວາງໄວ້ ໃນຊ່ວງປີ 2016 ຫາ 2020 ໂດຍສະເພາະແມ່ນ ການຈັດຕັ້ງ
ປະຕິບັດໃນດ້ານການພັດທະນາກົດໝາຍໃໝ່ໆນັ້ນ ຊຶ່ງຊົງລິດ ໂພນເງິນ ມີລາຍງານ
ຈາກ ບາງກອກ.

ທ່ານພົງສະເໜ່ ຍຸຕິທຳ ຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງສະພາແຫ່ງ
ຊາດລາວ ຖະແຫຼງວ່າຄະນະປະຈຳສະພາແຫ່ງຊາດລາວ ຊຸດທີ 8 ໄດ້ວາງ ເປົ້າໝາຍທີ່
ຈະພັດທະນາປັບປຸງ ແລະຮ່າງກົດໝາຍຕ່າງໆ ໃຫ້ໄດ້ບໍ່ໜ້ອຍກວ່າ 99 ສະບັບ ໃນຊ່ວງ
ປີ 2016 ຫາ 2020 ແຕ່່ວ່າກໍປະຕິບັດໄດ້ຈິງພຽງ 85 ສະບັບ ຊຶ່ງໃນນີ້ກໍເປັນການສ້າງກົດ
ໝາຍໃໝ່ໄດ້ພຽງ 39 ສະບັບເທົ່ານັ້ນ ສ່ວນອີກ 46 ສະບັບນັ້ນ ເປັນການປັບປຸງກົດໝາຍ
ເກົ່າ ໃຫ້ທໍ່ທັນກັບສະພາບການທີ່ປ່ຽນ ແປງໄປຢ່າງໄວວາ ແລະສຳຫລັບໃນກອງປະຊຸມ
ສະໄໝສາມັນຄັ້ງທີ 10 ຂອງ ສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນ
ຊ່ວງວັນທີ 27 ຕຸລາຫາ 17 ພະຈິກ 2020 ນີ້ ກໍຈະມີການພິຈາລະນາຮັບຮອງເອົາຮ່າງ
ກົດໝາຍພຽງແຕ່ 5 ສະບັບເທົ່ານັ້ນ ຈຶ່ງຖືເປັນຜົນງານການຈັດຕັ້ງປະຕິບັດທີ່ຕໍ່າກວ່າ
ແຜນການທີ່ ວາງໄວ້ ດັ່ງທີີທ່ານພົງສະເໜ່ ໄດ້ໃຫ້ການຢືນຢັນວ່າ:

“ໃນ 5 ປີຜ່ານມາ ສາມາດຮັບຮອງເອົາກົດໝາຍໄດ້ທັງໝົດຈຳນວນ 85 ສະບັບ ເທົ່າກັບ
86 ເປີເຊັນ ຂອງແຜນການສ້າງ ແລະປັບປຸງກົດໝາຍ 5 ປີ ໃນນີ້ສ້າງ ກົດໝາຍໃໝ່ 39
ສະບັບ ກົດໝາຍປັບປຸງ 46 ສະບັບຄາດຄະເນກອງປະຊຸມສະ ໄໝສາມັນ ເທື່ອທີ 10
ຂອງສະພາແຫ່ງຊາດ ຈຳນວນ 5 ສະບັບ ໄດ້ຄົ້ນຄວ້າ ແລະຕົກລົງໃຫ້ສັດຕະຍາບັນ ແກ່
ສົນທິສັນຍາ ແລະສັນຍາສາກົນທີ່ ສປປ ລາວ ເປັນພາຄີຂອງລັດຖະບານໄດ້ຈຳນວນ
ທັ້ງໝົດ 21 ສະບັບໄດ້ເປັນເຈົ້າການແລະ ປະສານສົມທົບ ກັບພາກສ່ວນອື່ນໆ ໃນການ
ໂຄສະນາເຜີຍແຜ່ກົດໝາຍ ແລະ ນີຕິກຳໄດ້ຈຳນວນ 19 ຄັ້ງ.

ສ່ວນເຈົ້າໜ້າທີ່ສຳນັກເລຂາທິການລັດຖະບານອາຊຽນ ເປີດເຜີຍວ່າບັນຫາສຳຄັນ ປະ
ການນຶ່ງ ທີ່ກອງປະຊຸມໃຫຍ່ຂອງລັດຖະສະພາອາຊຽນໄດ້ຢິບຍົກຂຶ້ນມາປຶກສາ ຫາລືກັນ
ໃນໂອກາດກອງປະຊຸມໃຫຍ່ທຸກໆຄັ້ງ ກໍຄືບັນຫາການພັດທະນາທາງ ດ້ານກົດໝາຍທີ່ບໍ່ທໍ່
ທັນກັນ ລະຫວ່າງປະເທດສະມາຊິກໃນອາຊຽນດ້ວຍກັນ ໃນ ນີ້ ສປປ ລາວ ກໍເປັນປະເທດ
ນຶ່ງ ທີ່ການພັດທະນາກົດໝາຍໄດ້ດຳເນີນໄປຢ່າງ ຊັກຊ້າທີ່ສຸດ ທັງຍັງມີບັນຫາກ່ຽວກັບ
ການເຂົ້າເຖິງແລະການຮັບຮູ້ກົດໝາຍຂອງ ປະຊາຊົນລາວ ອັນເຮັດໃຫ້ຕ້ອງມີການພັດ
ທະນາ ໂຄງຂ່າຍໃນການເຜີຍແຜ່ກົດ ໝາຍໃຫ້ປະຊາຊົນລາວ ເຂົ້າເຖິງໄດ້ຢ່າງສະດວກ
ວ່ອງໄວ ດ້ວຍການນຳໃຊ້ Application ໃນລະບົບໂທລະສັບມືຖືທີ່ທັນສະໄໝນັ້ນເອງ.

ທັງນີ້ໂດຍການພັດທະນາ Applicairon ດັ່ງກ່າວ ລັດຖະບານສະຫະລັດອາເມຣິກາໄດ້
ໃຫ້ການຊ່ວຍເຫຼືອລັດຖະບານລາວຜ່ານອົງການ USAID ເປັນເວລາ 5 ປີ ໂດຍມີເປົ້າ
ໝາຍເພື່ອເຮັດໃຫ້ລາວສາມາດເຊື່ອມໂຍງເຂົ້າກັບລະບຽບການຄ້າ ໂລກໃຫ້ໄດ້ຢ່າງມີປະ
ສິດທິພາບ ກໍຄືການຊ່ວຍໃຫ້ບັນດານັກທຸລະກິດ ປະຊາຊົນ ລາວແລະຊາວຕ່າງຊາດໃຫ້
ສາມາດເຂົ້າເຖິງມິຕິກໍາຕ່າງໆໃນລາວໄດ້ຢ່າງສະດວກ ວ່ອງໄວ ທັງຍັງສາມາດປະກອບ
ຄວາມຕິເຫັນຕ່າງໆໄດ້ດ້ວຍທັ້ງນີ້ USAID ຈະ ໃຫ້ການຊ່ວຍເຫຼືອດັ່ງກ່າວ ແກ່ລັດຖະ
ບານລາວໄປຈົນເຖິງທ້າຍປີ 2022 ຈຶ່ງຈະ ພິຈາລະນາວ່າຈະໃຫ້ການຊ່ວຍເຫຼືອເພີ້ມ
ເຕີມຫຼືບໍ່.

ນອກຈາກນັ້ນການບັງຄັບໃຊ້ກົດໝາຍທີ່ດ້ອຍປະສິດທິພາບ ກໍເປັນອີກບັນຫານຶ່ງ ທີ່ຈະ
ຕ້ອງແກ້ໄຂຢ່າງຮີບດ່ວນ ເນື່ອງຈາກປະກາດວ່າປະຊາຊົນລາວ ບໍ່ພໍໃຈ ແລະບໍ່ເຊື່ອໝັ້ນ
ຕໍ່ການປະຕິບັດໜ້າທີ່ຂອງພະນັກງານໄອຍະການເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນການ
ທີ່ໄດ້ຮັບເອົາສິນບົນເພື່ອຊ່ວຍໃຫ້ຈຳເລີຍພົ້ນຜິດນັ້ນ ຖື ເປັນບັນຫາທີ່ເກີດຂຶ້ນຫຼາຍທີ່ສຸດ
ໃນປັດຈຸບັນ ດັ່ງທີ່ຜູ້ປະສານງານອົງການບໍ່ຂຶ້ນ ກັບລັດຖະບານໃນລາວ ໄດ້ໃຫ້ການຢືນ
ຢັນວ່າ:

“ກໍລະນີມັນແກ້ບໍ່ຕົກເລື້ອງຄະດີຄວາມເບື້ອງນຶ່ງຕ້ອງຍອມຮັບວ່າການເກັບກຳຂໍ້ມູນນີ້ນະ
ບໍ່ໄດ້ເຖິງຮາກຖານໂຕຈິງແທ້ໆຫັ້ນ ອາໄສເອກກະສານນີ້ນະ ກົດໝາຍວ່າ ແນວນີ້ນັ້ນ
ແມ່ນຕັດສິນແນວນີ້ໄປ ມັນລະບໍ່ແທດເຖິງໂຕຈິງເດ້ບາດນີ້ນະ ແລ້ວ ເບື້ອງນຶ່ງຄູ່ວາມໃນ
ບາງກໍລະນີຫັ້ນແມ່ນສານຕັດສິນຖືກຕ້ອງຕາມໂຕຈິງ ແຕ່ວ່າ ຫາກຍາດເອົາໄປປຽບຫັ້ນນະ
ໂຕເອງຜິດກໍບໍ່ຍອມຮັບວ່າຜິດ ຜູ້ໄປເສຍກ່ອນອັນນີ້ ໜີ້ມີຫຼາຍ ອັນທີສາມມານີ້ກະແມ່ນ
ຍ້ອນທາງຜູ້ມີພີ່ນ້ອງຢູ່ບັນດາພະແນກການຄືກັນ ນີ້ ມັນກະໃຫ້ທ້າຍໃນແນວບໍ່ດີຫັ້ນນະ
ມັນກະບໍ່ແລ້ວຈັກເທື່ອ."

ທາງດ້ານອົງການ Human Right Watch ລາຍງານວ່າ ການບັງຄັບໃຊ້ກົດໝາຍໃນ
ລາວ ຍັງປະກົດມີການບັງຄັບໃຊ້ກົດໝາຍເກົ່າ ທີ່ຖືກແທນໂດຍກົດໝາຍ ໃໝ່ໄປແລ້ວ
ພາຍໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ມີການເລືອກປະຕິບັດກົດ ໝາຍກັບປະຊາ
ຊົນທີ່ຂັດແຍ້ງກັບພະນັກງານລັດກ່ຽວກັບຜົນປະໂຫຍດໃນທີ່ດິນ ທີ່ ຖືກຄືນເວນຄືນຢ່າງ
ບໍ່ຍຸຕິທຳ ຊຶ່ງກໍເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີລາວ ໄດ້ ມີຄຳສັ່ງ ໃຫ້ເລັ່ງບັງຄັບ
ຄະດີຕາມການຕັດສິນຂອງສານ ເພາະປາກົດວ່າມີຄະດີທີ່ ສານໄດ້ຕັດສິນໄປແລ້ວກວ່າ
29,000 ຄະດີນັ້ນ ຍັງບໍ່ໄດ້ມີການບັງຄັບຄະດີ ໃຫ້ ເປັນໄປຕາມການຕັດສິນ ຂອງສານ
ປະຊາຊົນລາວແຕ່ຢ່າງໃດ.

XS
SM
MD
LG