ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວຍັງຂາດເຂີນ ການບໍລິການ ສຸຂະພາບ ອະນາໄມ ຂອງແມ່ແລະເດັກ


ພິທີເປີດກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ໄດ້ເລີ້ມຂຶ້ນໃນວັນທີ 5 ທັນວາ ແລະຈະດໍາເນີນໄປຮອດວັນທີ 19 ທັນວາ 2012
ພິທີເປີດກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ໄດ້ເລີ້ມຂຶ້ນໃນວັນທີ 5 ທັນວາ ແລະຈະດໍາເນີນໄປຮອດວັນທີ 19 ທັນວາ 2012

ສະພາແຫ່ງຊາດລາວລະບຸວ່າ ການບໍລິການດ້ານສຸຂະພາບ ອະນາໄມຂອງແມ່ ແລະເດັກໃນລາວ ຍັງຂາດເຂີນ ແລະຈັດຕັ້ງປະຕິບັດບໍ່ໄດ້ ຕາມແຜນການທີ່ວາງເອົາໄວ້ ໃນຫຼາຍດ້ານ.

ສະພາແຫ່ງຊາດລາວລະບຸວ່າການບໍລິການດ້ານສຸຂະພາບ
ອະນາໄມຂອງແມ່ແລະເດັກໃນລາວຍັງຂາດເຂີນແລະຈັດຕັ້ງ
ປະຕິບັດ ບໍ່ໄດ້ຕາມແຜນການທີ່ວາງເອົາໄວ້ໃນຫຼາຍດ້ານ.

ທ່ານພອນເທບ ພົນເສນາ ສະມາຊິກສະພາແຫ່ງຊາດລາວ ໃນ
ຖານະຫົວໜ້າ ຄະນະກໍາມາທິການວັດທະນະທໍາ-ສັງຄົມ ຖະ ແຫຼງຢືນຢັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ່ 4 ຂອງສະພາ
ແຫ່ງຊາດລາວຊຸດທີ 7 ທີ່ກໍາລັງດໍາເນີນກອງ ປະຊຸມຢູ່ໃນເວ
ລານີ້ວ່າ ການພັດທະນາໃນດ້ານສາທາລະນະສຸຂຂອງລາວໃນ
ໄລຍະທີ່ຜ່ານມາ ເຖິງແມ່ນວ່າຈະມີຜົນຄືບໜ້າໃນຫຼາຍດ້ານ
ເຊັ່ນການທີ່ສາມາດຄວບຄຸມພາວະການຕິດເຊື້ອ HIV-AIDS ໃຫ້ຢູ່ໃນອັດຕາສະເລ່ຍທີ່ຕໍ່າ ຄື 0.2% ຂອງຈໍານວນປະຊາ
ກອນທັງໝົດ ຫຼືການທີ່ສາມາດຫລຸດການເສຍຊີວິດຂອງເດັກ
ນ້ອຍທີ່ອາຍຸຕໍ່າກວ່າ 5 ປີໃຫ້ ຢູ່ທີ່ອັດຕາສະເລ່ຍ 61 ຕໍ່ແສນຄົນ ຊຶ່ງເຮັດໄດ້ດີກວ່າເປົ້າ ໝາຍທີ່ວາງໄວ້ທີ່ລະດັບ 71 ຕໍ່ ແສນຄົນໃນປີ 2015 ແລະການທີ່ສາມາດຫລຸດອັດຕາ ການຂາດສານອາຫານ ຂອງເດັກ ນ້ອຍ ຕໍ່າອາຍຸຕໍ່າກວ່າ 5 ປີ ລົງຈາກ 37% ເປັນ 32% ກໍຕາມ. ຫາກແຕ່ວ່າ ການຈັດຕັ້ງ ປະຕິບັດໃນຫຼາຍໆດ້ານ ກໍຍັງບໍ່ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ ໂດຍສະເພາະແມ່ນໃນ ເຂດຊົນນະບົດນັ້ນ ຍັງມີສະພາບການທີ່ຫລຸດໂຕນຈາກ ເຂດເມືອງຢ່າງຫຼວງຫຼາຍ ແລະ ໃນບາງດ້ານກໍຍັງຖື ເປັນສະພາບການທີ່ລ້າຫຼັງທີ່ສຸດໃນ ໂລກອີກດ້ວຍ ດັ່ງທີ່ທ່ານພອນ ເທບ ໄດ້ຖະແຫຼງ ຊີ້ແຈງວ່າ:

ທ່ານດຣ. ພອນເທບ ພົນເສນາ
ທ່ານດຣ. ພອນເທບ ພົນເສນາ

ນໍ້າໜັກຕໍ່າຂອງເດັກອາຍຸຕໍ່າກວ່າຫ້າປີຂອງຊົນ
ເຜົ່າຍັງມີເຖິງ 42.8% ແລະນໍ້າໜັກຂອງເດັກເກີດ
ມາຕໍ່າກວ່າມາດຕະຖານ 2,500 ກຣາມ ຫຼື ສອງ
ກິໂລເຄິ່ງຍັງຢູ່ 15% ສະພາບເລືອດຈາງຂອງເດັກ
ອາຍຸ 6-11 ເດືອນ ຍັງຢູ່ທີ່ 68% ແລະມີເຖິງ 59%
ຂອງເດັກອາຍຸ 12-13 ເດືອນ ອັນນີ້ເປັນ ສິ່ງທີ່ວ່າ ຮ້າຍແຮງແມ່ນພະຍາດສານວິຕາມິນຕ່າງໆ ເກີດ
ພະຍາດທີ່ເອີ້ນວ່າ ປາກແຫວ່ງສືບພັນ ທີ່ວ່າ ໃນ ຮ້ອຍປີຫຼັງຂອງປະເທດພັດທະນາ ອັດຕາການຕາຍ ຂອງແມ່ຍັງສູງຊຶ່ງແມ່ນນຶ່ງໃນເຈັດຂອງໂລກມີສັດສ່ວນການຕາຍຂອງແມ່ຍັງສູງ.”


ກ່ອນໜ້ານີ້ ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ກໍຖະແຫຼງຍອມຮັບຕໍ່ກອງປະຊຸມດຽວກັນນີ້ວ່າ ການຈັດຕັ້ງ ປະຕິບັດວຽກງານດ້ານສາ ທາລະນະສຸກເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດ ການພັດທະນາໃນລາວໃຫ້ໄດ້ໃນປີ 2015 ນັ້ນຍັງເປັນບັນຫາທີ່ທ້າທາຍ ແລະກໍເປັນການຍາກທີ່ຈະສາມາດບັນລຸເປົ້າໝາຍ ໄດ້ຢ່າງແທ້ຈິງ.

ໂດຍສະເພາະແມ່ນເປົ້າໝາຍສະຫັດສະວັດໃນດ້ານໂພຊະນາການຂອງເດັກນ້ອຍໃນ ດ້ານອັດຕາການເສຍຊີວິດຂອງແມ່ຍິງໃນຂະນະຕັ້ງທ້ອງຫຼືຖືພານັ້ນ ຖືເປັນບັນຫາທີ່ ມີຄວາມຄືບໜ້າຢ່າງຊັກຊ້າທີ່ສຸດ ຕົວຢ່າງກໍຄືບັນຫາກ່ຽວກັບ ການຂາດສານອາຫານ ຂອງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີນັ້ນ ກໍໄດ້ເປັນສາເຫດທີ່ເຮັດໃຫ້ການຫລຸດຈໍານວນ ເດັກນ້ອຍຕົວເຕ້ຍສາມາດດໍາເນີນໄປໄດ້ ຢ່າງຊັກຊ້າ ກໍຄືສາມາດລົດຈໍານວນເດັກນ້ອຍ ຕົວເຕ້ຍຈາກລະດັບ 40% ໃນປີ 2006 ລົງມາເປັນ 38% ໃນປັດຈຸບັນນີ້ ຫຼືຫລຸດລົງພຽງແຕ່
2% ເທົ່າ ນັ້ນ ໃນໄລຍະ 6​ ປີມານີ້.

ສ່ວນເດັກນ້ອຍອາຍຸຕໍ່າກວ່າ 5 ປີທີ່ມີນໍ້າໜັກຕໍ່າກວ່າເກນນັ້ນ ກໍຍັງຄິດເປັນ ສັດສ່ວນເຖິງ 32% ໃນຂະນະທີ່ເປົ້າໝາຍສະຫັດສະວັດກໍໄດ້ວາງເອົາໄວ້ທີ່ ລະດັບບໍ່ເກີນ 22% ຂອງ ຈໍານວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຊຶ່ງກໍ ເຊັ່ນດຽວກັບກັບອັດຕາການເສຍຊີວິດ ຂອງແມ່ໃນຂະນະຕັ້ງທ້ອງ ທີ່ເຖິງແມ່ນວ່າຈະຫລຸດລົງຈາກ 650 ຕໍ່ແສນຄົນໃນປີ 1995 ມາຢູ່ທີ່ 339 ຕໍ່ແສນຄົນກໍຕາມ ແຕ່ວ່າການທີ່ຈະໃຫ້ບັນລຸເຖິງ 260 ຕໍ່ແສນຄົນໃຫ້ ໄດ້ໃນປີ 2015 ນັ້ນ ກໍຍັງເປັບບັນຫາທີ່ທ້າທາຍຢູ່ເລື້ອຍມາ.
XS
SM
MD
LG