ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດ ລາວ ຮັບຮອງເອົາກົດໝາຍ ຈຳນວນ 15 ສະບັບ


ຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດຢ້ຽມຢາມ ລາວ ແລະ ຖ່າຍຮູບກັບບັນດາເຈົ້າໜ້າທີ່ລະດັບສູງຂອງລາວ.
ຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດຢ້ຽມຢາມ ລາວ ແລະ ຖ່າຍຮູບກັບບັນດາເຈົ້າໜ້າທີ່ລະດັບສູງຂອງລາວ.

ສະພາແຫ່ງຊາດ ລາວ ຮັບຮອງເອົາກົດໝາຍຈຳນວນ 15 ສະບັບໃນນີ້ແບ່ງເປັນກົດ
ໝາຍເກົ່າປັບປຸງໃໝ່ 7 ສະບັບທີ່ລວມເຖິງກົດໝາຍວ່າດ້ວຍການໃຫ້ສັນຊາດແກ່ຄົນ
ເຊື້ອຊາດ ລາວ ໃນຕ່າງປະເທດດ້ວຍ.

ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ທີ່ດຳເນີນກອງ
ປະຊຸມນັບແຕ່ວັນທີ 16 ຕຸລາ 2017 ໄດ້ສິ້ນສຸດລົງຢ່າງເປັນທາງການໃນວັນທີ 17 ພະ
ຈິກນີ້ ໂດຍສະມາຊິກສະພາແຫ່ງຊາດ ລາວ ໄດ້ລົງມະຕິຮັບຮອງເອົາກົດໝາຍຈຳນວນ
15 ສະບັບທີ່ແບ່ງເປັນກົດໝາຍໃໝ່ 8 ສະບັບ ແລະ ກົດໝາຍເກົ່າປັບປຸງໃໝ່ 7 ສະບັບ.

ໂດຍສຳລັບກົດໝາຍໃໝ່ 8 ສະບັບກໍປະກອບດ້ວຍກົດໝາຍວ່າດ້ວຍການປົກປ້ອງຜົນ
ກະທົບຈາກການນຳເຂົ້າສິນຄ້າ ກົດໝາຍວ່າດ້ວຍການຖ່າຍທອດເທັກໂນໂລຈີ, ກົດ
ໝາຍວ່າດ້ວຍອຸຕຸນິຍົມ ແລະ ອຸທົກກະສາດ, ກົດໝາຍວ່າດ້ວຍລະບົບການຊຳລະ,
ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງໂດຍທຶນຂອງລັດຖະບານ, ກົດໝາຍວ່າດ້ວຍ
ຜູ້ພິພາກສາ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍ
ວ່າດ້ວຍວຽກງານກາແດງ.

ສ່ວນກົດໝາຍເກົ່າປັບປຸງໃໝ່ 7 ສະບັບປະກອບດ້ວຍກົດໝາຍວ່າດ້ວຍແຮ່ທາດ, ກົດ
ໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າ
ດ້ວຍການດຳເນີນຄະດີທາງອາຍາ, ກົດໝາຍວ່າດ້ວຍຜັງເມືອງ, ກົດໝາຍວ່າດ້ວຍອົງ
ການກຳມະບານ ລາວ ແລະ ລວມເຖິງກົດໝາຍວ່າດ້ວຍສັນຊາດທີ່ໄດ້ປັບປຸງເພື່ອເຮັດ
ໃຫ້ຂະບວນການພິຈາລະນາ ແລະ ອະນຸມັດໃຫ້ສັນຊາດ ລາວ ແກ່ຊາວຕ່າງຊາດອັນ
ລວມເຖິງຄົນເຊື້ອຊາດ ລາວ ໃນຕ່າງປະເທດດ້ວຍນັ້ນ ສາມາດຈັດຕັ້ງປະຕິບັດໄດ້ຢ່າງ
ວ່ອງໄວ ຊຶ່ງຈະສົ່ງຜົນດີຕໍ່ການພັດທະນາ ລາວ ໃນທຸກໆດ້ານດ້ວຍ ດັ່ງທີ່ທ່ານ ໄຊສີ
ສັນຕິວົງ ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ໃຫ້ການຢືນຢັນວ່າ.

"ສາມາດຮັບປະກັນຄວາມສອດຄ່ອງໄດ້ຕາມແນວທາງ, ນະໂຍບາຍ, ລັດຖະທຳມະ
ນູນ, ກົດໝາຍແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສາ
ມາດຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບຄວາມປອດໄພ, ຄວາມເປັນ
ລະບຽບຮຽບຮ້ອຍໃນສັງຄົມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ລາວ,
ສາມາດປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ລາວ, ພົນ
ລະເມືອງຕ່າງປະເທດ ແລະ ຄົນບໍ່ມີສັນຊາດຕາມກົດໝາຍ ສາມາດເຮັດໃຫ້ການບໍລິ
ການແກ່ສັງຄົມໃນການເກັບຄ່າທຳນຽມ ແລະ ຄ່າບໍລິການເຂົ້າງົບປະມານຂອງລັດ ສາ
ມາດຮັບປະກັນຄວາມເຂົ້າໃຈເປັນເອກະພາບ, ວ່ອງໄວ, ໂປ່ງໄສ, ສະດວກ, ຖືກຕ້ອງ
ແລະ ຍຸຕິທຳ."

ໂດຍສຳລັບການພິຈາລະນາໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ທີ່ຢູ່ຕ່າງປະ
ເທດນັ້ນໄດ້ມີການກຳນົດຄຸນນະສົມບັດທີ່ພິເສດກວ່າຄົນເຊື້ອຊາດອື່ນ ເພາະວ່າຄົນ
ເຊື້ອຊາດ ລາວ ຍ່ອມມີຄວາມເຂົ້າໃຈໃນພາສາ, ສັງຄົມວັດທະນະທຳ ແລະ ຮີດຄອງ
ປະເພນີຕ່າງໆຂອງຊາດ ລາວ ເປັນສ່ວນຫຼາຍຢູ່ແລ້ວ ຈຶ່ງໄດ້ກຳນົດຄຸນນະສົມບັດໃນ
ດ້ານອື່ນໆເພີ່ມເຕີມ ສຳລັບຄົນເຊື້ອຊາດ ລາວ ທີ່ຢາກຈະໄດ້ສັນຊາດ ລາວ ເປັນການ
ສະເພາະເຊັ່ນ ການທີ່ຈະຕ້ອງເປັນຜູ້ທີ່ມີຜົນງານດີເດັ່ນ ທີ່ປະກອບສ່ວນໃນການພັດ
ທະນາເສດຖະກິດ ຫຼື ໃຫ້ການຊ່ວຍເຫຼືອສັງຄົມ ລາວ ຫຼື ເປັນຜູ້ທີ່ປະກອບການດີເດັ່ນ,
ເປັນນັກທຸລະກິດດີເດັ່ນ ເປັນຜູ້ທີ່ໄດ້ຮັບຜົນສຳເລັດທີ່ສັງຄົມໃນ ລາວ ໃຫ້ການຍອມ
ຮັບເປັນຢ່າງດີເປັນຕົ້ນ.

ກົດໝາຍວ່າດ້ວຍສັນຊາດສະບັບເກົ່າໄດ້ບັງຄັບໃຊ້ນັບແຕ່ປີ 2004 ເປັນຕົ້ນມາ ຫາກ
ແຕ່ກໍມີເນື້ອໃນບໍ່ສອດຄ່ອງກັບລັດຖະທຳມະນູນສະບັບລົງວັນທີ 8 ທັນວາ 2015
ແລະ ກົດໝາຍວ່າດ້ວຍລັດຖະບານສະບັບລົງວັນທີ 15 ທັນວາ 2015 ທີ່ໄດ້ໂອນອຳ
ນາດການພິຈາລະນາໃນການໃຫ້ສັນຊາດ ລາວ ແກ່ຊາວຕ່າງຊາດນັ້ນ ຈາກຄະນະ
ປະຈຳສະພາແຫ່ງຊາດມາເປັນອຳນາດຂອງລັດຖະບານ ລາວ ຈຶ່ງເຮັດໃຫ້ຕ້ອງປັບ
ປຸງກົດໝາຍໃນຄັ້ງຫຼ້າສຸດນີ້ ໂດຍການໂອນອຳນາດຈາກຄະນະປະຈຳສະພາແຫ່ງ
ຊາດ ມາເປັນອຳນາດຂອງລັດຖະບານ ລາວ ຍັງລວມເຖິງການຄຸ້ມຄອງວຽກງານທັງ
ໝົດທີ່ກ່ຽວຂ້ອງກັບການໃຫ້ສັນຊາດ ລາວ ການຖອດຖອນສັນຊາດ ລາວ ການໃຫ້
ສັນຊາດ ລາວ ຄືນໃໝ່ ແລະ ການໃຫ້ປະລະສັນຊາດ ລາວ ອີກດ້ວຍ.

XS
SM
MD
LG