ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ​ລາວ​ ຈະ​ຕ້ອງ​ກຳ​ນົດ​ອັດ​ຕາ​ຄ່າ​ທຳ​ນຽມ​ການ​ໃຊ້​ບໍ​ລິ​ການ​ທ່າ​ບົກ​ທີ່​ໄດ້​ມາດ​ຕະ​ຖານ​ດຽວ​ກັນ​ໃນ​ທົ່ວ​ປະ​ເທດ


ລະບົບຂົນສົ່ງລົດໄຟລາວ-ຈີນ.
ລະບົບຂົນສົ່ງລົດໄຟລາວ-ຈີນ.

ທາງ​ການ​ລາວ​ຈະ​ຕ້ອງ​ກຳ​ນົດ​ອັດ​ຕາ​ຄ່າ​ທຳ​ນຽມ​ການ​ໃຊ້​ບໍ​ລິ​ການ​ທ່າ​ບົກ​ທີ່​ໄດ້​ມາດ​ຕະ​ຖານ​ດຽວ​ກັນ​ໃນ​ທົ່ວ​ປະ​ເທດ ເພາະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ເປັນ​ການ​ເລືອກ​ປະ​ຕິ​ບັດ​ໂດຍ​ພະ​ນັກ​ງານ​ພາ​ສີ.

ນັກ​ທຸ​ລະ​ກິດ​ລາວ​ເປີດ​ເຜີຍ​ວ່າ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ລາວ​ສູງກວ່າ​ປະ​ເທດ​ເພື່ອນ​ບ້ານ​ກໍ​ຄື​ການ​ກຳ​ນົດ​ອັດ​ຕາ​ຄ່າ​ທຳ​ນຽມ​ການ​ໃຊ້​ບໍ​ລິ​ການ​ທ່າ​ບົກ​ທີ່​ສູງ​ເກີນ​ໄປ ທັງ​ຍັງ​ເປັນ​ການ​ກຳ​ນົດ​ທີ່ບໍ່​ໄດ້​ມາດ​ຕະ​ຖານ​ດຽວ​ກັນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ ເພາະ​ສະ​ນັ້ນ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ໃຫ້​ສິນ​ຄ້າ​ຂອ​ງ​ລາວ​ສາ​ມາດ​ແຂ່ງ​ຂັນ​ດ້ານ​ລາ​ຄາ​ໃນ​ຕະຫຼາດ​ການ​ຄ້າ​ສາ​ກົນ​ໃຫ້​ໄດ້​ນັ້ນ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ປັບຫຼຸດ ແລະ ກຳ​ນົດ​ອັດ​ຕາ​ຄ່າ​ທຳ​ນຽມ​ໃນ​ເປັນ​ມາດ​ຕະ​ຖານ​ດຽວ​ກັນ​ໃນ​ທົ່ວ​ປະ​ເທດ ລວມ​ເຖິງ​ການບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ເກັບ​ຊື້​ສິ​ນ​ຄ້າ​ກະ​ສິ​ກຳ​ໃນ​ລາວ ດ້ວຍ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ ຂະ​ຫຍາຍ​ຕະຫຼາດ​ການ​ຄ້າ​ໃຫ້​ກວ້າງ​ຂຶ້ນ​ອີກ​ດ້ວຍ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ລາວ​ໃຫ້​ທັດ​ສະ​ນະ​ວ່າ

“ອັນ​ທີ 1 ກໍ​ແມ່ນ​ການ​ກຳ​ນົດ​ມາດ​ຕະ​ຖານ​ຂອງ​ທ່າ​ບົກ​ໃນ​ການ​ເກັບ​ຄ່າ​ບໍ​ລິ​ການ​ມັນ​ຕ້ອງ​ຄື​ກັນ​ລະ​ຫວ່າງ​ນະ​ຄອນຫຼວງວຽງ​ຈັນ, ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ. ອັນ​ທີ 2 ກໍ​ແມ່ນ​ທາງ​ລັດ​ຖະ​ບານ​ພວກ​ເຮົາ​ນີ້​ຈະ​ຕ້ອງ​ອອກ​ແຮງ​ໃນ​ການ​ປຸກ​ລະ​ດົມ​ໃຫ້​ຄົນ​ລາວນີ້​ໃຊ້​ເງິນ​ກີບ. ປັດ​ຈຸ​ບັນ​ນີ້​ຢູ່​ບາງ​ແຂວງ​ກໍ​ຍັງ​ໃຊ້​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ການ​ເກັບ​ຊື້​ສິນ​ຄ້າ​ກະ​ສິ​ກຳ ແລະ ອັນ​ທີ 3 ນີ້​ກໍ​ແມ່ນ ກ່ຽວ​ກັບ ເລື່ອງ​ການ​ເຈ​ລະ​ຈາ​ການ​ຄ້າ​ລະ​ຫວ່າງ​ສອງ​ລັດ​ຖະ​ບານ ໂດຍ​ສະ​ເພາະ​ປະ​ເທດ​ອ້ອມ​ຂ້າງ​ທີ່​ຍັງ​ມີ​ການ​ທີ່ບໍ່​ອຳ​ນວຍ​ຄວາມ​ສະ​ດວກ​ຊຶ່ງ​ກັນ ແລະ ກັນ​ຢູ່ ສະ​ນັ້ນ​ກະ​ມີ​ອັນ​ໄດ້​ປຽບ, ມີ​ອັນ​ເສຍ​ປຽບ. ສະ​ນັ້ນ​ທາງ​ພາກ​ເອ​ກະ​ຊົນ ແລະ ລັດ​ຕ້ອງ​ໄດ້​ອອກ​ແຮງ​ຮ່ວມ​ກັນ​ເພີ່ມ​ເຕີມ.”

ແຕ່​ຢ່າງ​ໃດ​ກໍ​ຕາມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ລາວ​ໃຫ້​ເປັນ​ສູນ​ກາງ​ຂອງ​ການ​ເຊື່ອມ​ໂຍງ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃນ​ລຸ່ມ​ນ້ຳ​ຂອງ​ກໍ​ຍັງ​ປະ​ສົບ​ກັບ​ບັນ​ຫາ​ຊັກ​ຊ້າ​ມາ​ໂດ​ຍ​ຕະຫຼອດ, ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການ Vientiane Logistic Park ເພື່ອ​ຮອງ​ຮັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ໂດຍ​ທາ​ງ​ລົດ​ໄຟ​ລາວ-ຈີນ ຊຶ່ງ​ໄດ້​ດຳ​ເນີນ​ການ​ເວນ​ຄືນ​ທີ່​ດິນ​ຂອງ​ປະ​ຊ​າ​ຊົນ​ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ​ນັ້ນ​ປາ​ກົດ​ວ່າ​ບໍ​ລິ​ສັດ​ທີ່​ລົງ​ທຶນ​ໃນ​ໂຄງ​ການ​ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ໄດ້​ພຽງ​ແຕ່ 19 ລາຍ​ເທົ່າ​ນັ້ນ​ຈາກ​ຜູ້​ຖືກ​ກະ​ທົບ​ທັງ​ໝົດ 89 ລາຍ​ທັງ​ຍັງ​ໄດ້​ມີ​ການ​ປັບຫຼຸດ​ຄ່າ​ເວນ​ຄືນ​ລົງ​ອີກ​ດ້ວຍ ເຖິງ​ແມ່ນ​ວ່າ​ຄ່າ​ເວນ​ຄືນທີ່​ກຳ​ນົດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ນັ້ນ​ເປັນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ​ຢູ່​ແລ້ວ ສະ​ນັ້ນ​ຈຶ່ງ​ຖື​ເປັນ​ກໍ​ລະ​ນີ​ທີ່ບໍ່​ຍຸ​ຕິ​ທຳ​ຕໍ່​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ດັ່ງ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ທ່ານ​ນຶ່ງ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ການ​ປະ​ຕິ​ບັດ​ຄ່າ​ຊົດ​ເຊີຍ​ໃຫ້​ພໍ່​ແມ່​-ປະ​ຊາ​ຊົນ​ມາ​ຮອດ​ປັກ​ຈຸ​ບັນ​ນີ້ບໍ່​ວ່າ​ຈະ​ເປັນ​ໂຄງ​ການ​ລົດ​ໄຟ​ລາວ-ຈີນ ຫຼື​ວ່າ​ໂຄງ​ການ​ໂລ​ຈິ​ສ​ຕິກ ພໍ່​ແມ່-ປະ​ຊາ​ຊົນ​ຍັງ​ຄອງ​ຄອຍ​ຢູ່​ອັນ​ນີ້​ຂໍ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ​ໄດ້​ເອົາ​ໃຈ​ໃສ່​ແທ້ໆ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພາະ​ວ່າ 2019 ໂຄງ​ການ​ເລີ່ມ​ແຕ່​ປະ​ຊາ​ຊົນ​ກໍ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ມາດ​ຮອດ​ດຽວນີ້​ກະ​ຍັງ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍ ແລະ ການ​ຊົດ​ເຊີຍ​ກະ​ຍັງ​ສິ​ຕ່ຳ​ກ່ອນ​ເກົ່າ​ອີກ ອັນ​ນີ້​ເຫັນ​ວ່າບໍ່​ຍຸ​ຕິ​ທຳ​ຕໍ່​ພໍ່​ແມ່-ປະ​ຊາ​ຊົນ.”

ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ລາວ​ທີ່​ໄດ້​ເວນ​ຄືນ​ທີ່​ດິນ​ກັບ​ສິ່ງ​ປູກ​ສ້າງ​ຕ່າງໆ​ຂອງ​ປະ​ຊາ​ຊົນ 8,139 ຄອບ​ຄົວ​ໃນ​ນີ້​ກໍ​ສາ​ມາດ​ຕົກ​ລົງ ແລະ ຈ່າ​ຍ​ເງິນ​ຊົດ​ເຊີຍ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ​ລາວ​ໄດ້​ແລ້ວ 7,306 ຄອບ​ຄົວ ຄິດ​ເປັນ​ມູນ​ຄ່າ​ຊົດ​ເຊີຍ 1,530 ກວ່າ​ຕື້​ກີບ​ຈຶ່ງ​ຍັງ​ເຫຼືອ 833 ຄອບ​ຄົວ​ທີ່​ຍັງ​ບໍ່​ຍອມ​ຮັບ​ເອົາ​ເງິນ​ຊົດ​ເຊີຍ​ໃນ​ມູນ​ຄ່າ 313.48 ຕື້​ກີບ​ເພາະ​ເຫັນ​ວ່າ​ການ​ຊົດ​ເຊີຍ​ມີ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ​ລວມ​ທັງ​ບໍ່​ສາ​ມາດ​ຕິດ​ຕາມ​ຕົວ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນ​ຈຳ​ນວນ​ນຶ່ງ​ໄດ້​ເລີຍ​ຈົນ​ເຖິງ​ປັດ​ຈຸ​ບັນ​ ຊຶ່ງ​ກໍ​ເປັນ​ຍ້ອນວ່າ​ພວກ​ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ຄ່າ​ຊົດ​ເຊີຍ​ທີ່​ຕ່ຳ​ເກີນ​ໄປ​ນັ້ນ​ເອງ.

ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ກະ​ທົບ​ຕໍ່​ປະ​ຊາ​ຊົນ 8,139 ຄອບ​ຄົວ​ໃນ​ເຂດ 13 ເມືອງ​ຂອງ​ແຂວງຫຼວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຫຼວງ​ພະ​ບາງ, ວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ ໂດຍ​ມີ​ທີ່​ດິນ​ຖືກ​ເວນ​ຄືນ 3,832 ເຮັກ​ຕາ, ສິ່ງ​ປູກ​ສ້າງ 3,346 ຫຼັງ ແລະ ຕົ້ນ​ໄມ້ຫຼາຍກວ່າ 1 ລ້ານ​ຕົ້ນ​ໂດຍ​ການ​ຊົດ​ເຊີຍ​ຢູ່​ແຂວງຫຼວງ​ນ້ຳ​ທາ, ອະ​ດົມ​ໄຊ, ຫຼວງ​ພະ​ບາງ​ມີ​ອັດ​ຕາ​ສະ​ເລ່ຍ 11,000-80,000 ກີບ​ຕໍ່​ຕາ​ແມັດ. ສ່ວນ​ຢູ່​ແຂວງວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ​ນັ້ນ​ມີ​ອັດ​ຕາ​ສະ​ເລ່ຍ 15,000-137,000 ກີບ​ຕໍ່​ແມັດ​ໃນ​ຂະ​ນະ​ທີ່​ທີ່​ດິນ​ຢູ່​ເຂດ​ເມືອງ​ນາ​ຊາຍ​ທອງ, ນະ​ຄອນຫຼວງວຽງ​ຈັນ ມີ​ລາ​ຄາ​ເກີນກວ່າ 2.5 ລ້ານ​ກີບ​ຕໍ່​ຕາ​ແມັດ​ໃນ​ປັດ​ຈຸ​ບັນ. ໝາຍ​ຄວາມ​ວ່າ​ຄ່າ​ຊົດ​ເຊີຍ​ທີ່​ດິນ​ຕ່ຳ​ກວ່າ​ລາ​ຄາ​ທີ່​ເປັນ​ຈິງ​ເຖິງ 18 ເທົ່າ​ຕົວ.

XS
SM
MD
LG