ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຍອມຮັບ​ວ່າ ການຊອກ ແຫລ່ງ​ຊ່ວຍ​ເຫຼືອລ້າ ​ຈາກ​ຕ່າງປະ​ເທດ ແມ່ນ ຍາກຫລາຍ


ທະນາຄານໂລກ ໃຫ້ການຊ່ວຍເຫລືອລ້າແກ່ລາວ 20 ລ້ານໂດລາ ເພື່ອໃຊ້ໃນການຫລຸດຜ່ອນ ຄວາມທຸກຈົນຂອງປະຊາຊົນລາວ
ທະນາຄານໂລກ ໃຫ້ການຊ່ວຍເຫລືອລ້າແກ່ລາວ 20 ລ້ານໂດລາ ເພື່ອໃຊ້ໃນການຫລຸດຜ່ອນ ຄວາມທຸກຈົນຂອງປະຊາຊົນລາວ
ລັດຖະມົນຕີກະຊວງ​ການ​ເງິນ ຍອມຮັບ​ວ່າ​ເປັນ​ການ​ຍາກຫຼາຍ
ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອລ້າ​ຈາກ​ຕ່າງປະ​ເທດ ສ່ວນ​ຄວາມ​
ອາດ​ສາມາດ​ໃນ​ການ​ກູ້ຢືມ​ຂອງ​ລັດຖະບານ​ກໍມີ​ຂອງ​ລັດຖະບານ​
ລາວ​ກໍ​ມີ​ຢູ່​ຢ່າງ​ຈໍາກັດ​ອີກ​ດ້ວຍ.

ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ
ຍອມຮັບ​ວ່າ​ສະພາບ ການ​ຊ່ວຍ​ເຫຼືອລ້າ​ທີ່​ລັດຖະບານ​ລາວ​
ຄາດ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຈາກ​ຕ່າງປະ​ເທດ​ທັງ​ໃນ​ປັດຈຸບັນ ​ແລະ​
ໃນ​ໄລຍະ​ຕໍ່​ໄປ​ດ້ວຍ​ນັ້ນ ຖື​ເປັນ​ສະພາບ​ການ​ທີ່​ມີ​ຄວາມ​ຫຍຸ້ງ
ຍາກ​ຢ່າງ​ຍິ່ງ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າການ​ຊ່ວຍ​ເຫຼືອລ້າ​ຈາກ​ຕ່າງປະ​ເທດ​ໃນ​
ປັດຈຸບັນ​ນີ້ ບໍ່​ພຽງພໍ​ແຕ່​ຈະ​ມີ​ຢູ່​ຢ່າງ​ຈໍາກັດ​ເທົ່ານັ້ນ ຫາກ​ແຕ່​ຍັງ
​ປາກົດ​ດ້ວຍ​ວ່າບັນດາ​ປະ​ເທດ​ທີ່​ຈະ​ໃຫ້ການຊ່ວຍ​ເຫຼືອລ້າ​ນັ້ນ​ໄດ້​
ມີ​ການ​ຕັ້ງ​ເງື່ອນ​ໄຂ​ໃຫ້​ບັນດາ​ປະ​ເທດ​ທີ່​ຈະ​ຮັບ​ການ​ຊ່ວຍ​ເຫຼືອນັ້ນ ​ຈະ​ຕ້ອງ​ປະຕິບັດ​ຢ່າງ​ເຄັ່ງ​
ຄັດຫຼາຍຂຶ້ນດ້ວຍ ທັງນີ້​ກໍ​ເປັນ​ຍ້ອນວ່າ ການ​ຊ່ວຍ​ເຫຼືອດັ່ງກ່າວ​ບໍ່​ແມ່ນ​ເງິນ​ກູ້​ ຈຶ່ງ​ເຮັດ​ໃຫ້​ບັນ​
ດາ​ປະ​ເທດ​ທີ່​ຢາກ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອລ້າ​ນັ້ນ ຕ່າງ​ກໍ​ພະຍາຍາມ​ ທີ່ຈະ​ຍາດ​ແຍ່ງ​ເພື່ອ ​ເຮັດ​ໃຫ້​ປະ​ເທດ​ຂອງ​ຕົນ​ໄດ້​ຮັບ​ການຊ່ວຍ​ເຫຼືອຕາມ​ຄວາມ​ຕ້ອງການ​ນັ້ນເອງດັ່ງ​ທີ່​ ທ່ານ ພູ​ເພັດ ຄໍາ​ພູນ​ວົງ ​ໄດ້​ໃຫ້ການອະທິບາຍ​ວ່າ:

“ທຶນ​ທີ່​ກູ້​ຢືມ​ຈາກ​ຕ່າງປະ​ເທດ ອັນ​ນີ້​ກໍ​ເປັນ​ແຫຼ່ງທີ່​ວ່າ​ສໍາຄັນ ຊຶ່ງ​ວ່າ​ທຸກ​ປະ​ເທດ​ກໍ​ມີ​ໜີ້​ສິນ​ຕ່າງປະ​ເທດ ມີ​ໜີ້​ສິນພາຍ​ໃນ ອັນ​ນີ້​ກໍ​ເປັນ​ຂອງ​ທໍາ​ມະ​ດາ​ແລ້ວ ​ແຫຼ່ງທຶນ​ໄດ້ຈາກ​ການ​ຊ່ວຍ​ເຫຼືອ ​ໄດ້​ຈາກ​ແຫຼ່ງກູ້ ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ນີ້​ບໍ່​ເປັນ​ການ​ສ້າງ​ໜີ້​ສິນ ​ແຕ່​ໃນ​ສະພາບ​ປັດຈຸບັນນີ້ ​ແລະ​ທຽບ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ວ່າ ພວກ​ເຮົາ​ໄດ້​ເງິນ​ຊ່ວຍ​ເຫຼືອມາ​ນີ້ ​ກໍ​ເຫັນ​ວ່າ​ແຫຼ່ງທຶນ​ດັ່ງກ່າວ​ນີ້​ຈໍາກັດ​ທີ່​ສຸດ​ທຽບໃສ່ກັບ​ຄວາມ​ຕ້ອງການ.”

ສະຫະລັດຊ່ວຍເຫລືອດ້ານອຸປະກອນການແພດແກ່ລາວ
ສະຫະລັດຊ່ວຍເຫລືອດ້ານອຸປະກອນການແພດແກ່ລາວ

ນອກ​ຈາກ​ນີ້ ກໍ​ມີ​ສາ​ເຫດ​ສໍາຄັນ​ອີກ​ປະການ​ນຶ່ງ​ທີ່​ເຮັດ​ໃຫ້​ບັນດາ​
ປະ​ເທດ​ຕ່າງໆ​ຕ້ອງ ການ​ທີ່​ຈະ​ໄດ້​ຮັບ​ການຊ່ວຍ​ເຫຼື​ອ​ລ້າຫຼາຍ
ກວ່າ ການ​ກູ້​ຢືມ​ຈາກ​ຕ່າງປະ​ເທດ​ນັ້ນ ກໍ​ຄື​ຂໍ້ຈໍາກັດຂອງ​ແຕ່ລະ
​ປະ​ເທດ​ທີ່​ສາມາດ​ຈະ​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ໄດ້​ ໃນ
​ສັດສ່ວນ​ບໍ່​ເກີນ 45% ຂອງ​ຍອດ​ຜະລິດ​ຕະພັນ​ລວມ​ໃນ​ປະ
​ເທດ ຫຼື GDP ຂອງ​ແຕ່ລະ​ປະ​ເທດ​ເປັນ​ສໍາຄັນ. ​ສໍາ​ລັບ ສປປ.
ລາວ​ນັ້ນ ກໍ​ສາມາດ​ທີ່​ຈະ​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດໄດ້ໃນ
​ມູນ​ຄ່າ​ລວມ ທັງ​ໝົດ​ບໍ່​ເກີນ 4,500 ລ້ານ​ໂດ​ລາ​ໃນ​ປັດຈຸບັນນີ້.

ຫາກ​ແຕ່​ວ່າ​ຕາມ​ການ​ລາຍ​ງານ​ປະ​ຈໍາປີ 2012 ຂອງ​ທະນາຄານ​ແຫ່ງ​ຊາດ​ລາວ ກໍ​ໄດ້​ລະ ບຸ​ວ່າ ສະພາວະ​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ໄດ້​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ. ​ຈົນ​ເຖິງ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່ານມາ ຊຶ່ງ​ເປັນ​ໄລຍະ​ສິ້ນ​ສຸດ​ຂອງ​ແຜນ ການ​ປີ 2011-2012 ກໍ​ປາກົດ​ວ່າ​ລັດຖະບານ​ລາວ​ມີ​ໜີ້​ເງິນ​ກູ້​ຕ່າງປະ​ເທດ​ຄິດ​ເປັນ ມູນຄ່າ​ລວມຫຼາຍກວ່າ 3,500 ລ້ານ​ໂດ​ລາ ຫຼື​ເກີນ​ກວ່າ 35% ຂອງ​ມູນ​ຄ່າ GDP ຕະຫຼອດປີ​ດັ່ງກ່າວ.

ສະພາວະ​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ໄດ້​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນຫຼາຍທີ່ສຸດ​ໃນໄລ ຍະ 6 ປີ​ມາ​ນີ້ ກໍ​ຄື​ນັບ​ຕັ້ງ​ແຕ່ປີ 2006 ​ເປັນ​ຕົ້ນ​ມາ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ລັດຖະບານ​ລາວ​ໄດ້​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ເຖິງ 15.46% ​ເມື່ອ​ທຽບ ​ໃສ່​ປີ 2006 ​ແລະ​ ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ກໍ​ເຮັດ​ໃຫ້​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ສະ​ສົມ​ເຖິງ 3,000 ລ້ານ​ໂດລາ ​ເປັນ​ເທື່ອ​ທໍາອິດ​ໃນ​ປີ 2011 ທີ່ຜ່ານ​ມາ.

ຍິ່ງ​ໄປ​ກວ່າ​ນັ້ນ ເມື່ອ​ປະກອບ​ກັບ​ໃນ​ໄລຍະ​ຂອງ​ແຜນການ​ປະ​ຈໍາປີ 2011-2012 ທີ່ ສິ້ນ​ສຸດແຜນການ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ປີ​ນີ້ ຊຶ່ງ​ລັດຖະບານ​ລາວ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ລ້າ ​ແລະ​ກໍ​ຢືມ​ຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ 700 ລ້ານ ​ໂດ​ລາ​ນັ້ນ ຈຶ່ງ​ເຮັດ​ໃຫ້​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ລວມ​ເກີນ ກວ່າ 3,500 ລ້ານ​ໂດ​ລາ​ໃນ​ເວລາ​ນີ້​ນັ້ນ​ເອັງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລາຍ​ງານ​ດັງ​ກ່າວ​ຂອງ​ທະນາຄານ​ແຫ່ງ​ຊາດ​ລາວ​ກໍ​ໄດ້​ລະບຸ​ວ່າ ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ຄິດ​ເປັນ​ສັດສ່ວນ​ທີ່​ລົດ​ຕໍ່າລົງ​ເມື່ອ​ທຽບ​ໃສ່ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ GDP ທີ່​ເພີ່ມ​ຂຶ້ນທຸກ​ປີ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ສະພາວະ​ໜີ້​ສິນ​ຕ່າງ ປະ​ເທດ​ຂອງ​ລັດຖະບານລາວ​ໃນ​ປີ 2006 ທີ່​ຄິດ​ເປັນ​ສັດສ່ວນ ທີ່​ສູງ​ເຖິງ 71.21% ຂອງ GDP ນັ້ນ ​ໄດ້​ລົດ​ລົງ​ມາ​ເປັນ 38.52% ຂອງ GDP ​ໃນ​ປີ 2011 ​ແລະ 35% ຂອງ GDP ​ໃນ​ປີ 2012 ຕາມ​ລໍາດັບ.
XS
SM
MD
LG