ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ລມຕ ລາວ ກ່າວວ່າ ການພັດທະນາ ໃນພາກ ພະລັງງານໄຟຟ້າ ຂອງລາວ ດຳເນີນໄປ "ຢ່າງກ້າວກະໂດດ"


ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ນ້ຳອູ ກຳລັງຢູ່ພາຍໃຕ້ ການກໍ່ສ້າງໂດຍ ບໍລິສັດ ຈີນ ເປັນນຶ່ງໃນ 100 ໂຄງການ ການກໍ່ສ້າງເຂື່ອນ ທີ່ລັດຖະບານລາວ ໄດ້ວາງແຜນເອົາໄວ້.
ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ນ້ຳອູ ກຳລັງຢູ່ພາຍໃຕ້ ການກໍ່ສ້າງໂດຍ ບໍລິສັດ ຈີນ ເປັນນຶ່ງໃນ 100 ໂຄງການ ການກໍ່ສ້າງເຂື່ອນ ທີ່ລັດຖະບານລາວ ໄດ້ວາງແຜນເອົາໄວ້.

ລັດຖະມົນຕີລາວ ຢືນຢັນວ່າ ການຈັດຕັ້ງປະຕິບັດແຜນການພັດທະນາ ໃນພາກ
ພະລັງງານໄຟຟ້າຂອງລາວ ດຳເນີນໄປຢ່າງຕັ້ງໜ້າ ເຮັດໃຫ້ມີໄຟຟ້າຊົມໃຂ້ພາຍໃນ
ປະເທດ ຢ່າງພຽງພໍ ແລະສົ່ງໄປຕ່າງປະເທດເພີ້ມຂຶ້ນນັບມື.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ໃຫ້
ການຢືນຢັນວ່າ ການຈັດຕັ້ງປະຕິບັດແຜນການພັດທະນາ ໃນພາກພະລັງງານໄຟຟ້າ
ໃນລາວ ໄດ້ດຳເນີນໄປຢ່າງຕັ້ງໜ້າ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ມີພະລັງງານໄຟຟ້າ ເພື່ອ
ຕອບສະໜອງການຊົມໃຊ້ພາຍໃນປະເທດ ຢ່າງພຽງພໍເທົ່ານັ້ນ ແຕ່ຍັງໄດ້ມີການສົ່ງ
ອອກພະລັງງານໄຟຟາໄປຕ່າງປະເທດເພີ້ມຂຶ້ນນັບມື້ ທັງຍັງມີລັກສະນະທີ່ກ້າວກະ
ໂດດອີກດ້ວຍ ດັ່ງທີ່ທ່ານຄຳມະນີ ໄດ້ຢືນຢັນວ່າ:

“ພວກເຮົາ ໄດ້ດຳເນີນການພັດທະນາວຽກງານພະລັງງານ ທີ່ມີລັກສະນະ
ເປັນລະບົບຄົບຊຸດ ມີບາດກ້າວຂະຫຍາຍຕົວ ທີ່ໜັກແໜ້ນຕໍ່ເນື່ອງ ແລະມີ
ດ້ານທີ່ໄດ້ຮັບການພັດທະນາ ຢ່າງກ້າວກະໂດດ ຊຶ່ງຜົນສຳເລັດທີ່ກ້າວກະ
ໂດດ ໃນການພັດທະນາດ້ານນີ້ ກໍໄດ້ສ້າງເງື່ອນໄຂຕອບສະໜອງການຊົມ
ໃຊ້ ພະລັງງານໄຟຟ້າຢູ່ພາຍໃນປະເທດຂອງພວກເຮົານີ້ຢ່າງພຽງພໍ ແລະມີ
ສ່ວນເພີ້ມຂຶ້ນໃນການສົ່ງອອກ.”

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່
ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່

ທ່ານຄຳມະນີ ບອກວ່າ ພາຍໃນປີ 2021 ສປປ ລາວ ຈະມີເຂື່ອນໄຟຟ້າເຖິງ 100
ໂຄງການ ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສ
ໄຟຟ້າໄດ້ 67,000 ລ້ານກິໂລວັດ/ໂມງ/ປີ ໂດຍໃນນີ້ ແບ່ງເປັນແຫລ່ງຜະລິດພະລັງ
ງານໄຟຟ້າ ທີ່ມີຢູ່ແລ້ວ 46 ໂຄງການ ມີກຳລັງຕິດຕັ້ງ 6,444 ເມກາວັດ ທີ່ສາມາດ
ຜະລິດກະແສໄຟຟ້າໄດ້ເຖິງ 35,000 ລ້ານກິໂລວັດ/ໂມງ ແລະກຳລັງກໍ່ສ້າງ 54 ໂຄງການມີກຳລັງຕິດຕັ້ງລວມ 6,618 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ
32,000 ລ້ານກິໂລວັດ/ໂມງ ຊຶ່ງສ່ວນໃຫຍ່ ມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດ
ໃນຊ່ວງປີ 2020-2021.

ເປົ້າໝາຍຫລັກຂອງລັດຖະບານ ລາວ ໃນການພັດທະນາພາກພະລັງງານໄຟຟ້າ ກໍເພື່ອຈະພັດທະນາລາວ ໃຫ້ເປັນໝໍ້ໄຟຂອງອາຊຽນ ໃຫ້ໄດ້ຢ່າງແທ້ຈິງ.
ເປົ້າໝາຍຫລັກຂອງລັດຖະບານ ລາວ ໃນການພັດທະນາພາກພະລັງງານໄຟຟ້າ ກໍເພື່ອຈະພັດທະນາລາວ ໃຫ້ເປັນໝໍ້ໄຟຂອງອາຊຽນ ໃຫ້ໄດ້ຢ່າງແທ້ຈິງ.

ທັງນີ້ໂດຍທາງການລາວ ທັງຂັ້ນສູນກາງແລະທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມ
ເຂົ້າໃຈ ຫຼື MOU ຮ່ວມກັບບໍລິສັດເອກກະຊົນລາວ ແລະຕ່າງປະເທດ ກ່ຽວກັບການ
ພັດທະນາພະລັງງານໄຟຟ້າໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງລວມ 26,147
ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ລວມກັນເຖິງ 115,118 ລ້ານກິໂລວັດ/ໂມງ ດ້ວຍ
ເປົ້າໝາຍທີ່ຈະພັດທະນາລາວ ໃຫ້ເປັນໝໍ້ໄຟຂອງອາຊຽນ ໃຫ້ໄດ້ຢ່າງແທ້ຈິງ.

ກ່ອນໜ້ານີ້ ໄດ້ມີການລົງນາມໃນຂໍ້ຕົກລົງ 3 ຝ່າຍວ່າດ້ວຍການຊື້-ຂາຍ ແລະການ
ສົ່ງກະແສໄຟຟ້າ ລະຫວ່າງລາວ ໄທ ແລະມາເລເຊຍ ໃນທ້າຍປີ 2017 ໂດຍລັດວິສາ
ຫະກິດໄຟຟ້າລາວ ຫຼື EDL ຈະສົ່ງກະແສໄຟຟ້າໃນປະລິມານ 100 ເມກາວັດ ໃຫ້
ມາເລເຊຍຜ່ານໂຄງການຂ່າຍສາຍສົ່ງໃນໄທ ນັບຈາວັນທີ 1 ສິງຫາ 2018 ເປັນຕົ້ນ
ໄປ ສ່ວນການສົ່ງກະແສໄຟຟ້າຂາຍໃຫ້ຫວຽດນາມ ກຳປະເຈຍ ແລະມຽນມາ ກໍຍັງ
ບໍ່ສາມາດທີ່ຈະດຳເນີນການ ໄດ້ຢ່າງເຕັມສ່ວນ ເພາະຍັງມີໂຄງຂ່າຍສາຍສົ່ງ
ຢ່າງຈຳກັດ.

ນອກຈາກນັ້ນ ແຜນການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ຈາກລາວຜ່ານໄທ-
ມາເລເຊຍ ເພື່ອໄປໃຫ້ເຖິງສິງກະໂປ ກໍຍັງບໍ່ສາມາດຈັດການລົງນາມໄດ້ ເນື່ອງຈາກ
ລັດຖະບານມາເລເຊຍ ຕ້ອງການສຶກສາສຳຫຼວດ ກ່ຽວກັບຜົນກະທົບຈາກການເຊື່ອ
ຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງ ມາເລຍກັບສິງກະໂປ ທີ່ໄດ້ມາດຕະຖານ
ສາກົນເສຍກ່ອນ ຊຶ່ງໃນປັດຈຸບັນ ການສຶກສາສຳຫຼວດດັ່ງກ່າວ ກໍຍັງບໍ່ແລ້ວສຳເສັດ
ຈຶ່ງເຮັດໃຫ້ການສົ່ງພະລັງງານໄຟຟ້າຈາກລາວ ໄປຂາຍໃຫ້ສິງກະໂປ ນັ້ນ ບໍ່ສາມາດ
ເກີດຂຶ້ນໄດ້ຢ່າງເປັນຮູບປະທຳ.

ທາງດ້ານທ່ານສິຣິ ຈິຣະພົງພັນ ລັດຖະມົນຕີວ່າການກະຊວງພະລັງງານຂອງໄທ
ຖະແຫລງຢືນຢັນວ່າ ການທີ່ໄທ ມີປະລິມານພະລັງງານໄຟຟ້າສຳຮອງ ໃນລະດັບທີ່
ເກີນກວ່າຄວາມຕ້ອງການພາຍໃນ ເຖິງ 39 ເປີເຊັນ ໃນປັດຈຸບັນ ແລະເມື່ອພິຈາ
ລະນາ ປະກອບການຊົມໃຊ້ໄຟຟ້າພາຍໃນ ທີ່ເພີ້ມຂຶ້ນໃນອັດຕາສະເລ່ຍ 3 ເປີເຊັນ
ຕໍ່ປີ ຈຶ່ງເຮັດໃຫ້ສາມາດຄາດການໄດ້ວ່າ ນັບຈາກປັດຈຸບັນໄປຈົນເຖິງປີ 2026
ປະເທດໄທ ບໍ່ມີຄວາມຈຳເປັນທີ່ຈະຕ້ອງນຊື້ ຫຼືນຳເຂົ້າພະລັງງານໄຟຟ້າ ຈາກຕ່າງ
ປະເທດເພີ້ມຂຶ້ນອີກແຕ່ຢ່າງໃດ.

ທັງນີ້ ລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000 ເມກາວັດ ໃນ
ຊ່ວງປີ 2019-2044 ແຕ່ໃນປີ 2021 ລາວຈະມີແຫລ່ງຜະລິດພະລັງງານໄຟຟ້າໄດ້ເຖິງ
13,000 ເມກາວັດ ແລະຄາດວ່າ ລາວ ຈະຊົມໃຊ້ພະລັງງານໄຟຟ້າ 2,862 ເມກາວັດ
ໃນປີ 2021 ຊຶ່ງຈະເຮັດໃຫ້ລາວ ມີປະລິມານພະລັງງານໄຟຟ້າສຳຮອງ ເກີນຄວາມ
ຕ້ອງການເຖິງ 1,138 ເມກາວັດ ແລະຈະສົ່ງອອກໄປປະເທດອື່ນ ທີ່ບໍ່ແມ່ນປະເທດໄທ.

XS
SM
MD
LG