ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີລາວ ຢືນຢັນວ່າ ການຈັດຕັ້ງ ແຜນພັດທະນາ ພະລັງງານໄຟຟ້າລາວ ດຳເນີນຢ່າງຕັ້ງໜ້າ


ເຂື່ອນໄຟຟ້າແຂວງໄຊຍະບູຣີ ສປປ ລາວ.
ເຂື່ອນໄຟຟ້າແຂວງໄຊຍະບູຣີ ສປປ ລາວ.

ລັດຖະມົນຕີ​ລາວ​ຢືນຢັນ​ວ່າ ການຈັດ​ຕັ້ງ​ປະຕິບັດແຜນການ​ພັດທະນາ ​ໃນ​ພາກພະລັງ​
ງານ​ໄຟຟ້າ​ທ່ານນຶ່ງຂອງ​ລາວ ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າ ​ເຮັດ​ໃຫ້​ມີ​ໄຟຟ້າ​ຊົ​ມໃຊ້ພາຍ​ໃນ
​ຢ່າງ​ພຽງພໍແລະ​ສົ່ງ​ອອກໄປ​ຕ່າງປະ​ເທດ​ເພີ້​ມຂຶ້ນ​ນັບ​ມື້ ຊຶ່ງຊົງລິດ ໂພນເລີີນ ມີລາຍ
ງານຈາກບາງກອກ.

ລິງໂດຍກົງ

ທ່ານ​ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍ​ແ​ຮ່ ​ໄດ້​ໃຫ້
ການ​ຢືນຢັນ​ວ່າ ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ໃນ​ພາກ​ພະລັງ ງານ​ໄຟຟ້າ
​ໃນ​ລາວ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າ ຊຶ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ມີ​ພະລັງງານ​ໄຟຟ້າ​ເພື່ອ
ຕອບ​ສະໜອງການ​ຊົມ​ໃຊ້​ພາຍໃນ​ປະ​ເທດ​ຢ່າງ​ພຽງພໍ​ເທົ່າ​ນັ້ນ ​ແຕ່ຍັງ​ໄດ້ມີ​ການ​ສົ່ງອອກ​ພະລັງງານ​ໄຟຟ້າ​ໄປ​ຕ່າງ​ປະ​ເທດເພີ້​ມຂຶ້ນນັບ​ມື້ ທັງ​ຍັງ​ມີ​ລັກສະນະ​ທີ່​ກ້າວ​ກະ​ໂດດ​ອີກ​
ດ້ວຍ ດັ່ງ​ທີ່ທ່ານ​ຄຳ​ມະນີ ​ໄດ້​ຢືນຢັນ​ວ່າ.

“ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ພັດທະນາ​ວຽກ​ພະລັງງານ ທີ່​ມີ​ຫລັກ​ສະ​ນະ​ເປັນ​ລະບົບ
ຄົບ​ຊຸດ ມີ​ບາດກ້າວ​ຂະຫຍາຍ​ໂຕ​ທີ່​ໜັກ​ແໜ້ນ​ຕໍ່​ເນື່ອງ ​ແລະ​ມີ​ດ້ານ​ທີ່​ໄດ້​ຮັບ​ການ
​ພັດທະນາ​ຢ່າງ​ກ້າວ​ກະ​ໂດດ ຊຶ່ງ​ຜົນສຳ​ເລັດ​ທີ່​ກ້າວ​ກະ​ໂດດ​ໃນ​ການ​ພັດທະນາ​ດ້ານ​
ນີ້ໄດ້​ສ້າງ​ເງື່ອນ​ໄຂ​ຕອບ​ສະໜອງ​ການ​ຊົມ​ໃຊ້​ພະ​ລັງ​ງານ​ໄຟຟ້າ ຢູ່​ພາຍ​ໃນ​ປະ​ເທດ​

ຂອງ​ພວກ​ເຮົາ​ນີ້​ຢ່າງ​ພຽງພໍ ​ແລະ​ມີ​ສ່ວນ​ເພີ້​ມຂຶ້ນ​ໃນ​ການ​ສົ່ງ​ອອກ.”

ທ່ານ​ຄຳ​ມະນີ ບອກ​ວ່າ​ພາຍ​ໃນ​ປີ 2021 ລາວ​ຈະ​ມີ​ເຄື່ອນ​ໄຟຟ້າ​ເຖິງ 100 ​ໂຄງການ ມີ​
ກຳລັງ​ຕິດ​ຕັ້ງ​ລວມຫຼາຍ​ກວ່າ 13,000 ​ເມັ​ກະ​ວັດ ທີ່​ສາມາດ​ຜະລິດ​ກະແສ​ໄຟຟ້າ​ໄດ້
67,000 ລ້ານ​ກິ​ໂລ​ວັດ/​ໂມງ/​ຕໍ່ປີ ​ໂດຍ​ໃນນີ້​ແບ່ງ​ເປັນ​ແຫຼ່ງຜະລິດ​ພະລັງງານ​ໄຟຟ້າທີ່
​ມີ​ຢູ່​ແລ້ວ 46 ​ໂຄງການ ມີ​ກຳລັງ​ຕິດ​ຕັ້ງ 6,444 ​ເມັ​ກະ​ວັດ ທີ່​ສາມາດ​ຜະລິດ​ກະ​ແສ​ໄຟ
ຟ້າ​ໄດ້​ເຖິງ 35,000 ລ້ານ​ກິ​ໂລ​ວັດ/​ໂມງ ​ແລະ​ກຳລັງ​ກໍ່ສ້າງ 54 ​ໂຄງການ​ມີ​ກຳລັງ​ຕິດ​ຕັ້ງ
​ລວມ 6,618 ​ເມັກະ​ວັດ ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ເຖິງ 32,000 ລ້ານ​ກິ​ໂລ​ວັດ/
ໂມງ ຊຶ່ງສ່ວນ​ໃຫຍ່​ມີ​ກຳນົດ​ການ​ກໍ່ສ້າງ​ແລ້ວ​ເສັດ​ໃນ​ຊ່ວງປີ 2020 ຫາປີ 2021.

ທັ້ງນີ້​ໂດຍ​ທາ​ງການລາວ ທັງຂັ້ນສູນ​ກາງ​ແລະ​ທ້ອງ​ຖິ່ນ ​ໄດ້​ລົງ​ນາມ​ໃນ​ບັນທຶກ​ຄວາມ
​ເຂົ້າ​ໃຈ (MOU) ຮ່ວມ​ກັບບັນດາ​ບໍລິສັດ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງປະ​ເທດ​ກ່ຽວ​ກັບ​
ການ​ພັດທະນາ​ແຫຼ່ງພະລັງງານ​ໄຟຟ້າ​ໄປ​ແລ້ວ 357 ​ໂຄງການ ມີ​ກຳລັງ​ຕິດ​ຕັ້ງລວມ
26,147 ​ເມັ​ກະ​ວັດ ທີ່​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ລວມກັນ​ເຖິງ 115,118 ລ້ານ​ກິ​ໂລ​ວັດ/​
ໂມງ ດ້ວຍ​ເປົ້າ​ໝາ​ຍທີ່ຈະ​ພັດ​ທະ​ນາລາ​ວ​ໃຫ້​ເປັນ​ໝໍ້​ໄຟ​ຂອງ​ອາ​ຊຽນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ກ່ອນ​ໜ້າ​ນີ້​ໄດ້​ມີ​ການ​ລົງ​ນາມ​ໃນ​ຂໍ້ຕົກລົງ 3 ຝ່າຍວ່າ​ດ້ວຍການຊື້​ຂາຍ ​ແລະ​ການ​ສົ່ງ​ກະ​
ແສ​ໄຟຟ້າ​ລະຫວ່າງລາວ ​ໄທ ​ແລະ​ມາ​ເລ​ເຊຍ ​ໃນ​ທ້າ​ຍປີ 2017 ​ໂດ​ຍລັດ​ວິສະ​ຫະກິດ
​ໄຟຟ້າ​ລາວ ຈະ​ສົ່ງ​ກະ​ແສ​ໄຟຟ້າ​ໃນ​ປະລິມານ 100 ​ເມັກ​ກະ​ວັດ​ໃຫ້​ມາ​ເລ​ເຊຍ​ຜ່ານ​ໂຄງ​
ຂ່າຍ​ຂາຍ​ສົ່ງ​ໃນ​ໄທ​ນັບ​ຈາກ​ວັນ​ທີ 1 ສິງຫາປີ2018 ​ເປັນ​ຕົ້ນ​ໄປ ສ່ວນ​ການ​ສົ່ງ​ກະແສ
​ໄຟຟ້າຂາຍ​ໃຫ້​ຫວຽດນາມ ກຳປູ​ເຈຍ ​ແລະ​ມຽນມາ ກໍ​ຍັງ​ບໍ່ສາມາດທີ່​ຈະ​ດຳ​ເນີີນ​ການ​
ໄດ້​ຢ່າງ​ເຕັມ​ສ່ວນ ​ເພາະ​ຍັງ​ມີ​ໂຄງ​ຂ່າຍ​ສາຍ​ສົ່ງ​ຢ່າງ​ຈຳກັດ.

ນອກຈາກ​ນັ້ນແຜນການ​ເຊື່ອມ​ຕໍ່​ລະບົບ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ຈາກ​ລາວ ຜ່ານ​ໄທ ມາ​ເລ
​ເຊຍ ​ເພື່ອ​ໄປ​ໃຫ້​ເຖິງ​ສິງກະໂປ ກໍ​ຍັງ​ບໍ່​ສາມາດ​ຈັດການ​ລົງ​ນາມ​ໄດ້ ​ເນື່ອງ​ຈາກ​ລັດຖະ
ບານມາ​ເລ​ເຊຍ​ ຕ້ອງການ​ສຶກສາ​ສຳ​ຫຼວດກ່ຽກັບ​ຜົນ​ກະທົບ​ຈາກ​ການ​ເຊື່ອມ​ຕໍ່​ລະບົບ​
ສາຍ​ສົ່ງ​ກະແສ​ໄຟຟ້າ​ລ​ະຫວ່າງ ມາ​ເລ​ເຊຍ​ສິງກະ​ໂປ ທີ່​ໄດ້​ມາດຕະຖານ​ສາກົນ​ເສຍ​
ກ່ອນຊຶ່ງ​ໃນ​ປັດຈຸບັນ​ການ​ສຶກສາ​ສຳ​ຫຼວດດັ່ງກ່າວ​ກໍ​ຍັງ ບໍ່​ແລ້ວ​ ຈຶ່ງ​ເຮັດ​ໃຫ້ການ​ສົ່ງ​ພະ
ລັງງານ​ໄຟຟ້າ​ຈາກ​ລາວ​ໄປ​ຂາຍ​ໃຫ້​ສິງກະໂປ​ນັ້ນ ບໍ່​ສາມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ເປັນ​ຮູບ​
ປະ​ທຳ.

ທາງ​ດ້ານ​ທ່ານ​ສິຣິ ຈິຣະພົງພັນ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ຂອງ​ໄທຖ​ະ
​ແຫຼ​ງຢືນຢັນ​ວ່າ ການ​ທີ່​ໄທ​ມີ​ປະ​ລິ​ມານ​ພະລັງງານ​ໄຟຟ້າ​ສໍາ​ລອງ​ໃນ​ລະດັບ​ທີ່​ເກີນ​ກວ່າ​
ຄວາມ​ຕ້ອງການ​ພາຍ​ໃນ​ເຖິງ 39 ​ເປີ​ເຊັນ​ໃນ​ປັດ​ຈຸ​ບັນ ​ແລະເມື່ອ​ພິຈາລະນາ​ປະກອບ​
ກັບ​ການ​ຊົມ​ໃຊ້​ໄຟຟ້າ​ພາຍ​ໃນ​ທີ່​ເພີ້​ມຂຶ້ນ​ໃນ​ອັດ​ຕາສະ​ເລ່ຍ 3 ​ເປີ​ເຊັນ​ຕໍ່​ປີ ຈຶ່ງ​ເຮັດ​ໃຫ້
​ສາມາດ​ຄາດ​ການ​ໄດ້​ວ່າ​ນັບ​ຈາກ​ປັດ​ຈຸ​ບັນ​ໄປ​ຈົນ​ເຖິງ​ປີ 2026 ປະ​ເທດ​ໄທ​ບໍ່​ມີ​ຄວາມ
ຈຳ​ເປັນ​ທີ່​ຈະ​ຕ້ອງ​ຊື້ ຫຼື​ນຳ​ເຂົ້າ​ພະລັງງານໄຟຟ້າ​ຈາກ​ຕ່າງປະ​ເທດ​ເພີ້​ມຂຶ້ນ​ອີກ​ແຕ່
​ຢ່າງ​ໃດ.

ທັ້ງນີ້​ລັດຖະບານ​ໄທ​ໄດ້​ຕົກລົງ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ​ລາວ 9,000 ​ເມັ​ກະ​ວັດ​ໃນ​
ຊ່ວງ​ປີ 2019 ຫາ​ 2044 ​ແຕ່​ໃ​ນປີ 2021 ລາວ​ຈະ​ມີ​ແຫຼ່ງຜະລິດ​ພະລັງ ງານ​ໄຟຟ້າ​
ໄດ້​ເຖິງ 13,000 ​ເມັກ​ກະ​ວັດ ​ແລະ​ຄາດ​ວ່າ​ລາວ​ຈະ​ຊົ​ມ​ໃຊ້​ພະລັງ​ງານ​ໄຟຟ້າ 2,862
​ເມັກະ​ວັດ​ໃນ​ປີ 2021 ຊຶ່ງ​ຈະ​ເຮັດ​ໃຫ້​ລາວ​ມີ​ປະລິມານ​ພະລັງງານ​ໄຟຟ້າ​ສໍາລອງ​ເກີນ
​ກວ່າ​ຄວາມ​ຕ້ອງການ​ເຖິງ 1,138 ​ເມັ​ກະ​ວັດ ​ແລະ​ຈະ​ຕ້ອງ​ສົ່ງ​ອອກ​ໄປ​ປະ​ເທດ​ອື່ນ
​ທີ່​ບໍ່​ແມ່ນ​ປະ​ເທດ​ໄທ.

XS
SM
MD
LG