ລັດຖະມົນຕີລາວຢືນຢັນໃນເປົ້າໝາຍທີ່ຈະກ້າວໄປເປັນໝໍ້ໄຟ
ຫຼື Battery ຂອງກຸມອາຊ່ຽນດ້ວຍການເຊື່ອມໂຍງລະບົບ ແລະ
ໂຄງຂ່າຍສາຍສົ່ງກະແສໄຟຟ້າເຂົ້າດ້ວຍກັນ ທັງພູມິພາກ.
ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງ
ພະລັງງານ ແລະບໍ່ແຮ່ ໄດ້ຖະແຫລງຢືນຢັນວ່າເປົ້າໝາຍ
ສຳຄັນທີ່ສຸດ ຂອງກອງປະຊຸມ ລະດັບລັດຖະມົນຕີ ດ້ານພະລັງງານ ຂອງອາຊ່ຽນຄັ້ງທີ
32 ທີ່ ລັດຖະບານລາວ ເປັນເຈົ້າພາບ ໃນລະຫວ່າງ ວັນທີ 22 ຫາ 24 ກັນຍານີ້ ຢູ່ນະຄອນ ຫລວງວຽງຈັນ ກໍຄືການກຳນົດແຜນການ ທີ່ຈະເຊື່ມໂຍງລະບົບ ແລະໂຄງຂ່າຍສາຍສົ່ງ
ກະແສໄຟຟ້າທັງ 10 ປະເທດສະມາຊິກເຂົ້າດ້ວຍກັນ.
ທ່ານວີລະພົນ ໄດ້ໃຫ້ການອະທິບາຍວ່າເປົ້າໝາຍດັ່ງກ່າວນີ້ ຖືເປັນຄວາມພະຍາຍາມ
ຂອງລັດຖະບານລາວ ທີ່ຈະກ້າວໄປເປັນໝໍ້ໄຟ ຫຼື Battery ຂອງອາຊ່ຽນໃຫ້ໄດ້ຢ່າງແທ້
ຈິງ ເພາະການເຊື່ອມໂຍງລະບົບ ແລະໂຄງຂ່າຍສາຍສົ່ງກະແສໄຟຟ້າ ເຂົ້າດ້ວຍກັນຍ່ອມ ພົວພັນໂດຍກົງເຖິງການພັດທະນາພະລັງງານ ການຄ້າ ແລະການຕອບສະໜອງພະລັງງານ ລະຫວ່າງປະເທດສະມາຊິກ ໃນອາຊ່ຽນດ້ວຍກັນ ໃຫ້ໄດ້ຢ່າງພຽງພໍ ໃນລະຍະຍາວ ດັ່ງທີ່ທ່ານວີລະພົນ ໄດ້ໃຫ້ການຊີ້ແຈງວ່າ:
“ກອງປະຊຸມທີ່ເຮົາຈັດຂຶ້ນ ລະຫວ່າງວັນທີ 22 ຫາ 24 ເດືອນ 9 ຖືວ່າເປັນກອງ
ປະຊຸມເທື່ອທີ 32 ຂອງລັດຖະມົນຕີພະລັງງານອາຊ່ຽນ ຫຼືຮ້ອງວ່າ ການເຮັດໃຫ້
ການນຳໃຊ້ພະລັງງານນີ້ ມີຄວາມຍືນຍົງ ແລະມີປະສິດທິຜົນ ມີການເຊື່ອມໂຍງ
ທາງດ້ານໄຟຟ້ານຳກັນ Power Integration ຢູ່ໃນຂົງເຂດນີ້.”
ໂດຍໃນປັດຈຸບັນລາວມີເຂື່ອນໄຟຟ້າ ທີ່ກໍ່ສ້າງແລ້ວສຳເລັດ ແລະໄດ້ຜະລິດພະລັງງານ
ໄຟຟ້າແລ້ວຈຳນວນ 24 ໂຄງການ ສ່ວນທີ່ກຳລັງຢູ່ໃນລະຫວ່າງ ດຳເນີນການກໍ່ສ້າງມີ
ຈຳນວນ 38 ໂຄງການ ແລະ ອີກ 100 ໂຄງການຢູ່ໃນຂັ້ນການສຶກສາ ອອກແບບ ຫຼືສະ
ແຫວງຫາເງິນທຶນ ທີ່ຈະນຳໃຊ້ໃນການກໍ່ສ້າງຕໍ່ໄປ.
ທັງນີ້ໂດຍຈາກການສຶກສາໃນລະຍະ ທີ່ຜ່ານມາ ພົບວ່າການ
ກໍ່ສ້າງເຂື່ອນໃນລາວຢ່າງເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດ
ຜະລິດພະລັງງານໄຟຟ້າໄດ້ລວມກັນ ລະຫວ່າງ 28,000 ເຖິງ
30,000 ແມກກະວັດຕ໌ (MW) ທັງກໍຍັງຈະສົ່ງຜົນດີ ຕໍ່ການພັດ
ທະນາເພື່ອລົບລ້າງຄວາມຍາກຈົນ ຂອງປະຊາຊົນບັນດາເຜົ່າ
ທີ່ຢູ່ເຂດຊົນນະບົດອີກດ້ວຍ.
ກ່ອນໜ້ານີ້ ກະຊວງພະລັງງານແລະບໍ່ແຮ່ ລາຍງານວ່າບັນດາ
ໂຄງການທີ່ຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2015-2016 ມີຢູ່
20 ໂຄງການດ້ວຍກັນ ໂດຍໃນນີ້ກໍເປັນການກໍ່ສ້າງເຂື່ອນ 19
ໂຄງການ ແລະໂຮງງານຜະລິດກະແສໄຟຟ້າຈາກຖ່ານລິກໄນຕ໌
1 ໂຄງການ ຊຶ່ງຈະເຮັດໃຫ້ຄວາມອາສາມາດ ໃນການຜະລິດພະ
ລັງໄຟຟ້າ ໃນລາວເພີ້ມຂຶ້ນ ຈາກ 3,000 MW ໃນປັດຈຸບັນ ເປັນ
ຫຼາຍກວ່າ 7,000 MW.
ໂດຍໂຄງການທີ່ຄາດໝາຍວ່າ ຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2014-2015 ກໍປະກອບ ດ້ວຍເຂື່ອນຫ້ວຍລຳພັນຂະຫນາດ 88 MW ໃນແຂວງຫລວງນ້ຳທາ ເຂື່ອນນ້ຳຄານ 2 ຂະຫນາດ 130 MW ໃນແຂວງຫລວງພະບາງ ເຂື່ອນເຊນ້ຳນ້ອຍ 1 ຂະຫນາດ 15 MW ເຂື່ອນນ້ຳງຽບ 3A ຂະຫນາດ 44 MW ເຂື່ອນນ້ຳກົງ 2 ແລະ ໂຮງຜະລິດກະແສໄຟຟ້າຫົງສາລິກໄນຕ໌ ຂະຫນາດ 1,800 MW ໃນແຂວງໄຊຍະບູລີ ສ່ວນທີ່ຈະກໍ່ສ້າງໃຫ້ແລ້ວສຳເລັດ
ໃນປີ 2016 ກໍປະກອບດ້ວຍເຂື່ອນນ້ຳອູ 5 ຂະຫນາດ 240 MW ເຂື່ອນນ້ຳອູ 6 ຂະຫນາດ 180 MW ໃນແຂວງຫລວງພະບາງ ແລະເຂື່ອນນ້ຳງຽບ 1 ຂະຫນາດ 180 MW ໃນແຂວງ
ວຽງຈັນ.
ນອກຈາກນັ້ນ ກໍມີເຂື່ອນເຊຂະໝານ 1 ຂະຫນາດ 322 MW ເຂື່ອນນ້ຳອູ 2 ຂະຫນາດ
120 MW ເຂື່ອນນ້ຳຄານ 3 ຂະຫນາດ 60 MW ຢູ່ໃນແຂວງຫລວງພະບາງ ກໍຈະສ້າງ
ແລ້ວສຳເລັດ ໃນປີ 2016-2017 ແລະໂຄງການເຂື່ອນໄຊຍະບູລີເທິງແນວແມ່ນ້ຳຂອງ
ໃນເຂດແຂວງໄຊຍະບູລີ ຊຶ່ງຈະສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 1,280 MW ນັ້ນ
ກໍມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດໃນປີ 2019.
ທັງນີ້ໂດຍກະຊວງພະລັງງານ ແລະບໍ່ແຮ່ ໄດ້ວາງແຜນການທີ່ຈະເພີ້ມ ລະດັບຄວາມອາດ
ສາມາດ ໃນການຜະລິດພະລັງງານໄຟຟ້າຈາກ 3,200 MW ໃນປັດຈຸບັນເປັນບໍ່ນ້ອຍກວ່າ 12,500 MW ໃນປີ 2020 ຊຶ່ງການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ ນັ້ນ
ກໍຈະຕ້ອງດຳເນີນການກໍ່ສ້າງເຂື່ອນ ແລະໂຮງງານໄຟຟ້າໃຫ້ໄດ້ເຖິງ 39 ໂຄງການ.