ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຢືນ​ຢັນ ຈະ​ສືບ​ຕໍ່ ​ການ​ຍົກ​ລະ​ດັບ ​ເຂື່ອນ​ນ້ຳ​ງື່ມ 1 ພາກ​ຂະ​ຫຍາຍ​ ໄລ​ຍະ​ທີ 3


ເຂື່ອ​ນນ​້ຳ​ງື່ມ, ແຂວງວຽ​ງ​ຈັນ, ສ​ປ​ປ​ ລາວ.
ເຂື່ອ​ນນ​້ຳ​ງື່ມ, ແຂວງວຽ​ງ​ຈັນ, ສ​ປ​ປ​ ລາວ.

ລັດ​ຖະ​ມົນ​ຕີ ລາວ ຢືນ​ຢັນ​ວ່າຍັງ​ຈະ​ສືບ​ຕໍ່​ການ​ຍົກ​ລະ​ດັບ​ການ​ຜະ​ລິດ​ພະ​ລັງ​ງານ​ໄຟ​
ຟ້າໃນໂຄງການເຂື່ອນນ້ຳງື່ມ 1 ພາກຂະຫຍາຍໄລຍະທີ 3 ເພື່ອເຮັດໃຫ້ຜະລິດພະລັງ
ງານໄຟຟ້າໄດ້ເພີ່ມຂຶ້ນເປັນ 235 ເມກະວັດ.

ທ່ານ ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ ຖະ​
ແຫຼງຢືນຢັນວ່າການຍົກລະດັບຄວາມສາມາດໃນການຜະລິດພະລັງງານໄຟຟ້າຂອງ
ໂຄງການເຂື່ອນນ້ຳງື່ມ 1 ໃນພາກຂະຫຍາຍໄລຍະທີ 3 ຍັງຈະດຳເນີນການຕໍ່ໄປຊຶ່ງ
ຈາກການສຶກສາສຳຫຼວດໂດຍອົງການເພື່ອການຮ່ວມມືສາກົນຂອງລັດຖະບານ ຍີ່ປຸ່ນ
(JICA) ພົບວ່າການຍົກລະດັບດັ່ງກ່າວຈະເຮັດໃຫ້ເຂື່ອນນ້ຳງື່ມ 1 ສາມາດຜະລິດ
ພະລັງງານໄຟຟ້າໄດ້ເພີ່ມຂຶ້ນຈາກ 155 ເມກະວັດໃນປັດຈຸບັນເປັນ 235 ເມກະວັດ
ເພາະວ່າມີເຂື່ອນໄຟຟ້າເຖິງ 6 ໂຄງການທີ່ຈະປ່ອຍນ້ຳ ຄິດເປັນປະລິມານລວມ
7,200 ລ້ານແມັດກ້ອນລົງມາໃນອ່າງຕົ່ງຂອງເຂື່ອນນ້ຳງື່ມ 1 ທີ່ສາມາດຈະນຳມາໃຊ້
ໃນການຜະລິດພະລັງງານໄຟຟ້າໄດ້ເພີ່ມຂຶ້ນ ອັນຈະເປັນການຮັບປະກັນການຕອບ
ສະໜອງພະລັງງານໄຟຟ້າໃຫ້ແກ່ນະຄອນຫຼວງວຽງຈັນ ໄດ້ຊົມໃຊ້ຢ່າງພຽງພໍ ດັ່ງທີ່
ທ່ານ ຄຳມະນີ ໃຫ້ການຢືນຢັນວ່າ

"ເນື່ອງ​ຈາກວ່າ​ເຂື່ອນ​ນ້ຳ​ງື່ມ​ເປັນ​ເຂື່ອນ​ທີ່​ມີ​ອ່າງ​ໃຫຍ່ ສາ​ມາດ​ບັນ​ຈຸ​ນ້ຳ​ໄດ້​ເຖິງ 7,200
ລ້ານແມັດກ້ອນ ອັນນີ້ເປັນສ່ວນທີ່ໃຫຍ່ຫຼາຍ ບັນດາເຂື່ອນຕ່າງໆຢູ່ທາງພາກເໜືອນີ້ມີ
6 ເຂື່ອນທີ່ຈະປ່ອຍນ້ຳລົງມາ ແລະ ເກັບກັກຢູ່ໃນນ້ຳງື່ມ 1, ຄັນຖ້າຫາກວ່າພວກເຮົາ
ບໍ່ມີການຜະລິດໃຫ້ຫຼາຍຂຶ້ນເພື່ອຮັບໃຊ້ໃນເວລາທີ່ມີຄວາມຕ້ອງການພະລັງງານໄຟ
ຟ້າຫຼາຍຢູ່ໃນເຂດນະຄອນຫຼວງວຽງຈັນນີ້ ແມ່ນພວກເຮົາຈະມີບັນຫາ ສະນັ້ນພວກ
ເຮົາຈຶ່ງໄດ້ມີການພັດທະນາໂດຍມີອົງການ JICA ຂອງ ຍີ່ປຸ່ນ ຊ່ວຍໃນການສຶກສາ
ໂຄງການນີ້ ລວມກຳລັງຕິດຕັ້ງທັງໝົດ 235 ເມກະວັດ"

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງ ບົວ​ວັນ ທຳ​ມະ​ວົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລາວ
ຈາກແຂວງວຽງຈັນໄດ້ຖະແຫຼງຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງ
ຊາດ ລາວ ຊຶ່ງໄດ້ດຳເນີນກອງປະຊຸມໃນຊ່ວງວັນທີ 20 ພະຈິກ-21 ທັນວາ 2018 ທີ່
ຜ່ານມາວ່າ ປະຊາຊົນຍັງບໍ່ໝັ້ນໃຈໃນມາດຕະຖານການກໍ່ສ້າງເຂື່ອນໄຟຟ້າໂດຍ
ຢ້ານວ່າຈະເກີດບັນຫາຄືກັບກໍລະນີທີ່ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຖ້າຫາກວ່າ
ການອະນຸມັດໂຄງການບໍ່ໄດ້ມີການກວດສອບຢ່າງຮອບຄອບ ແລະ ໂປ່ງໃສຢ່າງແທ້
ຈິງ.

ພ້ອມ​ກັນ​ນີ້ ປະ​ຊາ​ຊົນ​ລາວ ຍັງ​ມີ​ຄວາມ​ກັງ​ວົນ​ໃຈ​ ກ່ຽວ​ກັບ ການ​ປ່ອຍ​ນ້ຳ​ໃນ​ປະ​ລ​ິ​
ມານຢ່າງຫຼວງຫຼາຍ ອອກຈາກເຂື່ອນແລ້ວກໍ່ໃຫ້ເກີດບັນຫານ້ຳຖ້ວມຢ່າງຮຸນແຮງ
ແລະ ກວ້າງຂວາງຄືກັບໃນໄລຍະຜ່ານມາ ຈຶ່ງໄດ້ຮຽກຮ້ອງຂໍ້ໃຫ້ພາກສ່ວນກ່ຽວຂ້ອງ
ທຳການກວດສອບທຸກໂຄງການຢ່າງຮອບຄອບ ແລະ ໂປ່ງໃສຢ່າງແທ້ຈິງ ກ່ອນທີ່ຈະ
ອະນຸມັດໃຫ້ດຳເນີນການກໍ່ສ້າງ.

ທາງ​ດ້ານ​ທ່ານ ສາຍທອງ ແກ້ວດວງ​ດີ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ຈາກ​ເຂດ​ນະ
ຄອນຫຼວງວຽງຈັນ ກໍໄດ້ປະກອບຄວາມເຫັນໃນໂອກາດດຽວກັນນີ້ວ່າ ຄວນໃຫ້ຄວາມ
ສຳຄັນຕໍ່ການເສຍຫາຍທີ່ເກີດຂຶ້ນຈາກໄພນ້ຳຖ້ວມ ທີ່ບັນດາເຂື່ອນໄຟຟ້າມີສ່ວນເຮັດ
ໃຫ້ເກີດຜົນເສຍຫາຍດ້ວຍ ໂດຍສະເພາະແມ່ນການປ່ອຍນ້ຳອອກຈາກເຂື່ອນ ທີ່ເຮັດ
ໃຫ້ເກີດໄພນ້ຳຖ້ວມ ແລະ ປະຊາຊົນໄດ້ຮັບຜົນເສຍຫາຍຢ່າງກວ້າງຂວາງນັ້ນ ຈະ
ຕ້ອງຖືເປັນຄວາມຮັບຜິດຊອບໂດຍກົງຂອງກຸ່ມລົງທຶນໃນໂຄງການເຂື່ອນໄຟຟ້າທີ່
ປ່ອຍນ້ຳລົງມາຖ້ວມຊັບສິນ ແລະ ໄຮ່ນາຂອງປະຊາຊົນ.

ໂດຍ​ເຂື່ອນ​ໄຟ​ຟ້າ​ທີ່​ໄດ້​ປ່ອຍ​ນ້ຳ​ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ-ກັນ​ຍາ​ຜ່ານ​ມາ ຄື​ເຂື່ອນ​ນ້ຳ​
ງື່ມ 1, 2 ແລະ 5, ເຂື່ອນນ້ຳໄຜ່, ເຂື່ອນນ້ຳຊອງ, ເຂື່ອນນ້ຳລີກ ແລະ ເຂື່ອນນ້ຳເທີນ 2
ໂດຍໄພນ້ຳຖ້ວມໄດ້ກວມເອົາພື້ນທີ່ໃນເຂດ 2,409 ບ້ານ, 115 ເມືອງ, 17 ແຂວງ
ແລະ ນະຄອນຫຼວງວຽງຈັນ ກະທົບຕໍ່ປະຊາຊົນ 616,477 ຄົນໃນ 126,619 ຄອບ
ຄົວໃນເຂດ 2,382 ບ້ານ, 124 ເມືອງ ມີຜູ້ເສຍຊີວິດ 55 ຄົນ, ສູນຫາຍ 65 ຄົນ ແລະ
16,709 ຄົນບໍ່ມີທີ່ຢູ່ອາໄສ ເພາະເຮືອນຖືກນ້ຳຊັດເສຍຫາຍຢ່າງສິ້ນເຊີງ ສ່ວນນາປີ
ກໍເສຍຫາຍໄປກວ່າ 90,600 ເຮັກຕາ, ເຂົ້າໄຮ່ ແລະ ພືດຕ່າງໆເສຍຫາຍກວ່າ
15,000 ເຮັກຕາ, ຄອງຊົນລະປະທານ 778 ແຫ່ງ, ໜອງປາ 5,387 ແຫ່ງ, ງົວ-ຄວາຍ
ໝູ-ແບ້ 23,000 ຕົວ ແລະ ສັດປີກ 70,000 ກວ່າຕົວ.

XS
SM
MD
LG