ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດ​ຖະ​ມົນ​ຕີ​ລາວຍອມ​ຮັບ​ວ່າ ​ມີ​ພະ​ນັກ​ງານ​ລັດ​ຈຳ​ນວນບໍ່​ນ້ອຍ​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ທຸ​ຈະ​ລິດ​ ໃນ​ດ້ານ​ພາ​ສີ​ອາ​ກອນ ແລະ ຄ່າ​ທຳ​ນຽມ​ຕ່າງໆ


​ເຈົ້າ​ໜ້າ​ທີ່​ພາ​ສີ​ລາວ ກວດ​ກາ​ລົດ​ບັນ​ທຸກ​ສິນ​ຄ້າ.
​ເຈົ້າ​ໜ້າ​ທີ່​ພາ​ສີ​ລາວ ກວດ​ກາ​ລົດ​ບັນ​ທຸກ​ສິນ​ຄ້າ.

ລັດ​ຖະ​ມົນ​ຕີ​ລາວຍອມ​ຮັບ​ວ່າ​ມີ​ພະ​ນັກ​ງານ​ລັດ​ຈຳ​ນວນບໍ່​ນ້ອຍ​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ທຸ​ຈະ​ລິດ​ຢູ່​ໃນ​ໜ່ວຍ​ງານ​ລັດ​ຖະ​ບານ​ທີ່​ຮັບ​ຜິດ​ຊອບ​ການ​ຈັດ​ເກັບ​ລາຍ​ຮັບ​ດ້າ​ນ​ພາ​ສີ​ອາ​ກອນ ແລະ ຄ່າ​ທຳ​ນຽມ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.

ທ່ານ ບຸ​ນ​ໂຈມ ອຸ​ບົນ​ປະ​ເສີດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຖະ​ແຫຼງຍອມ​ຮັບ​ວ່າ​ສາ​ເຫດ​ສຳ​ຄັນ​ປະ​ການ​ນຶ່ງ​ທີ່​ເຮັດ​ໃຫ້​ການ​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາ​ສີ​ອາ​ກອນ ແລະ ຄ່າ​ທຳ​ນຽມ​ຕ່າງໆ​ຂອງ​ລັດ​ຖະ​ບານບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕາມ​ແຜນ​ການ ແລະ ເປົ້າ​ໝາຍ​ທີ່​ວາງ​ໄວ້​ໃນ​ໄລ​ຍະທີ່​ຜ່ານ​ມາ​ກໍ​ຄື​ບັນ​ຫາ​ດ້ານ​ບຸກ​ຄະ​ລາກອນ​ທີ່ບໍ່​ມີ​ຄວາມ​ຮູ້ ແລະ ຄວາມ​ສາ​ມາດ​ຢ່າງ​ແທ້​ຈິງ ເພາະ​ວ່າ​ການ​ຄັດ​ເລືອກ​ເອົາ​ບຸກ​ຄະ​ລາ​ກອນ​ໃນ​ໄລ​ຍະ​ກ່ອນ​ໜ້ານີ້ບໍ່​ມີ​ຄຸນ​ນະ​ພາບ ແລະ ບໍ່​ໄດ້​ມາດ​ຕະ​ຖານ​ຕາມ​ຄວາມ​ຕ້ອງ​ການ​ຕົວ​ຈິງ ທັງ​ຍັງ​ປາ​ກົດ​ມີ​ການຫຼິ້ນ​ພັກຫຼິ້ນ​ພວກ​ທີ່​ເປັນ​ເຄືອ​ຍາດ​ທີ່​ມຸ່ງ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ເປັນ​ດ້ານຫຼັກ​ອີກ​ດ້ວຍ​ ຫາກ​ແຕ່​ກໍ​ເປັນ​ການ​ຍາກ​ທີ່​ແກ້​ໄຂ​ດ້ວຍ​ການ​ປົກ​ພວກ​ເຂົາ​ເຈົ້າ​ຈາກ​ຕຳ​ແໜ່ງ​ຈຶ່ງ​ດຳ​ເນີນ​ການ​ໄດ້​ດ້ວຍ​ການ​ກຳ​ນົດ​ມາດ​ຕ​ະ​ຖານ ແລະ ຄຸນ​ນະ​ພາບ​ຂອງ​ບຸກ​ຄະ​ລາ​ກອນ​ທີ່​ຈະ​ໄດ້​ຮັບ​ຕຳ​ແໜ່ງ​ໃໝ່​ໃນ​ໄລ​ຍະ​ຕໍ່​ໄປ​ນີ້ ດັ່ງ​ທີ່​ທ່ານ ບຸນ​ໂຈມ ຢືນ​ຢັນ​ວ່າ

“ໃນ​ເວ​ລາ​ປີ 2008, 2009, 2010-11-12 ເວ​ລາ​ນັ້ນ​ໂຄ​ຕ້າ​ລັດ​ຖະ​ກອນ​ຂະ​ແໜງ​ການ​ເງິນນີ້ ປີ​ນຶ່ງ 400 ຫາ 500 ຄົນ ດັ່ງ​ນັ້ນ​ແລ້ວ​ເຂົ້າ​ເວ​ລາ​ນັ້ນ​ບໍ່​ໄດ້​ສອ​ບ​ເສັງ ລູກ​ເຂົ້າ​ແລ້ວບໍ່​ແລ້ວ​ລູກ​ສາວ​ເຂົ້າ ລູກ​ສາວ​ເຂົ້າ​ລູກ​ໄພ້-ລູກ​ເຂີຍ​ເຂົ້າ ເປັນ​ລະ​ບົບ​ນັ້ນ​ລະ​ຜ່ານ​ມາ​ຈະ​ມາ​ແກ້​ໄຂ​ມື້ນີ້​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ແທ້ ເພາະ​ເຂົາ​ເຈົ້າ​ມາ​ມັນ​ມີ​ເຈ​ຕະ​ນາ​ເບື້ອງ​ຕົ້ນ​ແລ້ວ ຈຳ​ນວນ​ນຶ່ງດອກ ບໍ່​ແມ່ນ​ໝົດໃດ ບັນ​ຫານີ້​ດັ່ງ​ນັ້ນ​ກະ​ຊວງ​ການ​ເງິນ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ອອກ​ມາ​ຕະ​ຖານ​ຕຳ​ແໜ່ງ​ງານ​ພາ​ສີ​ພວກ​ເຮົາ​ກຳ​ນົດ​ວ່າ​ຜູ້​ຈະ​ເປັນ​ຫົວ​ໜ້າ​ດ່ານ ຮອງ​ຫົວ​ໜ້າ​ດ່ານ ນຶ່ງ​ຕ້ອງ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ກົດ​ໝາຍ​ສ່ວຍ​ສາ​ອາ​ກອນ ເຂົ້າ​ຝຶກ​ອົບ​ຮົມ​ເສັງ​ທົດ​ສອບ​ໄດ້​ຄະ​ແນນ 80 ເປີ​ເຊັນຂຶ້ນ​ໄປ, ສອງນີ້​ແມ່​ນ​ຮູ້​ພາ​ສາ​ຕ່າງ​ປະ​ເທດ​ໃດ​ນຶ່ງ, ສາມ​ແມ່ນ​ການ​ນຳ​ໃຊ້​ເຄື່ອງ​ມື​ທັນ​ສະ​ໄໝ.”

ສ່ວນ​ທ່ານ​ ຄຳ​ພັນ ພົມ​ມະ​ທັດ ປະ​ທານ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ຢືນ​ຢັນ​ວ່າ ການກວດ​ກາ​ພັກ ແລະ ລັດ​ໃນ​ປັດ​ຈຸ​ບັນ​ໄດ້​ແນ​ໃສ່​ການກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ບັນ​ດາ​ໂຄງ​ການ​ພັດ​ທ​ະ​ນາ​ທີ່​ລົງ​ທຶນ​ໂດຍ​ລັດ​ຖະ​ບານ​ເປັນຫຼັກ ເພາະ​ເປັນ​ພາກ​ສ່ວນ​ທີ່​ມີ​ການ​ຮົ່ວ​ໄຫຼ ແລະ ເກີດ​ການ​ສູນ​ເສຍ​ດ້ານ​ງົບ​ປະ​ມານຫຼາຍ​ທີ່​ສຸດ ໂດຍ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ທຸ​ຈະ​ລິດ​ຂອງ​ພະ​ນັກ​ງານ​ພັກ-ລັດ ຈຶ່ງ​ຕ້ອງ​ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ກາ​ປະ​ຕິ​ບັດ​ງານ ແລະ ກວດ​ສອບ​ບັນ​ຊີ​ຊັບ​ສິນ​ຂອງ​ພະ​ນັກ​ງານ​ພັກ-ລັດ​ຈຶ່ງ​ຕ້ອງ​ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ກາ​ການ​ປະ​ຕິ​ບັດ​ງານ ແລະ ກວດ​ສອບ​ບັນ​ຊີ​ຊັບ​ສິນ​ຂອງ​ພະ​ນັກ​ງານ​ພັກ-ລັດ​ທີ່​ລວມ​ເຖິງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ແລະ ທະ​ຫານ​ດ້ວຍ​ນັ້ນ​ເອງ.

ໂດຍ​ໃນ​ໄລ​ຍະ 5 ປີ​ທີ່​ຜ່າ​ນ​ມາ​ກໍ​ໄດ້​ກວດ​ພົບ​ການ​ທຸ​ຈະ​ລິດ​ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຊິກ​ພັກ​ກັບ​ບຸກ​ຄົນ​ພາຍ​ນອກ​ເຖິງ 749 ຄົນ​ທີ່​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍຫຼາຍກວ່າ 746 ຕື້​ກີບ​ກັບ 362 ກວ່າ​ລ້ານ​ບາດ ແລະ 14 ລ້ານ​ໂດ​ລາ ແຕ່​ສາ​ມາດ​ເກັບ​ຄືນ​ມາ​ໄດ້ພຽງ 391 ກວ່າ​ຕື້​ກີບ ກັບ 25 ກວ່າ​ລ້ານ​ບາດ ແລະ ກວ່າ 10,000 ໂດ​ລາ​, ສ່ວນ​ການກວດ​ກາ 4,185 ເປົ້າ​ໝາຍ​ໃນ​ຊ່ວງ​ປີ 2016 ຫາກ​າງ​ປີ 2022 ຍັງ​ພົບ​ດ້ວຍ​ວ່າ​ການ​ທຸ​ຈະ​ລິດ​ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ ລາວ ເສຍ​ຫາຍ​ເກີນກວ່າ 8,370 ຕື້​ກີບ​ກັບ 50.22 ລ້ານ​ໂດ​ລາ ແລະ 36.89 ລ້ານ​ບາດ ຊຶ່ງ​ມີ​ສະ​ມາ​ຊິກ​ພັກ​ເຖິງ 3,690 ຄົນ​ທີ່​ພົວ​ພັນ​ກັບ​ການ​ທຸ​ຈະ​ລິດ​ດັ່ງ​ກ່າວ ໃນ​ນີ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ເຖິງ 2,169 ຄົນ.

ກ່ອນ​ໜ້ານີ້ ທ່ານ​ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດໄດ້​ເນັ້​ນ​ຢ້ຳ​ຕໍ່​ບັນ​ດາ​ການ​ນຳ​ກ​ຂອງ​ພັກ ແລະ ລັດ​ຖະ​ບານ ລາວ ວ່າ​ວຽກ​ງານ​ສຳ​ຄັນ​ທີ່​ການ​ນຳ​ພັກ-ລັດ​ຈະ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດຫຼາຍ​ຂຶ້ນ​ຄື​ການກວດ​ກາ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງານ​ພັກ-ລັດ​ໃຫ້​ເປັນ​ໄປ​ຕາມ​ລະ​ບຽບ-ກົດ​ໝາຍ​ຢ່າງ​ແທ້​ຈິງ ຖ້າ​ຫາກກວດ​ພົບ​ການ​ທຸ​ຈະ​ລິດ​ຂອງ​ພະ​ນັກ​ງານ​ລັດ​ຄົນ​ໃດ ກໍ​ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະ​ການ​ສະ​ກັດ​ກັ້ນ ແລະ ໃຫ້​ປົດ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ທັນ​ທີ. ສ່ວນ​ການ​ນຳ​ທີ່​ປ່ອຍ​ປະ​ໃຫ້​ເກີດ​ການ​ທຸ​ຈະ​ລິດ​ກໍ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ບົກ​ຜ່ອງ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ດ້ວຍ​ເຊັ່ນ​ກັນ.

ນອກ​ຈາກນີ້​ທ່ານ ທອງ​ລຸນ ຍັງ​ໄດ້​ເນັ້ນ​ຢ້ຳ​ຕໍ່​ກອງ​ປະ​ຊຸມວຽກ​ງານ​ພັກ ແລະ ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ວ່າ ນອກ​ຈາກ​ການ​ປ້ອງ​ກັນ ແລະ ປາບ​ປາມ​ອາ​ຊະ​ຍາ​ກຳ​ທີ່​ເປັນ​ໄພ​ຄຸກ​ຄາມ​ຕໍ່​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ກັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລ້ວ ການ​ເສີມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ ລາວ ໃຫ້​ມີ​ຕໍ່​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ແທ້​ຈິງ​ນັ້ນ​ຖື​ເປັນ​ພາ​ລະ​ກິດ​ສຳ​ຄັນ​ທີ່​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ທັງ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ເປັນ​ມິດ ແລະ ສຸ​ດ​ຈະ​ລິດ​ດ້ວຍ.

ໃນ​ປັດ​ຈຸ​ບັນ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ມີ​ສະ​ມາ​ຊິກ 348,686 ຄົນ ໃນ​ນີ້​ເປັນ​ແມ່​ຍິງ 88,433 ຄົນ​ຈາກ 20,438 ໜ່ວຍ​ພັກ​ໃນ​ທົ່ວ​ປະ​ເທດ ໂດຍ​ຈາກ​ການກວດ​ກາ​ໃນ​ຮອບ 1 ປີ​ທີ່​ຜ່າ​ນ​ມານີ້​ພົບ​ວ່າ​ມີ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພ​ະ​ນັກ​ງານ​ພັກ-ລັດ​ໂດຍ​ທຸ​ຈະ​ລິດ ແລະ ໄດ້​ລົງ​ໂທດທາງວິ​ໄນ 3,200 ກວ່າ​ຄົນ​ໃນ​ນີ້​ເປັນ​ການ​ລົງ​ໂທດ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ພັກ-ລັດ​ຖະ​ບານ 1,928 ຄົນ ດຳ​ເນີນ​ຄະ​ດີ​ທາງ​ອາ​ຍາ 93 ຄົນ ແລະ ປະ​ຊາ​ຊົນ ລາວ ໄດ້​ຮ້ອງ​ຮຽນ​ກ່ຽວ​ກັບ ການ​ທຸ​ຈະ​ລິດ​ຂອງ​ພະ​ນັກ​ງານ​ພັກ-ລັດ​ຈຳ​ນວນ​ຖຶງ 4,817 ກໍ​ລະ​ນີ.

XS
SM
MD
LG