ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ລາວ ຍອມຮັບວ່າ ຍັງມີຄອບຄົວຍາກຈົນ ເຫຼືອຢູ່ຫຼາຍກວ່າ 64,500 ຄອບຄົວ


ເດັກນ້ອຍລາວຈາກຄອບຄົວທີ່ທຸກຍາກໃນເຂດຊົນນະບົດຂອງ ລາວ.
ເດັກນ້ອຍລາວຈາກຄອບຄົວທີ່ທຸກຍາກໃນເຂດຊົນນະບົດຂອງ ລາວ.

ລັດຖະມົນຕີ ລາວ ຍອມຮັບວ່າ ຍັງມີຄອບຄົວຍາກຈົນເຫຼືອຢູ່ຫຼາຍກວ່າ 64,500 ຄອບ
ຄົວ ແລະ ຍັງມີບ້ານທຸກຍາກອີກເຖິງ 1,536 ບ້ານທີ່ລັດຖະບານ ລາວ ຈະຕ້ອງລົບລ້າງ
ໃຫ້ໄດ້ຢ່າງສິ້ນເຊີງພາຍໃນປີ 2020.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຢືນຢັນວ່າການ
ຈັດຕັ້ງປະຕິບັດໃນໄລຍະເກືອບ 3 ປີທີ່ຜ່ານມາ ລັດຖະບານ ລາວ ສາມາດແກ້ໄຂບັນ
ຫາຍາກຈົນຂອງປະຊາຊົນ ລາວ ໄດ້ຈຳນວນ 12,011 ຄອບຄົວ ແລະ ລົບລ້າງບັນຫາ
ຍາກຈົນໄດ້ຢ່າງສິ້ນເຊີງໃນ 200 ບ້ານ ທັງຍັງໄດ້ສ້າງຕັ້ງບ້ານພັດທະນາເພີ່ມຂຶ້ນອີກ
561 ບ້ານເຮັດໃຫ້ໃນທົ່ວປະເທດ ລາວ ມີບ້ານພັດທະນາແລ້ວເຖິງ 4,138 ບ້ານ, ໃນ
ຂະນະດຽວກັນກໍມີບ້ານໃຫຍ່ທີ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດເພີ່ມຂຶ້ນຈາກ
45 ເປັນ 56 ເມືອງນ້ອຍ.

ແຕ່ຢ່າງໃດກໍຕາມ ຍັງມີຄອບຄົວຍາກຈົນເຫຼືອຢູ່ເຖິງ 64,593 ຄອບຄົວ ແລະ ບ້ານ
ທຸກຍາກອີກຈຳນວນ 1,536 ບ້ານທີ່ລັດຖະບານ ລາວ ຈະຕ້ອງດຳເນີນມາດຕະການ
ເພື່ອລົບລ້າງບັນຫາທຸກຍາກໃຫ້ໄດ້ຢ່າງສິ້ນເຊີງຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ
2020 ຊຶ່ງກໍໝາຍຄວາມວ່າຍັງມີເວລາເຫຼືອຢູ່ພຽງ 2 ປີກວ່າເທົ່ານັ້ນທີ່ລັດຖະບານ
ລາວ ຈະຕ້ອງດຳເນີນມາດຕະການຕ່າງໆເພື່ອບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ໃນຂະ
ນະທີ່ການຈັດຕັ້ງປະຕິບັດໃນໄລຍະ 3 ປີທີ່ຜ່ານມາ ລັດຖະບານ ລາວ ສາມາດແກ້ໄຂ
ບັນຫາຍາກຈົນຂອງປະຊາຊົນໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ດັ່ງທີ່ທ່ານ ລຽນ ໄດ້ໃຫ້
ການຢືນຢັນວ່າ

"ໃນ 3 ປີຜ່ານມາພວກເຮົາໄດ້ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງຕື່ມອີກ 12,000 ກັບ
11 ຄອບຄົວປັດຈຸບັນມີຄອບຄົວທຸກຍາກຈຳນວນ 64,593 ຄອບຄົວ ເທົ່າກັບ 5.34
ເປີເຊັນ ບ້ານທຸກຍາກໄດ້ຫຼຸດລົງຈຳນວນ 200 ບ້ານ ເຮັດໃຫ້ບ້ານທຸກຍາກໃນປັດຈຸ
ບັນຍັງເຫຼືອ 1,536 ບ້ານ ເທົ່າກັບ 18.73 ເປີເຊັນ ໄລຍະເຄິ່ງສະໄໝນີ້ໄດ້ມີບ້ານພັດ
ທະນາເພີ່ມຂຶ້ນ 561 ບ້ານ ເຮັດໃຫ້ທົ່ວປະເທດມີບ້ານພັດທະນາຈຳນວນ 4,138 ບ້ານ
ກວມເອົາ 48.85 ເປີເຊັນ ແລະ ມີບ້ານໃຫຍ່ກາຍເປັນຕົວເມືອງນ້ອຍເພີ່ມຂຶ້ນຕື່ມ 45
ບ້ານເປັນ 56 ບ້ານ."

ທາງດ້ານທ່ານ ບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນ
ໂລຈີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ລາວ ຊຸດທີ 8 ຢືນຢັນວ່າ ການກວດກາ
ການຈັດຕັ້ງປະຕິບັດແຜນການພັດທະນາ ເພື່ອລົບລ້າງບັນຫາຍາກຈົນຂອງປະຊາ
ຊົນ ລາວ ບັນດາເຜົ່າໃນຊົນນະບົດໃນໄລຍະທີ່ຜ່ານມາພົບວ່າ ການຈັດຕັ້ງປະຕິບັດ
ຂອງລັດຖະບານ ລາວ ຍັງມີປະສິດທິພາບຕໍ່າໃນທຸກດ້ານ ໂດຍສະເພາະແມ່ນບັນຫາ
ດ້ອຍປະສິດທິພາບຂອງໜ່ວຍງານ ແລະ ພະນັກງານລັດນັ້ນ ໄດ້ເຮັດໃຫ້ການຫຼຸດ
ຜ່ອນຄວາມຍາກຈົນຂອງປະຊາຊົນ ລາວ ດຳເນີນໄປໄດ້ຢ່າງຊັກຊ້າທີ່ສຸດ ທັງຍັງ
ຂາດເອກະພາບກັນອີກດ້ວຍ ດັ່ງຈະເຫັນໄດ້ຈາກການຈັດຕັ້ງປະຕິບັດຂອງລັດຖະ
ບານ ລາວ ໃນປີ 2017 ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ໃນເກືອບທຸກດ້ານ ເຊັ່ນ
ການເຂົ້າເຖິງຫຼັກປະກັນສຸຂະພາບຂອງປະຊາຊົນ ລາວ ສາມາດຈັດຕັ້ງໄດ້ປະຕິບັດ
ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ເຖິງ 51 ເປີເຊັນຂອງຈຳ
ນວນປະຊາກອນ ລາວ ທັງປະເທດ.

ສ່ວນຄະນະກຳມະການນະໂຍບາຍການພັດທະນາຂອງສະພາເສດຖະກິດ ແລະ ສັງ
ຄົມແຫ່ງສະຫະປະຊາຊາດ ໄດ້ຖະແຫຼງການວ່າລັດຖະບານ ລາວ ສາມາດຈັດຕັ້ງປະ
ຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂອັນເປັນເກນມາດຕະຖານຂອງການຫຼຸດພົ້ນອອກ
ຈາກສະຖານະພາບດ້ອຍພັດທະນາ ໂດຍເມື່ອປະເມີນຈາກການຈັດຕັ້ງປະຕິບັດດັ່ງ
ກ່າວ ກໍເຮັດໃຫ້ຄາດໝາຍໄດ້ວ່າ ສປປ ລາວ ຈະສາມາດຫຼຸດພົ້ນຈາກສະພາບດ້ອຍ
ພັດທະນາໄດ້ໃນປີ 2024.

ໂດຍທັງ 2 ເງື່ອນໄຂທີ່ລັດຖະບານ ລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄື
ເກນມາດຕະຖານຂັ້ນຕໍ່າຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດ
ຕະຖານຂັ້ນຂອງສະຫະປະຊາຊາດກຳນົດໄວ້ທີ່ລະດັບ 1,242 ໂດລາຕໍ່ຄົນ ແຕ່ລັດ
ຖະບານ ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວທີ່ລະດັບ 1,996 ໂດລາຕໍ່ຫົວຄົນ
ໃນປີ 2015 ແລະ ດັດສະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະ
ປະຊາຊາດໄດ້ກຳນົດໄວ້ທີ່ອັດຕາສະເລ່ຍ 66 ເປີເຊັນ ລັດຖະບານ ລາວ ກໍສາມາດ
ຈັດຕັ້ງປະຕິບັດໄດ້ແລ້ວທີ່ອັດຕາສະເລ່ຍ 72.8 ເປີເຊັນໃນປີ 2015 ຈຶ່ງເຫຼືອພຽງດັດ
ສະນີຄວາມອ່ອນໄຫວທາງເສດຖະກິດ (EVI) ເທົ່ານັ້ນ ທີ່ມາດຕະຖານຂອງສະຫະ
ປະຊາຊາດກຳນົດໄວ້ທີ່ລະດັບຕໍ່າກວ່າ 32 ເປີເຊັນ ແຕ່ລັດຖະບານ ລາວ ຍັງສາມາດ
ຈັດຕັ້ງປະຕິບັດໄດ້ພຽງ 33.7 ເປີເຊັນເທົ່ານັ້ນ.

XS
SM
MD
LG