ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຮງງານລາວ ທີ່ໄປເຮັດວຽກຢູ່ເກົາຫຼີໃຕ້ ຍັງປະເຊີນກັບຄວາມຫຍຸ້ງຍາກຫຼາຍ ເຖິງແມ່ນ ຈະມີມາດຕະການໃໝ່ ໃນການແກ້ໄຂບັນຫາດ້ານການເງິນກໍຕາມ


ພວກແຮງງານລາວ ຈຳນວນນຶ່ງກຳລັງກຽມເດີນທາງໄປເຮັດວຽກຢູ່ເກົາຫຼີໃຕ້
ພວກແຮງງານລາວ ຈຳນວນນຶ່ງກຳລັງກຽມເດີນທາງໄປເຮັດວຽກຢູ່ເກົາຫຼີໃຕ້

ຂະນະທີ່ບັນຫາໄພເງິນຍັງສືບຕໍ່ເຟີ້ມສູງຂຶ້ນ ແລະຄ່າແຮງງານຕໍ່າຢູ່ນີ້, ຊາວໜຸ່ມລາວທີ່ຂາດວຽກງເຮັດງານທໍາຕ່າງກໍພະຍາຍາມດີ້ນຮົນຫາທາງໄປອອກ ແຮງງານຢູ່ຕ່າງປະເທດ ລວມທັງເກົາຫລີໃຕ້. ແຕ່ວ່າສໍາລັບຜູ້ທີ່ຄອບຄົວມີລາຍ ໄດ້ຕໍ່າ ແລະແຮງງານຍິງນັ້ນ ແມ່ນຍັງມີໂອກາດອັນຈໍາກັດໃນການໄປອອກແຮງງານໃນປະເທດນີ້ ເຖິງແມ່ນວ່າຈະເລີ້ມຕົ້ນມີມາດຕະການແກ້ໄຂເລື້ອງໃຫ້ເງິນກູ້ແລ້ວ ກໍຕາມ. ໄຊ​ຈະ​ເລີ​ນ​ສຸກມີ​ລາຍ​ງານ​ເລື້ອງນີ້​ຈາກນັກຂ່າວຂອງພວກເຮົາ​ມາ ​ສະເໜີທ່ານ ໃນອັນດັບຕໍ່ໄປ.

ເສດຖະກິດລາວທີ່ຖືກກະທົບຢ່າງໜັກຈາກການລະບາດຂອງພະຍາດໂຄວິດ-19 ແລະຕາມມາດ້ວຍສົງຄາມແກ່ຍາວ ໃນຢູເຄຣນນັ້ນ ເຮັດໃຫ້ໄພເງິນເຟີ້ສືບຕໍ່ຖີບ ຕົວສູງຂຶ້ນ. ອັດຕາໄພເງິນເຟີ້ ໃນເດືອນມີນາ ເພີ້ມຂຶ້ນສູງກວ່າ 7.4 ເປີເຊັນ ເມື່ອທຽບໃສ່ໄລຍະດຽວກັນໃນປີ 2022 ຊຶ່ງເປັນອັດຕາສູງທີ່ສຸດໃນຮອບ 18 ປີຜ່ານມາ, ອີງຕາມຂໍ້ມູນໃນເວັບໄຊຂອງ ອົງການສະຖິຕິ Destatis ຂອງເຢຍຣະມັນ. https://www.destatis.de/EN/Press/2023/04/PE23_145_611.html

ສະພາບການນີ້ໄດ້ຜັກດັນໃຫ້ແຮງງານລາວທີ່ຫວ່າງງານເປັນຈໍານວນຫຼາຍແສນຄົນຕ້ອງຊອກຫາທາງທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ຊຶ່ງໃນນັ້ນ ກໍລວມມີເກົາຫລີໃຕ້. ແຕ່ວ່າກ່ອນຈະໄດ້ໄປນັ້ນ ກໍຕ້ອງໄດ້ຈ່າຍຄ່າເດີນທາງ ແລະຄ່າທໍານຽມ ອື່ນໆທີ່ສູງ ໃຫ້ແກ່ບໍລິສັດຈັດຫາງານ ຊຶ່ງທ່ານນາງອານຸສອນ ຄໍາສິງສະຫວັດ, ຫົວໜ້າກົມແຮງງານ, ກະຊວງແຮງງານ ແລະສະຫວັດດີການສັງຄົມ ຊີ້ແຈງ ເມື່ອມໍ່ໆມານີ້ວ່າ “ສໍາລັບແຮງງານຈະໄປເກົາຫລີນັ້ນ ແມ່ນສອງແພກເກັດ ຄື : ໄລຍະສັ້ນ 5 ເດືອນ ແລະ ໄລຍະຍາວ 3-5 ປີ ຫລື Employment Permit System (EPS) ສ່ວນຄ່າໃຊ້ຈ່າຍແມ່ນປະມານ 2,000 ໂດລາ ກວ່າໆ ສໍາລັບແຮງງານໄລຍະສັ້ນ ແລະຄ່າໃຊ້ຈ່າຍແຮງງານໄລຍະຍາວປະມານ 1,600 ໂດລາ ກວ່າ. ຍັງຕ້ອງມີຄ່າມັດຈໍາ ອີກ 3.000 ໂດລາ ແລະຖ້າບໍ່ມີເງິນ ກໍຕ້ອງມີຄົນຄໍ້າປະກັນ ຫລືມີຫລັກຊັບຄໍ້າປະກັນໄວ້ ແຕ່ເວລາກັບມາແມ່ນຈະຖືກສົ່ງເງິນຄືນ ແຕ່ຖ້າບໍ່ກັບມາແມ່ນຈະຖືກຍຶດເລີຍ.”

ຊຶ່ງເລື້ອງນີ້ເປັນການຍາກຫລາຍສໍາລັບຄອບຄົວທີ່ຂາດເຂີນ ແລະມີລາຍໄດ້ຕໍ່າ ຢູ່ແລ້ວ ໂດຍສະເພາະພວກທີ່ຢູ່ໃນເຂດຊົນນະບົດ, ອີງຕາມແຫລ່ງຂ່າວທ້ອງຖິ່ນ.

ເພື່ອແກ້ໄຂບັນຫານີ້ ທາງລັດຖະບານລາວ ເມື່ອເດືອນກຸມພາຜ່ານມານີ້ ກໍໄດ້ ເຊັນສັນຍາ ກັບທະນາຄານ BNK Capital Microfinance Institution Co. Ltd. ຂອງເກົາຫລີໃຕ້ ກໍໄດ້ເຊັນສັນຍາກັນ ເພື່ອໃຫ້ກໍາມະກອນລາວທີ່ຈະໄປເຮັດວຽກ ຢ່າງຖືກກົດໝາຍໃນເກົາຫລີໃຕ້ ມີຊ່ອງທາງເຂົ້າເຖິງແຫລ່ງເງິນກູ້ທີ່ມີດອກເບ້ຍຕໍ່າໄດ້ ຊຶ່ງກໍໄດ້ເລີ້ມຈັດຕັ້ງປະຕິບັດມາແລ້ວ ແຕ່ວ່າ ໃນໄລຍະນີ້ ແມ່ນມີແຕ່ ການຈ້າງງານຕາມລະດູການຢູ່ໃນຟາມປູກຝັງ ທີ່ມີໄລຍະສັ້ນ 5 ເດືອນ ດັ່ງທີ່ພະນັກງານອາວຸໂສ ທ່ານນຶ່ງໃນ ບໍລິສັດຈັດຫາງານ Ijob ເລົ່າສູ່ຟັງວ່າ:

“ໂອ້ ກະຊວງເຊັນສັນຍາກັບສະຖາບັນບີເອັນເຄ ເພື່ອປ່ອຍເງິນກູ້ໃຫ້ແຮງງານໄປເຮັດວຽກລະດູການເພິ່ນປ່ອຍລະເດີ ເພາະວ່າເຮົານີ້ຕັ້ງແຕ່ເລີ້ມມາເຮົາກະໄດ້ກູ້ກັບເພີ່ນເນາະ ສ່ວນວ່າໄປເຮັດວຽກຢູ່ເກົາຫລີ ຂອງເຮົາກໍມີແຕ່ໄປເຮັດວຽກແຮງງານລະດູການ 5 ເດືອນລະກັບມາ. ລະກະຖ້າວ່ານາຍຈ້າງຢາກໄດ້ອີກ ຖ້າວ່າເຮົາເຮັດວຽກດີເພິ່ນຈະເອົາໄປອີກເນາະ ແລະເອົາກັບໄປໃໝ່ໄດ້ ຄ່າໃຊ້ຈ່າຍມັນຖືກຢູ່ 2,300 ໂດລາ.

ສ່ວນຊຶ່ງເມື່ອຫັກຄ່າຢູ່ກິນ ແລະ ຄ່າໃຊ້ຈ່າຍຕ່າງໆ ອອກແລ້ວຄ່າແຮງງານ ກໍຈະ ເຫລືອ ເດືອນລະປະມານ 1 ລ້ານ 3 ແສນວອນ ຊຶ່ງກໍເປັນປະມານ 944 ໂດລາ ດັ່ງທີ່ພະນັກງານອະວຸດໂສຂອງບໍລິສັດ Ijob ທ່ານນັ້ນໃຫ້ຄໍາເຫັນວ່າ:

“ອັດຕາຄ່າຈ້າງງານຫັ້ນແຮງງານຈະໄດ້ຮັບຢູ່ປະມານ ສອງລ້ານສາມແສນວອນເນາະ ຫັກຄ່າຢູ່ຄ່າກິນອອກຕ່າງໆ ຫັກຄ່າເອກະສານ ຄ່າກູ້ຢືມເງິນກະຊິເຫລືອຢູ່ປະມານນຶ່ງລ້ານສາມແສນ ຫລືວ່ານຶ່ງລ້ານສີ່ແສນວອນນີ້ລະ. ”

ຊຶ່ງສະພາບການນີ້ ມັນບໍ່ໄດ້ຊ່ວຍໃຫ້ກໍາມະກອນມີລາຍໄດ້ອັນຍາວນານປານໃດ ແລະໃນກໍລະນີທີ່ໄດ້ຕໍ່ສັນຍາ ພວກເຂົາເຈົ້າກໍຍັງຕ້ອງໄດ້ຊື້ປີ້ຍົນກັບຄືນມາລາວ ແລ້ວຈຶ່ງໄປໃໝ່ ແລະເລີ້ມຂັ້ນຕອນ ແລະເສຍຄ່າໃຊ້ຈ່າຍ ຄ່າເດີນທາງ ແລະຄ່າທໍານຽມສູງເໝືອນເດີມ.

ຜ່ານ​ການ​ຈັດ​ຕັ້ງ​ຂອງ​ກະຊວງ​ແຮງ​ງານ ​ແລະສະຫວັດດີ​ການ​ສັງຄົມ ​ໃນ​ປັດຈຸ​ບັນ ມີຄົນລາວ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດປະມານ 98 ພັນຄົນ ຊຶ່ງໃນນັ້ນ ແຮງງານໄປໄທ ແມ່ນຫຼາຍທີ່ສຸດຄື 51,700 ກວ່າຄົນ, ຮອງລົງມາແມ່ນໄປເກົາຫຼີໃຕ້ 969 ຄົນ ແລະຢູ່ຍີ່ປຸ່ນ 626 ຄົນ. ເມື່ອທຽບໃສ່ປະເທດເພື່ອນບ້ານແລ້ວລາວ ມີຈໍານວນແຮງງານຕໍ່າຫລາຍ ໃນປະເທດນີ້ ແລະຖືກຈັດຢູ່ໃນອັນດັບທີ 7 ໃນບັນຊີລາຍຊື່ ບັນດາປະເທດອາຊຽນທີ່ພົນລະເມືອງໄປເຮັດງານທຳຢູ່ເກົາຫຼີໃຕ້. 3 ປະເທດອັນດັບຕົ້ນໆ ທີ່ສົ່ງແຮງງານໄປປະເທດນີ້ກໍຄື: ຫວຽດນາມ, ຟີລິບປິນ ແລະ ອິນໂດເນເຊຍ ມີ 55,795 ຄົນ, 26,217 ຄົນ, ແລະ 24,732 ຄົນຕາມລຳດັບ, ອີງຕາມ ໜັງສືພິມ Laotian Times.

ຍິ່ງໄປກວ່ານັ້ນ ໂອກາດຈ້າງງານສໍາລັບແມ່ຍິງລາວ ແມ່ນຈໍາກັດຫລາຍ. ໃນໄລຍະ 5 ປີຜ່ານມານີ້ ລວມກັນບໍ່ຮອດ 80 ຄົນ. ຕໍ່ບັນຫານີ້ ທາງຮອງລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເມື່ອມໍ່ໆມານີ້ ໄດ້ພົບປະ ກັບ ປະທານອົງການບໍລິການດ້ານຊັບພະຍາກອນມະນຸດ ຂອງເກົາຫລີ ຫລື HRDK ເພື່ອຂໍໃຫ້ນາຍຈ້າງເກົາຫລີໃຕ້ ເພີ້ມການຈ້າງງານແມ່ຍິງ ເພີ້ມຂຶ້ນ ແລະໃຫ້ເພີ້ມໂຄຕາຈ້າງກໍາມະກອນລາວ ໃນ EPS ຂຶ້ນຈາກ 500 ຄົນ ເປັນ 2,000 ຄົນ ຕໍ່ປີ ແຕ່ກໍຍັງບໍ່ທັນ ມີຄໍາຕອບແນວໃດເທື່ອ ກ່ຽວກັບເລື້ອງນີ້.

XS
SM
MD
LG