ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວສູນເສຍປ່າໄມ້ຫຼາຍຂຶ້ນ ຍ້ອນການເຮັດໄຮ່ເລື່ອນລອຍ ສ່ວນການປູກຕົ້ນໄມ້ແຫ່ງຊາດ ກໍຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍ


ໄຟໄໝ້ປ່າທີ່ເກີດຈາກການຖາງປ່າເຮັດໄຮ່ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ຢູ່ແຂວງພາກເໜືອ ຊຶ່ງເປັນບັນຫານຶ່ງ ນອກຈາກການລັກລອບຕັດໄມ້ເຖື່ອນ ຂອງການສູນເສຍປ່າໄມ້ຫຼາຍຂຶ້ນນັບມື້ຢູ່ໃນລາວ.
ໄຟໄໝ້ປ່າທີ່ເກີດຈາກການຖາງປ່າເຮັດໄຮ່ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ຢູ່ແຂວງພາກເໜືອ ຊຶ່ງເປັນບັນຫານຶ່ງ ນອກຈາກການລັກລອບຕັດໄມ້ເຖື່ອນ ຂອງການສູນເສຍປ່າໄມ້ຫຼາຍຂຶ້ນນັບມື້ຢູ່ໃນລາວ.

ລາວສູນເສຍປ່າໄມ້ຫຼາຍຂຶ້ນຈາກການລັກລອບເຜົາປ່າເພື່ອເຮັດໄຮ່ເລື່ອນລອຍຢູ່ແຂວງພາກເໜືອສ່ວນການປູກຕົ້ນໄມ້ແຫ່ງຊາດ ກໍຈັດຕັ້ງປະຕິບັດໄດ້ຕ່ຳກວ່າ ເປົ້າໝາຍແລະສູນເສຍງົບປະມານທຸກປີ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ຢືນຢັນວ່າ ໄຟປ່າໃນຊ່ວງລະດູຮ້ອນທຸກປີເຮັດໃຫ້ປ່າໄມ້ໃນລາວເສຍຫາຍໄປຫຼາຍກວ່າ 100,000 ເຮັກຕາ ໃນແຕ່ລະປີ ໂດຍສະເພາະແມ່ນຢູ່ໃນເຂດແຂວງພາກເໜືອທີ່ມີການລັກລອບເຜົາປ່າເພື່ອການເຮັດໄຮ່ເລື່ອນລອຍ ໂດຍປະຊາຊົນລາວບັນດາເຜົ່າດ້ວຍນັ້ນ ຖືເປັນເຂດທີ່ປ່າໄມ້ເສຍຫາຍໄປຫຼາຍທີ່ສຸດ ໂດຍສາເຫດສຳຄັນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວນີ້ ກໍຍ້ອນບັນຫາຍາກຈົນຂອງປະຊາຊົນ ເພາະສະນັ້ນ ການທີ່ຈະຢຸດຢັ້ງການເຜົາປ່າໄດ້ຢ່າງຄັກແນ່ ຈຶ່ງກໍຍ້ອນບັນຫາຍາກຈົນຂອງປະຊາຊົນໃຫ້ໄດ້ຢ່າງແທ້ຈິງ ດັ່ງເຈົ້າໜ້າທີ່ຂັ້ນສູງ ຢືນຢັນວ່າ:

“ຕົກມາໃນລະດູແລ້ງປີນີ້ ກະຖືວ່າ ໄຟປ່ານີ້ທຽບໃສ່ທຸກປີນີ້ ກະຖືວ່າ ຄ້ອນຂ້າງແຮງ ເນື້ອທີ່ຫຼາຍເຂດກະຖືກທຳລາຍ ສາເຫດອັນຫຼັກໆກະແມ່ນເລື້ອງການຈູດປ່າເຮັດໄຮ່ຂອງປະຊາຊົນເນາະ ເພາະວ່າ ມັນມີຄວາມຈຳເປັນຕ້ອງໄດ້ບຸກເບີກເນື້ອທີ່ທຳການຜະລິດ ແຕ່ໃນການຄວບຄຸມໃນເວລາເຂົາເຈົ້າຈູດນັບບໍ່ໄດ້ ເກີດໄຟແລ້ວ ມັນກະໃຫ້ມັນໄໝ້ລາມ ໂດຍທີ່ເອົາບໍ່ຢູ່ ບາດນີ້ ຖ້າວ່າພວກເຮົາ ເອົາວຽກຈັດສັນອາຊີບຄົງທີ່ ພັດທະນາຊົນນະບົດເຂົ້າໄປກະທົບໃສ່ໃຫ້ມັນແຂງແຮງກວ່າເກົ່າ ກໍເຊື່ອໝັ້ນວ່າ ການຖາງປ່າເຮັດໄຮ່ແບບເລື່ອນລອຍນີ້ ມັນກະຈະໝົດໄປ.”

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ເປີດເຜີຍດ້ວຍວ່າ ໄຟຟ່າຍັງເປັນບັນທີ່ຫຍຸ້ງຍາກທີ່ສຸດໃນການດຳເນີນມາດຕະການປາບປາມ ເພາະຈະຕ້ອງໄດ້ຮັບການຮ່ວມມືຈາກປະຊາຊົນໃນເຂດທີ່ມີການລັກລອບເຜົາປ່ານັ້ນ ໂດຍການເກັບກຳຂໍ້ມູນໃນໄລຍະ 5 ປີຜ່ານມາ ພົບວ່າ ໄຟໄໝ້ປ່າທີ່ເກີດຂຶ້ນນັ້ນ ຂະບວນການລັກລອບຄ້າໄມ້ເຖື່ອນທີ່ເຂດຊາຍແດນລາວກັບຈີນ ຫວຽດນາມ ແລະໄທ ມີສ່ວນກ່ຽວຂ້ອງດ້ວຍ ເພາະການເຜົາປ່າໃຫ້ກາຍເປັນປ່າໄມ້ເສື່ອມໂຊມນັ້ນ ຍ່ອມໝາຍເຖິງໂອກາດຈະໄດ້ຮັບອະນຸຍາດໃຫ້ເຂົ້າໄປຕັດໄມ້ໃນເຂດຢ່າເສື່ອມໂຊມດັ່ງກ່າວ ດ້ວຍເຫດນີ້ ກະຊວງກະສິກຳ-ປ່າໄມ້ ຈຶ່ງໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອກວດກາການຈັດຕັ້ງປະຕິບັດໃນທ້ອງຖິ່ນທົ່ວປະເທດ ຕາມຄຳສັ່ງນາຍົກລັດຖະມົນຕີເລກທີ 15 ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບຕັ້ງແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍໄດ້ປິດໂຮງງານປຸງແຕ່ງໄມ້ 1,545 ແຫ່ງ ໂຮງເລື່ອຍ 1,206 ແຫ່ງ ຈັບກຸມຜູ້ທຳວາມຜິດຫຼາຍກວ່າ 1,700 ຄົນ ແລະຍຶດໄມ້ຜິດກົດໝາຍໄດ້ຫຼາຍກວ່າ 4 ລ້ານແມັດກ້ອນໃນ 4 ປີທີ່ຜ່ານມາ.

ນອກຈາກນີ້ ການປູກຕົ້ນໄມ້ໂດຍພາກລັດຍັງສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າ ແຜນການທີ່ວາງໄວ້ໃນທຸກປີອີກດ້ວຍ ໂດຍມີສາເຫດສຳຄັນມາຈາກປະສິດທິພາບຕ່ຳໃນການຈັດຕັ້ງປະຕິບັດແຜນການແລະນຳໃຊ້ງົບປະມານຢ່າງບໍ່ມີປະສິດທິຜົນ ທັງຍັງບໍ່ໄດ້ຮັບການຮ່ວມມືຈາກປະຊາຊົນຢ່າງແທ້ຈິງອີກດ້ວຍ ຈຶ່ງເຮັດໃຫ້ເກີດການສູນເສຍທັງງົບປະມານ ແລະຕົ້ນໄມ້ທີ່ໄດ້ທຳການປູກໃນແຕ່ລະປີ ດັ່ງທີ່ປະຊາຊົນທີ່ເຂົ້າຮ່ວມໃນໂຄງການປູກຕົ້ນໄມ້ປະຈຳປີ 2021 ຂອງລັດຖະບານລາວ ໄດ້ໃຫ້ການຢືນຢັນວ່າ:

“ການປູກຕົ້ນໄມ້ວັນທີ 1 ເດືອນ 6 ທຸກແຂວງ ທຸກເມືອງ ບາດນີ້ ຄິດເບິ່ງວ່າ ງົບຂອງລັດຖະບານນ່ະ ມັນເສຍຫຼາຍເດ້ ປູກຫັ້ນນ່ະ ບາດນີ້ປູກແລ້ວນ່ະແຕ່ລະປີ ແຕ່ລະປີປູກຕົ້ນໄມ້ ປູກແລ້ວມັນບໍ່ເປັນປ່າ ແລະປູກແລ້ວມັນຕາຍ ແຫລະເຮັດແນວໃດ ບາດນີ້ ແລ້ວພະນັກງານທ້ອງຖິ່ນ ລະດັບເມືອງ ລະດັບແຂວງ ຄວນແກ້ໄຂແທ້ເດີ້ ໃຫ້ມັນເປັນປ່າແຫລະປູກແລ້ວ ປູກແລ້ວມັນຕາຍ ມັນກະສິເປັນປ່າຈັກເທື່ອບາດນີ້ ຄວນແກ້ໄຂໃຫ້ມັນດີຂຶ້ນກວ່າເກົ່າ ປູກແລ້ວກະຢາກໃຫ້ຮັກສາໃຫ້ມັນເປັນປ່າ ບໍ່ແມ່ນປູກແລ້ວກະຖິ້ມເລີຍ.”

ທັງນີ້ ກະຊວງກະສິກຳແລະປ່າໄມ້ ລາຍງານວ່າ ສະພາບປ່າໄມ້ຂອງລາວໃນປັດຈຸບັນນີ້ ມີອັດຕາການປົກຫຸ້ມຄິດເປັນ 67.2 ເປີເຊັນ ຂອງພື້ນທີ່ທັງໝົດທົ່ວປະເທດລາວຫຼືປະມານ 15.91 ລ້ານເຮັກຕາ ໃນນີ້ແບ່ງເປັນປ່າປ້ອງກັນ 7.98 ລ້ານເຮັກຕາ ປ່າສະຫງວນ 4.93 ລ້ານເຮັກຕາ ປ່າຜະລິດ 3.1 ລ້ານເຮັກຕາ ແລະປ່າໄມ້ທີ່ປູກໂດຍບໍລິສັດຕ່າງຊາດທີ່ສຳປະທານທີ່ດິນຈາກລັດຖະບານລາວ ໃນພື້ນທີ່ລວມ 486,600 ເຮັກຕາ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນມາດຕະການເພີ້ມເນື້ອທີ່ປ່າໄມ້ໃຫ້ໄດ້ອີກ 584,000 ເຮັກຕາ ເພື່ອທີ່ວ່າ ຈະເຮັດໃຫ້ບັນລຸເປົ້າໝາຍການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ແຕ່ວ່າ ກໍບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະວ່າໃນສ່ວນຂອປ່າໄມ້ທີ່ປູກໂດຍບັນດາບໍລິສັດເອກະຊົນນັ້ນ ຈະຕ້ອງຖືກຕັດລົງຕາມອະນຸຍາດສຳປະທານຈາກລັດຖະບານລາວ ທີ່ຕ້ອງການສົ່ງເສີມອຸດສາຫະກຳແປຮູບໄມ້ເປັນຜະລິດຕະພັນສຳເລັດຮູບ ເພື່ອສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນການສົ່ງໄປສະຫະພາບຢູໂຣບ ຊຶ່ງຄາດວ່າ ຈະເປີດຕະຫຼາດເພື່ອຮອງຮັບຜະລິດຕະພັນໄມ້ແປຮູບຈາກລາວໃນໄວໆນີ້.

XS
SM
MD
LG