ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຫຼົ້ມແຫຼວ ຂອງ ລັດຖະບານລາວ ໃນການ ຈັດຫາ ວຽກເຮັດ ໃຫ້ປະຊາຊົນ


ພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງແຮງງານລາວ ກັບໄທ
ພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງແຮງງານລາວ ກັບໄທ

​ຄວາມ​ຫຼົ້ມ​ແຫຼວ ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃນ​ລາວ ​ເຮັດ​ໃຫ້​ມີ​ການ​ອົບ​ພະຍົບ​
ແຮງ​ງານ​ຈາກ​ຊົນນະບົດ​ເຂົ້າ​ມາເມືອງຫຼາຍ​ຂຶ້ນ ທັງ​ຍັງ​ມີ​ການ​ເດີນທາງ​ໄປ​ລັກລອບ
ທຳ​ງານ​ໃນ​ໄທ​ເພີ່ມ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ແລະ​ປ່າ​ໄມ້ ຢືນຢັນ​ວ່າ
ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ ທີ່​ບໍ່​ເປັນ​ໄປ​ຕາມ​
ເປົ້າ​ໝາຍ​ທີ່​ວາງ​ໄວ້ ​ໂດ​ຍສະ​ເພາະ ກໍ​ແມ່ນ​ການ​ທີ່​ບໍ່​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ
​ໃຫ້​ກັບ​ປະຊາຊົນ​ໃນ​ເຂດ​ຊົນນະບົດ ​ໄດ້​ຕາມ​ແຜນການ​ນັ້ນ​ ຖືເປັນສາ​ເຫດ​ສຳ​ຄັນ
​ທີ່​ເຮັດ​ໃຫ້​ເກີດ​ບັນຫາການ​ອົບ​ພະຍົບຫຼື​ການ​ເຄື່ອນ​ຍ້າຍແຮງ​ງານ​ຈາກ​ຊົນນະບົດ​
ເຂົ້າ​ມາ​ໃນ​ຕົວ​ເມືອງ​ຕ່າງໆ​ຫຼາຍ​ຂຶ້ນນັບມື້ ທັງ​ຍັງ​ປາກົດ​ມີ​ແຮງ​ງານ​ລາວ​ຈຳນວນ​ຫຼາຍ​
ໄດ້​ພາກັນ​ເດີນທາງ​ຕໍ່ ​ໄປ​ລັກລອບ​ທຳ​ງານ​ໂດຍ​ຜິດ​ກົດໝາຍ ​ໃນ​ໄທ​ເພີ້ມ​ຂຶ້ນ​ ຢ່າງ​ຕໍ່​
ເນື່ອງ​ອີກ​ດ້ວຍ.

​ໂດຍ​ສະພາບ​ບັນຫາ ດັ່ງກ່າວ​ເກີດ​ຂຶ້ນ​ຈາກ 2 ສາ​ເຫດທີ່​ສຳຄັນ​ດ້ວຍ​ກັນ ຄື​ການ​ທີ່
​ພາກ​ລັດຖະບານ​ລາວ ຍັງ​ບໍ່​ມີ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຜະລິດ​ຂອງ​ກະ​ເສດ​ຕະກອນ
ທີ່​ຕິດ​ພັນກັບ​ພາກ​ທຸລະ​ກິດ​ເອກ​ກະ​ຊົນ ​ແລະ​ການ​ພັດທະນາ​ຕ່າງໆ​ທີ່​ສຸມ​ໃສ່​ເຂດ​ຕົວ
​ເ​ມື​ອງຫຼາຍ​ກວ່າ​ເຂດ​ຊົນນະບົດ ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃນເຂດ
ຊົນນະບົດ ຢ່າງ​ພຽງພໍ ​ແລະ​ຜົນ​ທີ່​ຕາມ​ມາ​ກໍ​ຄື​ການ​ຫຼັ່ງ​ໄຫຼ​ເຂົ້າ​ມາ ​ໃນ​ເຂດ​ເມືອງ​ຂອງ
​ກຳລັງ​ແຮງ​ງານ​ຈາກ​ເຂດຊົນນະບົດ​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ລຽນ ທິ​ແກ້ວ ​ໃຫ້ການ​ຢືນຢັນ
​ວ່າ: “​ໃນ​ປັດຈຸ​ບັນ ມັນ​ມີ​ບັນຫາ​ຄົນ​ຢູ່ຊົນນະບົດ ​ໄຫຼ​ເຂົ້າ​ຕົວ​ເມືອງ ອັນ​ນຶ່ງ​ບໍ່ມີ​ວຽກ
​ເຮັດ​ງານທຳ​ ບາງ​ເທື່ອ​ກໍ​ຍ້ອນ​ນະ​ໂຍບາຍ​ຂອງ​ລັດຖະບານ​ພວກ​ເຮົາບໍ່ມີນະ​ໂຍ​
ບາຍ​ທີ່​ຈະ​ເຮັດ​ໃຫ້​ຊາວ​ກະສິກອນ ຕິດ​ພັນ​ນຳ​ໂຄງການ​ລົງ​ທຶນ​ຂອງ​
ພາກ​ເອກ​ກະ​ຊົນ ອັນ​ທີສອງມາ ກະ​ດ້ານ​ນະ​ໂຍບາຍ​ການ​ພັດທະນາ​ຕ່າ​ງໆ
ທີ່​ເຮັດ​ໃຫ້​ຊົນນະບົດ​ມັນທຸກ​ຍາກ​ຫຼາຍ ຄົນ​ກະ​ໜີ​ມາ​ຫາ​ສີ​ແສງ​ລະ​ເນາະ ​ແຕ່​ຄັນ
​ຖ້າວ່າ​ເອົາ​ອຸດສາຫະກຳ​ປຸງ​ແຕ່ງ ຫຼື​ວ່າ ຫັນ​ຖານ​ວິ​ສາ​ຫະກິດ​ຕ່າງໆ ​ເຂົ້າ​ໄປ​ສູ່​
ຊົນນະບົດ​ຫຼວງ​ຫຼາຍ ​ເຂົາ​ບໍ່​ມາ​ເນາະ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ແຮງ​ງານ​ລາວ​ສ່ວນ​ໃຫຍ່ ​ເປັນ​ແຮງ​ງານ​ທີ່​ບໍ່​ມີ​ຝີມື ກໍ​ນັບ​
ເປັນ​ປັດ​ໄຈ​ນຶ່ງ​ທີ່​ເຮັດ​ໃຫ້​ໄດ້​ຮັບ​ຄ່າ​ຈ້າງ​ຕ່ຳ​ກວ່າ​ງານ​ມີ​ຝີ​ມື​ຊາວ​ຕ່າງ​ຊາດ​ທີ່​ໄດ້​ຂຶ້ນ​
ທະບຽນ ​ໄວ້ກັບ​ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ​ສັງຄົມ​ຂອງ​ລາວ ຈຳນວນ
22,766 ຄົນ ​ແລະ​ເຊື່ອ​ວ່າ​ຍັງ​ມີ​ແຮງ​ງານຊາວ​ຕ່າງ​ຊາດ​ອີກ​ຫຼາຍ​ກວ່າ 30,000 ຄົນ
ທີ່​ຍັງ​ບໍ່​ໄດ້​ຂຶ້ນ​ທະບຽນ​ຢ່າງ​ຖືກຕ້ອງ​ກັບ​ທາງ​ການ​ລາວ.

ນອກຈາກ​ນີ້ ການ​ທີ່​ລາວ​ບໍ່ສາມາດ ຕອບສະໜອງ​ແຮງ​ງານ​ມີ​ຝີ​ມື​ໃຫ້​ກັບ​ບໍລິສັດ​
ຕ່າງ​ຊາດ​ໃນ​ລາວ​ໄດ້​ຢ່າງ​ພຽງພໍ​ນັ້ນ ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ອະນຸຍາດ
​ໃຫ້​ຈ້າງ​ແຮງ​ງານ​ຊາວ​ຕ່າງຊາດ​ໄດ້​ຫຼາ​ຍໝື່ນຄົນ ​ໃນ​ຂະນະ​ທີ່​ແຮງ​ງານ​ລາວ
ສ່ວນ​ຫຼາຍ​ພາກັນ​ເດີນທາງ​ໄປ​ທຳ​ງານ​ໃນ​ໄທ ​ເພາະ​ໄດ້​ຄ່າ​ຈ້າງ​ສູງ​ກວ່າ​ໃນ​ລາວ ​
ໂດຍ​ກະຊວງ​ແຮງ​ງານ​ໄທ ​ໄດ້​ອະນຸຍາດ​ໃຫ້​ແຮງ​ງານ​ລາວ​ທຳ​ງານ​ໃນ​ໄທ ​ໄດ້​
ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຈຳນວນ 158,000 ກວ່າ​ຄົນ​ໃນ​ປັດຈຸບັນນີ້.

ຫາກ​ແຕ່​ເຄືອ​ຂ່າຍ​ເພື່ອ​ການ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ ​ເຊື່​ອວ່າ​ມີ​ແຮງ​ງານ
​ລາວ​ຫຼາຍ​ກວ່າ 4 ​ແສນ​ຄົນ ທີ່​ລັກລອບ​ທຳ​ງານ​ໃນ​ໄທ ​ໃນ​ປັດຈຸບັນ ​ໂດຍ​ເຖິງ​ແມ່ນ
​ວ່າ ຈະ​ສ່ຽງ​ຕໍ່​ການ​ຕົກ​ເປັນ​ເຫຍື່ອ​ຂອງ​ຂະ​ບວນການ​ຄ້າ​ມະນຸດ​ຂ້າມ​ຊາດ ຫຼື​ສ່ຽງ​ຕໍ່
ການ​ຖືກ​ຈັບແລະ​ສົ່ງ​ກັບ​ຄືນ​ລາວ​ກໍ​ຕາມ ຫາກ​ແຕ່​ພວກ​ເຂົາ​ເຈົ້າ ກໍ​ຍອມ​ສ່ຽງ ​
ເພາະວ່າ​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ໃນໄທ​ສູງ​ກວ່າ​ໃນ​ລາວ​ເກີນ​ກວ່າ 2 ​ເທົ່າຕົວ​ນັ້ນ​ເອງ.

​ໂດຍ​ລັດຖະບານ​ລາວ ​ໄດ້​ອະນຸຍາດ​ໃຫ້​ປັບ​ຂຶ້ນ​ອັດຕາ​ຄ່າຈ້າງ ຂັ້ນ​ຕ່ຳ ຈາກ 9 ແສນ
ກີບ ​ເປັນ 1 ລ້ານ 1 ​ແສນ​ກີບ ຕໍ່​ເດືອນ ​ແລະ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້ ຢ່າງ​ເປັນ​ທາງ​ການ
ນັບ​ແຕ່​ວັນ​ທີ 1 ພຶດສະພາ 2018 ​ເປັນ​ຕົ້ນ​ມາ ຫາກ​ແຕ່​ວ່າ​ຈາກ​ການ​ເກັບ​ກຳ​ຂໍ້​ມູນ
ກ່ຽວ​ກັບ​ການ​ປະຕິບັດ​ຄ່າ​ຈ້າງ​ຂັ້ນ​ຕ່ຳ ຢູ່​ໃນ 3,053 ຫົວໜ່ວຍ​ທຸລະ​ກິດ​ໃນ​ລາວ ທັງ​ຍັງ
​ໄດ້​ສຳ​ພາດ​ຜູ້​ອອກ​ແຮງ​ງານ​ລາວ 85F056 ຊຶ່ງ​ໃນ​ນີ້​ເປັນ​ແຮງ​ງານ​ລາງ 67,524 ຄົນ
ທີ່​ດຳ​ເນີນການ ​ໂດຍ​ກະຊວງ​ແຮງ​ງານ ​ເມື່ອ​ບໍ່​ນານ​ມາ​ນີ້ ພົບ​ວ່າ​ຄ່າ​ຈ້າງ​ຂັ້ນ​ຕ່ຳ ​
ໃນ​ຂະ​ແໜງ​ກະສິກຳ ຈະ​ຕ້ອງ​ຢູ່​ໃນ​ລະດັບ 1 ລ້ານ 1 ​ແສນ​ກີບ ຂະ​ແໜງ​ອຸດສາຫະກຳ
1 ລ້ານ 2 ​ແສນ​ກີບ ​ແລະ​ຂະ​ແໜງ​ບໍລິການ 2 ລ້ານ 5 ​ແສນ​ກີບ ຕໍ່​ເດືອນ ຈຶ່ງ​ຈະ​ເຮັດ​
ໃຫ້ຜູ້​ອອກ​ແຮງ​ງານ​ ສາມາດ​ດຳລົງ​ຊີວິດ ຢູ່​ໄດ້​ໃນ​ສະພາ​ວະ ຄ່າ​ຄອງ​ຊີບ​ຕົວ​ຈິງ ​
ໃນ​ປັດຈະ​ບັນ.

XS
SM
MD
LG