ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເງິນກີບມີທ່າອ່ຽງ ອ່ອນຄ່າລົງນັບມື້ ຂະນະທີ່ອັດຕາແລກປ່ຽນເງິນຕາ ໃນທະນາຄານ ແລະຕະຫຼາດ ແຕກໂຕນກັນຫລາຍ


ເງິນ​ກີບ​ທຽບ​ໃສ່​ເງິນ​ຕາ​ຕ່າງ​ປະ​ເທດ
ເງິນ​ກີບ​ທຽບ​ໃສ່​ເງິນ​ຕາ​ຕ່າງ​ປະ​ເທດ

ເງິນກີບລາວຕົກຢູ່ໃນສະພາວະການຜັນຜວນ ທັງມີທ່າອ່ຽງອ່ອນຄ່າລົງນັບມື້, ໂດຍອັດຕາແລກປ່ຽນຂອງທະນາຄານ ແລະອັດຕາແລກປ່ຽນໃນຕະຫຼາດຕົວຈິງ ມີການແຕກໂຕນກັນຫຼາຍກວ່າ 22 ເປີເຊັນ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫລງຍອມຮັບວ່າ ຄ່າເງິນກີບໃນລາວຍັງສືບຕໍ່ຢູ່ໃນສະພາວະຜັນຜວນ ທັງຍັງມີທ່າອຽງອ່ອນຄ່າລົງນັບມື້ອີກດ້ວຍ ຊຶ່ງເຫັນໄດ້ຈາກອັດຕາແລກປ່ຽນໃນທະນາຄານກັບໃນຕະຫຼາດຕົວຈິງນັ້ນ ແມ່ນແຕກຕ່າງກັນໃນລະດັບເກີນກວ່າ 22 ເປີເຊັນ ໂດຍສະເພາະແມ່ນອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນໂດລາ ແລະເງິນບາດນັ້ນ ຍັງຖືເປັນເງິນຕາຕ່າງປະເທດທີ່ມີອິດທິພົນຕໍ່ຄ່າເງິນກີບຫລາຍທີ່ສຸດ ໂດຍມີສາເຫດສໍາຄັນມາຈາກການທີ່ລາວຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ອັນເຮັດໃຫ້ຕ້ອງປະເຊີນກັບການຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດ ທີ່ສົມທົບດ້ວຍໜີ້ເງິນກູ້ຕ່າງປະເທດ ແລະຜົນກະທົບຈາກການລະບາດຂອງໂຄວິດ-19 ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:

“ສາເຫດຕົ້ນຕໍທີ່ພາໃຫ້ເກີດສະພາບດັ່ງກ່າວກໍແມ່ນຍ້ອນຄວາມຕ້ອງການດ້ານເງິນຕາຕ່າງປະເທດຢູ່ພາຍໃນມີຫລາຍກວ່າຄວາມສາມາດໃນກາສະໜອງເງິນຕາ. ສະພາບການຂາດດຸນສິນຄ້າ, ຂາດດຸນດ້ານບໍລິການ, ພາວະໃນການຊໍາລະດອກເບ້ຍເງິນກູ້ຢືມຈາກຕ່າງປະເທດ ຍິ່ງມີຫລາຍຂຶ້ນ ແລະຢ່າງຕໍ່ເນື່ອງ ແລະຍາວນານ ໃນຂະນະທີ່ລາຍຮັບຂອງເຮົາຫລຸດລົງຍ້ອນຜົນກະທົບຈາກໂຄວິດ-19.”

ໃນໄລຍະ 6 ເດືອນຕົ້ນປີ 2021 ທີ່ການຄ້າຕ່າງປະເທດຂອງລາວມີມູນຄ່າລວມ 5,845 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງອອກ 2,880 ລ້ານໂດລາ ແລະ ນຳເຂົ້າ 2,966 ລ້ານໂດລາ ເຮັດໃຫ້ ລາວ ຂາດດຸນການຄ້າຕ່າງປະເທດ 86 ລ້ານໂດລາເມື່ອສົມທົບດ້ວຍການຂາດດຸນບັນຊີເງິນຕາຕ່າງປະເທດ 9.4 ເປີເຊັນຂອງມູນຄ່າຜະລິດຕະພັນລວມ (GDP) ໃນປີ 2020 ເລື້ອຍມາຈົນເຖິງປັດຈຸບັນນີ້ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ຍັງເຫຼືອພຽງ 1,207 ລ້ານໂດລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2​ ເດືອນ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດເພີ່ມຂຶ້ນ ເພື່ອນຳມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ອັນໄດ້ສົ່ງຜົນເຮັດໃຫ້ລັດຖະບານມີໜີ້ສະສົມເຖິງ 13,491 ລ້ານໂດລາຄິດເປັນ 68 ເປີເຊັນຂອງ GDP ປີ 2020 ແລະ ຍັງຈະເພີ່ມຂຶ້ນເປັນເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2021 ນີ້ເນື່ອງຈາກວ່າລັດຖະບານລາວ ຕ້ອງກູ້ຢືມເງິນຈາກຕ່າງປະເທດໃນມູນຄ່າເກີນກວ່າ 2,000 ລ້ານໂດລາໃນປີ 2021 ນີ້ນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວຍັງເຮັດໃຫ້ລັດຖະບານ ລາວ ຈະຕ້ອງເລັ່ງເສີມຂະຫຍາຍການພົວ ພັນທາງການທູດກັບຕ່າງປະເທດໃຫ້ກວ້າງຂວາງຫຼາຍຂຶ້ນ ດ້ວຍຫວັງວ່າຈະເຮັດໃຫ້ບົດບາດຂອງລາວ ໂດດເດັ່ນຂຶ້ນໃນເວທີສາກົນອັນຈະເຮັດໃຫ້ ລາວ ມີໂອກາດໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເພີ່ມຂຶ້ນດ້ວຍ ໂດຍເປົ້າໝາຍໃນປີ 2021-2025 ຄືການຍາດເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ໄດ້ 800 ລ້ານໂດລາຕໍ່ປີ ດັ່ງທີ່ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະ ເທດໄດ້ໃຫ້ການຢືນຢັນວ່າ:
ເພື່ອທະວີເຄື່ອນໄຫວການທູດເສດຖະກິດລະດົມຂົນຂວາຍການຊ່ວຍເຫຼືອເພື່ອການພັດທະນາຫຼື ODA ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ 5 ປີຄັ້ງທີ 9 ຄາດຄະເນໃຫ້ໄດ້ປະມານ 700-800 ລ້ານໂດລາຕໍ່ປີ ສູ້ຊົນປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດມີປະສິດທິພາບມີແບບແຜນມີວິດທີເຮັດວຽກທີ່ທັນສະໄໝ ແລະ ປັບປຸງລະບົບນິຕິກຳຂອງກະຊວງການຕ່າງປະເທດໃຫ້ຄົບຖ້ວນສົມບູນໂດຍພື້ນຖານພາຍໃນປີ 2025.”

ທັງນີ້ລັດຖະບານລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບຫຼືຄິດເປັນ 15.13 ເປີເຊັນຂອງ GDP ໃນປີ 2021 ແລະ ຈະຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບຊຶ່ງຄິດເປັນ 17.3 ເປີເຊັນຂອງ GDP ເພື່ອທີ່ຈະຄວບຄຸມການຂາດດຸນງົບປະມານໃນມູນຄ່າລວມບໍ່ເກີນ 3,954 ຕື້ກີບ ຫຼືຄິດເປັນ 2.17ເປີເຊັນຂອງ GDP ໃນປີ 2021 ຫາກແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນການຈັດຕັ້ງປະຕິບັດຕົວຈິງນັ້ນກໍບໍ່ແມ່ນເລື່ອງງ່າຍເພາະວ່າການລະ ບາດຂອງໄວຣັສ COVID-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາກໍໄດ້ເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທີ່ວາງໄວ້. ສ່ວນທະນາຄານພັດທະນາເອເຊຍ (ADB) ຄາດວ່າ ເສດຖະກິດໃນລາວ ຈະຂະຫຍາຍຕົວເພີ່ມຂຶ້ນ 4 ເປີເຊັນໃນປີ 2021 ແລະກັບ 4.5 ເປີເຊັນໃນປີ 2022.

ທັງນີ້ ລັດຖະບານລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບຫຼືຄິດເປັນ 15.13 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນຕະຫຼອດປີ 2021 ແລະໃນຂະນະດຽວກັນ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບຫຼືຄິດເປັນ 17.3 ເປີເຊັນຂອງ GDP ອັນຈະເຮັດໃຫ້ລັດຖະບານລາວ ສາມາດຈຳກັດການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າບໍ່ເກີນ 3,954 ຕື້ກີບຫຼືຄິດເປັນ 2.17 ເປີເຊັນເທົ່ານັ້ນຂອງມູນຄ່າ GDP ທັງໝົດໃນຕະຫຼອດປີ 2021. ຫາກແຕ່ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະການລະບາດຂອງພະຍາດ ໂຄວິດ-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການ.

XS
SM
MD
LG