ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ລາວຂາດແຄນທຶນສໍາຮອງເງິນຕາ ຕ່າງປະເທດ 2 ຕື້ ໂດລາ ຍ້ອນການ ຂາດດຸນການຄ້າກັບຕ່າງປະເທດ


ເງິນໂດລາຢູ່ໃນຄັງສໍາຮອງເງິນຕາຕ່າງປະເທດຂອງລາວ
ເງິນໂດລາຢູ່ໃນຄັງສໍາຮອງເງິນຕາຕ່າງປະເທດຂອງລາວ

ຜູ້ວ່າການທະນາຄານແຫ່ງຊາດຍອມຮັບວ່າ ລັດຖະບານລາວຂາດແຄນທຶນສໍາຮອງເງິນຕາຕ່າງປະເທດ ໃນມູນຄ່າເຖິງ 2,000 ລ້ານໂດລາໂດຍມີສາເຫດສໍາຄັນມາຈາກການຂາດດຸນການຄ້າຕ່າງປະເທດໃນທຸກໆ ປີ. ຊົງລິດ ໂພນເງິນມີລາຍງານຈາກບາງກອກ.

please wait

No media source currently available

0:00 0:05:26 0:00

ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫລງວ່າ ລັດຖະບານລາວ ມີຄວາມຕ້ອງການ ດ້ານທຶນສໍາຮອງເງິນຕາຕ່າງປະເທດ ຄິດເປັນມູນຄ່າບໍ່ໜ້ອຍກວ່າ 4,000 ລ້ານໂດລາ ໃນແຕ່ລະປີ ຫາກແຕ່ວ່າ ກໍສາມາດປະຕິບັດຕົວຈິງໄດ້ພຽງ 50 ເປີເຊັນ ເທົ່ານັ້ນ ກໍຄືສາມາດແລກປ່ຽນເງິນຕາ ຕ່າງປະເທດຈາກບັນດາຜູ້ສົ່ງສິນຄ້າອອກຈາກລາວໄປຕ່າງປະເທດ ໄດ້ໃນມູນຄ່າບໍ່ເກີນ 2,000 ລ້ານ ໂດລາເທົ່ານັ້ນ ໃນແຕ່ລະປີ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງປະເຊີນກັບບັນຫາຂາດແຄນທຶນສໍາຮອງເງິນ ຕາຕ່າງປະເທດໃນມູນຄ່າເຖິງ 2,000 ລ້ານໂດລາ ໂດຍມີສາເຫດມາຈາກການຂາດດຸນການຄ້າຕ່າງປະເທດ ດັ່ງທີ່ທ່ານສອນໄຊ ຢືນຢັນວ່າ:
“ການເກັບຊື້ຈາກມວນຊົນທົ່ວໄປໄດ້ຫລຸດລົງ 60 ເປີເຊັນຈາກລະດັບສະເລ່ຍ 1,600 ລ້ານ ໂດລາ ແລະ14,000 ລ້ານບາດ ມາເປັນພຽງ 743 ລ້ານໂດລາ ແລະ 5,900 ລ້ານບາດຕໍ່ປີ ໃນຂະນະທີ່ ຄວາມຕ້ອງການ ເງິນຕາຕ່າງປະເທດໃນສັງຄົມ ເພື່ອນໍາເຂົ້າສິນຄ້າຈາກຕ່າງປະເທດບໍ່ຫລຸດ 4,000 ລ້ານໂດລາ ຕໍ່ປີ ແຕ່ວ່າຄວາມສາມາດເກັບຊື້ໂດຍສະເລ່ຍແລ້ວ 3-4 ປີມານີ້ ຢູ່ປະມານ 2,000 ລ້ານໂດລາ ຖືວ່າ ເຮົາຍັງຂາດດຸນຢູ່.”

ຮ້ານແລກປ່ຽນເງິນຕານ້ອຍແຫ່ງນຶ່ງໃນລາວ
ຮ້ານແລກປ່ຽນເງິນຕານ້ອຍແຫ່ງນຶ່ງໃນລາວ

ທັງນີ້ ທະນາຄານພັດທະນາເອເຊຍ ຫຼື ADB ຄາດການວ່າ ລັດຖະບານລາວ ຈະຕ້ອງປະເຊີນກັບບັນຫາຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນ ຂອງ GDP ໃນປີ 2020 ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ມີບໍ່ເຖິງ 1,000 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ດ້ວຍເຫດນີ້ ລັດຖະບານລາວຈຶ່ງໄດ້ມີມະຕິເຫັນຊອບແລະມອບໝາຍໃຫ້ກະຊວງການເງິນ ເປັນພາກ ສ່ວນຮັບຜິດຊອບການເຈລະຈາກັບສະຖາບັນການເງິນສາກົນ ແລະປະເທດເຈົ້າໜີ້ຂອງລາວ ເພື່ອຂໍເລື່ອນການຊຳລະໜີ້ ແລະດອກເບ້ຍເງິນກູ້ຄືນໃຫ້ເຈົ້າໜີ້ໃນປີ 2020 ເປັນກໍລະນີພິເສດ ເພາະວ່າການລະບາດຂອງເຊື້ອໄວຣັສ ໂຄວິດ-19 ເຮັດໃຫ້ການຈັດເກັບລາຍຮັບຕ່າງໆຂອງລັດຖະບານລາວປະຕິບັດໄດ້ຕ່ຳກວ່າແຜນການທີ່ວາງໄວ້ ທັງຍັງຈະຕ້ອງຂໍກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນເພື່ອນຳມາໃຊ້ໃນການຟື້ນຟູພາກການຜະລິດ ແລະທຸລະກິດຕ່າງໆທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ ໂຄວິດ-19 ດັ່ງກ່າວລວມທັງ ການອອກພັນທະບັດລັດຖະບານເພື່ອລະດົມທຶນ ທັງພາຍໃນ ແລະຈາກຕ່າງປະເທດອີກດ້ວຍ.

ໂດຍຫລ້າສຸດ ລັດຖະບານ ລາວໄດ້ອະນຸຍາດໃຫ້ທະນາຄານແຫ່ງ ສປປ ລາວ ດຳເນີນການຈັດຈຳໜ່າຍ ພັນທະບັດລັດຖະບານ ທີ່ມີມູນຄ່າລວມ 1,700 ຕື້ກີບ ໃນຊ່ວງເດືອນພຶດສະພາ ຫາ ມິຖຸນາ 2020 ທີ່ຜ່ານມາ ໂດຍໄດ້ກຳໜົດຜົນຕອບແທນເປັນດອກເບ້ຍໄວ້ເຖິງ 6 ອັດຕາດ້ວຍກັນ ກໍຄື 6.8 ເປີເຊັນ, 6.95 ເປີເຊັນ, 7.2 ເປິເຊັນ, 7.5 ເປີເຊັນ, 7.7 ເປີເຊັນ ແລະ 8 ເປີເຊັນ ສໍາລັບພັນທະບັດອາຍຸ 3 ປີ, 5 ປີ, 7 ປີ, 10 ປີ, 15 ປີ ແລະ 20 ປີ ຕາມລຳດັບ ດ້ວຍລາຄາຈຳໜ່າຍພັນທະບັດໄວ້ທີ່ 1 ລ້ານກີບ.

ການອອກພັນທະບັດຂອງລັດຖະບານລາວຄັ້ງລ້າສຸດນີ້ ຖືເປັນຄັ້ງທີ 5 ນັບແຕ່ ເດືອນທັນວາປີ 2018 ແຕ່ຖືເປັນຄັ້ງທີ 4 ທີ່ຈໍາໜ່າຍເປັນພັນທະບັດສະກຸນ ເງິນກີບໂດຍ 3 ຄັ້ງກ່ອນໜ້ານີ້ທີ່ເປັນພັນທະບັດສະກຸນເງິນກີບ ກໍຄືພັນທະບັດ ທີ່ມີມູນຄ່າ 1,000 ຕື້ ກີບໃນເດືອນທັນວາ 2018 ກັບ 714.87 ຕື້ກີບ ເມື່ອເດືອນກຸມພາ ປີ 2019 ແລະ 1,700 ຕື້ກີບໃນເດືອນກັນຍາ 2019 ໂດຍທີ່ພັນທະບັດມີລາຄາ 1 ລ້ານກີບ ຕໍ່ໜ່ວຍ ທີ່ການຈອງຊື້ຕ້ອງມີລາຄາ 10 ລ້ານກີບຂຶ້ນໄປ .

ທັ້ງນີ້ລັດຖະບານລາວໄດ້ອອກພັນທະບັດ ເປັນສະກຸນເງິນໂດລາສະຫະລັດເປັນ ຄັ້ງທຳອິດເມື່ອວັນທີ 1 ຫາ 31 ຕຸລາ 2019 ໂດຍມີມູນຄ່າລວມ 500 ລ້ານ ໂດລາສະຫະລັດ ຊຶ່ງແບ່ງອອກເປັນ 3 ປະເພດ ຄື 1,000 ໂດລາ ກັບ 3,000 ໂດລາ ແລະ 5,000 ໂດລາ ໂດຍຜູ້ຊື້ພັນທະບັດ ຈະໄດ້ຮັບຜົນຕອບແທນເປັນ ດອກເບ້ຍໃນອັດຕາ 5 ເປີເຊັນ, 6 ເປີເຊັນ ແລະ 7 ເປີເຊັນ ຕໍ່ປີ ສໍາລັບພັນທະບັດທີ່ມີອາຍຸ 1 ປີ 3 ປີ ແລະ 5 ປີ ຕາມລໍາດັບ ແລະຜູ້ຊື້ພັນທະບັດຈະໄດ້ຮັບເງິນ ຕົ້ນຄືນເມື່ອຄົບກໍາໜົດແລ້ວເທົ່ານັ້ນ .

ສ່ວນຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳລາວ ຢືນຢັນວ່າ ລັດຖະບານລາວຕ້ອງປະເຊີນກັບສະພາວະການເປັນໜີ້້ພາກລັດຖະບານເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຫັນໄດ້ໃນປີ 2016 ທີ່ຖືເປັນປີທຳອິດ ທີ່ໜີ້ສິນຂອງລັດຖະບານລາວມີມູນຄ່າລວມເກີນກວ່າ 60 ເປີເຊັນຂອງຍອດຜະລິດຕະພັນລວມ GDP ແລະເພີ້ມຂຶ້ນເປັນ 70 ເປີເຊັນຂອງ GDP ໃນປີ 2019 ທັງຄາດວ່າ ຈະເພີ້ມຂຶ້ນເກີນກວ່າ 75 ເປີເຊັນຂອງ GDP ໃນປີ 2020 ອີກດ້ວຍ.

XS
SM
MD
LG