ເຈົ້າໜ້າທີ່ຂັ້ນສູງຂອງ ໄທ ລະບຸວ່າ ລາວ ເປັນສູນກາງສຳຄັນໃນການຂົນສົ່ງໄມ້ຄະຍູງ
ທີ່ລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດໃນ ໄທ ແລະ ລັກລອບຂົນສົ່ງຜ່ານ
ລາວ ຕໍ່ໄປຍັງ ຫວຽດນາມ ແລະ ຈີນ.
ທ່ານ ອັດທະພົນ ຈະເລີນຊັນສາ ຮອງອະທິບໍດີກົມປ່າໄມ້ ໃນສັງກັດກະຊວງຊັບພະ
ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢືນຢັນວ່າ ການລັກລອບຕັດໄມ້ຄະຍູງຢູ່
ໃນເຂດປ່າສະຫງວນແຫ່ງຊາດຂອງ ໄທ ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ມີລັກສະ
ນະເປັນຂະບວນການຂ້າມຊາດທີ່ມີການຈັດແບ່ງໜ້າທີ່ລະຫວ່າງກັນຢ່າງຊັດເຈນຄື
ຂະບວນການໃນ ໄທ ຈະຮັບຜິດຊອບການລັກລອບຕັດໄມ້ຄະຍູງໃນ ໄທ ສ່ວນຂະ
ບວນການໃນ ລາວ ຈະຮັບເອົາໄມ້ຄະຍູງຈາກ ໄທ ແລະ ຂົນສົ່ງຜ່ານ ລາວ ໄປ ຫວຽດ
ນາມ ສ່ວນຂະບວນການຢູ່ໃນ ຫວຽດນາມ ກໍຈະສົ່ງຕໍ່ໄປໃຫ້ຜູ້ສັ່ງຊື້ໃນ ຈີນ ຕາມລຳດັບ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງຝ່າຍປາບປາມຂອງກົມປ່າໄມ້ ໄທ ເປີດເຜີຍວ່າຂະບວນ
ການໃນ ລາວ ຍັງເປັນຄົນກາງໃນການປະສານງານລະຫວ່າງ ຂະບວນການໃນ ໄທ
ກັບ ຫວຽດນາມ ອີກດ້ວຍ ໂດຍຄົນລາວ ທີ່ເປັນຄົນກາງຈະເດີນທາງໄປປະສານງານ
ແລະ ຈ່າຍຄ່າໄມ້ຄະຍູງ ໃຫ້ກັບຂະບວນການໃນ ໄທ ໂດຍກົງ ສ່ວນຂະບວນການໃນ ຫວຽດນາມ ນັ້ນກໍເປັນທັງນາຍທຶນ ຜູ້ຮັບຄຳສັ່ງຊື້ ແລະ ຮັບເອົາໄມ້ຄະຍູງຈາກ ລາວ ໄປ
ສົ່ງຕໍ່ໃຫ້ຜູ້ສັ່ງຊື້ໃນ ຈີນ ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ໄທ ໃຫ້ການຢືນຢັນພາຍ
ຫຼັງຈາກການຈັບກຸມຜູ້ຕ້ອງຫາສັນຊາດ ລາວ ໄດ້ 2 ຄົນເມື່ອບໍ່ນານມານີ້ວ່າ
"ເຮົາກວດສອບຈາກການໃຊ້ໂທລະສັບ ການໃຊ້ ໄລນ໌ ນີ້ມີອີກ 40 ຄົນທີ່ກ່ຽວຂ້ອງກັບ
ການເຮັດໄມ້ ຊຶ່ງເຮົາໄດ້ຊື່ຫຼິ້ນ ຊື່ຫຍັງມາໝົດແລ້ວ 40 ນີ້ຖືວ່າເປັນຂະບວນການໃຫຍ່
ແລ້ວກໍມີນາຍທຶນເປັນຊາວ ຫວຽດນາມ ໂດຍຄົນລາວ ທີ່ເຂົ້າມານີ້ ກໍຄືເປັນຄົນ ລາວ
ຊຶ່ງມາເໝືອນມາຄວບຄຸມການຈ່າຍເງິນ ການເບິ່ງແຍງ."
ທັງນີໂດຍໃນຊ່ວງ 8 ປີທີ່ຜ່ານມາ ຝ່າຍປາບປາມຂອງກົມປ່າໄມ້ ໄທ ສາມາດຈັບກຸມ
ສະມາຊິກໃນຂະບວນການຄ້າໄມ້ຄະຍູງຂ້າມຊາດໄດ້ 6,936 ຄົນຈາກການຈັບກຸມ
9,196 ຄັ້ງ ແລະ ຍຶດໄມ້ຄະຍູງໄດ້ເຖິງ 127,055 ທ່ອນ ຄິດເປັນມູນຄ່າສູງກວ່າ
3,070 ລ້ານບາດ ໂດຍເຂດທີ່ມີການລັກລອບຂົນໄມ້ຄະຍູງອອກຈາກ ໄທ ຫຼາຍທີ່ສຸດ
ກໍຄືເຂດຕິດຕໍ່ຊາຍແດນລະຫວ່າງ ໄທ-ລາວ ແລະ ກຳປູເຈຍ ນັ້ນເອງ ດັ່ງທີ່ເຈົ້າໜ້າທີ່
ພາສີ ໄທ ໃຫ້ການຢືນຢັນວ່າ
"ກໍຈະມີອອກຫຼາຍເສັ້ນທາງ ກໍຄືໄປທີ່ຊຽງຣາຍ ໄປແມ່ນ້ຳຂອງ ອີກສ່ວນນຶ່ງ ກໍອອກ
ທາງອິສານ ບໍ່ວ່າຈະເປັນທາງໜອງຄາຍ, ບຶງການ ແລ້ວກໍອີກຊ່ອງທາງນຶ່ງ ກໍຄືຊາຍ
ແດນທາງດ້ານ ກຳປູເຈຍ."
ນອກຈາກການເປັນທາງຜ່ານຂອງການລັກລອບຂົນສົ່ງໄມ້ຄະຍູງຈາກ ໄທ ໄປ ຫວຽດ
ນາມ ແລະ ຈີນ ດັ່ງກ່າວແລ້ວ, ສຳນັກງານເລຂາທິການແຫ່ງອະນຸສັນຍາທີ່ວ່າດ້ວຍ
ການຄ້າລະຫວ່າງ ປະເທດ ກ່ຽວກັບ ຊະນິດສັດປ່າ ແລະ ພືດປ່າທີ່ໃກ້ສູນພັນ
(CITES) ຍັງໄດ້ຈັດສົ່ງໜັງສືເຖິງລັດຖະບານ ລາວ ເພື່ອຢ້ຳເຕືອນວ່າ ສປປ ລາວ
ຍັງຄົງເປັນປະເທດທີ່ມີການລັກລອບຄ້າຂາຍສັດປ່າ ແລະ ຊິ້ນສ່ວນຂອງສັດປ່າຕ້ອງ
ຫ້າມຕາມອະນຸສັນຍາ CITES ທັງຍັງມີການລັກລອບນຳເຂົ້າຊິ້ນສ່ວນສັດປ່າທີ່ຕ້ອງ
ຫ້າມເຊັ່ນ ງາຊ້າງ ແລະ ນໍແຮດຈາກ ອາຟຣິກາ ເພື່ອສົ່ງຕໍ່ໄປຍັງປະເທດທີ 3 ອີກດ້ວຍ.
ການແຈ້ງເຕືອນຂອງ CITES ໃນຄັ້ງນີ້ໄດ້ມີຂຶ້ນກ່ອນກອງປະຊຸມປະຈຳປີ 2018 ທີ່ກຳ
ນົດຈະມີຂຶ້ນໃນເດືອນຕຸລານີ້ທີ່ນະຄອນ ເຈນີວາ ປະເທດ ສວິດເຊີແລນ ໂດຍສຳນັກ
ງານເລຂາທິການ CITES ໄດ້ແຈ້ງການເຕືອນເພື່ອໃຫ້ລັດຖະບານ ລາວ ດຳເນີນມາດ
ຕະການປ້ອງກັນ ແລະ ປາບປາມການລັກລອບຄ້າສັດປ່າ ແລະ ຊິ້ນສ່ວນສັດປ່າດັ່ງ
ກ່າວຢ່າງເຂັ້ມງວດ ທັງຍັງເນັ້ນຢ້ຳດ້ວຍວ່າ ທາງການ ລາວ ຈະຕ້ອງສະເໜີລາຍງານ
ຜົນການຈັດຕັ້ງປະຕິບັດຕໍ່ກອງປະຊຸມ CITES ອີກດ້ວຍ.
ສປປ ລາວ ໄດ້ເຂົ້າຮ່ວມໃນການຕ້ານອາຊະຍາກຳຕໍ່ສັດປ່າໃນປີ 2014 ໂດຍຂຶ້ນບັນ
ຊີສັດປ່າ ແລະ ສັດນ້ຳ 95 ຊະນິດເປັນສັດປ່າສະຫງວນຫວງຫ້າມ ແລະ 65 ຊະນິດ
ເປັນສັດປ່າຄຸ້ມຄອງຕາມກົດໝາຍ.