ການຄ້າພາຍໃນລາວມີມູນຄ່າລວມເກີນກວ່າ 51,687 ຕື້ກີບໃນປີ 2017 ເພີ້ມຂຶ້ນ
15.1 ເປີີເຊັນ ທຽບໃສ່ປີ 2016 ສ່ວນການຄ້າຕ່າງປະເທດ ກໍມີມູນຄ່າລວມເຖິງ
9,345 ລ້ານໂດລາ ໂດຍລາວໄດ້ປຽບດຸນການຄ້າ.
ກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າການຈາລະຈອນສິນຄ້າພາຍໃນລາວ
ໃນຕະຫຼອດປີ 2017 ທີ່ຜ່ານມາຄຶດເປັນມູນຄາການຄ້າລວມ ຫຼາຍກວ່າ 51,687 ຕື້ກີບ
ເພີ້ມຂຶ້ນເຖິງ 15.1 ເປິເຊັນ ທຽບໃສ່ປີ 2016 ສ່ວນການຄ້າຕ່າງປະເທດ ກໍມີມູນຄ່າ
ລວມເຖິງ 9,345 ລ້ານໂດລາ ສະຫະລັດ ໃນນີ້ເປັນການສົ່ງສິນຄ້າໄປຕ່າງປະເທດ
ໃນມູນຄ່າ 4,803 ລ້ານໂດລາສະຫະລັດ ເພີ້ມຂຶ້ນ 13.4 ເປີເຊັນ ສ່ວນການນຳເຂົ້າ
ສິນຄ້າຕ່າງປະເທດ ມີມູນຄ່າລວມ 4.542 ລ້ານໂດລາສະຫະລັດ ເພີ້ມຂຶ້ນ 7.6 ເປີເຊັນ
ທຽບໃສ່ປີ 2016 ເຮັດໃຫ້ລາວເປັນຝ່າຍໄດ້ປຽບດຸນການຄ້າ ໃນມູນຄ່າ 261 ລ້ານ
ໂດລາສະຫະລັດ ຊຶ່ງຖືເປັນປີທີ 2 ຕິດຕໍ່ກັນ ໂດຍມີສາເຫດມາຈາກການສົ່ງສິນຄ້າ
ອອກ ໄດ້ເກີນແຜນການ ແລະການນຳເຂົ້າສິນຄ້າຫລຸດລົງ ສຳລັບໂຄງການລົງທຶນ
ຕ່າງໆໃນລາວ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ ກະຊວງອຸດສາຫະກຳ ແລະການຄ້າໄດ້ໃຫ້
ການຢືນຢັນວ່າ:
“ມູນຄ່າການສົ່ງອອກ ບັນລຸໄດ້ເກີນແຜນ ທີ່ໄດ້ຮັບຮອງ 22.2 ເປີເຊັນ ມູນ
ຄ່າການນຳເຂົ້າບັນລຸໄດ້ເທົ່າກັບ 80 ເປີເຊັນ ຂອງແຜນການເກີນດຸນການ
ຄ້າ ເນື່ອງຈາກວ່າການສົ່ງອອກໄຟຟ້າ ແລະອຸດສາຫະກຳປຸງແຕ່ງ ໄດ້ເຕີບ
ໂຕຂຶ້ນ ສ່ວນວ່າການນຳເຂົ້າປະເພດກົນຈັກ ອຸບປະກອນມູນຄ່າທີ່ໃຫຍ່ ນັບ
ທັງ ນໍ້າມັນໃນການຮັບໃຊ້ໂຄງການຕ່າງໆ ໄດ້ສິ້ນສຸດ ມູນຄ່າການນໍາເຂົ້າ
ຈຶ່ງຫລຸດລົງ."
ສຳຫລັບໃນຕະຫຼອດປີ 2018 ລັດຖະບານລາວ ກໍຄາດໝາຍວ່າ ການຄ້າຕ່າງປະເທດ
ຈະມີມູນນຄ່າເພີ້ມຂຶ້ນເປັນ 9,993 ລ້ານໂດລາສະຫະລັດ ຖ້າຫາກວ່າສາມາດຊຸກຍູ້
ການສົ່ງສິນຄ້າອອກໄປຕ່າງປະເທດ ໄດ້ຕາມເປົ້າໝາຍທີ່ວາງໄວ້ໃນມູນຄ່າລວມ
5,015 ລ້ານໂດລາສະຫະລັດ ແລະການຄວບຄຸມການນຳເຂົ້າສິນຄ້າຈາກຕ່າງປະ
ເທດ ໃຫ້ມີມູນຄ່າລວງມບໍ່ເກີນ 4,978 ລ້ານໂດລາສະຫະລັດ ຊຶ່ງຈະເຮັດໃຫ້ລາວໄດ້
ປຽບດຸນການຄ້າເປັນປີທີ 3 ໂດຍສິນຄ້າສົ່ງອອກຕົ້ນຕໍ ກໍແມ່ນໄຟຟ້າ ແຮ່ທາດ ສິນຄ້າ
ອຸດສາຫະກຳ ສິນຄ້າກະສິກຳຂອງລາວ ໄດ້ລົດລົງຢ່າງຕໍ່ເນື່ອງ ເພາະຄຸນນະພາບ
ຜະລິດທີ່ບໍ່ໄດ້ມາດຕະຖານ.
ທາງດ້ານກະຊວງການຄ້າຂອງໄທ ລາຍງານວ່າ ການຄ້າ ລະຫວ່າງລາວກັບໄທ ໃນປີ
2017 ຜ່ານມາ ມີມູນຄ່າລວມເກີນກວ່າ 8,164 ລ້ານໂດລາສະຫະລັດ ໂດຍເພີ້ມຂຶ້ນ
ຈາກປີ 2014 ເຖິງ 150 ເປີເຊັນ ແລະດ້ວຍສະພາບການດັ່ງກ່າວ ກໍເຮັດໃຫ້ເຊື່ອວ່າ
ການຄ້າລະຫວ່າງລາວໄທ ຈະມີມູນຄ່າເຖິງ 10,000 ລ້ານໂດລາສະຫະລັດ ໃນປີ
2020 ອີກດ້ວຍ ໂດຍສິນຄ້າສຳຄັນທີ່ລາວສົ່ງຂາຍໃຫ້ໄທ ກໍຄື ກະແສໄຟຟ້າ ແຮ່ທາດ
ແລະສິນຄ້າກະເສດ ສ່ວນສິນຄ້າທີ່ລາວນຳເຂົ້າຈາກໄທ ກໍຄືສິນຄ້າອຸບປະໂພກບໍລິ
ໂພກ ແລະ ສິນຄ້າກະເສດ ແລະວັດສະດຸກໍ່ສ້າງ ໂດຍໄທຍັງຈະເປັນຝ່າຍທີ່ໄດ້ດຸນ
ການຄ້າຕໍ່ລາວໃນມູນຄ່າຫຼາຍກວ່າ 2,000 ລ້ານໂດລາສະຫະລັດ ໃນແຕ່ລະປີ.
ແຕ່ຢ່າງໃດກໍຕາມ ມາດຕະການນຶ່ງທີ່ລັດຖະບານລາວ ໄດ້ຈັດຕັ້ງປະຕິບັດ ເພື່ອ
ຄວບຄຸມມູນຄ່າການນໍາເຂົ້າສິນຄ້າຈາກຕ່າງປະເທດ ກໍຄືການຈັດເກັບອາກອນ
ມູນຄາເພີ້ມ ໃນອັດຕາ 10 ເປີເຊັນ ຈາກປະຊາຊົນລາວ ແລະຊາວຕ່າງປະເທດ
ທີ່ໄດ້ຊື້ເຄື່ອງຕິດໂຕຈາກຕ່າງປະເທດ ເຂົ້າມາໃນລາວ ທີ່ມີລາຄາເກີນ 4 ແສນກີບ
ຫຼື 50 ໂດລາສະຫະລັດ ຕາມການກຳນົດຂອງລັດຖະມົນຕີ ວ່າການກະຊວງການເງິນ
ນັບແຕ່ເດືອນພະຈິກ 2016 ເປັນຕົ້ນມາ ໂດຍໄດ້ເລີ້ມຈັດຕັ້ງປະຕິບັດ ຢູ່ເຂດສະເພາະ
ດ່ານຂົວມິດຕະພາບລາວ-ໄທ ແຫ່ງທຳອິດເທົ່ານັ້ນ.
ພ້ອມກັນນັ້ນ ລັດຖະບານລາວ ກໍໄດ້ສົ່ງເສີມການຜະລິດສິນຄ້າໃນພາກອຸດສາຫະກຳ
ການປຸງແຕ່ງ ໃຫ້ໄດ້ຄຸນນະພາບສາກົນ ແລະລົດຕົ້ນທຶນການຜະລິດໃຫ້ຕໍ່າລົງເຮັດ
ໃຫ້ການສົ່ງອອກມີມູນຄ່າ 4,523.9 ລ້ານໂດລາສະຫະລັດ ແລະຄວບຄຸມການນຳ
ເຂົ້າສິນຄ້າໄດ້ໃນມູນຄ່າ 4,215.2 ລ້ານໂດລາສະຫະລັດ ຊຶ່ງກໍເປັນຜົນເຮັດໃຫ້
ລາວ ໄດ້ປຽບດຸນການຄ້າຕ່າງປະເທດ ເປັນຄັ້ງທຳອິດໃນລອບ 40 ກວ່າປີໃນປີ 2016.
ແຕ່ຢ່າງໃດກໍຕາມ ກອງປະຊຸມໂຕະມົນປະຈຳປີ 2017 ລະຫວ່າງ ລັດຖະບານລາວ
ກັບກຸ່ມປະເທດ ແລະອົງການສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່ລາວກ ໄດ້ລະບຸຢ່າງຊັດ
ແຈ້ງວ່າ ການພັດທະນາເສດຖະກິດໃນລາວ ທີ່ມີການຂະຫຍາຍໂຕເພີ້ມຂຶ້ນຢ່າງຕໍ່
ເນື່ອງນັ້ນ ໄດ້ມີການຂຸດຄົ້ນ ແລະທຳລາຍຊັບພະຍາກອນທຳມະຊາດໄປ ຢ່າງຫຼວງ
ຫຼາຍ ຊຶຶ່ງເປັນການປະຕິບັດທີ່ຂັດແຍ້ງກັບເປົ້າໝາຍການພັດທະນາທີ່ຍືນຍົງຢ່າງ
ສິ້ນເຊີງ.