ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ກວດກາ 104 ໂຄງການລົງທຶນຂອງລັດ ໃນປີ 2022 ແຕ່ຫລຸດລົງຈາກ 137 ໂຄງການ ໃນປີກາຍນີ້


ຄອງຊົນລະປະທານ ເປັນພາກສ່ວນນຶ່ງຂອງໂຄງການພັດທະນາທີ່ລັດຖະບານລາວ ສະໜອງທຶນໃນການກໍ່ສ້າງ.
ຄອງຊົນລະປະທານ ເປັນພາກສ່ວນນຶ່ງຂອງໂຄງການພັດທະນາທີ່ລັດຖະບານລາວ ສະໜອງທຶນໃນການກໍ່ສ້າງ.

ຄະນະກວດກາສູນກາງພັກ ວາງເປົ້າໝາຍກວດກາ 104 ໂຄງການລົງທຶນຂອງລັດຖະບານລາວ ໃນປີ 2022 ຫລຸດລົງຈາກ 137 ໂຄງການໃນປີ 2021 ເພາະວ່າ ຕ້ອງກວດກາຢ່າງລະອຽດ ແລະຮອບດ້ານ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ .

ທ່ານລິເບີ ລີບົວປາວ ປະທານກຳມາທິການແຜນການ ການເງິນ ແລະກວດສອບ ສະພາແຫ່ງຊາດລາວ ຖະແຫລງວ່າ ຄະນະກວດກາສູນກາງພັກປະຊາ ຊົນປະຕິວັດລາວ ໄດ້ວາງເປົ້າໝາຍ ທີ່ຈະກວດກາໂຄງການພັດທະນາທີ່ເປັນການລົງທຶນຂອງລັດຖະບານລາວ ໃຫ້ໄດ້ 104 ໂຄງການໃນຕະຫຼອດີ 2022 ໂດຍຫລຸດລົງຈາກ 137 ໂຄງການໃນປີ 2021 ທີ່ສາມາດກວດກາໄດ້ຈິງ ໃນ 109 ໂຄງການເປົ້າໝາຍ ຈຶ່ງເຮັດໃຫ້ຕ້ອງເລື່ອນ 28 ໂຄງການທີ່ຄົງຄ້າງຈາກປີທີ່ແລ້ວ ມາລວມກັບໂຄງການໃໝ່ ໃນປີ 2022 ທີ່ຈະຕ້ອງດຳເນີນການກວດ ກາຢ່າງລະອຽດ ແລະຮອບດ້ານຫຼາຍຂຶ້ນເພື່ອປ້ອງກັນການຮົ່ວໄຫລທາງດ້ານງົບປະມານ ໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ ທ່ານລິເບີ ໄດ້ຖະແຫລງຢືນຢັນວ່າ:

“ເປົ້າໝາຍກວດສອບໃນປີ 2022 ຈຳນວນ 104 ເປົ້າໝາຍ ເມື່ອສົມທຽບໃສ່ເປົ້າໝາຍກວດສອບປີ 2021 ເຫັນວ່າ ການກຳນົດເປົ້າໝາຍດັ່ງກ່າວ ແມ່ນຕ່ຳກວ່າປີ 2021 ຈຳນວນ 33 ເປົ້າໝາຍ ດັ່ງນັ້ນ ສະເໜີໃຫ້ສຸມໃສ່ເປົ້າໝາຍທີ່ເປັນບູລິມະສິດໃນວາລະແຫ່ງຊາດ ແລະສະຫລຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານປະຈຳປີ 2021 ສ່ວນເປົ້າໝາຍທີ່ບໍ່ທັນກວດສອບປີ 2021 ໃຫ້ຂຶ້ນບັນຊີລະອຽດ ແລະເອົາເຂົ້າແຜນກວດສອບສຳລັບປີຕໍ່ໆໄປ.”

ທ່ານຄຳພັນ ພົມມະທັດ ປະທານ ຄະນະກວດກາສູນກາງພັກຢືນຢັນວ່າ ເປົ້າໝາຍຂອງການກວດກາພັກ-ລັດ ໃນປີ 2022 ແນໃສ່ການກວດກາການຈັດຕັ້ງປະຕິບັດໃນໂຄງການຂະໜາດໃຫຍ່ ທີ່ລັດຖະບານລົງທຶນ ເພາະເປັນພາກສ່ວນທີ່ມີການຮົ່ວໄຫລ ແລະເກີດການສູນເສຍດ້ານງົບປະມານຫຼາຍທີ່ສຸດໃນໄລຍະຜ່ານມາ ໂດຍມີສາເຫດສຳຄັນມາຈາກການປະຕິບັດໜ້າທີ່ ໂດຍທຸຈະລິດຂອງພະນັກງານລັດ ສະນັ້ນ ເພື່ອສະກັດກັ້ນປາບປາມການກະທຳດັ່ງກ່າວ ຈຶ່ງຕ້ອງເຂັ້ມງວດ ໃນການກວດກາການປະຕິບັດໜ້າທີ່ ແລະສອບບັນຊີຊັບສິນຂອງພະນັກງານລັດທີ່ກ່ຽວຂ້ອງ ໃນທຸກໂຄງການເປົ້າໝາຍອີກດ້ວຍ.

ທ່ານຄຳພັນ ຖະແຫລງຢືນຢັນດ້ວຍວ່າ ການທຸຈະລິດໃນວົງການພັກ-ລັດ ຍັງເປັນບັນຫາສຳຄັນທີ່ຈະຕ້ອງດຳເນີນມາດຕະການປ້ອງກັນ ແລະປາບປາມຢ່າງຈິງຈັງ ໂດຍສະເພາະແມ່ນການທຸຈະລິດ ໃນໂຄງການພັດທະນາຂອງລັດຖະ ບານນັ້ນ ຖືເປັນພາກສ່ວນທີ່ເກີດການເສຍຫາຍຫຼາຍທີ່ສຸດໃນຊ່ວງ 5 ປີທີ່ຜ່ານມາ ຊຶ່ງສາມາດກວດກາໄດ້ສຳເລັດໃນ 2,004 ໂຄງການ ຈາກທັງໝົດ 5,542 ໂຄງການລົງທຶນຂອງລັດຖະບານ ທີ່ກະຊວງແຜນການແລະການລົງທຶນເປັນພາກສ່ວນຮັບຜິດຊອບ ໂດຍໃນນີ້ມີພຽງແຕ່ 4 ໂຄງການຂະໜາດໃຫຍ່ຈາກທັງໝົດ 15 ໂຄງການທີ່ກວດກາສຳເລັດ ແລະພົບຄວາມເສຍຫາຍກວ່າ 1,807 ຕື້ກີບ ທັງຍັງໄດ້ກວດກາພົບ 183 ໂຄງການທີ່ມີມູນຄ່າເກີນຈິງເຖິງ 20 ເປີເຊັນ ຫຼືກວ່າ 3,127 ຕື້ກີຍອີກດ້ວຍ.

ນຶ່ງໃນໂຄງການກໍ່ສ້າງຂະໜາດໃຫຍ່ແຫ່ງນຶ່ງໃນນະຄອນວຽງຈັນ.
ນຶ່ງໃນໂຄງການກໍ່ສ້າງຂະໜາດໃຫຍ່ແຫ່ງນຶ່ງໃນນະຄອນວຽງຈັນ.

ໂດຍໃນຊ່ວງ 5 ປີທີ່ຜ່ານມາ ໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມື ລະຫວ່າງສະມາຊິກພັກກັບບຸກຄົນພາຍນອກ 749 ຄົນ ອັນເຮັດໃຫ້ພາກລັດເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ ຊຶ່ງໃນນີ້ກໍສາມາດເກັບຄືນມາໄດ້ 391 ກວ່າຕື້ກີບ ກັບ 25 ກວ່າລ້ານບາດ ແລະ 10,000 ໂດລາ ທັງຍັງໄດ້ດຳເນີນການກວດກາພາຍໃນພັກແລະລົງໂທດທາງວິໄນຕໍ່ສະມາຊິກພັກຫຼາຍກວ່າ 3,200 ຄົນທີ່ພົວພັນກັບການທຸຈະລິດ ດ້ວຍການໃຊ້ອຳນາດໜ້າທີ່ ເພື່ອຫາຜົນປະໂຫຍດໃຫ້ຕົນເອງ ຊຶ່ງໃນນີ້ ລວມເຖິງ 473 ຄົນທີ່ຖືກລົງໂທດທາງວິໄນ ແລະ 71 ຄົນຖືກລົງໂທດຂັງຄຸກທີ່ກ່ຽວຂ້ອງການທຸຈະລິດ ໃນ 191 ໂຄງການທີ່ເສຍຫາຍກວ່າ 498 ຕື້ກີບ ກັບ 4 ແສນບາດ ແລະກວ່າ 1 ລ້ານໂດລາ ສ່ວນການກວດກາ 247 ໂຄງ ການໃນປີ 2019-2021 ພົບວ່າ ການທຸຈະລິດ ເຮັດໃຫ້ສູນເສຍ 5,822 ກວ່າຕື້ກີບ.

ສ່ວນ ອົງການຄວາມໂປ່ງໃສສາກົນ (Transparency International) ລາຍງານວ່າ ລັດຖະບານລາວ ມີຄວາມໂປ່ງໃສໃນການບໍລິຫານງານທີ່ລະດັບ 30 ຄະແນນ ຈາກ 100 ຄະແນນ ຊຶ່ງຈັດຢູ່ອັນດັບ 128 ຂອງໂລກ ໃນປີ 2021 ໝາຍຄວາມວ່າ ມີນັກລົງທຶນຕ່າງຊາດໃນລາວ 30 ຄົນ ໃນ 100 ຄົນທີ່ເຫັນວ່າ ບໍ່ມີການທຸຈະລິດໃນວົງການພັກແລະລັດຖະບານລາວ ໃນຂະນະທີ່ນັກທຸລະ ກິດຕ່າງຊາດ 70 ຄົນໃນ 100 ຄົນນນັ້ນ ກັບເຫັນວ່າ ມີການທຸຈະລິດຍັງເກີດຂຶ້ນຢ່າງກວ້າງຂວາງທັງໃນພັກ ແລະວົງການລັດຖະບານລາວນັ້ນເອງ.

XS
SM
MD
LG