ອັນດັບຕໍ່ໄປ ເຮົາຂໍສະເໜີລາຍງານສະຫລູບເລື້ອງລາວໃນຂ່າວ
ຫລື In the News ສຳຫລັບອາທິດນີ້ ຂອງພະແນກຮຽນພາສາ
ອັງກິດຂອງວີໂອເອ ຫລື VOA Learning English. ສ່ວນວ່າ
ຈະມີເລື້ອງຫຍັງແດ່ນັ້ນ ໄປຟັງພ້ອມໆກັນເລີຍຈາກດາຣາ ບັກຄຳ.
30 ປະເທດຮັບປາກຈະຮ່ວມຕໍ່ສູ້ກັບກຸ່ມລັດອິສລາມ.
ປະມານ 30 ປະເທດໄດ້ໃຫ້ຄຳໝັ້ນຍາ ທີ່ຈະສະໜັບສະໜຸນ
ອີຣັກໃນການຕໍ່ສູ້ກັບພວກຫົວຮຸນແຮງຈັດ ລັດອິສລາມ ໃນ
“ທຸກໆທາງທີ່ຈຳເປັນ” ໂຮມທັງການຊ່ວຍເຫລືອທາງທະຫານ.
ຄະນະຜູ້ແທນຂອງປະເທດເຫລົ່ານັ້ນ ໄດ້ພົບປະຫາລືກັນຢູ່ນະຄອນຫລວງປາຣີຂອງປະ
ເທດຝຣັ່ງ. ພວກເຂົາເຈົ້າກຳລັງສືບຕໍ່ດຳເນີນຄວາມ ພະຍາຍາມ ໃນການກໍ່ສ້າງແນວໂຮມ
ປະສົມນາໆຊາດ ເພື່ອຕໍ່ສູ້ກັບກຸ່ມ ລັດອິສລາມ. ກຸ່ມທີ່ວ່ານີ້ໄດ້ເຂົ້າຄວບຄຸມ ຂົງເຂດອັນ
ກ້ວາງໃຫຍ່ຢູ່ໃນພາກເໜືອແລະພາກຕາເວັນຕົກຂອງອີຣັກ ກັບຢູ່ໃນພາກຕາເວັນອອກ
ຂອງຊີເຣຍ.
ປະທານາທິບໍດີຝຣັ່ງ ທ່ານ Francois Hollande ເປັນຜູ້ນຳພາກອງປະຊຸມຂອງ 30 ປະ
ເທດ ກັບອົງການສະຫະປະຊາຊາດ ສະຫະພາບ ຢູໂຣບ ຫລືອີຢູ ແລະ ສັນນິບາດອາຫລັບ
ຫລື Arab League. ທ່ານ Hollande ບອກກອງປະຊຸມວ່າ “ເຮົາບໍ່ມີເວລາທີ່ຈະສູນເສຍ.”
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ເດີນທາງໄປຍັງກອງປະຊຸມ
ຫລັງຈາກໄດ້ໄປຢ້ຽມຢາມຫລາຍປະເທດໃນພາກຕາເວັນອອກກາງ ເພື່ອລະດົມເອົາການ
ສະໜັບສະໜຸນຕໍ່ແຜນການຕໍ່ສູ້ກັບພວກລັດອິສລາມຂອງປະທານາທິບໍດີ ບາຣັກ ໂອບາມາ.
ທ່ານ Kerry ກ່າວວ່າ ຫລາຍປະເທດອາຫຣັບໄດ້ສະເໜີໃຫ້ການຊ່ວຍເຫລືອທາງທະຫານ
ແລະທຳການໂຈມຕີທາງອາກາດ ຖ້າວ່າຕ້ອງການ. ຊີເຣຍກັບອິຣ່ານ ບໍ່ໄດ້ຖືກເຊີນໃຫ້ໄປ
ຮ່ວມກອງປະຊຸມ. ແລະບັນດາເຈົ້າໜ້າທີ່ຣັດເຊຍກ່າວວ່າ ການຂະຫຍາຍການໂຈມຕີທາງອາກາດເຂົ້າໄປຍັງຊີເຣຍນັ້ນ ແມ່ນຈະຕ້ອງມີມະຕິເຫັນດີຈາກສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ.
ເບິ່ງວີດີໂອ ກ່ຽວກັບຂ່າວນີ້:
ຢ້ານວ່າຊາວອົບພະຍົບອາຟຣິກາ ຫລາຍຮ້ອຍຄົນເສຍຊີວິດ
ຊາວອົບພະຍົບຊອກວຽກເຮັດຈາກອາຟຣິກາ ໃນຈຳນວນຫລາຍເຖິງ 500 ຄົນ ອາດໄດ້ເສຍ
ຊີວິດ ຢູ່ໃນທະເລ Mediterranean. ລາຍງານຂ່າວຫລາຍກະແສເວົ້າວ່າ ມີຄົນໂຈມຕີ
ພວກເຂົາເຈົ້າ ໂດຍເອົາເຮືອຂອງພວກເຂົາແລ່ນເຂົ້າຕ່ຳ ເຮືອຂອງພວກອົບພະຍົບ ຢູ່ນອກຝັ່ງທະເລຂອງເກາະ Malta ໃນອາທິດແລ້ວນີ້.
Christiane Berthiaume ເປັນໂຄສົກຂອງອົງການສາກົນເພື່ອການຍົກຍ້າຍຖິ່ນຖານ IOM ຫລື International Organization for Migration.
ທ່ານນາງເວົ້າວ່າ ພວກທີ່ລອດຊີວິດ ລາຍງານວ່າ ຜູ້ໂຈມຕີມີສ່ວນພົວພັນນຳການຄ້າມະນຸດ. ທ່ານນາງລາຍງານວ່າ ພວກລອດຊີວິດກ່າວ ວ່າ ພວກຄ້າມະນຸດສັ່ງໃຫ້ເຂົາເຈົ້າປ່ຽນເຮືອ ແຕ່ເຂົາເຈົ້າ ປະຕິເສດ ໂດຍເວົ້າວ່າ ມັນອັນຕະລາຍເກີນໄປ. ທ່ານນາງ Berthiaume ກ່າວ ວ່າ ຫລັງຈາກນັ້ນ ພວກຄ້າມະນຸດກໍເອົາເຮືອຂອງເຂົາ ແລ່ນເຂົ້າຕຳເຮືອຂອງພວກອົບພະຍົບ.
ທ່ານນາງບັນລະຍາຍເຫດຮ້າຍຄັ້ງນີ້ວ່າ “ເປັນເຫດການເຮືອຫລົ້ມທີ່ຮ້າຍແຮງທີ່ສຸດ ໃນຮອບຫລາຍປີ.” ພວກອົບພະຍົບເຫລົ່ານັ້ນກຳລັງພະຍາຍາມ ຈະເດີນທາງໄປຍັງຢູໂຣບ.
ຟີລິບປິນຕອບໂຕ້ ຕໍ່ໄພຂົ່ມຂູ່ຈາກຈີນ ໂດຍການຍື່ນຂໍ້ສະເໜີຕໍ່ກອງທັບເຮືອສະຫະລັດ
ຟີລິບປິນກັບຈີນ ກຳລັງຕົກຢູ່ໃນສະພາວະຜິດຖຽງກັນກ່ຽວກັບດິນແດນ ຢູ່ໃນເຂດທະເລຈີນໃຕ້. ໃນຊຸມປີຜ່ານມາບໍ່ດົນນີ້ ທັງສອງປະເທດໄດ້ປະທະກັນ ຢູ່ໃນເຂດນ່ານນ້ຳໃກ້ໆກັບ
ເກາະ Palawan ທາງພາກຕາເວັນຕົກຂອງຟີລິບປິນ.
ບັດນີ້ ຟີລິບປິນເວົ້າວ່າ ຕົນອາດຈະອະນຸຍາດໃຫ້ສະຫະລັດ ເອົາກຳລັງທັບເຮືອອາເມຣິກັນ
ໄປປະຈຳຢູ່ເກາະແຫ່ງນັ້ນ ໃນຖານະເປັນສ່ວນນຶ່ງ ຂອງຂໍ້ຕົກລົງດ້ານປ້ອງກັນສະບັບໃໝ່
ທີ່ໄດ້ເຊັນກັນ.
ໂຄສົກກອງທັບຟີລິບປິນ Ramon Zagala ກ່າວວ່າ “ຈຸດປະສົງແທ້ໆ ຂອງການ
ຕັ້ງຖານທັບແຫ່ງນັ້ນຂຶ້ນ ກໍແມ່ນເພື່ອຍົກລະດັບສະມັດຖະພາບດ້ານການປ້ອງກັນ
ຂອງພວກເຮົາ ໄປທາງທິດຕາເວັນຕົກ ໄປຍັງທະເລຟີລິບປີນຕາເວັນຕົກ. ອ່າວ
Oyster ແມ່ນນຶ່ງໃນຫລາຍໆອ່າວ ທີ່ພວກເຮົາຢາກສະເໜີໃຫ້ສະຫະລັດ ເພື່ອວ່າ
ພວກເຮົາຈະສາມາດ ພັດທະນາມັນໄດ້.”
ເບິ່ງວີດີໂອ ພາສາລາວ ກ່ຽວຂ້ອງກັບເລື້ອງນີ້:
ນ້ຳຖ້ວມໃນແຄັສເມຍ ສັງຫານເກືອບ 300 ຄົນ
ໄພນ້ຳຖ້ວມໃນເຂດຮ່ອມພູແຄັສເມຍຂອງອິນເດຍ ໄດ້ກະທົບຕໍ່ປະຊາຊົນ ຫລາຍກ່ວາ
2 ລ້ານ 5 ແສນຄົນ.
ນ້ຳຖ້ວມຄັ້ງນີ້ ຖືວ່າເປັນຄັ້ງຮ້າຍແຮງທີ່ສຸດ ໃນຮອບດົນກ່ວານຶ່ງຮ້ອຍປີ.
ມີເກືອບຮອດ 300 ຄົນເສຍຊີວິດ. ລະຫວ່າງ 2 ແສນ 5 ໝື່ນຄົນ
ຫາ 3 ແສນຄົນ ໄດ້ຖືກ ຊ່ວຍຊີວິດໄວ້ ຫລັງຈາກນ້ຳໄຫລລົ້ນຝັ່ງ
ແມ່ນ້ຳ Jhelum ເມື່ອນຶ່ງອາທິດກ່ວາຜ່ານມາ.
ຫລາຍກ່ວາ 75 ພັນຄົນ ຍັງຕົກຄ້າງຢູ່ໃນເຮືອນຊານທີ່ຖືກນ້ຳຖວ້ມ
ໃນເມືອງເອກ Srinagar ຂອງແຄວ້ນແຄັສເມຍ ຂອງອິນເດຍ.
ຟັງລາຍງານ ພາສາອັງກິດຊ້າໆ:
30 Nations Pledge to Fight Islamic State Group
About 30 countries have promised to support Iraq in its fight against Islamic State militants by "all means necessary," including military aid.
Delegates met in Paris. They are continuing efforts to build a coalition to fight the Islamic State group. The group has taken control of large areas in northern and western Iraq and in eastern Syria.
French President Francois Hollande led the conference of 30 nations and the United Nations, the European Union and the Arab League. Mr. Hollande told the gathering that there was “no time to lose.”
U.S. Secretary of State John Kerry arrived at the meeting after visiting several Middle East nations. He sought support for President Barack Obama’s plan to fight the Islamic State militants.
Mr. Kerry said several Arab nations offered to give military aid and carry out airstrikes, if needed. Syria and Iran were not invited to the meeting. And Russian officials said that any expanded airstrike into Syria would require a U.N. Security Council resolution.
Hundreds of African migrants feared dead
As many as 500 African migrants are feared dead in the Mediterranean Sea. Reports say attackers crashed their boat into the migrants’ boat off the coast of Malta last week.
Christiane Berthiaume is the spokeswoman for the International Organization for Migration. She said survivors reported that the attackers were involved in the human trafficking trade. She reported that the survivors said the traffickers ordered the migrants to change boats. The migrants refused, saying it was too dangerous. Ms. Berthiaume said a violent dispute broke out. She said the traffickers then crashed their boat in the boat that carried the migrants.
She described the incident as “the worst shipwreck in years.” The migrants were trying to get to Europe.
The Philippines answers China’s threat with offer to U.S. Navy
The Philippines and China are trapped in a territorial dispute in the South China Sea. In recent years, both countries have clashed in the waters near the island of Palawan, in the west Philippines.
Now, the Philippines says it may permit the United States to base some of its navy forces on the island as part of the new defense agreement.
Philippine military spokesman Ramon Zagala said, “the very purpose of that base is to enhance our defense capabilities westward to the West Philippines Sea. Oyster Bay is one of those that we want to offer to the United States so we can develop it.”
Kashmir flooding kills almost 300
Flooding in India’s Kashmir Valley has affected more than 2.5 million people.
The flooding is considered the worst in more than one hundred years. Almost 300 people were killed. Between 250,000 and 300,000 people were rescued after the Jhelum River burst its banks more than a week ago.
More than 75,000 people remain in homes that are partly under water in Indian Kashmir’s main city, Srinagar.
______________________________________________________________
Words in the News
several – adj. three or more, but not many
refuse – v. to reject; to not accept, give or do something
clash – n. a battle; v. to fight or oppose
rescue – v. to free from danger or evil
burst – v. to break open suddenly
Now, it’s your turn to use these Words in the News. In the comment section, write a sentence using one of these words and we will provide feedback on the use of vocabulary and grammar.