ບັນຫາຄົນເຂົ້າເມືອງໃນສະຫະລັດ ໄດ້ກາຍມາເປັນເລື້ອງທີ່ສ້າງຄວາມແຕກແຍກໃນ
ສະຫະລັດ ແລະເປັນຫົວຂໍ້ທີ່ສຳຄັນ ຂອງການໂຄສະນາຫາສຽງ ໃນການເລືອກຕັ້ງ
ປະທານາທິບໍດີສະຫະລັດ ປີ 2020. ປະທານາທິບໍດີດໍໂນລ ທຣຳ ໄດ້ເອົານະໂຍບາຍ
ທີ່ເຂັ້ມງວດເດັດຂາດ ຕໍ່ພວກຄົນເຂົ້າເມືອງ ມາຈາກບັນດາປະເທດ ອາເມຣິກາລາຕິນ
ທີ່ເຂົ້າມາ ໃນສະຫະລັດ ຢ່າງຜິດກົດໝາຍ. ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໃນສັງກັດ
ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ກໍໄດ້ຈັບກຸມພວກຄົນເຂົ້າເມືອງ ທີ່ຜິດກົດໝາຍ ຢູ່ໃນລັດຕ່າງໆ ທົ່ວປະເທດ ລວມທັງ ພວກຄົນທີ່ໄດ້ຮັບບັດຂຽວ ທີ່
ເຄີຍມີຄະດີຮ້າຍແຮງນຳດ້ວຍ. ການເຄື່ອນໄຫວດັ່ງກ່າວ ບໍ່ພຽງແຕ່ມີຜົນກະທົບຕໍ່ຊາວ
ອາເມຣິກາລາຕິນເທົ່ານັ້ນ ແຕ່ຍັງມີຜົນກະທົບ ຕໍ່ຊາວເອເຊຍຕາເວັນອອກສຽງໃຕ້
ທີ່ເຂົ້າມາໃນປະເທດນີ້ ໃນຖານະອົບພະຍົບ ຮວມທັງທ້າວມູນທອງ ຮຸ່ງນະຄອນ ທີ່
ເປັນຄົນລາວ ຜູ້ທີ່ຖືກເນລະເທດ ກັບຄືນໄປບ້ານເກີດ ເມື່ອບໍ່ດົນມານີ້ ດັ່ງທີ່
ໄຊຈະເລີນສຸກ ມີລາຍ ງານມາສະເໜີທ່ານໃນອັນດັບຕໍ່ໄປ.
ທ້າວມູນທອງ ຮຸ່ງນະຄອນ ເດີນທາງມາເຖິງ ສະຫະລັດ ໃນປີ 2002 ໂດຍທີ່ພໍ່ແມ່ຂອງ
ລາວ ຜູ້ທີ່ເປັນຊົນເຜົ່າໄທແດງ ໄດ້ອົບພະຍົບມາອາໄສຢູ່ ໃນລັດມິນເນໂຊຕ້າ ຂອງ
ສະຫະລັດ ກ່ອນໜ້ານີ້ ໄດ້ຍື່ນເອກະສານ ປະກັນເອົາລູກຊາຍ ມາຢູ່ນຳ. ພາຍໃນ 6
ເດືອນ ທ້າວມູນທອງ ກໍໄດ້ຮັບໝາຍເລກ ບັດປະກັນສັງຄົມ ຫຼື Social Security Card
ແລະຕໍ່ມາບໍ່ດົນກໍໄດ້ຮັບບັດຂຽວ ຫຼື Green Card ທີ່ສະແດງເຖິງຖານະເປັນຜູ້ອາໄສ
ຢູ່ໃນສະຫະລັດໄດ້ ຢ່າງຖາວອນ ແຕ່ກໍບໍ່ໝາຍຄວາມວ່າ ຜູ້ກ່ຽວໄດ້ຮັບສັນຊາດ ເປັນ
ຄົນອາເມຣິກັນ ຫາກແຕ່ພາຍໃນ 5 ປີ ລາວສາມາດໄປຂໍສັນຊາດໄດ້ ແຕ່ຜູ້ກ່ຽວບໍ່ໄດຂໍ.
ທ້າວມູນທອງ ເລີ້ມຕົ້ນຊີວິດໃໝ່ ຢູ່ໃນລັດມິນເນໂຊຕ້າ ດ້ວຍການເຂົ້າຮ່ຳຮຽນ ໃນຂັ້ນ
ມັດທະຍົມ ໄດ້ບໍ່ເທົ່າໃດປີ ກໍໄດ້ອອກຈາກໂຮງຮຽນ ຍ້ອນວ່າລາວມີອາຍຸເກີນກຳນົດ.
ດັ່ງນັ້ນ ລາວຈຶ່ງໄດ້ໄປເຮັດວຽກຢູ່ທີ່ ໂຮງງານປຸງແຕ່ງອາຫານ ກັບພໍ່ຂອງລາວ ເປັນ
ຜູ້ກຳກັບການແລ່ນເຄື່ອງຈັກ ເປັນເວລາ 4 ຫາ 5 ປີ. ຕໍ່ມາບໍ່ດົນ ທ້າວມູນທອງ ໄດ້
ປ່ຽນວຽກງານໄປເປັນຊ່າງຈອດ ຢູ່ທີ່ໂຮງງານຜະລິດເຄື່ອງອາໄຫລ່ຍົນເຮລີຄັອບເຕີ້.
ໃນລະຫວ່າງເຮັດວຽກຢູ່ທີ່ໂຮງງານປຸງແຕ່ງອາຫານ ທ້າວມູນທອງ ກໍໄດ້ຄົບຫາກັບ
ແມ່ຍິງ ຜູ້ທີ່ມີລູກຕິດສອງຄົນ ຊຶ່ງເຮັດວຽກຢູ່ບ່ອນດຽວກັນ ຫຼັງຈາກນັ້ນ ທັງສອງຈຶ່ງໄດ້
ຕັດສິນໃຈຍ້າຍອອກໄປເຊົ່າຫ້ອງແຖວ ສ້າງຄອບຄົວໃໝ່ ແລ້ວມີລູກຊາຍ ນຳກັນຄົນນຶ່ງ.
ໃນຊ່ວງໄລຍະນຶ່ງ ທັງສອງໄດ້ຊວນເອົາເພື່ອນຮ່ວມງານຄົນນຶ່ງ ມາອາໄສຢູ່ນຳ. ໃນເວ
ລານັ້ນ ຈຶ່ງເກີດມີບັນຫາ ໃນຄອບຄົວຂອງທ້າວມູນທອງ ທີ່ສົ່ງຜົນກະທົບ ຕໍ່ຖານະການ
ຢູ່ອາໄສ ໃນສະຫະລັດ ຂອງລາວ ດັ່ງທີ່ຜູ້ກ່ຽວໄດ້ເລົ່າສູ່ຟັງດັ່ງນີ້:
ເມື່ອເກີດເລື້ອງຈົນຖືກທາງການສະຫະລັດ ຈັບເຂົ້າຄຸກ ຜູ້ກ່ຽວກໍໄດ້ຕໍ່ສູ້ຄະດີທາງກົດ
ໝາຍ ໂດຍການໄດ້ຮັບການແຕ່ງຕັ້ງທະນາຍຄວາມຈາກລັດຖະບານ ໃຫ້ມາຊ່ອຍໃນ
ການດຳເນີນຄະດີ.
ກ່ຽວກັບຄະດີດັ່ງກ່າວນີ້ ແມ່ຂອງທ້າວມູນທອງ ເພິ່ນກໍໄດ້ຢັ້ງຢືນວ່າ ລາວໄດ້ ຖືກຈັບແທ້
ແລະໄດ້ຮັບໃຊ້ໂທດໄປແລ້ວ. ແມ່ຂອງທ້າວມູນທອງ ກ່າວອີກວ່າ ລາວໄດ້ຮັບການຝາກ
ໂທດໄວ້ ແລ້ວໄດ້ຮັບອະນຸຍາດ ໃຫ້ອອກມາຢູ່ກັບພໍ່ແມ່ຂອງລາວ ແລະກັບຄືນໄປເຮັດ
ວຽກໄດ້. ທ້າວມູນທອງ ກ່າວສູ່ຟັງກ່ຽວກັບຄະດີວ່າ:
ເມື່ອໄດ້ຖືກ ພວກເຈົ້າໜ້າທີ່ ICE ຈັບເອົາລາວໄປຂັງໄວ້ເປັນເວລາ 6 ເດືອນ ໃນລະ
ຫວ່າງ ທີ່ຢູ່ໃນການຄວບຄຸມ ຂອງກົມກວດຄົນເຂົ້າເມືອງຢູ່ນັ້ນ ທ້າວມູນທອງ ໄດ້ເລົ່າ
ສູ່ຟັງວ່າ:
ຫລັງຈາກທ້າວມູນທອງ ໄດ້ຕັດສິນໃຈເລືອກຈະກັບຄືນເມືອຢູ່ລາວ ທາງກົມກວດຄົນ
ເຂົ້າເມືອງ ຈຶ່ງເລີ້ມປະກອບເອກະສານ ໂດຍປະສານງານ ໄປຍັງສະຖານທູດລາວ ທີ່
ນະຄອນຫຼວງວໍຊິງຕັນ ແລະເຈົ້າໜ້າທີ່ຂອງສະຖານທູດລາວ ກໍໄດ້ຕິດຕໍ່ຫາ ທ້າວມູນທອງ
ເພື່ອອອກໜັງສືເດີນທາງຊົ່ວຄາວໃຫ້ແກ່ຜູ້ກ່ຽວ.
ໃນເດືອນມັງກອນ ປີ 2017 ທ້າວມູນທອງໄດ້ເດີນທາງອອກຈາກສະຫະລັດ ກັບຄືນໄປ
ບ້ານເກີດ ຊຶ່ງຜູ້ກ່ຽວກ່າວວ່າ:
ພີ່ນ້ອງທາງພໍ່ຂອງທ້າວມູນທອງ ໄດ້ມາປະກັນເອົາລາວຈາກທາງການ ແລ້ວນຳເອົາຜູ້
ກ່ຽວ ໄປອາໄສຢູ່ນຳ ຈົນກວ່າວ່າ ທ້າວມູນທອງ ຕັ້ງເນື້ອຕັ້ງໂຕໄດ້ ແລະຜູ້ກ່ຽວກໍໄດ້ຕັດ
ສິນໃຈອອກໄປເຊົ່າຫ້ອງແຖວຢູ່ ຕາມລຳພັງ. ທ້າວມູນທອງ ໄດ້ເລົ່າສູ່ຟັງ ກ່ຽວກັບຊີວິດ
ການເປັນຢູ່ໃນລາວວ່າ ທຸກຍາກລຳບາກຫຼາຍ ເວລາໄປຫາວຽກຫາການເຮັດ ກໍບໍ່ມີຜູ້ໃດ
ຫຼື ບໍລິສັດໃດ ຮັບຈ້າງເອົາຜູ້ກ່ຽວ ເຂົ້າເຮັດວຽກນຳ ຍ້ອນວ່າ ມີຄະດີທີ່ຕິດໂຕນັ້ນ ດັ່ງທີ່
ຜູ້ກ່ຽວໄດ້ເລົ່າຕໍ່ໄປວ່າ:
ຂ້າພະເຈົ້າຈຶ່ງໄດ້ຖາມ ທ້າວມູນທອງ ກ່ຽວກັບວ່າ ທາງການຂອງສະຫະລັດ ໂດຍ
ສະເພາະກົມກວດຄົນເຂົ້າເມືອງ ແລະສະຖານທູດລາວ ປະຈຳນະຄອນຫຼວງວໍຊິງຕັນ
ໄດ້ໃຫ້ການຊ່ອຍເຫຼືອແກ່ລາວບໍ່? ທ້າວມູນທອງ ໄດ້ຕອບວ່າ ບໍ່ໄດ້ຮັບການຊ່ອຍເຫຼືອ
ແຕ່ຢ່າງໃດເລີຍ ດັ່ງທີ່ຜູ້ກ່ຽວໄດ້ກ່າວວ່າ:
ຂ້າພະເຈົ້າຖາມ ທ້າວມູນທອງຕໍ່ໄປວ່າ ໄດ້ໄປຂໍຄວາມຊ່ອຍເຫຼືອ ຈາກສະຖານທູດ
ສະຫະລັດ ປະຈຳນະຄອນຫຼວງວຽງຈັນບໍ່? ທ້າວມູນທອງຕອບວ່າ:
ອີງຕາມການສອບຖາມທ່ານນາງ ຄາທຣີນາ ດີຊອນ ມາເຣຍເທກູ ຜູ້ອຳນວຍການດ້ານ
ນະໂຍບາຍແຫ່ງຊາດ ທັງເປັນຜູ້ນຳພາ ແລະປະສານງານ ໃນການເຄື່ອນໄຫວລະດັບ
ຊາດ ຂອງອົງການບໍ່ຫວັງຜົນກຳໄລ ທີ່ໃຫ້ການຊ່ອຍເຫຼືອ ແກ່ປະຊາຄົມ ຊາວເອເຊຍ
ຕາເວັນອອກສຽງໃຕ້ ຫຼື SEARAC, ກ່ຽວກັບ ເລື້ອງການເນລະເທດອົບພະຍົບຈາກ
ເອເຊຍຕາເວັນອອກສຽງໃຕ້ ຊຶ່ງທ່ານນາງ ໄດ້ກ່າວວ່າ:
“ຖ້າເຈົ້າໄດ້ສັນຊາດອາເມຣິກັນແລ້ວ ຂ້າພະເຈົ້າບໍ່ເຄີຍເຫັນວ່າ ພວກເຂົາເນລະເທດ
ຄົນສັນຊາດອາເມຣິກັນ ກັບຄືນໄປປະເທດບ້ານເກີດຂອງເຂົາເຈົ້າເລີຍ ດັ່ງນັ້ນ ພວກເຮົາ
ຈຶ່ງພະຍາຍາມຮ່ວມມືກັບບັນດາສະມາຊິກຂອງປະຊາຄົມອົບພະຍົບ ເພື່ອບອກໃຫ້ຮູ້
ເຖິງຄວາມສຳຄັນ ຂອງການຂໍປ່ຽນສັນຊາດ ຊຶ່ງຫຼາຍໆຄົນອາດຈະບໍ່ຮູ້ ຫຼື ບໍ່ມີເງິນຈ່າຍ
ຄ່າຍື່ນເອກະສານ ຫຼືຄ່າວ່າຈ້າງທະນາຍຄວາມ ຫາກແຕ່ອັນນີ້ ເປັນເຄື່ອງມືທີ່ສຳຄັນ
ທີີ່ຈະບໍ່ໃຫ້ຖືກເນລະເທດ.”
ເຖິງແມ່ນວ່າ ໄດ້ເຂົ້າມາຢູ່ໃນສະຫະລັດ ຢ່າງຖືກຕ້ອງ ແລະໄດ້ຮັບບັດຂຽວ ມາເປັນ
ເວລາຍາວນານ ແລ້ວກໍຕາມ ຖ້າຫາກທ່ານບໍ່ໄດ້ຂໍສັນຊາດອາເມຣິກັນ ທ່ານກໍອາດຈະ
ສ່ຽງຕໍ່ການຖືກຈັບກຸມ ແລ້ວຖືກເນລະເທດ ອອກຈາກສະຫະລັດ ກໍເປັນໄດ້.