ລິ້ງ ສຳຫລັບເຂົ້າຫາ

ລູກສາວ ອົບພະຍົບ ຊາວລາວ ຕໍ່ສູ້ກັບຊີວິດ ທີ່ທຸກຍາກລຳບາກ ຈົນຮຽນຈົບ ມະຫາວິທະຍາໄລ


ນາງ ຄາຣີນາ ພິສເຊລັນຕີ ຢູ່ຫ້ອງວິໄຈ ເບີເກັນ ຂອງມະຫາວິທະຍາໄລ ຣັດເກີສ.

ນາງ ຄາຣີນາ ພິສເຊລັນຕີ “Karina Pizzelanti” ລູກສາວຂອງອົບພະຍົບຊາວ ລາວ
ທີ່ໄດ້ຍົກຍ້າຍເຂົ້າມາຕັ້ງຖິ່ນຖານມາຢູ່ ສະຫະລັດ, ແມ່ນແມ່ຍິງຜູ້ທີ່ໄດ້ຟັນຝ່າຊີວິດ ທີ່
ທຸກທໍລະມານ ຕັ້ງແຕ່ຕອນຍັງນ້ອຍ ຫຼັງຈາກຄອບຄົວຂອງລາວໄດ້ແຍກທາງກັນ ແລະ
ເຮັດໃຫ້ລາວບໍ່ມີທີ່ຢູ່ອາໄສ. ນາງ ຄາຣີນາ ເປັນຄົນນິໄສດີ ແລະ ເປັນຕົວແທນນັກຮຽນ
ທີ່ເກັ່ງທີ່ສຸດໃນປະເທດ ສະຫະລັດ, ເຊິ່ງໃນບໍ່ເທົ່າໃດເດືອນຂ້າງໜ້ານີ້ ລາວກໍຈະຮຽນ
ຈົບມະຫາວິທະຍາໄລ ແລະ ປະກອບອາຊີບທີ່ລາວມັກ. ເຖິງແມ່ນຄອບຄົວຈະມີບັນຫາ
ແລະ ບໍ່ມີສິ່ງທີ່ໄດ້ປຽບຄືຄົນສ່ວນໃຫຍ່ກໍຕາມ, ນາງ ຄາຣີນາ ກໍໄດ້ພິສູດໃຫ້ເຫັນວ່າ
ດ້ວຍຄວາມອົດທົນ ແລະ ຕັ້ງໃຈນັ້ນ, ລາວກໍສາມາດຮຽນຈົບການສຶກສາລະດັບສູງ
ແລະ ມີອະນາຄົດທີ່ສົດໄສໄດ້. ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ນາງ ຄາຣີນາ ພິສເຊລານຕີ ມີຊີວິດໄວເດັກ ທີ່ຄືກັບເດັກນ້ອຍຫຼາຍໆຄົນ, ພໍ່ຂອງລາວ
ເປັນຄົນ ອາເມຣິກັນ ແລະແມ່ເປັນຄົນ ລາວ, ເຊິ່ງແມ່ຂອງລາວໄດ້ອົບພະຍົບຈາກປະ
ເທດ ລາວ ໄປອາໄສຢູ່ສູນອົບພະຍົບໃນປະເທດ ໄທ ໃນລະຫວ່າງສົງຄາມ ຫວຽດນາມ,
ກ່ອນຖືກຍົກຍ້າຍເຂົ້າມາຕັ້ງຖິ່ນຖານໃນ ສະຫະລັດ. ນາງ ຄາຣີນາ ໄດ້ເວົ້າວ່າແມ່ຂອງ
ລາວ ໄດ້ເດີນທາງມາຮອດ ສະຫະລັດ ຕັ່ງແຕ່ຕອນເພິ່ນຍັງເປັນສາວ. ແມ່ໄດ້ພໍ້ກັບພໍ່
ຂອງລາວ ຫຼັງຈາກໄດ້ເດີນທາງມາຮອດ ສະຫະລັດ ບໍ່ເທົ່າໃດປີ. ຫຼັງຈາກໄດ້ໃຫ້ກຳເນີດ
ແກ່ນາງ ຄາຣີນາ ແລະ ນ້ອງຊາຍຊື່ວ່າທ້າວ ມາກ, ເຂົາເຈົ້າກໍໄດ້ອາໄສຢູ່ໃນບ້ານທີ່ອົບ
ອຸ່ນໃນເມືອງ ບຣິຈວໍເທີ "Bridgewater," ລັດ ນິວເຈີຊີ, ລາວໄດ້ໄປເຂົ້າໂຮງຮຽນປະ
ຖົມ ແລະ ຊີວິດກໍເບິ່ງຄືປົກກະຕິ.

ແຕ່ຫຼັງຈາກນາງ ຄາຣີນາ ມີອາຍຸໄດ້ 6 ປີ, ສິ່ງທີ່ບໍ່ຄາດຝັນກໍໄດ້ເກີດຂຶ້ນ ເມື່ອພໍ່ແມ່ຂອງ
ລາວໄດ້ຢ່າຮ້າງກັນ.

ນາງ ຄາຣີນາ ພິສເຊລານຕີ ກ່າວວ່າ “ພໍ່ແມ່ຂອງຂ້າພະເຈົ້າໄດ້ແຍກທາງກັນ, ມັນເປັນ
ສະພາບແວດລ້ອມທີ່ບໍ່ດີສຳລັບຂ້າພະເຈົ້າ ກັບ ນ້ອງຊາຍ. ສະນັ້ນພວກເຮົາຈຶ່ງໄດ້
ຍ້າຍໄປຢູ່ໃນລັດ ຄັອນແນຕິຄັດ "Connecticut" ໜ້ອຍນຶ່ງ, ແຕ່ຂ້າພະເຈົ້າຍັງຖືວ່າ
ຕົນເອງຄືກັບເດັກນ້ອຍຄົນອື່ນໆ, ເພາະວ່າເຈົ້າບໍ່ຮູ້ວ່າເກີດຫຍັງຂຶ້ນຕອນອາຍຸ 6 ປີ.
ສຳລັບຂ້າພະເຈົ້າມັນກະເບິ່ງຄືໄປຢາມພີ່ນ້ອງເທົ່ານັ້ນ.”

ຫຼັງຈາກໄດ້ອາໄສຢູ່ໃນລັດ ຄັອນແນຕິຄັດ "Connecticut" ບໍ່ດົນ ແມ່ກໍໄດ້ພາລູກທັງ
ສອງຄົນກັບຄືນໄປເມືອງ ບຣິຈວໍເທີ "Bridgewater" ອີກ ແລະ ການກັບຄືນໄປເທື່ອ
ນີ້ເຂົາເຈົ້າຕ້ອງໄດ້ຍ້າຍເຂົ້າໄປຢູ່ໃນທີ່ອາໄສຂອງຄົນບໍ່ມີເຮືອນຢູ່.

ນາງ ຄາຣີນາ ກ່າວວ່າ “ອີກເທື່ອນຶ່ງຂ້າພະເຈົ້າສົງໄສວ່າ ເປັນຫຍັງແມ່ຈຶ່ງຂັບລົດໄປ
ສົ່ງຂ້າພະເຈົ້າຢູ່ໂຮງຮຽນ, ຂ້າພະເຈົ້າສົງໄສວ່າເປັນຫຍັງຂ້າພະເຈົ້າຈຶ່ງອາໄສຢູ່ບ່ອນ
ທີ່ແປກແທ້, ແຕ່ຂ້າພະເຈົ້າກໍບໍ່ໄດ້ເຂົ້າ ໃຈສະພາບຂອງສະຖານະການໃນຕອນນັ້ນ.
ຂ້າພະເຈົ້າຮູ້ສຶກແຕກຕ່າງໜ້ອຍນຶ່ງ, ຂ້າພະເຈົ້າສັບສົນໜ້ອຍນຶ່ງ. ສຳລັບຂ້າພະເຈົ້າ
ມັນກະຄືກັບຢູ່ບ່ອນໃໝ່, ຢູ່ກັບຄົນໃໝ່.”

ແມ່ຂອງນາງ ຄາຣີນາ ໄດ້ອົບພະຍົບມາ ສະຫະລັດ ຕອນລາວຢູ່ໂຮງ ຮຽນມັດທະຍົມ
ແລະ ກໍບໍ່ໄດ້ຮຽນຕໍ່ ລະດັບມະຫາວິທະຍາໄລເລີຍ. ດັ່ງນັ້ນ, ເພິ່ນຈຶ່ງສະໜັບສະໜູນ
ນາງ ຄາຣີນາ ແລະ ນ້ອງຊາຍຂອງລາວຢ່າງສຸດຂີດເພື່ອໃຫ້ຮຽນຈົບມະຫາວິທະຍາ
ໄລ.

ຫຼັງຈາກນາງ ຄາຣີນາ ໄດ້ຮຽນຈົບໂຮງຮຽນມັດທະຍົມ, ລາວໄດ້ສະໝັກເຂົ້າຮຽນໃນ
ມະຫາວິທະຍາໄລ 4 ແຫ່ງຂອງລັດ ນິວເຈີຊີ ແລະ ໄດ້ເລືອກທີ່ຈະຮຽນຢູ່ມະຫາວິທະ
ຍາໄລ ຣາມາໂພ, ຕັ້ງຢູ່ຫ່າງຈາກບ້ານຂອງລາວປະມານນຶ່ງຊົ່ວໂມງ. ທີ່ມະຫາວິທະ
ຍາໄລ ຣາມາໂພ ນັ້ນ, ນາງ ຄາຣີນາ ໄດ້ເຂົ້າຮ່ວມໃນໂຄງການທຶນຊ່ວຍເຫຼືອໃນການ
ສຶກສາສຳລັບຄົນດ້ອຍໂອກາດ. ແລ້ວຫຼັງຈາກນັ້ນລາວກໍໄດ້ເຂົ້າຮຽນໃນໂຄງ ການ
ສອງໃບປະກາດສະນີຍາບັດ ທີ່ມະຫາວິທະຍາໄລ ຣັດເກີສ "Rutgers" ບ່ອນທີ່ລາວ
ໄດ້ຮຽນລົງເລິກໃນວິຊາວິທະຍາສາດຫ້ອງທົດລອງການແພດ.

ທ່ານນາງ ເດໂບຣາ ຈອສໂກ "Deborah Josko" ແມ່ນຜູ້ອຳນວຍການໂຄງການວິ
ທະຍາ ສາດຫ້ອງທົດລອງການແພດທີ່ມະຫາວິທະຍາໄລ Rutgers ໄດ້ກ່າວວ່າ “ມັນ
ເປັນເລື່ອງທີ່ໜ້າມະຫັດສະຈັນ, ນາງ ຄາຣີນາ ມາຈາກມະຫາ ວິທະຍາໄລ ຣາມາໂພ,
ເຊິ່ງແມ່ນມະຫາວິທະຍາໄລທີ່ດີິ ແລະ ມີຄ່າຮຽນທີ່ບໍ່ຖືກເລີຍ. ລາວມາຈາກຫັ້ນ, ລາວ
ເປັນນັກຮຽນທີ່ດີຫຼາຍ, ລາວເປັນຄົນຂີ້ອາຍ ແລະ ງຽບ. ລາວຮຽນໄດ້ດີຫຼາຍໃນໂຄງ
ການນັ້ນ.”

ນາງ ຄາຣີນາ ພິສເຊລັນຕີ ທຳການທົດລອງຢູ່ຫ້ອງວິໄຈ.
ນາງ ຄາຣີນາ ພິສເຊລັນຕີ ທຳການທົດລອງຢູ່ຫ້ອງວິໄຈ.

ນາງ ຄາຣີນາ ໄດ້ຂໍໃຫ້ທ່ານນາງ ເດໂບຣາ ຊ່ວຍຂຽນໃບສະເໜີຂໍທຶນການສຶກສາໃຫ້
ລາວ, ເຊິ່ງແມ່ນທຶນການສຶກສາສາກົນ. ແລະ ຄຳຮຽກຮ້ອງສຳລັບພວກນັກຮຽນນັ້ນ
ເຂົາເຈົ້າຕ້ອງໄດ້ຂຽນບົດຄວາມ.

ທ່ານນາງ ເດໂບຣາ ໄດ້ກ່າວວ່າ “ເມື່ອຂ້າພະເຈົ້າໄດ້ອ່ານບົດຄວາມຂອງລາວນັ້ນ,
ລາວໄດ້ເວົ້າວ່າ ເວລາສ່ວນໃຫຍ່ໃນຊີວິດໄວເດັກຂອງລາວນັ້ນລາວບໍ່ມີເຮືອນຢູ່, ລາວ
ໄດ້ໄປຢູ່ໃນບ່ອນອາໄສຂອງແມ່ຍິງ ແລະ ລາວກໍບໍ່ມີຂອງຫຼິ້ນໃຫ້ຫຼິ້ນ, ລາວຈະອອກໄປ
ທາງນອກ ແລະ ຫຼິ້ນກັບຂີ້ດິນ, ທຳທ່າວ່າລາວເປັນນັກວິທະຍາສາດຈາກດິນແດນທີ່
ຫ່າງໄກອອກໄປ. ຂ້າພະເຈົ້າໄດ້ອ່ານບົດນັ້ນສອງຄັ້ງ ແລະ ມັນເຮັດໃຫ້ຂ້າພະເຈົ້ານໍ້າ
ຕາໄຫຼ. ມັນເປັນເລື່ອງທີ່ຕຳໃຈຫຼາຍ ມັນພິເສດຫຼາຍທີ່ລາວບໍ່ເຄີຍເອີ່ຍເຖິງເລື່ອງຫຍັງ,
ລາວບໍ່ຕ້ອງການໃຫ້ປະຕິບັດຕໍ່ລາວຢ່າງພິເສດ ແລະ ຂ້າພະເຈົ້າກໍບໍ່ເຄີຍຮູ້. ຂ້າພະເຈົ້າ
ໄດ້ຂຽນໃບສະເໜີໃຫ້ລາວ ແລະ ໂຊກດີ ລາວໄດ້ຮັບທຶນການສຶກສານັ້ນ, ລາວຕິດຢູ່
ໃນນຶ່ງໃນຫ້າຄົນທົ່ວປະເທດ. ຜູ້ໃຫ້ທຶນກໍປະທັບໃຈກັບເລື່ອງຂອງລາວເຊັ່ນກັນ.”

ນາງ ຄາຣີນາ ຈະຮຽນຈົບໃນເດືອນສິງຫາຈະມາເຖິງນີ້, ຫຼັງຈາກໄດ້ຮັບໃບປະກາດ
ລາວໄດ້ເວົ້າວ່າ ລາວຢາກທຳການຄົ້ນຄວ້າ ແລະ ເຮັດວຽກຢູ່ເມືອງໃຫຍ່ໆເຊັ່ນນະ
ຄອນ ນິວຢອກ.

ທ່ານນາງ ເດໂບຣາ ກ່າວວ່າ “ໂຊກບໍ່ດີ ທີ່ມັນມີຄວາມຂາດແຄນມືອາຊີບ ໃນຫ້ອງທົດ
ລອງຢ່າງຮຸນແຮງໃນທົ່ວປະເທດ ສະນັ້ນນັກຮຽນຂອງພວກເຮົາຈະໄດ້ຮັບຂໍ້ສະເໜີ
ວຽກຈາກສອງສາມແຫ່ງ ແມ່ນກະທັ້ງກ່ອນທີ່ເຂົາເຈົ້າຮຽນຈົບ. ສຳລັບນາງ ຄາຣີນາ
ນັ້ນຄວາມສາມາດດ້ານການສຶກສາ ແລະ ຄວາມສາມາດ ກ່ຽວກັບ ພະຍາບານ ເພາະ
ວ່າພວກເຮົາໄດ້ເຫັນລາວຢູ່ໃນຫ້ອງທົດລອງນັກຢູ່ພີ້ເຊັ່ນກັນນັ້ນ, ພວກເຮົາໄດ້ສອນ
ເຕັກນິກ ແລະ ສິ່ງຕ່າງໆນັ້ນ ຂ້າພະເຈົ້າບໍ່ມີຂໍ້ສົງໄສເລີຍວ່າລາວຈະໄດ້ຮັບຢ່າງໜ້ອຍ
ສອງ ຫຼື ສາມຂໍ້ສະເໜີ ຫຼືແມ່ນກະທັ້ງສີ່ຂໍ້ສະ ເໜີກ່ອນທີ່ລາວຮຽນຈົບ. ແລະ ສິ່ງທີ່ດີ
ນັ້ນແມ່ນພວກນັກຮຽນສາມາດເລືອກບ່ອນທີ່ດີທີ່ສຸດ ສຳລັບເຂົາເຈົ້າ ບາງເທື່ອແມ່ນ
ສະຖານທີ່, ເງິນ ເດືອນ ຫຼືໂມງເຮັດວຽກ, ເຂົາເຈົ້າສາມາດເລືອກໄດ້ທັງໝົດນັ້ນ.”

ແລະ ສຳລັບນ້ອງຊາຍຂອງນາງ ຄາຣີນາ, ທ້າວ ມາກ, ລາວກໍໄດ້ເດີນຕາມຮອຍເອື້ອຍ
ຂອງລາວ, ເຊິ່ງໃນປັດຈຸບັນນີ້ລາວກຳລັງຮຽນ ກ່ຽວກັບ ກົດໝາຍອາຊະຍາກອນ ທີ່
ມະຫາວິທະຍາໄລ ຣາມາໂພ.

ອີງຕາມລາຍງານຂອງກົມການພັດທະນາທີ່ຢູ່ອາໄສ ແລະ ເຂດໃນເມືອງ ສະຫະລັດ
ໃນປີ 2016 ນັ້ນ, ເກືອບ 25 ເປີເຊັນ ຂອງປະຊາຊົນຄົນ ໄດ້ປະສົບກັບການບໍ່ມີເຮືອນ
ຢູ່ ໃນຕອນເປັນເດັກນ້ອຍ. ເດັກນ້ອຍ 9 ຄົນໃດ ໃນຈຳນວນທຸກໆ 10 ຄົນທີ່ບໍ່ມີບ່ອນ
ຢູ່ ແມ່ນໄດ້ອາໄສຢູ່ໃນເຮືອນສຸກເສີນ ຫຼື ໂຄງການປ່ຽນເຮືອນໃໝ່.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG