ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໔ ເມສາ ໒໐໒໔

ການລັກລອບຕັດໄມ້ ໄດ້ສົ່ງຜົນກະທົບ ຕໍ່ປ່າຍອດນໍ້າຢ່າງກວ້າງຂວາງ ແລະເຮັດໃຫ້ເຂື່ອນໄຟຟ້ານໍ້າຕົກຫຼາຍໂຄງການ ບໍ່ສາມາດຜະລິດກະແສໄຟຟ້າໄດ້


ພື້ນທີ່ການຕັດໄມ້ທໍາລາຍປ່າແຫ່ງນຶ່ງ ໃນ ສປປ ລາວ.
ພື້ນທີ່ການຕັດໄມ້ທໍາລາຍປ່າແຫ່ງນຶ່ງ ໃນ ສປປ ລາວ.

ການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍ ໄດ້ສົ່ງຜົນກະທົບຕໍ່ປ່າຍອດນໍ້າຢ່າງກວ້າງຂວາງ ແລະເຮັດໃຫ້ເຂື່ອນໄຟຟ້ານໍ້າຕົກຫຼາຍໂຄງການໃນລາວ ທີ່ຈະບໍ່ສາມາດຜະລິດກະແສໄຟຟ້າໄດ້ເລີຍອີກດ້ວຍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດລາວໃນສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດເປີດເຜີຍວ່າ ການລັກລອບຕັດໄມ້ຢ່າງຜິດກົດໝາຍທີ່ຍັງຄົງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດ ນອກຈາກຈະເຮັດໃຫ້ສະພາບການປົກຫຸ້ມຂອງປ່າໄມ້ໃນລາວຫຼຸດລົງນັບມື້ແລ້ວ ກໍຍັງໄດ້ສົ່ງຜົນກກະທົບຕໍ່ການຜະລິດກະແສໄຟຟ້ານໍ້າຕົກໃນລາວຢ່າງກວ້າງຂວາງອີກດ້ວຍ ເພາະວ່າການລັກລອບຕັດໄມ້ດັ່ງກ່າວຍັງໄດ້ທໍາລາຍປ່າຍອດນໍ້າໃນເວລາດຽວກັນອີກດ້ວຍ ໂດຍສະເພາະປ່າຍອດນໍ້າທີ່ເປັນແຫຼ່ງຕອບສະໜອງນໍ້າໃຫ້ກັບເຂື່ອນໄຟຟ້ານໍ້າຕົກນັ້ນ, ເມື່ອປ່າຖືກຕັດທໍາລາຍໄປ ກໍຍ່ອມຈະສົ່ງຜົນກະທົບເຮັດໃຫ້ປະລິມານນໍ້າທີ່ສະໜອງໃຫ້ເຂື່ອນນັ້ນຫຼຸດລົງ ຈົນບໍ່ສາມາດທີ່ຈະຜະລິດໄຟຟ້າໄດ້ເລີຍ ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ.

“ການປົກປັກຮັກສາເຂດຍອດນໍ້າ ໂຕນີ້ກະຂໍໃຫ້ກໍານົດເປັນເຂດທີ່ສະຫງວນເດັດຂາດ ເພາຜ່ານມາໄທເຮົາກະມີບົດຮຽນ ເຊັ່ນຕົວຢ່າງຢູ່ສາລະວັນ ກໍມີເຂື່ອນ ເຊຊັດ-1 ເຊເຊັດ-2 ເຊເຊັດ-3 ແຕ່ວ່າປ່າໄມ້ເຂດຍອດນໍ້າຖືກທໍາລາຍ ເພາະສະນັ້ນ ບັນຫາກໍຄືວ່າ ຄັນຮອດຍາມແລ້ງບໍ່ສາມາດຜະລິດໄຟໄດ້ ບໍ່ມີນໍ້າ, ບັດຍາມຝົນນີ້ ນໍ້າຊໍ້າພັດຫຼາຍໂພດ ກະເລີຍບໍ່ໄດ້ຜະລິດໄຟ ຈໍາເປັນໄດ້ຊື້ໄຟຈາກປະເທດໃກ້ຄຽງ ໂຕນີ້ ເປັນຜົນພວງມາຈາກການຈັດສັນ ການຄຸ້ມຄອງ ການຟື້ນຟູ ທີ່ບໍ່ມີແຜນແມ່ບົດຢ່າງຮັດກຸມ.”

ໃນນັ້ນ, ໜ່ວຍສະເພາະກິດເພື່ອກວດກາປ່າໄມ້ຂອງລັດຖະບານລາວສາມາດກວດຢຶດໄມ້ທ່ອນທີ່ຖືກລັກລອບເພື່ອສົ່ງອອກໄປຕ່າງປະເທດ ໄດ້ຫຼາຍກວ່າ 8 ແສນແມັດກ້ອນໃນຊ່ວງປີ 2020 ຫາປີ 2022 ທີ່ຜ່ານມາ ໂດຍສະເພາະແມ່ນຢູ່ເຂດຊາຍແດນລາວກັບຫວຽດນາມ ແລະຈີນ ກໍຄືເຂດທີ່ມີການລັກລອບຕັດໄມ້ເພື່ອການຄ້າເຖື່ອນຫຼາຍທີ່ສຸດ ທັງຍັງປາກົດດ້ວຍວ່າປະຊາຊົນລາວໃນທ້ອງຖິ່ນ ໄດ້ເປັນສ່ວນນຶ່ງໃນການລັກລອບຕັດໄມ້ດັ່ງກ່າວ ເພາະສ່ວນໃຫຍ່ມີຖານະທີ່ທຸກຍາກ ແລະບໍ່ມີທີ່ດິນທໍາມາຫາກິນ ຈຶ່ງຕ້ອງພາກັນຮັບຈ້າງຕັດໄມ້ ເພື່ອຈະເຮັດໃຫ້ມີທີ່ຢູ່ອາໄສ ແລະມີທີ່ດິນທໍາກິນ ທີ່ໄດ້ຈາກການບຸກລຸກຢູ່ປ່າສະຫງວນຂອງລັດນັ້ນເອງ ດັ່ງທີ່ປະຊາຊົນລາວ ທີ່ເປັນສ່ວນນຶ່ງໃນຂະບວນການລັກລອບຕັດໄມ້ດັ່ງກ່າວ ໄດ້ໃຫ້ການຢືນຢັນວ່າ:

“ກໍຈໍາເປັນແລ້ວ ມັນບໍ່ມີນານີ້ກໍໄດ້ເຮັດໄຮ່ແລ້ວ ໄດ້ຈູດປ່ານີ້ລະ ບໍ່ເຮັດຊິກິນຫຍັງ ນີ້ມັນກະບໍ່ມີຫຍັງຊິກິນແລ້ວ ຊິເຮັດແນວອື່ນມັນກະບໍ່ມີຄວາມຮູ້ ແລະມັນກໍບໍ່ມີແນວຊິເຮັດ ກໍຢາກໃຫ້ລັດຖະບານຈັດສັນອາຊີບໃຫ້ເຮັດ ເຮັດນາ ຫຼືວ່າລ້ຽງສັດ ກະຢາກໃຫ້ເພິ່ນຈັດທີ່ດິນໃຫ້ ຄັນມີນາກໍຊິບໍ່ໄດ້ຖາງປ່າເຮັດໄຮ່ແຫຼະ ຊິບໍ່ໄດ້ຈູດປ່າແຫຼະ ຄ້າຂາຍຫຼືທຸລະກິດອື່ນໆມັນກະບໍ່ໄດ້ແຫຼະ ມັນບໍ່ມີຄວາມສາມາດຊິເຮັດເດ ມັນບໍ່ມີເງິນລົງທຶນເດ ຢາກໃຫ້ຊ່ວຍຝຶກອົບຮົມອາຊີບໃຫ້ໃໝ່ຫັ້ນແຫຼະ ຄັນບໍ່ສະນັ້ນການຖາງປ່າເຮັດໄຮ່ ກະຍັງຊິເກີດມີຂຶ້ນອີກຢູ່ ເພາະວ່າມັນບໍ່ມີກິນ.”

ໂດຍເຖິງແມ່ນວ່າຄະນະກໍາມະການ ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກຄໍາສັ່ງໃຫ້ເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາບັນດາໂຮງງານປຸງແຕ່ງໄມ້ໃນທົ່ວປະເທດ ແລະຈັດຕັ້ງປະຕິບັດຄຽງຄູ່ກັບການເສີມສ້າງການມີສ່ວນຮ່ວມຂອງປະຊາຊົນລາວເຂົ້າໃນການປົກປັກຮັກສາປ່າໄມ້ ເພື່ອການນໍາໃຊ້ປະໂຫຍດແບບຍືນຍົງເຊັ່ນ ການສ້າງລາຍຮັບຈາກສິນເຊື່ອ Carbon ແລະການທ່ອງທ່ຽວທໍາມະຊາດ ເພື່ອຈະເປັນການສ້າງອາຊີບໃຫ້ແກ່ປະຊາຊົນໃນລະດັບທ້ອງຖິ່ນເປັນສໍາຄັນກໍຕາມ ແຕ່ວ່າກໍຍັງບໍ່ສາມາດປະຕິບັດໄດ້ແທ້ ແລະການຮັບຈ້າງຕັດໄມ້ຜິດກົດໝາຍເພື່ອບຸກເບີກເອົາທີ່ດິນທໍາກິນຂອງປະຊາຊົນນັ້ນ ກໍຍັງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດ, ສະນັ້ນ ຈຶ່ງມີພຽງການຈັດສັນທີ່ດິນທໍາກິນຢ່າງຖາວອນໃຫ້ກັບປະຊາຊົນເທົ່ານັ້ນ ຈຶ່ງຈະສາມາດແກ້ໄຂບັນຫາດັ່ງກ່າວນີ້ໄດ້ຢ່າງແທ້ຈິງ.

ສ່ວນກະຊວງກະສິກໍາ ແລະປ່າໄມ້ ກໍໄດ້ວາງເປົ້າໝາຍທີ່ຈະປູກຕົ້ນໄມ້ໃຫ້ໄດ້ 37,000 ເຮັກຕ້າທົ່ວປະເທດ ໃນປີ 2023 ໂດຍເປັນສ່ວນນຶ່ງໃນແຜນຍຸດທະສາດການຮັກສາພື້ນທີ່ປ່າໄມ້ໃຫ້ໄດ້ເຖິງ 16 ລ້ານເຮັກຕ້າ ຫຼື 70 ເປີເຊັນຂອງພື້ນທີ່ທັງໝົດໃນລາວ ໃນປີ 2025, ແຕ່ບັນຫາກໍຄື ການຄຸ້ມຄອງປ່າໄມ້ທີ່ບໍ່ສາມາດປະຕິບັດໄດ້ຈິງຈັງ ຈຶ່ງເຮັດໃຫ້ປ່າໄມ້ໃນລາວຍັງເຫຼືອ 58 ເປີເຊັນ ຂອງພື້ນທີ່ທັງໝົດໃນປັດຈຸບັນ.

XS
SM
MD
LG