ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ລາວເວົ້າວ່າ ການລັກລອບຕັດແລະ ຄ້າໄມ້ເຖື່ອນໃນລາວ ແມ່ນເປັນຂະບວນເຊື່ອມໂຍງກັບເຄືອຂ່າຍ ໃນປະເທດເພື່ອນບ້ານ


ສະໜາມໄມ້ແຫ່ງນຶ່ງ ທີ່ເປັນບ່ອນໄວ້ໄມ້ທີ່ລັກລອບຕັດຢູ່ໃນລາວ
ສະໜາມໄມ້ແຫ່ງນຶ່ງ ທີ່ເປັນບ່ອນໄວ້ໄມ້ທີ່ລັກລອບຕັດຢູ່ໃນລາວ

ການລັກລອບຕັດ ແລະການຄ້າໄມ້ຜິດກົດໝາຍຢູ່ໃນລາວມີການແບ່ງໜ້າທີ່ຮັບຜິດຊອບຢ່າງເປັນຂະບວນການເຊື່ອມໂຍງກັນຢ່າງກວ້າງຂວາງກັບເຄືອຂ່າຍຢູ່ໃນປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບລາວ. ຊົງລິດ ໂພນເງິນມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາ ແລະປ່າໄມ້ ຢືນຢັນວ່າການລັກລອບຕັດ ແລະຄ້າໄມ້ເຖື່ອນຍັງຄົງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະເຖິງແມ່ນວ່ານາຍົກລັດຖະມົນຕີລາວຈະອອກຄໍາສັ່ງເລກທີ 15/ນຍ ເພື່ອຫ້າມການສົ່ງອອກໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບແຕ່ເດືອນພຶດສະພາ 2016 ເປັນຕົ້ນມາກໍຕາມ ຫາກແຕ່ວ່າ ດ້ວຍການຈັດຕັ້ງປະຕິບັດຢ່າງເປັນຂະບວນຂອງເຄືອຂ່າຍການລັກລອບຄ້າໄມ້ເຖື່ອນທີ່ມີລັກສະນະຂ້າມຊາດ ທັງຍັງມີພະນັກງານລັດເຂົ້າໄປພົວພັນທີ່ມີມີຜົນປະໂຫຍດຮ່ວມອີກດ້ວຍນັ້ນ ຈຶ່ງເຮັດໃຫ້ເປັນຂະບວນການຂະໜາດໃຫຍ່ ແລະຍາກຕໍ່ການປາບປາມໃຫ້ໝົດໄປໄດ້ ຢ່າງສິ້ນເຊີງອີກດ້ວຍ.

ທັງນີ້ ໜ່ວຍສະເພາະກິດຂອງລັດຖະບານລາວ ໄດ້ປະຕິດບັດການກວດກາໂຮງງານແປຮູບໄມ້ 3,454 ແຫ່ງໃນໄລຍະະ 5 ປີທີ່ຜ່ານມາພົບວ່າ ມີເຖິງ 2,364 ແຫ່ງທີ່ມີສ່ວນກ່ຽວຂ້ອງໃຫ້ການສົ່ງເສີມແລະຮັບຊື້ໄມ້ຈາກຂະບວນການລັກລອບຕັດໄມ້ ແລະຄ້າໄມ້ໂດຍຜິດກົດໝາຍ ຈຶ່ງໄດ້ອອກຄຳສັ່ງໃຫ້ຢຸດກິດຈະການທັງ 2,364 ໂຮງງານ. ສ່ວນທີ່ເຫຼືອ 1,090 ໂຮງງານນັ້ນຈະຕ້ອງຕິດຕາມ- ກວດກາການດຳເນີນກິດຈະການຕໍ່ໄປຢ່າງໃກ້ຊິດ ເພາະຊື່ວ່າເຄືອຂ່າຍຂອງຂະບວນການລັກລອບຄ້າໄມ້ເຖື່ອນຍັງຄົງມີ ຢູ່ທົ່ວປະເທດລາວນັ້ນເອງ.

ໂດຍລາຍງານຂອງກົມກວດກາປ່າໄມ້ລະບຸວ່າໃນການລະເມີດຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ ຈໍານວນ 570 ກໍລະນີນັ້ນ ມີຜູ້ກະທຳຜິດທີ່ເປັນພະນັກງານລັດ 462 ຄົນ, ຜູ້ປະກອບກິດຈະການຄ້າໄມ້ 136 ຄົນ, ປະຊາຊົນທີ່ເປັນແຮງງານຮັບຈ້າງ 527 ຄົນ ທັງຍັງຍຶດເລື່ອຍໄຟຟ້າໄດ້ເຖິງ 15,549 ໜ່ວຍ, ເຄື່ອງຊອຍໄມ້ພ້ອມອາໄຫລ່ 1,816 ຊຸດ, ລົດໄຖ-ລົດບັນທຸກ-ລົດຍົກ-ລົດຂຸດ-ລົດບັສ-ລົດຕູ້-ລົດກະບະແລະລົດຈັກ ລວມກັນເຖິງ 543 ຄັນ ແລະຍຶດໄມ້ໄດ້ຫລາຍກວ່າ 6 ແສນແມັດກ້ອນ, ຄິດເປັນມູນຄ່າເສຍຫຼາຍກວ່າ 260 ລ້ານໂດລາ.

ພ້ອມກັນນັ້ນ ໜ່ວຍສະເພາະກິດປະຕິດບັດການໃນເຂດຊາຍແດນຍັງສາມາດຈັບສະມາຊິກໃນຂະບວນການຄ້າໄມ້ເຖື່ອນໄດ້ເຖິງ 1,119 ຄົນ ຊຶ່ງໃນນີ້ເປັນພະນັກງານລັດ 127 ຄົນ, ຜູ້ປະກອບການຄ້າໄມ້ 246 ຄົນ, ປະຊາຊົນຜູ້ທີ່ຮັບຈ້າງຕັດໄມ້ 746 ຄົນ ແລະຍຶດໄມ້ທີ່ຖືກລັກລອບຕັດ ໄດ້ຫຼາຍກວ່າ 2 ແສນແມັດກ້ອນ ຈຶ່ງຖືວ່າເປັນສະພາບການທີ່ສວນທາງກັນກັບເປົ້າໝາຍການພັດທະນາຢ່າງຍືນຍົງຂອງລັດຖະບານລາວ ຢ່າງສິ້ນເຊີງອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ໄດ້ໃຫ້ການຢືນຢັນວ່າ:

ໄມ້ພວກເຮົານີ້ ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບຈາກການຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນນຶ່ງ ພວກເຮົາຂາຍນີ້ ຈະຢູ່ໃນລະດັບ 50-60 ໂດລາ ຕໍ່ແມັດກ້ອນ 50-60 ໂດລານີ້ ແລ້ວໄປເບິ່ງປ່າໄມ້ພວກເຮົາ ທີ່ຖືກບຸກລຸກ ທຳລາຍຫັ້ນ ເປັນຈຳນວນມະຫາສານ ອັນນີ້ໜິ ແມ່ນມັນສວນທາງກັນກັບການພັດທະນາແບບຍືນຍົງ.

ນອກຈາກນັ້ນ ໃນປີ 2016-2020 ທາງການລາວ ຍັງໄດ້ສັ່ງປິດໂຮງຮຽນປຸງແຕ່ງໄມ້ທີ່ລະເມີດຄຳສັ່ງເລກທີ 15/ນຍ ຈຳນວນ 1,545 ແຫ່ງ ແລະໄດ້ສັ່ງປິດໂຮງເລື່ອຍ 1,206 ແຫ່ງທີ່ກ່ຽວຂ້ອງໃນການຄ້າໄມ້ເຖື່ອນທີ່ລັກລອບຂົນສົ່ງຈາກລາວ ໄປຍັງປະເທດເພື່ອນບ້ານທັງຈີນ, ຫວຽດນາມ ແລະໄທນັ້ນ.

ຊຶ່ງດ້ວຍສະພາບການດັ່ງກ່າວ ກໍຍັງຖືກເປັນສາເຫດສໍາຄັນ ທີ່ຄະນະຜູ້ຕາງໜ້າທາງການຄ້າຂອງສະຫະພາບຢູໂຣບ ຫຼື EU ຍັງບໍ່ຕົກລົງອະນຸຍາດໃຫ້ນຳເຂົ້າໄມ້ສໍາເລັດຮູບຈາກ ສປປ ລາວ ອີກດ້ວຍ ເພາະບໍ່ໝັ້ນໃຈວ່າທາງການລາວຈະສາມາດຢຸດຢັ້ງການລັກລອບຄ້າໄມ້ເຖື່ອນໄດ້ຢ່າງແທ້ຈິງ ຈຶ່ງໄດ້ກຳນົດເງື່ອນໄຂໃນ 6 ດ້ານດ້ວຍກັນທີ່ທາງການລາວຕ້ອງໄດ້ປະຕິບັດໃຫ້ໄດ້ຢ່າງຄົບຖ້ວນ ໃນນີ້ທາງການລາວປະຕິບັດໄດ້ແລ້ວ 3 ດ້ານ ກໍຄືການກຳນົດໃຫ້ນຳເອົາໄມ້ຈາກປ່າຜະລິດເທົ່ານັ້ນມາແປຮູບເປັນສິນຄ້າສຳເລັດຮູບເປັນສິນຄ້າ, ການກຳນົດພັນທະດ້ານແຮງງານກັບການຜະລິດ ແລະການຂຶ້ນທະບຽນຫົວໜ່ວຍທຸລະກິດຄ້າໄມ້. ສ່ວນອີກ 3 ເງື່ອນໄຂທີ່ຄະນະຜູ້ຕາງໜ້າທາງການຄ້າຂອງສະຫະພາບຢູໂຣບ ຍັງບໍ່ເຊື່ອໝັ້ນວ່າ ທາງການລາວຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຄື ການພັດທະນານິຕິກຳກ່ຽວກັບປ່າໄມ້, ການພັດທະນາລະບົບຄ້ຳປະກັນໄມ້ທີ່ຖືກກົດໝາຍໃຫ້ເປັນເອກະສານທີ່ສົມບູນ ແລະການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບໂດຍສະເພາະການຮັບປະກັນວ່າ ໄມ້ທີ່ນຳເອົາມາແປຮູບນັ້ນ ເປັນໄມ້ທີ່ຖືກກົດໝາຍຢ່າງແທ້ຈິງແລ້ວນັ້ນ ຈຶ່ງຈະມີການພິຈາລະນາ ເພື່ອເປີດຕະຫຼາດຮອງຮັບການນຳເຂົ້າຜະລິດຕະພັນໄມ້ສຳເລັດຮູບຈາກລາວນັ້ນເອງ.

XS
SM
MD
LG