ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢູ່ລາວ ມີການເຮັດ ເອກກະສານປອມ ເພື່ອຍັກຍອກ ເອົາທີ່ດິນຂອງລັດ ແລະປະຊາຊົນ ໄປຂາຍ ແລະຄ້ຳປະກັນ ຢູ່ຫລາຍກໍລະນີ


ຜືນແຜ່ນດິນຂອງປະເທດຊາດ ທີ່ລັດຖະບານເປັນຜູ້ຄຸ້ມຄອງ ເຊິ່ງປະຊາຊົນລາວ ເຂົ້າໄປຕັ້ງຖິ່ນຖານໃໝ່ ສ່ວນໃຫຍ່ແລ້ວ ແມ່ນບໍ່ມີໃບຕາດິນ ແລະລັດຈຶ່ງມີນະໂຍບາຍ ມອບດິນທຳມາຫາກິນ ໃຫ້ແກ່ປະຊາຊົນ ຈຶ່ງຕ້ອງອອກໃບຕາດິນໃຫ້ຢ່າງຖືກຕ້ອງຕາມກົດໝາຍ.
ຜືນແຜ່ນດິນຂອງປະເທດຊາດ ທີ່ລັດຖະບານເປັນຜູ້ຄຸ້ມຄອງ ເຊິ່ງປະຊາຊົນລາວ ເຂົ້າໄປຕັ້ງຖິ່ນຖານໃໝ່ ສ່ວນໃຫຍ່ແລ້ວ ແມ່ນບໍ່ມີໃບຕາດິນ ແລະລັດຈຶ່ງມີນະໂຍບາຍ ມອບດິນທຳມາຫາກິນ ໃຫ້ແກ່ປະຊາຊົນ ຈຶ່ງຕ້ອງອອກໃບຕາດິນໃຫ້ຢ່າງຖືກຕ້ອງຕາມກົດໝາຍ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍອມຮັບວ່າ ຍັງມີການຈັດທຳເອກກະສານປອມ ເພື່ອຍັກ
ຍອກເອົາທີ່ດິນຂອງລັດ ແລະປະຊາຊົນລາວໄປຂາຍ ຫຼືໃຫ້ສຳປະທານແກ່ບັນດາ
ບໍລິສັດຕ່າງຊາດ ທີ່ລົງທຶນຢູ່ໃນລາວ.

ເຈົ້າໜ້າທີ່ຂັ້ນສູງໃນຄະນະສະເພາະກິດ ເພື່ອການສຶກສາວິໄຈ ແລະວິເຄາະ ບັນຫາ
ການນຳໃຊ້ທີ່ດິນໃນທົ່ວປະເທດລາວ ເປີດເຜີຍວ່າ ການຈັດທຳເອກກະສານປອມ
ເພື່ອຍັກຍອກເອົາທີ່ດິນຂອງລັດຖະບານ ແລະການສໍ້ໂກງເອົາດິນ ຂອງປະຊາຊົນ
ລາວ ເພື່ອ ນຳເອົາໄປຂາຍຫຼືໃຫ້ສຳປະທານ ແກ່ບັນດາບໍລິສັດຕ່າງຊາດທີ່ລົງທຶນຢູ່
ໃນລາວ ໃນປັດຈຸບັນນີ້ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ໂດຍໃນນີ້ຍັງຮວມເຖິງການ
ປອມແປງໃບຕາດິນ ເພື່ອນຳໃຊ້ໃນການຄ້ຳປະກັນການກູ້ຢືມເງິນທັງຈາກທະນາຄານ
ຂອງລັດ ແລະທະນາຄານເອກກະຊົນໃນລາວດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ໃຫ້ການ
ຢືນຢັນວ່າ:

“ການອອກໃບຕາດິນຊ້ຳຊ້ອນ ເກີດຂຶ້ນຍ້ອນການກະທຳທີ່ຜິດລະບຽບກົດໝາຍ
ຂອງບຸກຄົນ ໝາຍຄວາມວ່າ ມີການປອມແປງ ຫຼືອັດສຳເນົາສີໃບຕາດິນເພື່ອ
ນຳໄປຄ້ຳປະກັນການກູ້ຢືມເງິນ ຫຼືມີການແຈ້ງຕົວະວ່າ ໃບຕາດິນເສຍຫາຍ
ໃນປັດຈຸບັນ.”

ທັງນີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງແຕ່ງຕັ້ງຄະນະສະເພາະກິດ
ເພື່ອສຶກສາວິໄຈ ແລະວິເຄາະບັນຫາການນຳໃຊ້ທີ່ດິນໃນທົ່ວປະເທດລາວໃນປີ 2017
ໂດຍໄດ້ມອບໝາຍໃຫ້ທ່ານບຸນທອງ ຈິດມະນີ ຮອງນາຍົກລັດມົນຕີ ເປັນປະທານ ແລະ ມີລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ເປັນ
ຫົວໜ້າຄະນະກຳມະການ ອັນປະກອບດ້ວຍບັນດາຮອງລັດຖະມົນຕີ ກະຊວງທີ່ກ່ຽວ
ຂ້ອງ ເປັນຄະນະກຳມະການ ທັງຍັງມີກອງເລຂາປະຈຳການ ຢູ່ກະຊວງຊັບພະຍາກອນ
ທຳມະຊາດ ແລະສິ່ງແວດລ້ອມດ້ວຍ ຊຶ່ງການຈັດຕັ້ງປະຕິບັດ ໃນປີ 2017 ທີ່ຜ່ານມາ ກໍ
ປາກົດວ່າ ສາມາດຢຶດເອົາທີ່ດິນຂອງລັດ ທີ່ຖືກຍັກຍອກກັບຄືນມາໄດ້ ຄິດເປັນເນື້ອທີ່
ກວ້າງກວ່າ 1 ໝື່ນເຮັກຕາ.

ເຈົ້າໜ້າທີ່ກົມທີ່ດິນຂອງທ້ອງຖິ່ນ ໄດ້ມອບໃບຕາດິນ ໃຫ້ແກ່ປະຊາຊົນ ຈຳນວນນຶ່ງ
ເຈົ້າໜ້າທີ່ກົມທີ່ດິນຂອງທ້ອງຖິ່ນ ໄດ້ມອບໃບຕາດິນ ໃຫ້ແກ່ປະຊາຊົນ ຈຳນວນນຶ່ງ

ທາງດ້ານ ດຣ. ວາສະໜາ ລະອອງປລີວ ນັກວິຊາການທີ່ມະຫາວິທະຍາໄລທຳມະສາດ
ຂອງໄທ ກໍໄດ້ໃຫ້ຂໍ້ມູນກ່ຽວກັບການເກັບຂໍ້ມູນພາກສະໜາມ ຢູ່ເຂດເມືອງລອງ ແຂວງ
ຫລວງນ້ຳທາ ເມື່ອບໍ່ນານມານີ້ວ່າ ປະຊາຊົນລາວ ກຳລັງປະເຊີນກັບການສູນເສຍທີ່ດິນ
ຂອງພວກເຂົາເຈົ້າໃຫ້ນັກທຸລະກິດຈີນ ເພີ່ມຂຶ້ນນັບມື້ ໂດຍມີສາເຫດມາຈາກການເຂົ້າ
ຮ່ວມ ໃນໂຄງການກະເສດພັນທະທີ່ລັດຖະບານລາວ ໃຫ້ການສະໜັບສະໜູນບັນດາ
ນັກທຸລະກິດຈີນໃຫ້ເຂົ້າມາລົງທຶນໃນລາວ ຫຼາຍຂຶ້ນນັບມື້.

ທັງນີ້ ສາເຫດສຳຄັນທີ່ເຮັດໃຫ້ປະຊາຊົນລາວ ຕ້ອງສູນເສຍທີ່ດິນໃຫ້ກັບທຸລະກິດຈີນ
ກໍເພາະວ່າ ພວກເຂົາເຈົ້າຖືກບັງຄັບໃຫ້ເຂົ້າຮ່ວມໃນໂຄງການກະເສດພັນທະ ເຊັ່ນ
ການປູກຢາງພາລາ ໂດຍທີ່ພວກເຂົາເຈົ້າບໍ່ມີເງິນທຶນ ຈຶ່ງຕ້ອງກູ້ຢືມຈາກນັກທຸລະກິດ
ຈີນ ແລະໃຊ້ທີ່ດິນຄ້ຳປະກັນ ຄັນເມື່ອປາກົດວ່າ ຢາງພາລາໃນຕະຫຼາດ ລາຄາຕົກຕ່ຳ
ລົງຕໍ່ເນື່ອງ ຈຶ່ງເຮັດໃຫ້ປະຊາຊົນລາວ ບໍ່ມີເງິນຊຳລະໜີ້ ແລະຜົນທີ່ຕາມມາ ກໍຄືການ
ຖືກຢຶດເອົາທີ່ດິນ ໂດຍບັນດານາຍທຶນຈີນນັ້ນເອງ.

ການປູກຢາງພາລາທີ່ປະຊາຊົນລາວປູກໃນໂຄງການກະສິກໍາແບບພັນທະ
ການປູກຢາງພາລາທີ່ປະຊາຊົນລາວປູກໃນໂຄງການກະສິກໍາແບບພັນທະ

ດຣ ວາສະໜາ ໄດ້ໃຫ້ການຢືນຢັນດ້ວຍວ່າ ປະຊາຊົນລາວ ຍັງຈະຕ້ອງສູນເສຍທີ່ດິນ
ໃຫ້ແກ່ບັນດານາຍທຶນຈີນ ເພີ້ມຂຶ້ນອີກເລື້ອຍໆ ເພາະຍັງມີທີ່ດິນອີກ ກວ້າງກວ່າ 3 ແສນ
ເຮັກຕາ ທີ່ປະຊາຊົນລາວ ໃນເຂດແຂວງພາກເໜືອຖືກບີບບັງຄັບໃຫ້ທຳສັນຍາກະເສດ
ພັນທະ ກັບບັນດານັກທຸລະກິດຈີນ ໃນປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍຄາດຫວັງວ່າ ແຜນແມ່ບົດການຈັດສັນທີ່ດິນ
ແຫ່ງຊາດ ທີ່ກຳລັງທຳການຮ່າງຂຶ້ນໃໝ່ຢູ່ໃນເວລານີ້ ຈະເຮັດໃຫ້ການຄຸ້ມຄອງ ແລະ
ການນຳໃຊ້ທີ່ດິນເກີດປະໂຫຍດສູງສຸດ ຕໍ່ການພັດທະນາທາງເສດຖະກິດໃນລາວ
ທັງນີ້ ດ້ວຍການຢຸດຢັ້ງການເຂົ້າຄອບຄອງ ແລະນຳໃຊ້ທີ່ດິນຂອງລັດ ໂດຍຜິດກົດ
ໝາຍ ໃຫ້ໄດ້ຢ່າງສິ້ນເຊິງ ເພາະຈະມີການກຳນົດພື້ນທີ່ ຢ່າງຊັດເຈນວ່າ ຈະນຳໃຊ້
ປະໂຫຍດເພື່ອຮອງຮັບໂຄງການພັດທະນາ ໃນດ້ານໃດ ເປັນການສະເພາະ ເຊັ່ນ
ເຂດສຳປະທານຂຸດຄົ້ນແຮ່ທາດ ແລະພະລັງງານ ເຂດປູກພືດປອດສານເຄມີເຂດ
ທ່ອງທ່ຽວທຳມະຊາດ ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະເປັນ
ຕົ້ນ ໂດຍການຮ່າງແຜນແມ່ບົດດັ່ງກ່າວ ຈະແລ້ວເສັດໃນປີ 2018 ນີ້.

XS
SM
MD
LG