ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ສຳລັບຄ່ຳຄືນວັນປີໃໝ່ນີ້ ພວກເຮົາຈະນຳທ່ານໄປພົບກັບ ຍານາງນິພາສອນ ສຸພົມ ຜູ້ທີ່ເປັນປະທານແລະສ້າງຕັ້ງມູນນິທິມໍລະດົກລາວ ຫຼື Lao Heritage Foundation ຊຶ່ງເປັນອົງການທີ່ບໍ່ຫວັງຜົນກຳໄລ ມີຫ້ອງການຕັ້ງຢູ່ໃນເຂດນະຄອນຫຼວງວໍຊິງຕັນ ຂອງສະຫະລັດ ໂດຍມີພາລະກິດຕົ້ນຕໍແມ່ນເພື່ອປົກປັກຮັກສາ ສົ່ງເສີມ ແລະເຜີຍແຜ່ວັດທະທຳຂອງລາວ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດກັບຍານາງນິພາສອນ ມາສະເໜີທ່ານໃນອັນດັບຕໍ່ໄປ.
ທ່ານຜູ້ຟັງທີ່ເຄົາລົບ ກ່ອນທີ່ເຮົາຈະເວົ້າເຖິງ ມູນນິທິມໍລະດົກລາວ ຫຼື Lao Heritage Foundation, (https://lhfus.org/) ພວກເຮົາຢາກໃຫ້ທ່ານຮູ້ຈັກຄວາມເປັນມາຂອງຍານາງນິພາສອນ ສຸພົບ ວ່າ ເພິ່ນແມ່ນໃຜ? ເປັນຫຍັງເພິ່ນມີຄວາມຄິດຢາກສ້າງຕັ້ງມູນນິທິດັ່ງກ່າວນີ້ຂຶ້ນມາ. ຍານາງນິພາສອນ ເປັນລູກສາວຜູ້ທີສີ່ຂອງ ທ່ານລັດ ມະນີປະກອນ ຜູ້ທີ່ເປັນນາຍທະຫານໃຫຍ່ ແລະທັງເປັນນາຍຕຳຫຼວດນຳ. ເພິ່ນເລົ່າໃຫ້ຟັງວ່າ ເມື່ອຕອນພໍ່ຂອງຍານາງຖືກຈັບໄປສຳມະນາຢູ່ທີ່ ເຊໂປນ ແມ່ຂອງເພິ່ນໄດ້ໄປຢູ່ນຳພໍ່ ແລ້ວກໍໄດ້ມີລູກນຳກັນອີກສາມຄົນ ລວມທັງຍານາງ ແລະມີອ້າຍເອື້ອຍນ້ອງນຳກັນທັງໝົດຫົກຄົນ ຊຶ່ງໃນຊ່ວງໄລຍະນັ້ນ ອ້າຍແລະເອື້ອຍຂອງເພິ່ນ 3 ຄົນໄປຢູ່ກັບຍາດພີ່ນ້ອງ ຫຼັງຈາກພໍ່ຂອງເພິ່ນໄດ້ຖືກປ່ອຍອອກຈາກສູນສຳມະນາ ຄອບຄົວຂອງຍານາງໄດ້ພາກັນຍົກຍ້າຍໄປຢູ່ບ້ານຫຼາຍແຫ່ງ ຈົນໃນທີ່ສຸດໄດ້ໄປຕົກຢູ່ວຽງຈັນ ດັ່ງທີ່ເພິ່ນກ່າວໃຫ້ຟັງວ່າ:
ຍານາງເລົ່າໃຫ້ຟັງຕອນທີ່ເພິ່ນແລະພໍ່ຜູ້ທີ່ໄດ້ພິການຍ້ອນສົງຄາມ ໄດ້ອົບພະຍົບໄປຝັ່ງໄທ ເຂົ້າສູນນາໂພ ໃນປີ 1986 ກ່ອນໝູ່ ແລ້ວແມ່ຂອງເພິ່ນແລະພວກອ້າຍເອື້ອຍແລະນ້ອງ ກໍໄດ້ຕິດຕາມມານຳຫຼັງຈົນຄົບໝົດທຸກຄົນ. ພວກເພິ່ນອາໄສຢູ່ໃນສູນອົບພະຍົບປະມານຫົກເດືອນ ໃນປີດຽວກັນນັ້ນ ຄອບຄົວຂອງເພິ່ນໄດ້ຮັບການອຸປະຖຳໂດຍອົງການ YMCA ຈຶ່ງໄດ້ຍົກຍ້າຍມາສະຫະລັດ ທີ່ເມືອງດາລັສ ລັດເທັກຊັສ ໃນເວລານັ້ນຍານາງມີອາຍຸພຽງແປດປີ ແຕ່ກໍຍັງເວົ້າພາສາລາວໄດ້ເກັ່ງ ຊຶ່ງເພິ່ນອະທິບາຍໃຫ້ຟັງດັ່ງນີ້:
ຍານາງກ່າວອີກວ່າ ຄອບຄົວເພິ່ນໄດ້ຢູ່ລັດເທັກຊັສ ບໍ່ດົນພໍປານໃດ ແລ້ວກໍໄດ້ພາກັນຍົກຍ້າຍໄປຢູ່ລັດວໍຊິງຕັນ ດັ່ງທີ່ເພິ່ນເລົ່າໃຫ້ຟັງວ່າ:
ຍານາງໄດ້ເລີ້ມຮ່ຳຮຽນໃນຊັ້ນປະຖົມຈົນຮອດຊັ້ນມັດທະຍົມຢູ່ໃນລັດວໍຊິງຕັນ ແລ້ວສຶກສາຕໍ່ທີ່ມະຫາວິທະຍາໄລໃນຫຼາຍສາຂາວິຊາຊີບ ເມື່ອຮຽນຈົບແລ້ວ ກໍໄດ້ແຕ່ງງານສ້າງຄອບຄົວກັບສາມີ ທ່ານໄຊ ສຸພົມ ຕໍ່ມາເພິ່ນກໍໄດ້ຍົກຍ້າຍມາຢູ່ລັດເວີຈີເນຍ ໃນປີ 2000, ຍານາງກ່າວວ່າ ປີນຶ່ງຕໍ່ມາເມື່ອເກີດການໂຈມຕີຢູ່ໃນສະຫະລັດ ທີ່ເອີ້ນວ່າ 911 ຍານາງໄປສະໝັກວຽກບໍ່ໄດ້ ເພິ່ນກໍເລີຍຕັດສິນໃຈໄປສຶກສາຕື່ມຈົນໄດ້ຮັບປະລິນຍາໂທ ດັ່ງທີ່ຍານາງເລົ່າໃຫ້ຟັງດັ່ງນີ້:
ໃນເມື່ອປະສົບຄວາມສຳເລັດໃນການສຶກສາແລະວຽກງານແລ້ວ ວີໂອເອລາວ ຈຶ່ງຖາມຍານາງນິພາສອນ ວ່າ ເປັນຫຍັງຈຶ່ງຄິດຢາກສ້າງຕັ້ງມູນນິທິມໍລະດົກລາວ ຂຶ້ນມາ ຍານາງເລົ່າເຖິງຄວາມເປັນມາໃຫ້ຟັງວ່າ:
ພາຍຫຼັງຈາກການໂອ້ລົມກັນແລ້ວ ເພິ່ນກໍໄດ້ປຶກສາຫາລືກັບບັນດາຊາວລາວ ຜູ້ອະວຸໂສທີ່ອາໄສຢູ່ໃນເຂດນະຄອນຫຼວງວໍຊິງຕັນຫຼາຍທ່ານ ພ້ອມທັງເພື່ອນມິດສະຫາຍ ເພື່ອຂໍຄຳຄິດຄຳເຫັນແລະຄຳຊີ້ນຳ ຫຼັງຈາກນັ້ນເພິ່ນຈຶ່ງໄດ້ລິງເຫັນວ່າ:
ນອກຈາກນັ້ນ ຍານາງນິພາສອນ ພ້ອມທັງສາມີ ທ່ານໄຊ ສຸພົມ ຍັງໄດ້ສະລະເວລາເພື່ອໄປຮ່ຳຮຽນລິ້ນດົນຕີພື້ນເມືອງຂອງລາວ ພ້ອມທັງໃຊ້ສະຕິປັນຍາປະດິດສ້າງຂອງຕົນ ເພື່ອທີ່ຈະນຳເອົາຄວາມຮູ້ທີ່ໄດ້ຮັບມານັ້ນ ຖ່າຍທອດໃຫ້ແກ່ພວກລູກສິດໄວໜຸ່ມນ້ອຍ ໂດຍສະເພາະຊາວອາເມຣິກັນເຊື້ອສາຍລາວ ຢູ່ລັດຕ່າງໆ ທີ່ຕ້ອງການຢາກຈະຮຽນລິ້ນດົນຕີພື້ນເມືອງຂອງລາວ ແລະຮຽນຮູ້ກ່ຽວກັບວັດທະນະທຳລາວ ດັ່ງທີ່ເພິ່ນອະທິບາຍໃຫ້ຟັງວ່າ:
ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ ມູນນິທິມໍລະດົກລາວ ຫຼື Lao Heritage Foundation (https://lhfus.org/) ໄດ້ສ້າງຜົນງານຫຼາຍຢ່າງດັ່ງທີ່ຍານາງໄດ້ກ່າວມານັ້ນ ແລະທີ່ໄດ້ລະບຸໃນເວັບໄຊ ລວມທັງໂຄງການສຳລັບລູກສິດໃນຍາມພັກສົກຮຽນລະດູຮ້ອນ ກໍຄື Summer Camp Program ໃນແຕ່ລະປີ ແລະໂຄງການແລກປ່ຽນຖອດຖອນບົດຮຽນກັບກະຊວງຖະແຫລງຂ່າວ ວັດທະນະທຳແລະທ່ອງທ່ຽວຂອງລາວ ຊຶ່ງທາງມູນນິທິເຊື້ອເຊີນອາຈານສອນດົນຕີລາວເດີມ ມາສອນພວກລູກສິດຂອງຕົນຢູ່ລັດຕ່າງໆຂອງສະຫະລັດ ພ້ອມກັນນັ້ນ ຍັງໄດ້ສະໜັບສະໜຸນແລະໃຫ້ການສົ່ງເສີມຊຸກຍູ້ໃນດ້ານການຜະລິດດົນຕີພື້ນເມືອງຂອງລາວ ເພື່ອຕອບສະໜອງຄວາມຕ້ອງການຢູ່ໃນສະຫະລັດນຳດ້ວຍ. ມູນນິທິທີ່ບໍ່ຫວັງຜົນກຳໄລນີ້ ຢູ່ລອດແລະຈັດກິດຈະກຳຕ່າງໆໄດ້ ກໍຍ້ອນທຶນບໍລິຈາກຂອງພໍ່ແມ່ພີ່ນ້ອງຊາວລາວ ການລະດົມທຶນຫາລາຍໄດ້ ແລະການຊ່ອຍເຫຼືອທີ່ໄດ້ຮັບຈາກບໍລິສັດເອກະຊົນ ຫຼືຈາກອົງການຈັດຕັ້ງຕ່າງໆ ທີ່ເຫັນຄວາມສຳຄັນຂອງການຮັກສາວັດທະນະທຳລາວ.
ໄຊຈະເລີນສຸດ ວີໂອເອ
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນເລື້ອງລາວກ່ຽວກັບການສ້າງຕັ້ງມູນນິທິມໍລິດົກລາວ ຂອງຍານາງນິພາສອນ ສຸພົມ ຜູ້ທີ່ໄດ້ອຸທິດທຸກສິ່ງທຸກຢ່າງເພື່ອປົກປັກຮັກສາວັດທະນະທຳອັນດີງາມຂອງຊາວລາວ ມາພົບກັບລາຍການຊຸມຊົນຊາວລາວ ຂອງວີໂອເອ ໄດ້ອີກໃນວັນອາທິດໜ້າເວລາດຽວກັນນີ້.