ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສ​ປ​ປ ​ລາວ ຍັງ​ບໍ່​ມີ​ລະ​ບົບ​ ເຕືອນ​ໄພ​ແຜ່ນ​ດິນ​ໄຫວ ຈຶ່ງ​ຕ້ອງ​ເພິ່ງ​ພາ​ຂໍ້​ມູນ ​ຈາກ​ສູນ​ເຕືອນ​ໄພ​ຂອງ ໄທ


ໂຮງ​ໄຟ​ຟ້າ​ລິກ​ໄນ ຢຸດ​ການ​ຜະ​ລິດ​ໄຟ​ຟ້າ​ຊົ່ວ​ຄາວ ເພື່ອ​ສຳຫຼວດ​ຄວາມ​ເສຍ​ຫາຍ​ຈາກ​ແຜ່ນ​ດິນ​ໄຫວ, ແຂວງ​ໄຊ​ຍະ​ບູ​ລີ.
ໂຮງ​ໄຟ​ຟ້າ​ລິກ​ໄນ ຢຸດ​ການ​ຜະ​ລິດ​ໄຟ​ຟ້າ​ຊົ່ວ​ຄາວ ເພື່ອ​ສຳຫຼວດ​ຄວາມ​ເສຍ​ຫາຍ​ຈາກ​ແຜ່ນ​ດິນ​ໄຫວ, ແຂວງ​ໄຊ​ຍະ​ບູ​ລີ.

ສ​ປ​ປ​ ລາວ ຍັງ​ບໍ່​ມີ​ລະ​ບົບ​ເຕືອນ​ໄພ​ແຜ່ນ​ດິນ​ໄຫວ ຈຶ່ງ​ຕ້ອງ​ເພິ່ງ​ພາ​ຂໍ້​ມູນ​ຈາກ​ສູນ​ເຕືອນ​ໄພ​ຂອງ ໄທ, ສ່ວນ ຈີນ ຈະ​ກໍ​່​ສ້າງ​ອາ​ຄານ ແລະ ຕິດ​ຕັ້ງ​ລະ​ບົບ​ເຕືອນ​ໄພ​ໃນ ລາວ ທີ່​ຈະແລ້ວ​ສຳ​ເລັດ​ ໃນ​ທ້າຍ​ປີ 2019.



ທ່ານ​ນາງ ອຸ​ທອນ ເພັດຫຼວງ​ສີ ຮອງ​ຫົວ​ໜ້າ​ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະສາດ ຢືນ​ຢັນ​ວ່າ ຈັນ​ເຖິງ​ປັດ​ຈຸ​ບັນ​ໃນ ສ​ປ​ປ ລາວ ຍັງ​ບໍ່​ມີ​ລະ​ບົບ​ເຕືອນ​ໄພ​ແຜ່ນ​ດິນ​ໄຫວ​ໂດຍ​ໃນ​ໄລ​ຍະ​ຜ່ານ​ມາ ກໍ​ໄດ້​ເພິ່ງ​ພາ​ຂໍ້​ມູນ​ການ​ວັດ​ແທກ​ລະ​ດັບ​ການ​ສັ່ນ​ສະ​ເທືອນ​ຂອງ​ແຜ່ນ​ດິນ​ໄຫວ​ຈາກ​ສູນ​ເຕືອນ​ໄພ​ຂອງ ໄທ ເປັນ​ດ້ານຫຼັກ ເນື່ອງ​ຈາກວ່າ​ສາ​ເຫດ​ຂອງ​ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ ລາວ ແລະ ໄທ ມີ​ສ່ວນ​ທີ່​ກ່ຽວ​ຂອງ​ກັນ​ເພາະ​ເປັນ​ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຈາກ​ຮອຍ​ເລື່ອນ​ຂອງ​ເປືອກ​ໂລກ​ຢູ່​ໃນ​ເຂດ​ດຽວ​ກັນ ແລະ ສົ່ງ​ຜົນ​ກະ​ທົບ​ເຖິງ​ກັນ​ໄດ້​ເມື່ອ​ມີ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ.

ສ່ວນ​ການ​ກໍ່​ສ້າງ​ສູນ​ເຕືອນ​ໄພ​ແຫ່ງ​ທຳ​ອິດ​ໃນ ລາວ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທາງ​ການ ຈີນ ນັ້ນ​ກໍ​ມີ​ກຳ​ນົດ​ການ​ກໍ່​ສ້າງ ແລະ ຕິດ​ຕັ້ງ​ລະ​ບົບ​ເຕືອນ​ໄພ​ແລ້ວ​ສຳ​ເລັດ​ໃນ​ເດືອນ​ທັນ​ວາ 2019 ນີ້​ອັນ​ຈະ​ເຮັດ​ໃຫ້ ລາວ ສາ​ມາດ​ເພິ່ງ​ຕົນ​ເອງ​ໄດ້​ໃນ​ການ​ເຕືອນ​ໄພ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ນາງ ອຸ​ທອນ ໄດ້​ຖະ​ແຫຼງ​ໃຫ້​ການ​ຢືນ​ຢັນ​ວ່າ

"ກະ​ຍ້ອນ​ວ່າ​ຮອຍ​ເລື່ອນ​ຂອງ​ເປືອກ​ໂລກ​ເພາະ​ວ່າ​ແຖວ​ໄຊ​ຍະ​ບູ​ລີ ນັບ​ຕັ້ງ​ແຕ່​ແຂວງ​ຜົ້ງ​ສາ​ລີ ລົງ​ມາ​ເຂົາ​ເຈົ້າ​ຮ້ອງວ່າ​ມັນ​ເປັນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຂອງ​ຮອຍ​ເລື່ອນ​ຂອງ​ເປືອກ​ໂລກ​ປັດ​ຈຸ​ບັນ​ນີ້ ເມື່ອ​ເກີດ​ສະ​ພາບ​ມີ​ແຜ່ນ​ດິນ​ໄຫວ ພວກ​ເຮົາ​ກໍ​ໄດ້​ມີ​ການ ອັບ​ເດດ ໃນ​ເລື່ອງ​ສ້າ​ງ​ສູນ​ເຕືອນ​ໄພ​ແຜ່ນ​ດິນ​ໄຫວ​ແຫ່ງ​ຊາດ ຊຶ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ ຈີນ ຈະ​ສຳ​ເລັດ​ພາຍ​ໃນ​ເດືອນ 12 ປີ 2019 ນີ້ ຈະ​ມີ​ການມອບ-ຮັບ​ກັນ ຖື​ວ່າ​ສາ​ມາດ​ນຳ​ໃຊ້​ໄດ້​ເນາະ ເພາະ​ວ່າ​ປັດ​ຈຸ​ບັນ​ນີ້​ຂໍ້​ມູນ​ເຮົາ​ຍັງ​ໄດ້​ອີງ​ໃສ່​ຂໍ້​ມູນ​ຂອງ​ປະ​ເທດ ໄທ."

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກກະສາດ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໄດ້​ອອກ​ແຈ້ງ​ການ​ເລກ​ທີ 1661 ສະ​ບັບ​ທີ 1 ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 21 ພະ​ຈິກ 2019 ນີ້​ວ່າ​ໄດ້​ເກີດ​ສະ​ພາບ​ການ​ແຜ່ນ​ດິນ​ໄຫວ​ໃນ​ວັນ​ທີ 21 ພະ​ຈິກ 2019 ໃນ​ຂອບ​ເຂດ ສ​ປ​ປ ລາວ ຈຳ​ນວນ 18 ຄັ້ງ​ໂດຍ​ຄັ້ງ​ທີ 2 ມີ​ຄວາມ​ແຮງ 5.9 ຣິກ​ເຕີ ເມື່ອ​ເວ​ລາ 4 ໂມງ 30 ນາ​ທີ ແລະ ຄັ້ງ​ທີ 17 ມີ​ແຮງ​ສັ່ນ​ສະ​ເທືອນ​ສູງ​ສຸດ​ທີ່​ລະ​ດັບ 6.4 ຣິກ​ເຕີ ເມື່ອ​ເວ​ລາ 6 ໂມງ 50 ນາ​ທີ ໂດຍ​ເຂດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ​ໃນ​ຄັ້ງ​ນີ້ຕັ້ງຢູ່​ທີ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ແລະ ຢູ່​ເລິກ​ລົງ​ໄປ​ຈາກ​ພື້ນ​ດິນ 3 ຫາ 5 ກິ​ໂລ​ແມັດ ຊຶ່ງ​ເຮັດ​ໃຫ້​ຮູ້​ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອນ​ໄດ້​ໃນ​ບັນ​ດາ​ແຂວງ​ພາກ​ເໜືອຂອງ ລາວ ລົງ​ມາ​ເຖິງ​ນະ​ຄອນຫຼວງວຽງ​ຈັນ.

ສ່ວນ​ແຈ້ງ​ການ​ສະ​ບັບ​ທີ 2 ຂອງ​ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະສາດ​ລາຍ​ງານ​ວ່າ​ໃນ​ເວ​ລາ 7 ຫາ 10 ໂມງ 36 ນາ​ທີ​ໃນ​ມື້​ດຽວ​ກັນ​ໄດ້​ເກີດ After Shock ເຖິງ 11 ຄັ້ງ​ຢູ່​ທີ່​ເມືອງ​ຫົງ​ສາ ມີ​ແຮງ​ສັ່ນ​ສະ​ເທືອນ​ສູງ​ສຸດ​ໄດ້​ທີ່​ລະ​ດັບ 4.9 ຣິກ​ເຕີ ຊຶ່ງ​ກໍ​ສອດ​ຄ່ອງ​ກັບ​ລາຍ​ງານ​ຂອງ​ກົມ​ອຸ​ຕຸ​ນິ​ຍົມ​ຂອງ ໄທ ທີ່​ໄດ້​ລະ​ບຸ​ວ່າເຫດ After Shock ສາ​ມາດ​ເກີດ​ຂຶ້ນ​ໄດ້​ຕະຫຼອດ​ເວ​ລາ​ໃນ​ໄລ​ຍະ 1 ເດືອນ​ຕໍ່​ໄປ​ນີ້ ໂດ​ຍ​ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ​ຈຶ່ງ​ເຮັດ​ໃຫ້​ຈຳ​ເປັນ​ທີ່ ລາວ-ໄທ​-ມຽນ​ມາ-ຈີນ ຈະ​ຕ້ອງ​ຮ່ວມ​ກັນ​ສຶກ​ສາ​ສຳຫຼວດ​ຮອຍ​ເລື່ອນ​ຕໍ່​ໄປ​ ເພາະ​ຍັງ​ບໍ່​ມີ​ການ​ສຶກ​ສາ​ສຳຫຼວດ​ຮອຍ​ເລື່ອນ​ໃນ ລາວ ຢ່າງ​ຈິງ​ຈັງ​ເລີຍ ດັ່ງ​ທີ່​ທ່ານ ສົມ​ໝາຍ ເຕ​ສະວານ ອະ​ທິ​ບໍ​ດີ​ຊັບ​ພະ​ຍາ​ກອນ​ຂອງ ໄທ ຖະ​ແຫຼງ​ຢືນ​ຢັນ​ວ່າ

"ໃນ​ເລື່ອງ​ແຜ່ນ​ດິນ​ໄຫວນີ້ ເກືອບ 100 ເປີ​ເຊັນ​ເລີຍ​ມັນ​ຈະ​ກ່ຽວ​ຂ້ອງ​ກັບ​ຮອຍ​ເລື່ອນ​ມີ​ພະ​ລັງ ມັນ​ມາ​ຈາກ​ການ​ເຄື່ອນ​ຕົວ​ຂອງ​ຮອຍ​ເລື່ອນ​ແມ່​ນ້ຳ​ແດງ ຊຶ່ງ​ພາດ​ຜ່ານ​ຈາກ ຈີນ ມາ​ເຖິງ ຫວຽດ​ນາມ ແຕ່​ຄັ້ງ​ນີ້​ຕ້ອງ​ຮຽນ​ວ່າ ຮອຍ​ເລື່ອນ​ທີ່​ເຮັດ​ໃຫ້​ເກີດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ 6.4 ຣິກ​ເຕີ ສູນ​ກາງ​ຢູ່​ທີ່ ລາວ ຢູ່​ຫ່າງ​ຈາກ​ຝັ່ງ​ ໄທ 20 ກິ​ໂລ​ແມັດ ຊຶ່ງ​ເຮົາ​ຈະ​ມີ​ຮອຍ​ເລື່ອນ​ປົວ ຊຶ່ງ​ໄດ້​ມີ​ການ​ສຶກ​ສາ​ແຕ່​ວ່າ​ຮອຍ​ເລື່ອນ​ທີ່​ຝັ່ງ ລາວ ກໍ​ຍັງ​ບໍ່​ໄດ້​ເຂົ້າ​ໄປ​ສຶກ​ສາຫຼາຍ​ປານ​ໃດ."

ໂດຍ​ທີ່​ຜົນ​ກະ​ທົບ​ຈາກ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້ ກໍ​ຄື​ໂຮງ​ໄຟ​ຟ້າ​ຖ່ານ​ລິກ​ໄນ ທີ່​ຕັ້ງ​ຢູ່​ໃນ​ເຂດ​ເມືອງ​ຫົງ​ສາ​ນັ້ນ ຈຳ​ຕ້ອງ​ຢຸດ​ການ​ຜະ​ລິດ​ໄຟ​ຟ້າ​ເປັນ​ການ​ຊົ່ວ​ຄາວ ເພື່ອ​ສຳຫຼວດ​ຜົນ​ກະ​ທົບ​ຢ່າງ​ລະ​ອຽດ. ສ່ວນ​ເຂື່ອນ​ໄຊ​ຍະ​ບູ​ລີ ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້ ເພາະ​ວ່າ​ໂຄງ​ສ້າງ​ເຂື່ອນ​ທົນ​ຕໍ່​ແທງ​ສັ່ນ​ສະ​ເທືອນ​ໄດ້​ທີ່​ລະ​ດັບ 7.5 ຣິກ​ເຕີ ຈຶ່ງບໍ່​ຕ້ອງ​ກັງ​ວົນ​ວ່າ​ເຂື່ອນ​ຈະ​ແຕກ​ແຕ່​ຢ່າງ​ໃດ.

XS
SM
MD
LG