ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ມີການເຜົາປ່າຫຼາຍທີ່ສຸດ ໂດຍສະເພາະໃນເຂດສຳປະທານ ທີ່ແນເປົ້າໝາຍບຸກເບີກພື້ນທີ່ ໃນການປູກພືດຕ່າງໆ ເພື່ອສົ່ງອອກໄປຈີນ


ໄຟປ່າທີ່ເກີດຂຶ້ນຍ້ອນການເຜົາປ່າເພື່ອການເຮັດໄຮ່ ຫຼື ປູກພຶດຕ່າງໆ ເພື່ອສົ່ງອອກໄປຕ່າງປະເທດ.
ໄຟປ່າທີ່ເກີດຂຶ້ນຍ້ອນການເຜົາປ່າເພື່ອການເຮັດໄຮ່ ຫຼື ປູກພຶດຕ່າງໆ ເພື່ອສົ່ງອອກໄປຕ່າງປະເທດ.

ການລັກລອບເຜົາປ່າທີ່ເກີດຂຶ້ນຢ່າງກວ້າງຂວາງໃນລາວ ມີເປົ້າໝາຍເພື່ອບຸກເບີກພື້ນທີ່ປູກພືດຕ່າງໆ ເພື່ອສົ່ງໄປຈີນ ໂດຍສະເພາະແມ່ນເຂດສຳປະທານຂອງບັນ ດາບໍລິສັດຈີນ ທີ່ລົງທຶນດ້ານກະສິກຳໃນລາວ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ປະສານງານເຄືອຂ່າຍອົງການອະນຸລັກຊັບພະຍາກອນທຳມະຊາດໃນລຸ່ມນ້ຳຂອງ ເປີດເຜີຍວ່າ ການລັກລອບເຜົາປ່າໄມ້ ເພື່ອບຸກເບີກພື້ນທີ່ ສຳລັບຮອງຮັບການປູກພືດເສດຖະກິດຊະນິດຕ່າງໆໃນລາວ ເພື່ອເພີ້ມການສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນນັບແຕ່ປີ 2021 ເປັນຕົ້ນມາ ໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ໄປ ຄິດເປັນພື້ນທີ່ກວ້າງກວ່າ 210,000 ເຮັກຕາຕໍ່ປີ ໂດຍສະເພາະແມ່ນໃນເຂດ 8 ແຂວງພາກເໜືອຂອງລາວ ຊຶ່ງພື້ນທີ່ກະສິກຳສ່ວນໃຫຍ່ ເປັນເຂດສຳປະທານຂອງບັນດາບໍລິສັດຈີນນັ້ນ ກໍຄືເຂດທີ່ມີເຈດຕະນາໃນການລັກລອບເຜົາປ່າໄມ້ຫຼາຍທີ່ສຸດ ດັ່ງທີ່ຜູ້ປະສານງານເຄືອຂ່າຍອົງການອະນຸລັກ ຢືນຢັນວ່າ:

“ສາເຫດຕົ້ນຕໍທີ່ວ່າ ພາໃຫ້ເກີດມີໄຟໄໝ້ລາມປ່າໃນຂອບເຂດທົ່ວປະເທດທີ່ວ່າ ພວກເຮົາໄດ້ວິເຄາະ ສັງລວມມາ ຫລະແມ່ນກິດຈະກຳຂອງມະນຸດໂດຍເຈດຕະນາ ໂດຍສະເພາະກະແມ່ນການບຸກເບີກ-ຫັນປ່ຽນພື້ນທີ່ປ່າໄມ້ເພື່ອເຮັດການຜະລິດກະສິກຳ ແລ້ວກະອື່ນໆ ພ້ອມດຽວກັນນີ້ ສະພາບການປ່ຽນແປງດິນຟ້າອາກາດ ໂດຍສະເພາະກະແມ່ນໃນປີນີ້ ກະຝົນຕົກຊ້າແນ່ ລົມກໍມີນ້ອຍ ສະນັ້ນ ຈຶ່ງເຮັດໃຫ້ໃນປີ 2023 ນີ້ ພື້ນທີ່ປ່າມີຄວາມແຫ່ງແລ້ງ ໃບໄມ້ທີ່ວ່າຕາຍແລ້ວ ກະຫ່ຽວແຫ້ງ ກາຍເປັນເຊື້ອເພີງເຮັດໃຫ້ມີໄຟຂຶ້ນຫຼາຍໆແຫ່ງໃນທົ່ວປະເທດ.”

ສ່ວນເຈົ້າໜ້າທີ່ໃນກະຊວງກະສິກຳແລະປ່າໄມ້ ຢືນຢັນວ່າ ໄຟປ່າໃນຊ່ວງລະດູຮ້ອນຂອງທຸກປີ ເຮັດໃຫ້ປ່າໄມ້ໃນລາວເສຍຫາຍໄປຫຼາຍກວ່າ 100,000 ເຮັກຕາ ໃນແຕ່ລະປີ ໂດຍສະເພາະແມ່ນຢູ່ເຂດແຂວງພາກເໜືອ ທີ່ມີການລັກລອບເຜົາປ່າເພື່ອເຮັດໄຮ່ເລື່ອນລອຍ ໂດຍປະຊາຊົນລາວ ບັນດາເຜົ່ານັ້ນ ກໍຄືເຂດທີ່ປ່າໄມ້ເສຍຫາຍຫຼາຍທີ່ສຸດ ໂດຍມີສາເຫດຈາກບັນຫາຍາກຈົນຂອງປະຊາຊົນທີ່ເປັນປະຊາກອນສ່ວນໃຫຍ່ທີ່ຢູ່ໃນເຂດດັ່ງກ່າວ ເພາະສະນັ້ນ ຈຶ່ງເປັນການຍາກທີ່ຈະຢຸດຢັ້ງການເຜົາປ່າໃນເຂດດັ່ງກ່າວໄດ້ຢ່າງແທ້ຈິງ ນອກຈາກຈະໄດ້ມີການແກ້ບັນຫາຍາກຈົນຂອງປະຊາຊົນລາວ ໄດ້ຢ່າງເປັນຮູບປະທຳເທົ່ານັ້ນ ທັງຍັງຈະຕ້ອງມີການສ້າງນິຕິກຳເພື່ອຕ້ານການບຸກລຸກ ແລະລັກລອບເຜົາປ່າໄມ້ ທີ່ເປັນການສະເພາະອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນວ່າ:

“ສະເພາະເຂດປ່າສະຫງວນນີ້ ພວກເຮົາກະມີແຜນວ່າ ສິຈັດສັນຄືນໃໝ່ ອັນນີ້ກະໄດ້ຮັບທິດຊີ້ນຳຈາກລັດຖະບານແລ້ວ ຕົວຢ່າງຄືພູພະນັງ ກໍເຊັ່ນດຽວກັນ ພວກເຮົາກຳລັງແຕ່ງຕັ້ງຄະນະກຳມະການເພື່ອກວດກາຄືນເນາະ ການບຸກລຸກທີ່ດິນນີ້ ອັນທີ 2 ນີ້ ໃນຂອບເຂດທົ່ວປະເທດ ພວກເຮົາຄິດວ່າ ຕ້ອງອອກເປັນນິຕິກຳສະເພາະ ກ່ຽວກັບການຄວບຄຸມການບຸກລຸກທີ່ດິນປ່າໄມ້ ໂດຍສະເພາະລະແມ່ນການຄວບຄຸມໄຟປ່ານີ້ ເປັນນິຕິກຳ ສະເພາະທີ່ໃຫ້ມີຜົນບັງຄັບໃຊ້ສະເພາະ ຜ່ານມາ ມັນກະເວົ້າລວມໆ ຢູ່ໃນກົດໝາຍປ່າໄມ້ ແຕ່ວ່າ ມັນບໍ່ທັນມີອັນສະເພາະ ສະນັ້ນ ໃນຕໍ່ໜ້ານີ້ ນອກຈາກບັນຈຸເຂົ້າໃນວຽກໄພພິບັດຂອງຊາດແລ້ວ ກະຍັງຕ້ອງສ້າງເປັນໂຄງການສະເພາະ.”

ກ່ອນໜ້ານີ້ ຜູ້ປະສານງານອົງການ Green Peace ໃນອາຊຽນ ເປີດເຜີຍວ່າ ການສຳຫຼວດສະພາບປ່າໄມ້ໃນລຸ່ມນ້ຳຂອງຕອນເທິງ ດ້ວຍການບັນທຶກພາບຖ່າຍໂດຍດາວທຽມສຳຫຼວດ ໃນໄລຍະ 5 ປີທີ່ຜ່ານມານີ້ ພົບວ່າ ພາກເໜືອຂອງລາວເປັນເຂດທີ່ມີການເຜົາປ່າໄມ້ ເພື່ອການເຮັດໄຮ່ເລື່ອນລອຍຫຼາຍທີ່ສຸດ ໂດຍມີປ່າ ໄມ້ທີ່ຖືກເຜົາ ກວ້າງກວ່າ 820,000 ເຮັກຕາ ຕິດຕາມດ້ວຍມຽນມາ 465,000 ກວ່າເຮັກຕາ ໄທ 4 ແສນກວ່າເຮັກຕາ ແລະພືດທີ່ປູກສ່ວນໃຫຍ່ ກໍຄືສາລີ ໂດຍສະເພາະແມ່ນການປູກສາລີຢູ່ໃນມຽນມາ ແລະລາວ ນັ້ນ ກໍຄືເຂດສຳປະທານຂອງບັນດາບໍລິສັດຈາກຈີນ ຊຶ່ງໄດ້ວາຈ້າງແຮງງານທ້ອງຖິ່ນທັງໃນລາວ ແລະມຽນມາ ເພື່ອໃຫ້ບຸກເບີກພື້ນທີ່ສຳປະທານຂອງພວກຕົນດ້ວຍການເຜົາປ່າໄມ້ດັ່ງກ່າວ.

ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນໃນລາວ ລາຍງານວ່າ ທາງການລາວ ໄດ້ອະນຸມັດສຳປະທານທີ່ດິນໃຫ້ເອກະຊົນລາວ ແລະຕ່າງຊາດໄປແລ້ວໃນເນື້ອທີ່ກວ້າງກວ່າ 11 ລ້ານເຮັກຕາ ໃນນີ້ໄດ້ບຸກເບີກແລ້ວກວ່າ 9 ແສນເຮັກຕາ ຊຶ່ງເກີນກວ່າ 7 ແສນເຮັກຕາເປັນການບຸກເບີກພື້ນທີ່ສຳປະທານຂອງກຸ່ມທຶນຈີນ.

XS
SM
MD
LG