ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາວມີໜ່ວຍງານກວດກາການຈັດເກັບລາຍຮັບ ແລະການໃຊ້ຈ່າຍງົບປະມານໃນທົ່ວປະເທດ ແຕ່ບໍ່ມີການລົງໂທດຂັ້ນເດັດຂາດຕໍ່ພະນັກງານລັດ ທີ່ສໍ້ລາດບັງຫຼວງ


ພາບລວມ ຫຼັງຈາກການປະຊຸມຝຶກອົບຮົມ ສໍາລັບວຽກງານກວດກາ ພັກ-ລັດ, ສປປ ລາວ.
ພາບລວມ ຫຼັງຈາກການປະຊຸມຝຶກອົບຮົມ ສໍາລັບວຽກງານກວດກາ ພັກ-ລັດ, ສປປ ລາວ.

ລັດຖະບານລາວມີໜ່ວຍງານກວດກາການຈັດເກັບລາຍຮັບ ແລະການໃຊ້ຈ່າຍງົບປະມານຢ່າງທົ່ວເຖິງທຸກພາກສ່ວນໃນທົ່ວປະເທດ ແຕ່ວ່າບໍ່ມີການລົງໂທດຂັ້ນເດັດຂາດຕໍ່ພະນັກງານລັດ ທີ່ສໍ້ລາດບັງຫຼວງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ກະຊວງການເງິນໃຫ້ການຍອມຮັບວ່າ ສາເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ການຈັດເກັບລາຍຮັບຈາກພາສີອາກອນ ແລະຄ່າທໍານຽມຕ່າງໆຂອງລັດຖະບານບໍ່ສາມາດປະຕິບັດໄດ້ຕາມແຜນການ ແລະເປົ້າໝາຍທີ່ວາງໄວ້ໃນໄລຍະຜ່ານມາກໍຄື ບັນຫາດ້ານບຸກຄະລາກອນທີ່ບໍ່ມີຄວາມຮູ້ ແລະຄວາມສາ ມາດຢ່າງແທ້ຈິງ, ເຊິ່ງດ້ານນຶ່ງກໍເປັນເພາະວ່າ ການເລືອກບຸກຄະລາກອນທີ່ບໍ່ໄດ້ມາດຕະຖານຕາມຄວາມຕ້ອງການໂຕຈິງ ຍ້ອນການຫຼິ້ນພັກ-ຫຼິ້ນພວກທີ່ເປັນເຄືອຍາດ ທີ່ແນເປົ້າໝາຍສະແຫວງຫາຜົນປະໂຫຍດສ່ວນໂຕເປັນຫຼັກ, ແຕ່ໃນອີກດ້ານນຶ່ງກໍຄື ໜ່ວຍງານລັດທີ່ຮັບຜິດຊອບການກວດກາການຈັດເກັບລາຍຮັບ ແລະການໃຊ້ຈ່າຍງົບປະມານຂອງລັດໃນທົ່ວປະເທດນັ້ນ ຍັງຂາດການລົງໂທດໃນຂັ້ນເດັດຂາດ ຕໍ່ພະນັກງານລັດ ທີ່ປະຕິບັດໜ້າທີ່ໂດຍທຸຈະລິດ ແລະກໍຍັງເປັນການຍາກທີ່ຈະປົດພວກເຂົາເຈົ້າອອກຈາກຕໍາແໜ່ງອີກດ້ວຍ ເພາະພວກເຂົາເຈົ້າມີເຄືອຍາດທີ່ພ້ອມຈະໃຫ້ການຊ່ວຍຍເຫຼືອຕະຫຼອດເວລາເຊັ່ນ: ການບໍ່ຮ່ວມມື ຫຼື ການບໍ່ອໍານວຍຄວາມສະດວກໃນການກວດກາໂຄງການພັດທະນາຕ່າງໆທີ່ຖືກສົງໄສວ່າມີການສໍ້ລາດບັງຫຼວງນັ້ນ ເຊິ່ງເຮັດໃຫ້ການກວດກາບໍ່ສາມາດປະຕິບັດໄດ້ຕາມເປົ້າໝາຍໃນປີ 2022, ດັ່ງທີ່ເຈົ້າໜ້າທີ່ລາວ ໃຫ້ການຢືນຢັນວ່າ:

“ຍັງເຫຼືອໂຕຈິງ 416 ໂຄງການ ທີ່ມີມູນຄ່າຕາມສັນຍາ 58,895 ຕື້ກວ່າກີບ, ໄດ້ກວດກາສໍາເລັດ 280 ໂຄງການ ມູນຄ່າຕາມສັນຍາ 17,281 ຕື້ກີບ ແລະຍັງບໍ່ທັນໄດ້ກວດກາ 136 ໂຄງການ, ມີມູນຄ່າຕາມສັນຍາ 41,614 ຕື້ກວ່າກີບ ແລະໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາ ຫຼືວ່າໂຄງການທີ່ທ້ອງຖິ່ນຕ່າງໆກວດແມ່ນ 2,850 ໂຄງການ”

ສ່ວນທ່ານຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກແລະລັດ ໃນປັດຈຸບັນໄດ້ແນເປົ້າໝາຍໃສ່ການກວດກາການຈັດຕັ້ງປະຕິບັດ ໃນບັນດາໂຄງ ການພັດທະນາ ທີ່ລົງທຶນໂດຍລັດຖະບານເປັນຫຼັກ ເພາະເປັນພາກສ່ວນທີ່ມີການຮົ່ວໄຫຼ ແລະເກີດການສູນເສຍດ້ານງົບປະມານຫຼາຍທີ່ສຸດ ໂດຍມີສາເຫດສໍາຄັນມາຈາກການທຸຈະລິດຂອງພະນັກງານພັກ-ລັດ ຈຶ່ງຕ້ອງໄດ້ເພີ້ມມາດຕະ ການເຂັ້ມງວດເຂົ້າໃນການກວດກາການປະຕິບັດໜ້າທີ່ຂອງພະນັກງານລັດໃນທຸກໂຄງການ ແລະຍັງໄດ້ມີການຈໍາກັດວົງເງິນທີ່ຈະນໍາໃຊ້ເພື່ອການຊໍາລະໜີ້ທີ່ຄົງຄ້າງ ໃຫ້ແກ່ໂຄງການຕ່າງໆດ້ວຍ, ດັ່ງທີ່ທ່ານພັນຄໍາ ໄດ້ໃຫ້ການຢືນຢັນວ່າ:

“ໃນປີ 2023 ແມ່ນໄດ້ກໍານົດໂຄງການຊໍາລະໜີ້ ແມ່ນໃຫ້ໄດ້ 40 ເປີເຊັນ ເຖິງ 50 ເປີເຊັນ, ໂຄງການສືບຕໍ່ແມ່ນ 30 ເປີເຊັນ ເຖິງ 40 ເປີເຊັນ, ໂຄງການໃໝ່ແມ່ນ 10 ເປີເຊັນ ຫາ 15 ເປີເຊັນ ບໍ່ໃຫ້ກາຍ, ແຕ່ວ່າ ຜ່ານການຈັດຕັ້ງປະຕິບັດໂຕຈິງ ຂອງບັນດາຂະແໜງການທ້ອງຖິ່ນ ຜ່ານການສັງລວມບັນຊີໂຄງການຂອງແຕ່ລະຂະແໜງການ ແລະທ້ອງຖິ່ນ ແມ່ນບໍ່ໄດ້ປະຕິບັດຕາມການແນະນໍາຂອງກະຊວງແຜນການ ແລະການລົງທຶນ.”

ໂດຍໃນໄລຍະ 5 ທີ່ຜ່ານມາ ກໍໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມືລະຫວ່າງສະມາຊິກພັກ ກັບບຸກຄົນພາຍນອກເຖິງ 749 ຄົນ ທີ່ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ, ແຕ່ສາມາດເກັບຄືນມາໄດ້ 391 ກວ່າຕື້ກີບ ກັບ 25 ກວ່າລ້ານບາດ ແລະຫຼາຍກວ່າ 10,000 ໂດລາ, ສ່ວນການກວດກາ 4,185 ເປົ້າໝາຍໃນຊ່ວງປີ 2016 ຫາກາງປີ 2022 ຍັງພົບອີກດ້ວຍວ່າ ການທຸຈະລິດ ໄດ້ເຮັດໃຫ້ລັດຖະບານລາວເສຍຫາຍຫຼາຍກວ່າ 8,370 ຕື້ກີບ ກັບ 50.22 ລ້ານໂດລາ ແລະ 36.80 ລ້ານບາດ, ເຊິ່ງມີສະມາຊິກພັກເຖິງ 3,690 ຄົນ ທີ່ພົວພັນກັບການທຸຈະລິດດັ່ງກ່າວ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ປະທານປະເທດໄດ້ເນັ້ນຢໍ້າຕໍ່ບັນດາການນໍາຂອງພັກ ແລະລັດຖະບານລາວວ່າ ວຽກງານສໍາຄັນທີ່ການນໍາພັກ-ລັດຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດຫຼາຍຂຶ້ນຄື ການກວດກາປະຕິບັດໜ້າທີ່ ຂອງພະນັກ ງານພັກ-ລັດໃນເປັນໄປຕາມລະບຽບ-ກົດໝາຍຢ່າງແທ້ຈິງ ຖ້າຫາກກວດພົບການທຸຈະລິດຂອງພະນັກງານລັດຄົນໃດ ກໍຈະຕ້ອງດໍາເນີນມາດຕະການສະກັດກັ້ນ ແລະໃຫ້ປົດອອກຈາກຕໍາແໜ່ງໃນທັນທີ, ສ່ວນການນໍາທີ່ບໍ່ເອົາໃຈໃສ່ ແລະເຮັດໃຫ້ເກີດມີການທຸຈະລິດ ກໍຕ້ອງຮັບຜິດຊອບຕໍ່ຄວາມຜິດພາດໃນການປະຕິ ບັດໜ່າທີ່ຂອງຕົນດ້ວຍເຊັ່ນກັນ.

ໃນປັດຈຸບັນ ພັກປະຊາຊົນປະຕິວັດລາວ ມີສະມາຊິກ 348,686 ຄົນ, ແລະມີ 20,438 ໜ່ວຍພັກ ໃນທົ່ວປະເທດ ເຊິ່ງຈາກການກວດກາໃນຮອບນຶ່ງປີທີ່ຜ່ານມາພົບວ່າ ມີການປະຕິບັດໜ້າທີ່ຂອງພະນັກງານພັກທີ່ທຸຈະລິດແລະໄດ້ລົງໂທດໄປ 3,200 ກວ່າຄົນ ໃນນີ້ເປັນການປົດອອກຈາກຕໍາແໜ່ງໃນພັກ-ລັດຖະບານ 1,928 ຄົນ, ດໍາເນີນຄະດີອາຍາ 93 ຄົນ ແລະປະຊາຊົນໄດ້ຮ້ອງຮຽນໃຫ້ແກ້ໄຂການທຸຈະລິດ 4,817 ກໍລະນີ.

XS
SM
MD
LG