ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກສຶກສາລາວ ທີ່ຮຽນຈົບໃໝ່ ບໍ່ສາມາດຊອກວຽກງານ ໃນສາຍວິຊາສະເພາະ ຍ້ອນຕະຫລາດແຮງງານຮອງຮັບ ມີຈໍາກັດ


ຄະນະເສດຖະສາດ ແລະບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດລາວ
ຄະນະເສດຖະສາດ ແລະບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດລາວ

ຂະນະທີ່ການສອບເສັງເອົານັກຮຽນເຂົ້າມະຫາວິທະຍາໄລ ແຫ່ງຊາດຫາກໍຜ່ານໄປໄດ້ ສອງວັນຜ່ານມານີ້ເອງ ທາງວີໂອເອ ກໍໄດ້ສໍາພາດນັກສຶກສາຮຽນຈົບໃໝ່ ອາຈານສອນ ແລະນາຍຈ້າງ. ລາຍລະອຽດເປັນແນວໃດນັ້ນ ​ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາ​ສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ໃນແຕ່ລະປີ ມະຫາວິທະຍາໄລແຫ່ງຊາດລາວ ເປີດຮັບເອົານັກຮຽນ ນັກສຶກສາ ຫລາຍກວ່າ 5 ພັນຄົນ ແລະໃນສົກສຶກສາ 2022-2023 ນີ້ ມະຫາວິທະຍາໄລໃຫຍ່ແຫ່ງດຽວຂອງຊາດ ມີແຜນຮັບເອົານັກຮຽນ 6,990 ຄົນ. ໃນນີ້ ມີປະລິນ ຍາຕີ 5,150 ຄົນ, ປະລິນຍາຕີຕໍ່ເນື່ອງ 1,480 ຄົນ, ຫຼັກສູດນາໆຊາດ ບວກກັບຫຼັກສູດຄູພາສາຈີນ 210 ຄົນ, ອະນຸປະລິນຍາ 150 ຄົນ. ມີນັກຮຽນຜູ້ສະໝັກແລະເຂົ້າເສັງທັງໝົດ ໃນວັນເສົາຜ່ານມາ 11,500 ກວ່າຄົນ ສໍາລັບສາຂາວິຊາທີ່ມີນັກຮຽນນິຍົມຮຽນຫລາຍທີ່ສຸດ ກໍແມ່ນວິຊາເສດຖະສາດ ດັ່ງທີ່ຫ້ອງການຜູ້ຄຸ້ມຄອງນັກສຶກສາ ໃນມະຫາວິທະຍາໄລແຫ່ງຊາດ ເລົ່າສູ່ຟັງວ່າ: “ປະມານສີ່ຫ້າພັນຄົນພຸ້ນລະຈົບປີນີ້ ພວກເສດຖະສາດຫລາຍໆປະມານ ເຈັດແປດຮ້ອຍພຸ້ນລະ.”

ເມື່ອຖາມເຖິງການຕິດຕໍ່ພົວພັນຂອງມະຫາວິທະຍາໄລກັບບັນດາບໍລິສັດເອກະຊົນ ເພື່ອຊ່ວຍໃຫ້ນັກສຶກສາຫລາຍຄົນຮຽນຈົບ ໄດ້ມີວຽກງານນັ້ນ ທ່ານຕອບວ່າ ບໍ່ມີ ແລະບາງຄັ້ງບໍລິສັດເອກະຊົນ ກໍໄປທີ່ມະຫາວິທະຍາໄລ ເພື່ອເປີດສະໝັກຮັບພະນັກງານໃໝ່ ດັ່ງທີ່ທ່ານອະທິບາຍສູ່ຟັງວ່າ: “ເຂົາກະສະໝັກເອງ ຊອກເອງ ຊອກໃຜຊອກລາວ ເຂົາກະເປີດ ມີຢູ່ມີມີ ພວກມາສະໝັກງານເດເຂົາກະເອົາເລີຍ ແຕ່ລະປີພວກບໍລິສັດເຂົາກະມາເປີດເດຕະຫລາດແຮງງານເດ ພາກລັດກະຊອກເອງຊອກໃຜຊອກລາວ.”

ແຕ່ການທີ່ຈະມີໂອກາດໄດ້ວຽກເຮັດງານທຳທີ່ຕົນມັກ ຫລືຖືກກັບວິຊາສະເພາະ ທີ່ຕົນຮຽນມາ ຢູ່ໃນມະຫາວິທະຍາໄລນັ້ນ ແມ່ນຍາກຫລາຍ ຈຶ່ງຈໍາເປັນຕ້ອງໄດ້ເຮັດວຽກໄປຕາມທີ່ພໍຫາໄດ້ ເຖິງຈະບໍ່ໄດ້ຄ່າຕອບແທນສູງປານໃດກໍຕາມ ດັ່ງທີ່ ນັກສຶກສາຮຽນຈົບ ຈາກມະຫາວິທະຍໄລແຫ່ງຊາດ ໃນປີກາຍນີ້ຜູ້ນຶ່ງ ກ່າວຕໍ່ວີໂອເອວ່າ: “ຈົບປີກາຍພຸ້ນ ຈົບເສດຖະສາດ ເຮັດຢູ່ຮ້ານຂາຍເຄື່ອງກໍ່ສ້າງເປັນນາຍສາງ ບໍ່ໄດ້ຕາມທີ່ຄິດ ບໍ່ຖືກແຫລະ ບໍ່ຖືກແຫລະ ວ່າຢາກເຮັດຫັ້ນແຫລະມັນຫາກຍາກຢູ່ທາງບ້ານເຮົານີ້ກະດາຍ ຍາກຄັນບໍ່ເລືອກວຽກມັນກະພໍມີວຽກເຮັດແຕ່ມັນກະບໍ່ຖືກກັບວິຊາສະເພາະ ທີ່ເຮົາໄດ້ຮຽນມາຫັ້ນແຫລະ.”

ມະຫາວິທະຍາໄລແຫ່ງຊາດລາວ ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດລາວ ຄະນະວິສະວະກຳສາດ

ສະພາບທີ່ນັກສຶກສາບໍ່ສາມາດຊອກວຽກງານໃນສາຍວິຊາສະເພາະ ກໍມີຫລາຍສາຍ ຊຶ່ງສາເຫດຕົ້ນຕໍ ກໍນັກສຶກສານິຍົມຮຽນແຕ່ວິຊາດຽວ ຫລື 2 ວິຊາຫລາຍໂພດ ໃນຂະນະທີ່ຕະຫລາດແຮງງານຮອງຮັບມີຈໍາກັດ ໃນບາງຂະແໜງວິຊາ ແຕ່ມີຄວາມຕ້ອງການສູງໃນວິຊາອື່ນ. ອີກດ້ານນຶ່ງ ຂະນະທີ່ແຕ່ລະປີ ມີນັກສຶກສາຈາກມະຫາວິທະຍາໄລໃນທຸກລະດັບ ທັງປະລິນຍາເອກ, ໂທ, ຕີ ແລະອານຸປະລິນຍາ ແຕ່ຕະຫລາດແຮງງານພັດມີຈໍາກັດ.

ພ້ອມດຽວກັນ ບົດລາຍງານ 10 ປີ (2009-2019) ຂອງອົງການແຮງງານສາ ກົນ ຫລື ILO ເວົ້າວ່າ ເຖິງແມ່ນວ່າເສດຖະກິດລາວ ຈະມີການເຕີບໂຕຂຶ້ນຢ່າງຫລວງຫລາຍ ໃນທົດສະວັດຜ່ານມາກໍຕາມ ແຕ່ວ່າ ການລົງທຶນໃນໂຄງການຕ່າງໆຢູ່ລາວ ບໍ່ສາມາດຕອບສະໜອງວຽກເຮັດງານທໍາໃຫ້ຄົນລາວ ຂະນະທີ່ປະຊາກອນທີ່ຢູ່ໃນເກນອາຍຸອອກແຮງງານ ທີ່ມີທ່າອ່ຽງເພີ້ມຂຶ້ນຢ່າງວ່ອງໄວ. ໃນປີ 2000, ປະຊາກອນລາວ ໃນເກນອອກແຮງງານມີ 2 ລ້ານ 4 ແສນກວ່າຄົນ ກວມເອົາປະມານ 48 ເປີເຊັນ ຂອງປະຊາກອນທີ່ມີ 5 ລ້ານປາຍຄົນ ໃນຕອນນັ້ນ. ມາຮອດປີ 2020, ປະຊາກອນໃນເກນອອກແຮງງານໄດ້ເພີ້ມຂຶ້ນເປັນ 3 ລ້ານ 787 ພັນ 334 ຄົນ ຊຶ່ງກວມເອົາເກືອບຮອດ 53 ເປີເຊັນ ຂອງພົນລະເມືອງລາວ, ອີງຕາມສະຖິຕິຂອງ World Bank Open Data. ທັງນີ້ກໍເພາະວ່າ ການເຕີບໂຕທີ່ອີງໃສ່ການລົງທຶນສ່ວນໃຫຍ່ ໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະການສ້າງເຂື່ອນໄຟຟ້າ ທີ່ສາມາດສະໜອງວຽກງານໄດ້ ບໍ່ຮອດ 1 ເປີເຊັນ ຂອງການຈ້າງງານທັງໝົດໃນລາວ.

ສະຫລຸບແລ້ວ ນັກສຶກສາລາວທີ່ຮຽນຈົບໃໝ່ ຍັງປະສົບຄວາມຫຍຸ້ງຍາກໃນການ ຊອກວຽກເຮັດງານທໍາຢູ່ ຊຶ່ງສາເຫດຕົ້ນຕໍ ແມ່ນເກີດມາຈາກຄ່ານິຍົມເຮັດການ ໃນວົງການລັດຖະບານ ທີ່ຮັບເອົາພະນັກງານໃນຈໍານວນຈໍາກັດ ແລະບໍ່ໂປ່ງໃສນັ້ນ ຍັງສູງຢູ່. ເນື່ອງຈາກຄ່ານິຍົມນີ້ ເຂົາເຈົ້າຈຶ່ງມັກຈະພ້ອມກັນຮຽນໃນວິຊາ ດຽວກັນ ເປັນຈໍານວນຫລວງຫລາຍ ຂະນະທີ່ມີຄົນຈໍານວນໜ້ອຍເທົ່ານັ້ນ ທີ່ໄດ້ ຮຽນວິຊາຊີບອື່ນໆ ທີ່ຍັງມີຄວາມຕ້ອງການ ໃນຕະຫລາດແຮງງານສູງຢູ່ນັ້ນ.

XS
SM
MD
LG