ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະນາຄານພັດທະນາ ເອເຊຍ ຄາດວ່າ ຍອດຜະລິດຕະພັນລວມຂອງ ລາວ ໃນປີ 2021 ຈະເຕີບໂຕ 4 ເປີເຊັນ


ເຈົ້າໜ້າທີ່ທະນາຄານ ລາວ ຈັດເງິນກີບທີ່ມັດໄວ້ເປັນຕັບ ເພື່ອສົ່ງໃຫ້ລູກຄ້າ.
ເຈົ້າໜ້າທີ່ທະນາຄານ ລາວ ຈັດເງິນກີບທີ່ມັດໄວ້ເປັນຕັບ ເພື່ອສົ່ງໃຫ້ລູກຄ້າ.

ທະນາຄານພັດທະນາເອເຊຍຄາດວ່າ ຍອດຜະລິດຕະພັນລວມຂອງ ລາວ ໃນປີ 2021 ຈະເຕີບໂຕ 4 ເປີເຊັນທຽບໃສ່ປີ 2020 ໃນຂະນະທີ່ຍອດຜະລິດຕະພັນລວມຂອງທັງກຸ່ມ ອາຊຽນ ຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 5.3 ເປີເຊັນ.

ທະນາຄານພັດທະນາເອເຊຍ (ADB) ໄດ້ສະເໜີລາຍງານເມື່ອບໍ່ນານມານີ້ວ່າ ການເຕີບໂຕທາງເສດຖະກິດໃນ ລາວ ໃນປີ 2021 ນີ້ຄາດວ່າຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ເກີນ 4 ເປີເຊັນທຽບໃສ່ປີ 2020 ໃນຂະນະທີ່ຄາດໝາຍການເຕີບໂຕທາງເສດຖະກິດຂອງທັງກຸ່ມ ອາຊຽນ ຈະຢູ່ທີ່ອັດຕາສະເລ່ຍ 5.3 ເປີເຊັນໂດຍ ຫວຽດນາມ ຈະມີອັດຕາການເຕີບໂຕສູງສຸດທີ່ລະດັບ 6.7 ເປີເຊັນ ຕິດຕາມດ້ວຍ ມາເລເຊຍ ແລະ ສິງກະໂປ 6 ເປີເຊັນ, ຟີລິບປິນ ກັບ ອິນໂດເນເຊຍ 4.5 ເປີເຊັນ, ກຳປູເຈຍ 4​ ເປີເຊັນ, ໄທ 3 ເປີເຊັນ, ບຣູໄນ 2.5 ເປີເຊັນ, ມຽນມາ -9.8 ເປີເຊັນຍ້ອນບັນ ຫາການເມືອງພາຍໃນ.

ADB ໄດ້ຄາດໝາຍດ້ວຍວ່າ ລາຍໄດ້ສະເລ່ຍຂອງປະຊາຊົນ ສິງກະໂປ ໃນປີ 2021 ຈະເພີ່ມຂຶ້ນ 5.7 ເປີເຊັນ ຕິດຕາມດ້ວຍ ຫວຽດນາມ 5.4 ເປີເຊັນ, ມາເລເຊຍ 5 ເປີເຊັນ, ອິນ ໂດເນເຊຍ 3.7 ເປີເຊັນ, ຟີລິບປິນ 3.1 ເປີເຊັນ, ກຳປູເຈຍ 2.6 ເປີເຊັນ, ໄທ 2.5 ເປີເຊັນ, ລາວ 2.4 ເປີເຊັນ, ບຣູໄນ 1.5 ເປີເຊັນ, ມຽນມາ -10.6 ເປີເຊັນ ສ່ວນການຂາດດຸນບັນຊີການຊຳລະເງິນຕາຕ່າງປະ ເທດສູງທີ່ສຸດກໍຄື ກຳປູເຈຍ ທີ່ລະດັບ -15.6 ເປີເຊັນ ຕິດຕາມດ້ວຍ ລາວ -7.8 ເປີເຊັນ, ມຽນມາ -4.4 ເປີເຊັນ ທັງກໍຍັງມີປັດໄຈສ່ຽງຫຼາຍດ້ານທີ່ຈະເຮັດໃຫ້ເກີດສະພາບການຕົກຕໍ່າເກີນກວ່າຄາດ ໝາຍດັ່ງກ່າວດ້ວຍ ເຊັ່ນການລະບາດຂອງໄວຣັສ COVID-19 ຍັງສືບຕໍ່ ແລະ ການຈັດຫາຢາວັກຊີນໄດ້ຢ່າງຈຳກັດ, ບັນຫາການຂົນສົ່ງສິນຄ້າ, ບັນຫາການເລີກຈ້າງ, ບັນຫາການຫວ່າງງານ ແລະ ສົງຄາມການຄ້າ ສະຫະລັດ ກັບ ຈີນ ເປັນຕົ້ນ. ດັ່ງທີ່ທ່ານ ຢາຊຸຢຸກິ ຊາວະດະ ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງ ADB ໃຫ້ການຢືນຢັນວ່າ

“ຄວາມສ່ຽງຫຼັກຕໍ່ປະລິມານການຜະລິດແມ່ນການວິວັດທະນາການຂອງໂຣກລະບາດ. ການແຈກຢາຍທີ່ກວ້າງຂວາງ ແລະ ສຳຄັນຕ່າງໆອາດມີຂໍ້ຈຳກັດໃນການເຄື່ອນໄຫວ. ການສັກຢາວັກຊີນອາດປະເຊີນກັບສິ່ງທ້າທາຍໃນການຈັດຊື້, ການເຄື່ອນກຳລັງຄົນ, ການລັງເລໃຈທີ່ຈະສັກຢາ, ຫຼື ແຮງດຶງດູດໃຈທີ່ອ່ອນລົງຕໍ່ໄວຣັສສາຍພັນໃໝ່ລວມມີ ຄວາມເຄັ່ງຕຶງທາງການເມືອງ, ຕົ້ນຕໍແມ່ນ ສະຫະລັດ ແລະ ສປ ຈີນ, ຄວາມວຸ້ນວາຍທາງການເມືອງ, ພາວະທີ່ລຳບາກຂອງຕ່ອງໂສ້ສິນຄ້າ ແລະ ອື່ນໆ.”

ໃນປີ 2020 ເສດຖະກິດ ລາວ ໄດ້ປັບຕົວຫຼຸດລົງສູ່ລະດັບທີ່ຕິດລົບເຖິງ 2.5 ເປີເຊັນ ທຽບໃສ່ປີ 2019 ໂດຍຖືເປັນການຕິດລົບຄັ້ງທຳອິດໃນຊ່ວງ 30 ກວ່າປີ ນັບແຕ່ປີ 1986 ເປັນຕົ້ນມາ ໂດຍມີສາເຫດສຳຄັນມາຈາກການລະບາດຂອງໄວຣັສ COVID-19 ໃນຕະຫຼອດປີ 2020 ເລື້ອຍມາເຖິງປັດຈຸບັນນີ້ ຊຶ່ງເຮັດໃຫ້ພາກກະສິກຳຂະຫຍາຍຕົວພຽງແຕ່ 1.9 ເປີເຊັນຈາກເປົ້າໝາຍທີ່ວາງໄວ້ເຖິງ 2.5 ເປີເຊັນ ສ່ວນໃນພາກອຸດສາຫະກຳນັ້ນ ກໍຂະຫຍາຍຕົວເພີ່ມຂຶ້ນພຽງແຕ່ 1.4 ເປີເຊັນ ແລະ ສຳລັບໃນພາກບໍລິການ-ການທ່ອງທ່ຽວກໍຕົກຕໍ່າລົງສູ່ລະດັບຕິດລົບເຖິງ 5.5 ເປີເຊັນ ອັນເປັນຜົນຈາກການທີ່ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງມາລາວຫຼຸດລົງເກີນກວ່າ 80 ເປີເຊັນທຽບໃສປີ 2019 ເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາໃນປີ 2020.

ສ່ວນສະພາອຸດສາຫະກຳ ແລະ ການຄ້າຂອງສະຫະພາບ ຢູໂຣບ ປະເມີນວ່າການລະບາດຂອງໄວຣັສ COVID-19 ເຮັດໃຫ້ເກີນກວ່າ 70 ເປີເຊັນຂອງໜ່ວຍທຸລະກິດທັງໝົດໃນ ລາວ ຕ້ອງສູນເສຍລາຍໄດ້ໄປຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງຫມົດໃນປີ 2020 ເຮັດໃຫ້ໜ່ວຍທຸລະກິດເຫຼົ່ານີ້ບໍ່ມີລາຍໄດ້ສຳລັບຊໍາລະໜີ້ເງິນກູ້ ແລະ ດອກເບ້ຍຄືນໃຫ້ທະນາເຈົ້າໜີ້.

ສ່ວນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ກໍປະເມີນວ່າພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ໄດ້ມີການເລີກຈ້າງພະນັກງານຫຼາຍກວ່າ 2​ ແສນຄົນໃນປີ 2020 ສ່ວນກະຊວງແຜນການ ແລະ ການລົງທຶນໄດ້ປະເມີນວ່າ ຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ເຮັດເສດຖະກິດ ລາວ ເກີດການສູນເສຍຫຼາຍກວ່າ 7,000 ຕື້ກີບ ທັງຍັງໄດ້ກະທົບຕໍ່ວິສາຫະກິດເຖິງ 128,690 ລາຍໂດຍໃນນີ້ 97 ເປີເຊັນກໍຄືວິສາຫະກິດຂະໜາດນ້ອຍ ແລະ ຂະ ໜາດກາງ.

ທາງດ້ານທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຖະແຫຼງຍອມຮັບວ່າ ການລະບາດຂອງໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ລາວ ຢ່າງຮຸນແຮງທີ່ສຸດນັບແຕ່ສ້າງຕັ້ງ ສປປ ລາວ ຢ່າງເປັນທາງການ ແລະ ທະນາຄານແຫ່ງຊາດ ລາວ ລາຍງານວ່າມີລູກໜີ້ທະນາຄານ 4,918 ລາຍ ໄດ້ຂໍເລື່ອນຊໍາລະໜີ້ໃຫ້ທະນາຄານ 13,000 ຕື້ກີບຫຼືຫຼາຍກວ່າ 1,440 ລ້ານໂດລາ.

XS
SM
MD
LG