ທ່ານ ລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ
ທິການແລະກິລາຖະແຫຼງ ຢືນຢັນວ່າ ເປົ້າໝາຍສໍາຄັນຂອງການ
ພັດທະນາທາງດ້ານການສຶກສາໃນສົກຮຽນປີ 2012-2013
ຊຶ່ງຈະເລີ່ມຂຶ້ນໃນເດືອນກັນຍານີ້ ກໍຄືການເພີ່ມອັດຕາການເຂົ້າ
ຮຽນຊັ້ນປະຖົມສຶກສາໃຫ້ເຖິງ 96.1% ຂອງຈໍານວນເດັກນ້ອຍ
ທີ່ມີອາຍຸລະ ຫວ່າງ 6-10 ປີ ໃນທົ່ວປະເທດລາວ.
ເພື່ອເປັນການຮັບປະກັນວ່າຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງແທ້ຈິງ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງໃຊ້ງົບປະມານ
ຫຼາຍຂຶ້ນເຂົ້າໃນການປັບປຸງໂຮງ ຮຽນປະຖົມສົມບູນໃຫ້ໄດ້ບໍ່
ໜ້ອຍກວ່າ 75% ຂອງຈໍານວນໂຮງຮຽນທັງໝົດ 8,929 ແຫ່ງ
ໃນທົ່ວປະເທດ ພ້ອມກັນນັ້ນ ກໍຍັງຈະຕ້ອງເສີມສ້າງຄວາມສະເໝີ
ພາກໃນດ້ານການສຶກສາລະຫວ່າງຍິງ-ຊາຍ ໃຫ້ເພີ່ມຂຶ້ນເປັນ 98 ຕໍ່ 100 ຄົນ ໃຫ້ໄດ້ ກັບທັງຍັງຈະຕ້ອງລົດອັດຕາການປະລະການຮຽນໃຫ້ຫລຸດລົງເຫຼືອບໍ່ເກີນ 7% ອີກດ້ວຍ.
ທ່ານ ລີຕູ ບົວປາວ ເຊື່ອໝັ້ນວ່າທາງການລາວຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ບໍ່ ຍາກ ເນື່ອງຈາກວ່າໃນສົກຮຽນປີ 2011-2012 ທີ່ຜ່ານມານັ້ນ ອັດຕາການເຂົ້າຮຽນຊັ້ນມັດທະຍົມກໍຢູ່ທີ່ລະດັບ 95.2% ໂດຍເພີ່ມຈາກ 94.1% ໃນສົກຮຽນປີ 2010-2011 ສ່ວນຄວາມສະເໝີພາກດ້ານການສຶກສາລະຫວ່າງຍິງ-ຊາຍ ກໍຢູ່ທີ່ລະດັບ 95 ຕໍ່ 100 ຄົນ ໃນຂະນະທີ່ການປະລະການຮຽນກໍຢູ່ທີ່ລະດັບ 8% ເທົ່ານັ້ນ.
ແຕ່ຢ່າງໃດ ກໍຕາມ ບັນຫາທີ່ໜ້າ ເປັນຫ່ວງຫຼາຍກວ່າການບັນລຸ
ເປົ້າໝາຍດັ່ງກ່າວ ກໍຄືຄຸນນະພາບໃນດ້ານການສຶກສາທີ່ຕໍ່າລົງ
ໄປເລື້ອຍໆ ໂດຍນອກຈາກຈະເປັນເພາະບັນຫາຂາດແຄນງົບ
ປະມານທີ່ເຮັດໃຫ້ເກີດບັນຫາຂາດແຄນຄວາມຮູ້ ຄວາມສາມາດ
ແລ້ວ ກໍຍັງມີສາເຫດທີ່ສໍາຄັນອີກປະການນຶ່ງມາຈາກບັນດານັກ
ຮຽນນັກ ສຶກສາໃນລາວອີກດ້ວຍ.
ທັງນີ້ກໍເນື່ອງຈາກວ່ານັກຮຽນ-ນັກສຶກສາຂອງລາວໃນປັດຈຸບັນ
ນີ້ສ່ວນຫຼາຍແລ້ວ ຕ່າງກໍລ້ວນແຕ່ຂາດຄວາມຮັບຜິດຊອບໃນ
ການປະຕິບັດໜ້າທີ່ຂອງພວກຕົນ ແລະບໍ່ມີຄວາມຫ້າວຫັນໃນການສຶກສາຫາຄວາມຮູ້ເພີ່ມຕື່ມອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາ ໄດ້ໃຫ້ການອະທິບາຍວ່າ:
“ຄວາມກະຕືລືລົ້ນຂອງລູກຫຼາຍພວກເຮົາຕໍ່ການຮໍ່າຮຽນໃນປັດຈຸບັນນີ້ ຕາມອາ
ຈານສັງເກດຕີລາຄານັ້ນ ຄວາມເປັນເຈົ້າຫ້າວຫັນນັ້ນ ມັນບໍ່ໄດ້ເທົ່າທີ່ຄວນເນາະ
ຄວາມຮັບຜິດຊອບໃນຕົວຂອງເຂົາເຈົ້າເອງນັ້ນບໍ່ໄດ້ດີປານໃດ ສ່ວນຫຼາຍແລ້ວ
ມັນໃຫ້ແຕ່ຄູອາຈານເປັນຜູ້ບັງຄັບ ຫຼືວ່າຊີ້ນໍາຫຼາຍກວ່າຄວາມຕັດສິນໃຈຂອງເຂົາ
ເຈົ້ານັ້ນ ບໍ່ສູງຫັ້ນໜະ ນັກຮຽນ.”
ກ່ອນໜ້ານີ້ ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ຖະ
ແຫຼງຍອມຮັບວ່າ ບັນຫາທີ່ເປັນອຸບປະສັກຄືການພັດທະນາ
ທາງດ້ານການສຶກສາຢູ່ໃນລາວຫຼາຍທີ່ສຸດ ກໍຄືບັນຫາຂາດ
ແຄນທາງດ້ານງົບປະມານ ທີ່ເຖິງແມ່ນວ່າສະພາແຫ່ງຊາດໄດ້
ລົງມະຕິຮັບຮອງເອົາແຜນການຍຸດທະສາດວ່າດ້ວຍການປະ
ຕິຮູບການສຶກສາແຫ່ງຊາດລາວເຖິງປີ 2015 ຢ່າງເປັນທາງ
ການແລ້ວກໍຕາມ ຫາກແຕ່ວ່າດ້ວຍຂໍ້ຈໍາກັດທາງດ້ານງົບປະ
ມານ ກໍໄດ້ສົ່ງຜົນກະທົບຕໍ່ການປະຕິບັດແຜນຍຸດທະສາດ
ດັ່ງກ່າວຢ່າງຫຼີກລ່ຽງບໍ່ໄດ້.
ທັງນີ້ ໂດຍພາຍໃຕ້ແຜນຍຸດທະສາດດັ່ງກ່າງ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຂະ
ຫຍາຍໂອກາດທາງດ້ານການສຶກສາ ເພື່ອຄົນລາວທຸກຄົນ ໂດຍສະເພາະ ແມ່ນການຂະ
ຫຍາຍໂອກາດທາງດ້ານການສຶກສາໄປສູ່ຊົນນະບົດໃຫ້ໄດ້ຢ່າງທົ່ວ ເຖິງໃນທົ່ວປະເທດ
ພ້ອມທັງຈະດໍາເນີນການພັດທະນາເພື່ອຍົກລະດັບຄຸນນະພາບ ໃນດ້ານການສຶກສາຂອງ
ບັນດານັກຮຽນ ແລະນັກສຶກສາໃນທຸກລະດັບໃຫ້ໄດ້ມາດ ຕະຖານໃນລະດັບດຽວກັບກັບ
ບັນດາປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນໃຫ້ ໄດ້ຢ່າງເປັນຮູບປະທໍາອີກດ້ວຍ.
ຫາກແຕ່ວ່າຄຸນນະພາບການສຶກສາຂອງນັກຮຽນແລະນັກສຶກສາໃນລາວກັບຍັງຕໍ່າຫຼາຍ
ເມື່ອທຽບກັບບັນດາປະເທດສະມາຊິກໃນກຸ່ມອາຊ່ຽນດ້ວຍກັນ ແລະຍັງເຮັດ ໃຫ້ການພັດ ທະນາການສຶກສາມີຄວາມແຕກໂຕນກັນຢ່າງຫຼວງຫຼາຍລະຫວ່າງເຂດໃນເມືອງກັບເຂດ
ຊົນນະບົດອີກດ້ວຍ.